10:47 | 31/07/2025

ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ​ເຈີ່ນ​ແທງເໝີນ ພົບ​ປະ​ກັບ​ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ລາວ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ບົດ​ບາດ​ຂອງແຂວງ ອານ​ຢາງໃໝ່ ໃນ​ໂຄງ​ປະ​ກອບ​ເສດ​ຖະ​ກິດ​ແຫ່ງ​ຊາດ
ຮ່ວມເດີນທາງ, ຮັບ​ຟັງ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ດ້ວຍ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຢາກ​ນຳ​ບ້ານ​ເກີດ​ເມືອງ​ນອນ - ປະ​ເທດ​ເຂົ້າ​ສູ່​ຍຸກ​ແຫ່ງ​ການ​ເຕີບ​ໂຕ​ຂອງ​ປະ​ເທດ​ຊາດ
ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ​ເຈີ່ນ​ແທງເໝີນ ພົບ​ປະ​ກັບ​ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ລາວ
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈີ່ນແທງເໝີນ ໄດ້ພົບ​ປະ​ກັບ​ທ່ານ​ນາງ ສຸນ​ທອນ ​ໄຊ​ຍະ​ຈັກ ຮອງ​ປະທານ​ສະພາ​ແຫ່ງ​ຊາດ ລາວ. (ພາບ: Doan Tan/TTXVN)

ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ​ເຈີ່ນແທງເໝີນ ​ໄດ້​ສົ່ງ​ຄວາມ​ຢື້​ຢາມ​ຖາມ​ຂ່າວ​ອັນ​ອົບ​ອຸ່ນ​ມາ​ຍັງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ລາວ ທ່ານ ​ໄຊ​ສົມ​ພອນ ພົມວິຫານ ​ແລະ ການ​ນຳ​ຂັ້ນ​ສູງ​ຂອງ​ພັກ ​ແລະ ລັດ ລາວ; ພ້ອມກັນນັ້ນ ໄດ້​ສົ່ງ​ຄຳ​ຢື້​ຢາມ​ຖາມ​ຂ່າວ​ຂອງ​ທ່ານ​ເລຂາທິການ​ໃຫຍ່ ​ໂຕ​ເລີມ, ປະທານ​ປະ​ເທດ ​ເລືອງ​ເກື່ອງ, ທ່ານ​ນາຍົກລັດຖະມົນຕີ ຟ້າ​ມມິ​ງ​ຈິງ​ເຖິງ​ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດລາວ ທອງ​ລຸນ ສີ​ສຸ​ລິດ ​ແລະ ທ່ານ​ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ.

ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ ໄດ້ສະແດງຄວາມຊົມ​ເຊີຍບັນດາຜົນງານ​ດ້ານ​ເສດຖະກິດ - ສັງຄົມ ທີ່ລາວ ບັນລຸໄດ້ໃນ 6 ​ເດືອນ​ຕົ້ນ​ປີ​ນີ້; ຊົມເຊີຍບັນດາໝາກຜົນການຮ່ວມມືນັບມື້ນັບປັບປຸງ, ແໜ້ນແຟ້ນ ແລະ ມີປະສິດທິຜົນລະຫວ່າງສະພາແຫ່ງຊາດສອງປະເທດ, ພິເສດແມ່ນການຜັນຂະຫຍາຍຖະແຫຼງການຮ່ວມ ຫວຽດນາມ - ລາວ ແລະ ສັນຍາລະຫວ່າງ 2 ກົມໃຫຍ່ການເມືອງ ກໍ່ຄືສັນຍາຮ່ວມມືລະຫວ່າງລັດຖະບານ ແລະ ໂຄງການຮ່ວມມືລະຫວ່າງ 2 ສະພາແຫ່ງຊາດ, ປະກອບສ່ວນເຮັດໃຫ້ການພົວພັນແບບພິເສດ ຫວຽດນາມ - ລາວ ເຂົ້າສູ່ລວງເລິກ, ໝັ້ນຄົງ ແລະ ຍືນຍົງ.

ທ່ານປະທານ​ສະພາ​ແຫ່ງ​ຊາດ ກໍ່​ໄດ້​ສົ່ງ​ຄວາມ​ເສົ້າ​ສະຫຼົດ​ໃຈ​ຢ່າງ​ຈິງ​ໃຈ​ມາ​ຍັງ​ປະ​ຊາ​ຊົນ​ລາວ ອ້າຍນ້ອງ, ພິ​ເສດ​ແມ່ນ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ ​ແລະ ຄອບຄົວ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ພາຍຸ Wipha, ໂດຍສະແດງຄວາມຫວັງ​ວ່າ​ປະຊາຊົນ​ລາວ​ຈະ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ໃນ​ປະຈຸ​ບັນ​ໂດຍ​ໄວ.

ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ​ເຈີ່ນ​ແທງເໝີນ ພົບ​ປະ​ກັບ​ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ລາວ
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈີ່ນແທງເໝີນ ໄດ້ພົບ​ປະ​ກັບ​ທ່ານ​ນາງ ສຸນ​ທອນ ​ໄຊ​ຍະ​ຈັກ ຮອງ​ປະທານ​ສະພາ​ແຫ່ງ​ຊາດ ລາວ. (ພາບ: Doan Tan/TTXVN)

ສຳລັບສ່ວນຕົວ, ທ່ານນາງຮອງປະທານສະພາແຫ່ງຊາດລາວ ສຸນທອນ ໄຊຍະຈັກ ກໍ່ໄດ້ສະແດງຄວາມຂອບໃຈອັນພິເສດໃຫ້ຫວຽດນາມ ຍາມໄດກໍ່ສະໜັບສະໜູນ ແລະ ຮ່ວມເດີນທາງກັບລາງ; ຢືນຢັນ​ວ່າ ພັກ, ລັດ ​ແລະ ສະພາ​ແຫ່ງ​ຊາດ ລາວ ຍາມ​ໃດ​ກໍ່​ຖື​ການ​ພົວພັນ​ແບບ​ພິ​ເສດ​ລະຫວ່າງ​ສອງ​ປະ​ເທດ ເປັນສຳຄັນ. ທ່ານນາງ ກໍ່ຊົມເຊີຍບັນດາຜົນງານ ຫວຽດນາມ ບັນລຸໄດ້, ພິເສດແມ່ນການສ້າງໂຄງປະກອບກົງຈັກບໍລິຫານຄືນໃໝ່, ກໍ່ສ້າງອຳນາດການປົກຄອງທ້ອງຖິ່ນ 2 ຊັ້ນ ແລະ ແບ່ງປັນກ່ຽວກັບສະພາບການປະຕິຮູບກົນໄກລັດຖະບານກາງຢູ່ລາວ.

2 ຝ່າຍ​ເຫັນ​ດີເປັນເອກະພາບສືບ​ຕໍ່​ຊຸກຍູ້​ບັນດາ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ​ໃນ​ປີ 2025, ກະກຽມຢ່າງຕັ້ງໜ້າໃຫ້​ແກ່​ການ​ຢ້ຽມຢາມ​ຂອງ​ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ລາວ ມາຍັງ ຫວຽດນາມ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 80 ປີ​ແຫ່ງ​ວັນ​ການ​ປະຕິວັດ​ເດືອນ​ສິງຫາ ​ແລະ ວັນ​ຊາດ (2 ກັນຍາ), ຊຸກຍູ້​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມືລັດຖະສະພາສອງຝ່າຍ ແລະ ຫຼາຍ​ຝ່າຍ, ​ຜັນຂະຫຍາຍຢ່າງຕັ້ງໜ້າການຮຽບຮຽງປື້ມ​ລະ​ນຶກ 50 ປີ​ແຫ່ງ​ການ​ພົວ​ພັນ​ລະ​ຫວ່າງ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ແລະ ລາວ.

ຈຳໜ່າຍປຶ້ມບັນທຶກຄວາມຊົງຈຳ“ຄອບຄົວ, ເພື່ອນ​ມິດ ​ແລະ ປະ​ເທດ” ຂອງ​ອະດີດ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິບິ່ງ ຈຳໜ່າຍປຶ້ມບັນທຶກຄວາມຊົງຈຳ“ຄອບຄົວ, ເພື່ອນ​ມິດ ​ແລະ ປະ​ເທດ” ຂອງ​ອະດີດ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິບິ່ງ

ຍສໝ - ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ປົດ​ປ່ອຍ​ພາກ​ໃຕ້ ​ແລະ ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ, ​ສຳນັກ​ພິມ​ຈຳໜ່າຍການ​ເມືອງ​ແຫ່ງ​ຊາດ ສຶເຖິດ ​ໄດ້​ຈຳໜ່າຍປຶ້ມບັນທຶກຄວາມຊົງຈຳ“ຄອບຄົວ, ເພື່ອນ​ມິດ ​ແລະ ປະ​ເທດ” ຂອງ​ອະດີດ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິບິງ ຄັ້ງ​ທີ 2.

ທ່ານ​ປະທານ​ປະ​ເທດ ເລືອງ​ເກື່ອງ ​ພົບປະເຈລະຈາກັບທ່ານ ​ປະທານາທິບໍດີ ບຣາຊິນ ທ່ານ​ປະທານ​ປະ​ເທດ ເລືອງ​ເກື່ອງ ​ພົບປະເຈລະຈາກັບທ່ານ ​ປະທານາທິບໍດີ ບຣາຊິນ

ຍສໝ - ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ປະທານ​ປະ​ເທດ ເລືອງ​ເກື່ອງ, ທ່ານ​ປະທານນາທິບໍດີ ສາທາລະນະລັດສະຫະພັນ ​ບຣາ​ຊິນ Luiz Inácio Lula da Silva ເປັນນຳໜ້າຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ປະເທດສາທາລະນະລັດສະຫະພັນ ​ບຣາ​ຊິນ ປະຕິບັດການໄປ​ຢ້ຽມ​ຢາມ​ທາງລັດໄປຍັງ ​ຫວຽດ​ນາມ ແຕ່​ວັນ​ທີ 27 – 29 ມີນາ 2025.

ມີງດຶກ

Link: https://huunghivietlao.thoidai.com.vn/detail-article-21063.html

In bài biết