ຊຸກຍູ້ການພົວພັນຫວຽດນາມ - ສ.ເກົາຫຼີ ຜ່ານການຮ່ວມມືລະຫວ່າງປະຊາຊົນ
![]() | ປະສົບການ Hanbok ແລະ ດົນຕີ Kpop ຢູ່ “ງານບຸນວັດທະນະທຳມິດຕະພາບ ຫວຽດນາມ - ສ.ເກົາຫຼີ 2025” |
![]() | ເຜີຍແຜ່, ສະເຫຼີຍດ້ານກົດໝາຍໃຫ້ແກ່ຊາວ ຫວຽດນາມ ຢູ່ ສ.ເກົາຫຼີ |
![]() |
ຄະນະຜູ້ແທນໄດ້ມີການພົບປະກັບພະນັກງານ, ລັດຖະກອນຂອງສະຖານທູດຫວຽດນາມ ປະຈຳ ສ.ເກົາຫຼີ ພ້ອມກັບຜູ້ຕາງໜ້າປະຊາຄົມຊາວຫວຽດນາມພວມ ອາໄສ, ຮ່ຳຮຽນ ແລະ ເຮັດວຽກຢູ່ ສ.ເກົາຫຼີ. (ພາບ: ສຳນັກຂ່າວສານ ຫວຽດນາມ) |
ຕອນເຊົ້າວັນທີ 2 ສິງຫາ, ຄະນະຜູ້ແທນໄດ້ໄປຢ້ຽມຢາມສຳນັກງານໃຫຍ່ສະຖານທູດຫວຽດນາມ ປະຈຳ ເຊອຸນ, ໄດ້ພົບປະກັບພະນັກງານ, ລັດຖະກອນຂອງອົງການຕາງໜ້າ ພ້ອມກັບຜູ້ຕາງໜ້າປະຊາຄົມຊາວຫວຽດນາມພວມ ອາໄສ, ຮ່ຳຮຽນ ແລະ ເຮັດວຽກຢູ່ ສ.ເກົາຫຼີ.
ທີ່ການພົບປະ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສ.ເກົາຫຼີ ຫວູໂຮ່ ໄດ້ລາຍງານກ່ຽວກັບສະພາບການ ແລະ ການເຄື່ອນໄຫວຂອງປະຊາຄົມຊາວ ຫວຽດນາມ ຢູ່ ສ.ເກົາຫຼີ. ທ່ານເອກອັກຄະລັດຖະທູດ ເນັ້ນໜັກເຖິງການເຕີບໂຕຢ່າງບໍ່ຢຸດຢັ້ງຂອງປະຊາຄົມຊາວຫວຽດນາມຫຼາຍ 300.000 ກວ່າຄົນ ແລະ ບົດບາດໃຈກາງຂອງບັນດາສະມາຄົມໃນການເຊື່ອມໂຍງ ແລະ ໜູນຊ່ວຍປະຊາຊົນ. ສະຖານທູດ ຈະສືບຕໍ່ສົມທົບກັບບັນດາອົງການພາຍໃນ ແລະ ສ.ເກົາຫຼີ ເພື່ອກໍ່ສ້າງປະຊາຄົມຊາວ ຫວຽດນາມ ເຂັ້ມແຂງ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສ.ເກົາຫຼີ.
ຜູ້ຕາງໜ້າບັນດາສະມາຄົມຄື: ສະມາຄົມໃຫຍ່ຊາວຫວຽດນາມ, ສະຫະພັນແມ່ຍິງຫວຽດນາມ, ສະມາຄົມນັກສຶກສາຫວຽດນາມ, ສະມາຄົມພຸດທະສາສະໜາຫວຽດນາມ ຢູ່ ສ.ເກົາຫຼີ… ໄດ້ແບ່ງປັນບັນດາຄວາມມານະພະຍາຍາມໃນການຈັດຕັ້ງບັນດາການເຄື່ອນໄຫວເຊື່ອມຕໍ່ປະຊາຄົມ, ໂຄສະນາວັດທະນະທໍາຫວຽດນາມ, ໜູນຊ່ວຍຊີວິດດ້ານຈິດໃຈ - ວັດຖຸຂອງຊາວຫວຽດນາມ ຢູ່ຕ່າງປະເທດ, ມຸ່ງໄປເຖິງບ້ານເກີດເມືອງນອນ. ເນື່ອງໃນໂອກາດນີ້, ສະມາຄົມພຸດທະສາສະໜາຫວຽດນາມ ປະຈຳ ສ.ເກົາຫຼີ ໄດ້ມອບເງິນ 2 ລ້ານ ວອນ ເພື່ອໜູນຊ່ວຍປະຊາຊົນແຂວງ ເຫງ້ອານ ເພື່ອຜ່ານຜ່າຜົນຮ້າຍຢ້ອນຫຼັງຈາກພະຍຸເລກ 3.
![]() |
ແມ່ຂາວ ທິກໜືເຢຍແຕັງ ປະທານສະມາຄົມພຸດທະສາສະໜາ ຫວຽດນາມ ປະຈຳ ສ.ເກົາຫຼີ ໄດ້ມອບເງິນ 2.000.000 ວອນ ໂດຍສະມາຄົມພຸດທະສາສະໜາ ຫວຽດນາມ ປະຈຳ ສ.ເກົາຫຼີ ເພື່ອໜູນຊ່ວຍປະຊາຊົນແຂວງ ເຫງ້ອານ ເພື່ອຜ່ານຜ່າຜົນຮ້າຍຢ້ອນຫຼັງຈາກພະຍຸ 3. (ພາບ: ສຳນັກຂາວສ່ານ ຫວຽດນາມ) |
ກ່າວຄຳປາໄສກັບປະຊາຄົມ, ທ່ານ ໂດວັນຈ້ຽນ ໄດ້ສະແດງຄວາມຮູ້ສຶກເມື່ອໄດ້ເຫັນນ້ຳໃຈສາມັກຄີ ແລະ ຄວາມມານະພະຍາຍາມບືນຕົວຂຶ້ນຂອງຊາວຫວຽດນາມ ອາໄສຢູ່ ສ.ເກົາຫຼີ. ທ່ານແບ່ງປັນກ່ຽວກັບບັນດາຜົນສຳເລັດອັນພົ້ນເດັ່ນຂອງປະເທດຊາດ, ພິເສດແມ່ນຂະບວນການປ່ຽນແປງໃໝ່ຮອບດ້ານທີ່ພວມດຳເນີນໄປ, ເນັ້ນໜັກເຖິງນະໂຍບາຍສະເໝີຕົ້ນສະເໝີປາຍຂອງພັກ, ລັດ ທີ່ຍາມໃດກໍ່ຖືຊາວຫວຽດນາມ ອາໄສຢູ່ຕ່າງປະເທດແມ່ນພາກສ່ວນໜຶ່ງທີ່ສຳຄັນຂອງກຸ່ມກ້ອນມະຫາສາມັກຄີທົ່ວປະເທດຊາດ.
ຕອນເຊົ້າວັນທີ 2 ສິງຫາ, ທ່ານ ໂດວັນຈ້ຽນ ແລະ ຄະນະໄດ້ໃຫ້ການຕ້ອນຮັບການນຳເມືອງ Bonghwa (ແຂວງ Gyeongsang ເໜືອ) ແລະ ຜູ້ຕາງໜ້າເຊື້ອສາຍ ຫຼີຮວ່າເຊີນ ເພື່ອຮັບຟັງຄຳແນະນຳກ່ຽວກັບໂຄງການບ້ານ ຫວຽດນາມ ພວມຜັນຂະຫຍາຍຢູ່ທ້ອງຖິ່ນ. ທ່ານຕີລາຄາສູງຄວາມໝາຍດ້ານວັດທະນະທຳ ແລະ ປະຫວັດສາດຂອງໂຄງການ, ຢືນຢັນວ່າ ນີ້ແມ່ນຮູບແບບອັນນັບຖືຢ່າງສູງ, ປະກອບສ່ວນໂຄສະນາພາບພົດຂອງຫວຽດນາມ ຢູ່ ສ.ເກົາຫຼີ, ພ້ອມກັນນັ້ນ ກໍ່ໄດ້ສະເໜີບາງວິທີແກ້ໄຂເພື່ອເສີມຂະຫຍາຍຄວາມສາມາດບົ່ມຊ້ອນພັດທະນາການທ່ອງທ່ຽວ ແລະ ແລກປ່ຽນວັດທະນະທຳລະຫວ່າງ 2 ປະເທດ.
![]() |
ທ່ານ ໂດວັນຈຽນ ໄດ້ໃຫ້ການຕ້ອນຮັບການນຳຂອງເມືອງ Bonghwa (ແຂວງ Gyeongsang ເໜືອ, ສ.ເກົາຫຼີ) ແລະ ຜູ້ຕາງໜ້າເຊື້ອສາຍ ຫຼີຮວ່າເຊີນ. (ພາບ: ສຳນັກຂາວສ່ານ ຫວຽດນາມ) |
ໃນວັນທີ 31 ກໍລະກົດ ແລະວັນທີ 1 ສິງຫາ, ຄະນະຜູ້ແທນໄດ້ມີການເຮັດວຽກກັບທ່ານປະທານສະພາເສດຖະກິດ, ສັງຄົມ ແລະ ແຮງງານ ສ.ເກົາຫຼີ Kwon Gi Seop, ທ່ານຮອງປະທານສະມາຄົມມິດຕະພາບ ສ.ເກົາຫຼີ - ຫວຽດນາມ Lee Sang Seok, ແລະ ທ່ານ ປະທານສະມາຄົມແລກປ່ຽນເສດຖະກິດ - ວັດທະນະທໍາ ສ.ເກົາຫຼີ - ຫວຽດນາມ Kwon Seong Taek. ບັນດາຄູ່ຮ່ວມມື ສ.ເກົາຫຼີ ລ້ວນແຕ່ປາດຖະໜາຢາກສືບຕໍ່ລົງເລິກການພົວພັນຮ່ວມມືຮອບດ້ານກັບ ຫວຽດນາມ, ພິເສດແມ່ນໃນຂົງເຂດເສດຖະກິດ, ວັດທະນະທຳ, ແຮງງານ ແລະ ການແລກປ່ຽນປະຊາຊົນ.
![]() | ມອບຫຼຽນກາລະນຶກ “ເພື່ອສັນຕິພາບ, ມິດຕະພາບລະຫວ່າງບັນດາປະເທດຊາດ” ໃຫ້ແກ່ນັກທຸລະກິດ ສ.ເກົາຫຼີ ທີ່ໄດ້ປະກອບສ່ວນການກຸສົນຫຼາຍຢ່າງໃຫ້ແກ່ຫວຽດນາມ ຍສໝ - ໃນໄລຍະເກືອບ 20 ປີແຫ່ງການດຳລົງຊີວິດ ແລະ ເຮັດວຽກຢູ່ ຫວຽດນາມ, ນອກຈາກການເຄື່ອນໄຫວດຳເນີນທຸລະກິດ, ທ່ານ Jang Chin Hyuk, ປະທານສະພາບໍລິຫານ ບໍລິສັດຫຸ້ນສ່ວນ DK ENC ຫວຽດນາມ ໄດ້ເຂົ້າຮ່ວມ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນກອງທຶນ, ລາຍການກຸສົນ, ຜ່ານນັ້ນ ໜູນຊ່ວຍບັນດາຄອບຄົວທຸກຍາກ, ຜູ້ຖືກເຄາະຮ້າຍຈາກໄພທຳມະຊາດ, ໂລກລະບາດ, ... |
![]() | ຜັນຂະຫຍາຍການເຄື່ອນໄຫວໜູນຊ່ວຍ, ຂົນຂວາຍປະຊາຄົມຊາວ ຫວຽດນາມ ຢູ່ ສ.ເກົາຫຼີ ຍສໝ - ແຕ່ວັນທີ 13-14 ມິຖຸນາ 2025, ຄະນະປະຕິບັດງານຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດໂດຍທ່ານປະທານຄະນະກຳມະການ ຫງວຽນຈຸງກຽນ ນຳໜ້າໄດ້ໄປຢ້ຽມຢາມ ສ.ເກົາຫຼີ ເພື່ອຜັນຂະຫຍາຍການເຄື່ອນໄຫວໜູນຊ່ວຍ ແລະ ຂົນຂວາຍປະຊາຄົມ. ຢູ່ທີ່ນີ້, ຄະນະໄດ້ມີການພົບປະກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດເກືອບ 20 ຄົນ ເຊິ່ງແມ່ນຜູ້ຕາງໜ້າຂອງບັນດາສະມາຄົມໃຫຍ່ ແລະ ຢ້ຽມຢາມບັນດາວິສາຫະກິດທີ່ດີເດັ່ນຂອງ ຫວຽດນາມ. |
ແທັງຮັ່ງ