17:07 | 30/07/2025

ບົດຮຽນ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ມໍ​ລະ​ດົກຢູ່ ຫວຽດ​ນາມ ແລະ ລາວ - ບັນດາການແນະ​ນຳນະໂຍບາຍ

ຫວຽດ​ນາມ ປາດ​ຖະ​ໜາ​ຢາກ​ປະ​ກອບ​ສ່ວນ, ຍົກ​ສູງ​ສ​ຽງ​ເວົ້າ ແລະ ບົດ​ບາດ​ຂອງ​ບັນ​ດາ​ປະ​ເທດ​ພວມ​ພັດ​ທະ​ນາ
ເພື່ອນ​ມິດສາ​ກົນສະເໜີຄວາມເຫັນ​ເພື່ອ​ຊ່ວຍ​ຫວຽດ​ນາມ​ພັດ​ທະ​ນາ​ເສດ​ຖະ​ກິດ ແລະ ການ​ຄ້າ Halal

ກອງ​ປະ​ຊຸມສຳມະນາ​ໄດ້​ດຳ​ເນີນ​ເປັນ 2 ກອງ​ປະ​ຊຸມ​ຕົ້ນ​ຕໍ ໂດຍ​ມີ​ຫຼາຍ​ບົດ​ນຳ​ສະ​ເໜີ ແລະ ການ​ແລກ​ປ່ຽນ​ຄວາມ​ເຫັນ​ຢ່າງ​ເລິກ​ເຊິ່ງ, ຫຼາຍ​ດ້ານ.

ທີ່​ກອງ​ປະຊຸມ​ຄັ້ງ​ທຳ​ອິດ, ດ້ວຍ​ເນື້ອ​ໃນ​ຄື: “ບັນດາບົດຮຽນ​ໃນ​ການ​ພັດທະນາ​ເສດຖະກິດ​ມໍລະດົກ​ຫວຽດນາມ ​ແລະ ລາວ” ບັນດາ​ຜູ້​ແທນ​ໄດ້​ສຸມ​ໃສ່​ແບ່ງປັນບັນດາບົດຮຽນ​ໃນ​ການ​ປະຕິບັດ​ຕົວ​ຈິງ​ຂອງ​ສອງ​ປະ​ເທດ; ພ້ອມ​ກັນ​ນັ້ນ, ​ວິ​ເຄາະບັນດາບົດຮຽນຢ່າງລະອຽດຈາກ​ການ​ຫັນ​ກຳລັງ​ແຮງ​ດ້ານ​ມໍລະດົກ​ວັດທະນະທຳ​ເປັນ​ກຳລັງ​ແຮງ​ດ້ານ​ເສດຖະກິດ. ທີ່​ກອງ​ປະຊຸມສຳມະນາ, ບັນດາ​ຜູ້​ແທນ​ຍັງ​ໄດ້​ຮັບ​ຟັງ​ບັນດາ​ປະສົບ​ການ​ອັນ​ລ້ຳ​ຄ່າ​ຈາກ​ບັນດາ​ທ້ອງ​ຖິ່ນ​ຂອງ​ຫວຽດນາມ ຄື: ຮ່າ​ໂນ້ຍ, ນິງບິ່ງ, ກວາງ​ນິງ, ​ເຫ້ວ ​ໃນ​ການ​ຂຸດ​ຄົ້ນ​ບັນດາ​ມໍລະດົກ​ວັດທະນະທຳ​ທີ່​ເປັນວັດຖຸ ແລະ ບໍ່​ເປັນວັດຖຸ ​ເພື່ອ​ຊຸກຍູ້​ການ​ພັດທະນາ​ເສດຖະກິດ​ທ້ອງ​ຖິ່ນ.

ພິເສດ, ການນຳສະເໜີຈາກປະເທດລາວ ໄດ້ໃຫ້ທັດສະນະທີ່ຫຼາກຫຼາຍກ່ຽວກັບປະສົບການການຂຸດຄົ້ນມໍລະດົກໃນສະພາບການສະເພາະຂອງ ສປປ ລາວ; ຈາກ​ການ​ຫັນ​ທ່າແຮງມໍລະດົກ​ວັດທະນະທຳ-ທຳ​ມະ​ຊາດ​ໃຫ້​ກາຍ​ເປັນ​ຊັບພະຍາກອນ​ເສດຖະກິດ, ​ເຖິງ​ສິ່ງ​ທ້າ​ທາຍ​ໃນ​ຍຸກ​ດີ​ຈີ​ຕອນ ​ແລະ ບົດຮຽນ​ໃນ​ການ​ຮັກສາລັກສະນະ​ວັດທະນະທຳ​ຂອງ​ຊາດ. ຕໍ່​ໄປ, ການ​ນຳ​ສະ​ເໜີ​ຍັງ​ໄດ້​ຊີ້​ແຈງ​ເຖິງ​ບັນ​ຫາ​ທີ່​ມີ​ຢູ່, ວິ​ທີ​ແກ້​ໄຂ​ທີ່​ໄດ້ ແລະ ພວມຮັບ​ການຜັນຂະຫຍາຍ, ​ພ້ອມ​ທັງ​ບັນດາບົດຮຽນຈາກ​ບັນ​ດາ​ປະ​ເທດ​ໃນ​ທົ່ວ​ໂລກ.

ບົດຮຽນ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ມໍ​ລະ​ດົກຢູ່ ຫວຽດ​ນາມ ແລະ ລາວ - ບັນດາການແນະ​ນຳນະໂຍບາຍ
ບັນດາຜູ້ແທນເປັນປະທານກອງປະຊຸມສຳມະນາ, ປຶກສາຫາລື. (ພາບ: https://baoninhbinh.org.vn)

ກ່າວ​ຄຳປາໄສບົດສະເໜີ​ທີ່​ກອງ​ປະຊຸມ​ສຳມະນາ ດ້ວຍເນື້ອໃນ​ຂຸດ​ຄົ້ນ​ມໍລະດົກ​ວັດທະນະທຳ​ເພື່ອ​ຊຸກຍູ້​ການ​ພັດທະນາ​ເສດຖະກິດ​ຂອງ​ທ້ອງ​ຖິ່ນ - ປະສົບ​ການ​ຂອງ​ແຂວງ ນິງບິ່ງ, ສະຫາຍ ຟ້າ​ມກວາງ​ຫງອກ, ຮອງ​ເລຂາ​ຄະນະ​ພັກ​ແຂວງ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ຢືນຢັນ​ວ່າ ນີ້​ແມ່ນ​ເຫດການ​ທີ່​ມີ​ຄວາມ​ໝາຍ​ພິ​ເສດ, ​ໄດ້​ຮັບ​ການ​ຈັດ​ຕັ້ງ​ຂຶ້ນ​ໃນ​ຈຸດ​ເວລາ​ອັນ​ເໝາະ​ສົມ​ເມື່ອ​ແຂວງ​ຫາ​ກໍ່​ເຕົ້າ​ໂຮມ​ຈາກ 3 ທ້ອງ​ຖິ່ນ​ທີ່​ອຸດົມສົມບູນ​ໄປ​ດ້ວຍ​ວັດທະນະ​ທຳ ແລະ ປະຫວັດສາດ​ຄື: ຮ່າ​ນາມ, ນາມ​ດິ້ງ ​ແລະ ນິງບິ່ງ. ການຈັດ​ຕັ້ງ​ຄະນະ​ບໍລິຫານ​ງານ​ຄືນ​ໃໝ່​ບໍ່​ພຽງ​ແຕ່​ສ້າງພື້ນຖານພັດທະນາ​ໃໝ່​ເທົ່າ​ນັ້ນ, ຫາກ​ຍັງ​ໄດ້​ເປີດ​ກ້ວາງ​ການ​ເຄື່ອນ​ໄຫວ​ຂຸດ​ຄົ້ນ​ບັນດາ​ຄຸນຄ່າ​ວັດທະນະທຳ-ປະຫວັດສາດ ​ແລະ ທຳ​ມະ​ຊາດ​ຢ່າງ​ມີ​ປະສິດທິ​ຜົນ ​ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ​ມໍລະດົກ, ອຸດສາຫະກຳ​ວັດທະນະທຳ, ນະ​ວັດຕະກຳ, ການທ່ອງທ່ຽວ ​ແລະ ການ​ບໍລິການ.

ຈາກສະພາບຕົວຈິງຂອງທ້ອງຖິ່ນ, ສະຫາຍ ປະທານຄະນະກຳມະການປະຊາຊົນແຂວງ ໄດ້ແບ່ງປັນ 5 ບົດຮຽນໃນການພັດທະນາເສດຖະກິດບົນພື້ນຖານມໍລະດົກຄື: ຄວາມຕັ້ງໃຈທາງດ້ານການເມືອງສູງ, ຊີ້ນຳຊອດທະລຸຈາກແຂວງເຖິງຮາກຖານ, ກຳນົດມໍລະດົກເປັນແຫຼ່ງຊັບພະຍາກອນສູນກາງ, ພ້ອມທັງຊຸກຍູ້ພາກເອກະຊົນເຂົ້າຮ່ວມການອະນຸລັກ ແລະ ພັດທະນາ. ກຳນົດ​ຄຸນຄ່າ​ຫຼັກ, ສ້າງ​ຍຸດ​ທະ​ສາດ​ພັດທະນາຕົວ​ເມືອງ ​ແລະ ​ເສດຖະກິດພາກ​ພື້ນ​ໂດຍ​ອີງ​ໃສ່​ປະຊາຊົນ ​ແລະ ວັດທະນະທຳ, ບໍ່​ມຸ່ງ​ໄປ​ເຖິງ​ຈຸດໝາຍ​ພັດທະນາ​ດ້ວຍທຸກ​ລາຄາ. ສົມທົບ​ກັນລະຫວ່າງການປົກ​ປັກ​ຮັກສາ ​ແລະ ພັດທະນາ​ຢ່າງ​ກົມກຽວ, ມຸ່ງ​ໄປ​ເຖິງ​ການ​ເຕີບ​ໂຕສີ​ຂຽວ, ສ້າງສັນ ​ແລະ ຍືນ​ຍົງ, ກໍ່ສ້າງ​ປະຊາ​ຄົມ “ດຳລົງ​ຊີວິດ​ໃນ​ມໍລະດົກ-ປົກ​ປັກ​ຮັກສາ​ມໍລະດົກ-ຮັບຜົນປະໂຫຍດຈາກມໍລະດົກ”. ເສີມຂະຫຍາຍບົດບາດຂອງຊຸມຊົນ, ສົ່ງເສີມຮູບແບບການຮ່ວມມືລະຫວ່າງພາກລັດ-ເອກະຊົນໃນການຄຸ້ມຄອງມໍລະດົກ, ເຊື່ອມໂຍງການອະນຸລັກເຂົ້າໃນຊີວິດການເປັນຢູ່, ງານບຸນ, ການທ່ອງທ່ຽວ ເພື່ອໃຫ້ປະຊາຊົນເປັນທັງຜູ້ປົກປ້ອງ ແລະ ຜູ້ໄດ້ຮັບຜົນປະໂຫຍດ. ສ້າງ​ເຄື່ອງໝາຍ​ທ້ອງ​ຖິ່ນ​ຕິດ​ພັນ​ກັບ​ມໍລະດົກ​ບົນ​ພື້ນຖານ​ເອກະລັກ ​ແລະ ຄວາມ​ພາກພູມ​ໃຈ,ວາງ​ອອກ​ຢ່າງ​ຈະ​ແຈ້ງ​ຕາມ​ຂະ​ແໜງ​ການ​ຕະຫຼາດ, ຜ່ານ​ນັ້ນ​ສ້າງ​ພື້ນຖານ​ເພື່ອ​ດຶງ​ດູດ​ການ​ລົງທຶນ ​ແລະ ພັດທະນາ​ການທ່ອງທ່ຽວ ​ແລະ ອຸດສາຫະກຳ​ວັດທະນະທຳ.

ສະຫາຍ ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ​ໄດ້​ເນັ້ນ​ໜັກ​ເຖິງ​ສາຍ​ພົວພັນ​ມິດຕະພາບ​ແບບ​ພິ​ເສດ ຫວຽດນາມ - ລາວ ​ແລະ ​ເຊື່ອ​ໝັ້ນ​ວ່າ ກອງ​ປະຊຸມສຳມະນາ ​ຈະ​ປະກອບສ່ວນກຳນົດທິດໃຫ້ການ​ພັດທະນາ​ຢ່າງເຂັ້ມແຂງຂອງ​ແຂວງ ນິງບິ່ງ ​ແລະ ທ້ອງ​ຖິ່ນ​ຂອງ 2 ປະ​ເທດ​ໃນ​ໄລຍະ​ຈະ​ມາ​ເຖິງ.

ບົດຮຽນ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ມໍ​ລະ​ດົກຢູ່ ຫວຽດ​ນາມ ແລະ ລາວ - ບັນດາການແນະ​ນຳນະໂຍບາຍ
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມໂຕະມົນ. (ພາບ: https://baoninhbinh.org.vn)

ທີ່​ກອງ​ປະຊຸມ​ຄັ້ງ​ທີ 2, ບັນດາ​ຜູ້​ແທນ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ທັດສະນະ​ຍຸດ​ທະ​ສາດ, ທິດ​ທາງ ​ແລະ ວິທີ​ແກ້​ໄຂ. ບັນດາ​ບົດ​ສະເໜີ​ໄດ້​ສຸມ​ໃສ່​ວິ​ເຄາະ​ທັດສະນະ​ພື້ນຖານ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ​ແລະ ພັກ​ປະຊາຊົນ​ປະຕິວັດ​ລາວ ກ່ຽວ​ກັບ​ເສດຖະກິດ ​ແລະ ຊັບພະຍາກອນ​ມໍລະດົກ, ກ່ຽວ​ກັບ​ການ​ປົກ​ປັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ມູນ​ຄ່າ​ເສດຖະກິດ​ມໍລະດົກ. ພ້ອມ​ກັນ​ນັ້ນ, ກໍ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ບົດບາດ​ຂອງ​ປະຊາ​ຄົມ​ໃນ​ການ​ພັດທະນາ​ເສດຖະກິດ​ມໍລະດົກ, ກ່ຽວ​ກັບ​ບັນດາ​ສະ​ຖາ​ບັນ ​ແລະ ນະ​ໂຍບາຍ​ທີ່​ສົມບູນ, ​ເປັນ​ທິດ​ທາງ ​ແລະ ວິທີ​ແກ້​ໄຂ​ເພື່ອ​ອະນຸລັກ​ຮັກສາ ​ແລະ ຂຸດ​ຄົ້ນ​ມໍລະດົກ​ວັດທະນະທຳ ​ເພື່ອ​ຊຸກຍູ້​ການ​ພັດທະນາ​ເສດຖະກິດ​ໃນ​ໄລຍະ​ປະຈຸ​ບັນ.

ການໂອ້ລົມສົນທະນາໂຕະມົນແມ່ນຈຸດພົ້ນເດັ່ນທີ່ສຳຄັນ, ເຊິ່ງບັນດານັກວິທະຍາສາດ ແລະ ຊ່ຽວຊານໄດ້ສົມທົບກັນສະເໜີບັນດາຂໍ້ສະເໜີແນະກ່ຽວກັບນະໂຍບາຍຢ່າງລະອຽດ, ແທດຈິງໃຫ້ແກ່ການພັດທະນາເສດຖະກິດມໍລະດົກຢູ່ຫວຽດນາມ ແລະ ລາວ. ບັນດາ​ບັນຫາ​ຄື: ຄວາມສາມາດບົ່ມຊ້ອນ, ຜົນສຳເລັດ, ຂີດຈຳກັດການພັດທະນາ, ຄວາມໄດ້ປຽບ ແລະ ຄວາມຫຍຸ້ງຍາກໃນການຂຸດຄົ້ນ, ເປັນຕົ້ນແມ່ນການເຊື່ອມໂຍງເສດຖະກິດມໍລະດົກກັບຍຸດທະສາດພັດທະນາອຸດສາຫະກຳວັດທະນະທຳໄດ້ຮັບການວິເຄາະຢ່າງລະອຽດ.

ພາຍຫຼັງໜຶ່ງມື້ເຮັດວຽກຢ່າງຮີບດ່ວນ, ໜັກແໜ້ນ, ດ້ວຍຈິດໃຈວິທະຍາສາດ ແລະ ຄວາມຮັບຜິດຊອບສູງ, ກອງປະຊຸມສຳມະນາສາກົນດ້ວຍຫົວຂໍ້ “ພັດທະນາເສດຖະກິດມໍລະດົກ - ບົດຮຽນຂອງຫວຽດນາມ ແລະ ລາວ” ໂດຍສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ສະຖາບັນວິທະຍາສາດສັງຄົມຫວຽດນາມ, ສະຖາບັນການເມືອງບໍລິຫານແຫ່ງຊາດລາວ ແລະ ສະຖາບັນເສດຖະກິດ - ສັງຄົມແຫ່ງຊາດລາວ ສົມທົບກັບແຂວງ ນິງບິ່ງ ຈັດຕັ້ງຢູ່ ນິງບິ່ງ - ​ເຂດ​ປູຊະນີຍະສະຖານ​ບູຮານ​ນະ​ຄະດີ​ກັບ​ເຂດ​ມໍລະດົກ​ຈ່າງ​ອານ​ໄດ້​ຮັບ​ຜົນສຳ​ເລັດ​ຢ່າງ​ຈົບງາມ.

ຕາງໜ້າ​ໃຫ້​ຄະນະ​ຈັດ​ຕັ້ງ​ກອງ​ປະຊຸມສຳມະນາ, ສະຫາຍ ຮສ.ປອ ດວານ​ມິງຮ໋ວນ, ກຳມະການ​ສູນ​ກາງ​ພັກ, ຮອງ​ຜູ້​ອຳ​ນວຍ​ການ​ຜູ້ປະຈຳສະຖາບັນການ​ເມືອງ​ແຫ່ງ​ຊາດ ​ໂຮ່ຈີ​ມິນ ​ໄດ້​ກ່າວ​ຄຳ​ປາ​ໄສ​ປິດ​ກອງ​ປະຊຸມ. ສະຫາຍກ່າວວ່າ ດ້ວຍ​ຈິດ​ໃຈວິຊາການສຶກສາຢ່າງ​ຈິງ​ໃຈ ​ແລະ ​ເປີດ​ກ້ວາງ, ກອງ​ປະຊຸມ​ວິທະຍາສາດ​ສາກົນ “​ພັດທະນາ​ເສດຖະກິດ​ມໍລະດົກ: ບົດຮຽນ​ຂອງ ຫວຽດນາມ - ລາວ” ​ໄດ້​ຮັບ​ຜົນສຳ​ເລັດ​ຢ່າງ​ຈົບງາມ, ປະກອບສ່ວນ​ຫຼາຍ​ດ້ານ​ດ້ານ​ທິດ​ສະ​ດີ ​ແລະ ພາກ​ປະຕິບັດ​ຢ່າງ​ເລິກ​ເຊິ່ງ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ​ມໍລະດົກ​ຫວຽດນາມ - ລາວ ​ແລະ ​ໄດ້​ສະ​ເໜີ​ຫຼາຍ​ຂໍ້​ສະ​ເໜີ​ແນະ​ສຳຄັນ​ໃຫ້​ສອງ​ຝ່າຍ ​ແລະ ສອງ​ລັດ ​ໃນ​ການ​ຮ່ວມ​ມື​ພັດທະນາ​ຂະ​ແໜງ​ເສດຖະກິດ​ນີ້. ບັນດາ​ບັນຫາ​ວິທະຍາສາດ​ທີ່​ໄດ້​ຮັບ​ການ​ຄົ້ນຄວ້າ​ຢ່າງ​ເລິກ​ເຊິ່ງຢ່າງ​ເປັນ​ລະບົບ ​ແລະ ຮອບດ້ານ​ທີ່​ກອງ​ປະຊຸມ​ຈະ​ກາຍ​ເປັນ​ເອກະສານ​ທີ່​ມີ​ຄຸນ​ຄ່າ, ບັນດາ​ຂໍ້​ໂຕ້​ຖຽງ​ວິທະຍາສາດ​ສຳຄັນ​ເພື່ອ​ແນ​ໃສ່​ກຳນົດ​ທິດ​ຍຸດ​ທະ​ສາດ​ພັດທະນາ​ເສດຖະກິດ​ມໍລະດົກ​ໃນ​ໄລຍະ​ຈະ​ມາ​ເຖິງ​ຂອງ​ສອງ​ປະ​ເທດ.

ເນັ້ນໜັກວ່າ: ກອງປະຊຸມໄດ້ປຶກສາຫາລືບັນຫາໃໝ່ຢ່າງກ້ວາງຂວາງ ແຕ່ເລິກເຊິ່ງ, ຮຽກຮ້ອງໃຫ້ກອງປະຊຸມສຳມະນາສືບຕໍ່ເຮັດຄວາມກະຈ່າງແຈ້ງ, ຜ່ານນັ້ນຄົ້ນຄວ້າ ແລະ ສະເໜີກອບທິດສະດີ ກໍ່ຄືບັນດາຂໍ້ສະເໜີແນະກ່ຽວກັບນະໂຍບາຍປະຕິບັດຕົວຈິງ, ທ່ານ ຢືນຢັນວ່າ ກອງປະຊຸມແມ່ນຈຸດເລີ່ມຕົ້ນເພື່ອສືບຕໍ່ຜັນຂະຫຍາຍບັນດາຮູບແບບເສດຖະກິດມໍລະດົກໃນໄລຍະຈະມາເຖິງ; ພ້ອມ​ກັນ​ນັ້ນ, ກໍ​ເປັນ​ການ​ສະ​ແດງ​ໃຫ້​ເຫັນ​ຄວາມ​ຕັດສິນ​ໃຈ​ຂອງ 4 ອົງການ​ປະສານ​ງານ ​ແລະ ​ແຂວງ​ນິງບິ່ງ ​ໃນ​ການ​ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື ​ແລະ ພັດທະນາ​ຢ່າງ​ແໜ້ນ​ແຟ້ນລະຫວ່າງ ຫວຽດນາມ ​ແລະ ລາວ ບໍ່​ພຽງ​ແຕ່​ໃນ​ຂົງ​ເຂດ​ເສດຖະກິດ​ມໍລະດົກ​ເທົ່າ​ນັ້ນ ຫາກ​ຍັງ​ໃນ​ຫຼາຍ​ຂົງ​ເຂດ ​ແລະ ​ເສດຖະກິດ​ອີກ​ດ້ວຍ, ປະກອບສ່ວນ​ເພີ່ມ​ທະວີ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ຫວຽດນາມ - ລາວ ​ໃນ​ໄລຍະ​ໃໝ່.

ກ່າວ​ຄຳປາໄສ​ທີ່ຮັບໜ້າທີ່, ທ່ານ ປອ. ກອງແຂ້ວ​ ໄຊ​ຊົງ​ຄຳ, ກຳມະການ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ, ປະທານ​ສະ​ຖາ​ບັນ​ວິທະຍາສາດ​ເສດຖະກິດ ​ແລະ ສັງຄົມ​ແຫ່ງ​ຊາດ​ລາວ ​ໄດ້​ຮັບ​ຄວາມ​ເຄົາລົບ​ນັບຖື​ຕໍ່​ວຽກ​ງານ​ຈັດ​ຕັ້ງ​ກອງ​ປະຊຸມ​ວິທະຍາສາດ​ສາກົນ​ປີ 2026 ດ້ວຍ​ຫົວ​ຂໍ້​ວ່າ “ກໍ່ສ້າງ ​ແລະ ພັດທະນາ​ເສດຖະກິດ​ເອກະລາດ ​ແລະ ​ເປັນ​ເຈົ້າ​ຕົນ​ເອງ​ໃນ​ສະພາບ​ການ​ໃໝ່​ຂອງ​ຫວຽດນາມ - ລາວ. ທ່ານ​ຢືນຢັນ​ວ່າ ນີ້​ແມ່ນ​ກຽດ​ສັກ​ສີ​ອັນ​ໃຫຍ່​ຫຼວງ ​ແລະ ທ່ານ​ຈະ​ຮັບ​ເອົາ​ຄວາມ​ຮັບຜິດຊອບ​ດ້ວຍ​ຄວາມ​ຮັບ​ຜິດ​ຊອບ​ຢ່າງ​ສູງ​ສຸດ.

ທ່ານ ປອ. ກອງແຂ້ວ​ ໄຊ​ຊົງ​ຄຳ ໄດ້ສະແດງຄວາມເຄົາລົບນັບຖື ເຊີນບັນດາພາກສ່ວນ ສືບຕໍ່ເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງຕໍ່ໄປ ທີ່ນະຄອນຫຼວງວຽງຈັນ, ລາວ, ຖືເປັນໂອກາດ ຮັດແໜ້ນສາຍພົວພັນ ຄວາມສາມັກຄີ, ຄວາມຮັກແພງ ລະຫວ່າງ ສອງພັກ, ສອງລັດ, ດັ່ງຄຳເວົ້າຂອງບັນພະບຸລຸດວ່າ: “ພູຜາປ່າດົງ ແມ່ນ້ຳຂອງ ຍາມໃດກໍ່ແຫ້ງແລ້ງ, ແຕ່ສາຍພົວພັນ ຫວຽດນາມ-ລາວ ໝັ້ນຄົງກວ່າ ພູຜາແມ່ນ້ຳຂອງ”. ທ່ານ​ກ່າວ​ເນັ້ນ​ວ່າ ນີ້​ແມ່ນ​ການ​ສະ​ແດງ​ໃຫ້​ເຫັນ​ສາຍ​ພົວພັນ​ແບບ​ພິ​ເສດ​ລະຫວ່າງ​ສອງ​ປະ​ເທດ, ຝ່າຍ​ລາວ​ພ້ອມ​ແລ້ວ​ທີ່​ຈະ​ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ໃຫ້​ນັບ​ມື້​ນັບ​ແໜ້ນ​ແຟ້ນ ​ແລະ ​ເລິກ​ເຊິ່ງ. ພ້ອມ​ທັງ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ​ຈະ​ກະກຽມ​ຢ່າງ​ລະມັດລະວັງ​ດ້ວຍ​ຄວາມ​ມານະ​ພະຍາຍາມ​ສູງ​ສຸດ​ເພື່ອ​ໃຫ້​ກອງ​ປະຊຸມ​ບັນລຸ​ເປົ້າ​ໝາຍ​ທີ່​ໄດ້​ວາງ​ໄວ້, ມີ​ເນື້ອ​ໃນ​ເລິກ​ເຊິ່ງ, ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດຕົວ​ຈິງ​ໃຫ້​ແກ່​ພາກສ່ວນ​ທີ່​ເຂົ້າ​ຮ່ວມ, ​ແລະ ເຊື່ອ​ໝັ້ນ​ວ່າ​ຈະ​ສືບ​ຕໍ່​ໄດ້​ຮັບ​ການ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນຈາກ 4 ອົງການ​ຮ່ວມ​ມື.

ຫວຽດ​ນາມ ຢັ້ງ​ຢືນ​ເອົາ​ໃຈ​ໃສ່​ເຖິງ​ການ​ພັດ​ທະ​ນາ​ການ​ຮ່ວມ​ມື​ໃນ​ການ​ໝູນ​ໃຊ້ AI ຫວຽດ​ນາມ ຢັ້ງ​ຢືນ​ເອົາ​ໃຈ​ໃສ່​ເຖິງ​ການ​ພັດ​ທະ​ນາ​ການ​ຮ່ວມ​ມື​ໃນ​ການ​ໝູນ​ໃຊ້ AI

ຍສໝ - ແຕ່ວັນທີ 10 ຫາວັນທີ 12 ກຸມພາ, ທ່ານ ບຸ່ຍຮວ່າງເຟືອງ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະສື່ສານຫວຽດນາມ ໄດ້ນຳໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດການກະທໍາກ່ຽວກັບປັນຍາປະດິດ (AI) ຢູ່ນະຄອນຫຼວງປາຣີ, ປະເທດຝຣັ່ງ.

ປ່ຽນແປງໃໝ່ວິທີເຂົ້າເຖິງ​ໃນ​ການ​ພັດ​ທະ​ນາ​ການ​ພົວ​ພັນ​ປະ​ຊາ​ຊົນ​ຫວຽດ​ນາມ - ລາວ ປ່ຽນແປງໃໝ່ວິທີເຂົ້າເຖິງ​ໃນ​ການ​ພັດ​ທະ​ນາ​ການ​ພົວ​ພັນ​ປະ​ຊາ​ຊົນ​ຫວຽດ​ນາມ - ລາວ

ຍສໝ -​ ວັນທີ 13 ມັງກອນ, ຢູ່ຮ່າໂນ້ຍ, ສະມາຄົມມິດຕະພາບ ຫວຽດນາມ - ລາວ ໄດ້ຈັດຕັ້ງກອງປະຊຸມຄະນະບໍລິຫານງານ ຄັ້ງທີ 2, ຊຸດທີ 5 ເພື່ອສະຫຼຸບ, ຕີລາຄາວຽກງານໃນປີ 2024 ແລະ ວາງອອກທິດທາງ, ໜ້າທີ່ໃນປີ 2025.

ມີງດຶກ

Link: https://huunghivietlao.thoidai.com.vn/detail-article-21061.html

In bài biết