ກຸ່ມບໍລິສັດ Google ພ້ອມແລ້ວທີ່ຈະຮ່ວມເດີນທາງກັບ ຫວຽດນາມ ໃນການຫັນເປັນດີຈີຕອນ
ຕອນບ່າຍວັນທີ 17 ກໍລະກົດ, ຢູ່ຮ່າໂນ້ຍ, ທ່ານສາດສະດາຈານ, ປ.ອ ຫງວຽນຊວັນທັ້ງ ຜູ້ອຳນວຍການສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ປະທານສະພາທິດສະດີສູນກາງ ໄດ້ມີການເຮັດວຽກກັບທ່ານ Doron Avnin ຮອງປະທານກຸ່ມບໍລິສັດ Google ຜູ້ຮັບຜິດຊອບການພົວພັນລະຫວ່າງ ລັດຖະບານ ແລະ ນະໂຍບາຍພາກລັດທີ່ ໃຫ້ແກ່ບັນດາຕະຫຼາດຫາກໍ່ພົ້ນເດັ່ນຂຶ້ນ.
![]() |
ທ່ານສາດສະດາຈານ, ປ.ອ ຫງວຽນຊວັນທັ້ງ ຜູ້ອຳນວຍການສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ປະທານສະພາທິດສະດີສູນກາງ ເຮັດວຽກກັບທ່ານ Doron Avnin ຮອງປະທານກຸ່ມບໍລິສັດ Google (ພາບ: vov1) |
ທີ່ການເຮັດວຽກ, ທ່ານ ຫງວຽນຊວັນທັງ ສະເໜີສະຖາບັນຈະຮ່ວມມືກັບກຸ່ມບໍລິສັດ Google ເພື່ອສ້າງຮູບແບບບຳລຸງສ້າງ Ai ຮອບດ້ານ, ເໝາະສົມກັບສະພາບຕົວຈິງ ຫວຽດນາມ, ຕອບສະໜອງຄວາມຕ້ອງການໃນທຸກລະດັບທີ່ແຕກຕ່າງກັນ: ນັບແຕ່ການເຜີຍແຜ່ຄວາມຮູ້ກ່ຽວກັບຄວາມສາມາດດ້ານດີຈີຕອນ, ຄວາມສາມາດໃນການນຳໃຊ້ Ai ຢ່າງມີປະສິດທິຜົນໃຫ້ແກ່ພະນັກງານການນຳ, ຄຸ້ມຄອງ, ພະນັກງານຮາກຖານ, ຕະຫຼອດຮອດບັນດາໂຄງການລົງເລິກວິຊາສະເພາະ ທີ່ສະຫງວນໃຫ້ແກ່ບັນດາພະນັກງານການນຳ ແລະ ນັກຊ່ຽວຊານເຕັກໂນໂລຢີໃນລະບົບການເມືອງ
ສ່ວນກຸ່ມບໍລິສັດ Google, ທ່ານ Doron Avnin ຕີລາຄາສູງວິໄສທັດຍຸດທະສາດຂອງ ຫວຽດນາມ, ເປັນຕົ້ນແມ່ນໃນການຜັນຂະຫຍາຍບັນດາແຜນນະໂຍບາຍ, ມະຕິໃຫຍ່ຂອງພັກ, ຄືມະຕິເລກທີ 57 ກ່ຽວກັບການພັດທະນາວິທະຍາສາດ, ເຕັກໂນໂລຢີ ແລະ ນະວັດຕະກຳ. ທ່ານ ຢັ້ງຢືນກຸ່ມບໍລິສັດ Google ຍາມໃດກໍ່ກຽມພ້ອມຈະຮ່ວມເດີນທາງກັບ ຫວຽດນາມ ໃນວິວັດການຫັນເປັນດີຈີຕອນ, ພິເສດແມ່ນໃນຂົງເຂດການສຶກສາ ແລະ ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ.
![]() | ການຮ່ວມມືດ້ານເສດຖະກິດ ຫວຽດນາມ - ສິງກະໂປ: ກຳລັງໜູນຈາກການຫັນເປັນດິຈິຕອນ ແລະ ເສດຖະກິດສີຂຽວ ຍສໝ - ວັນທີ 1 ຕຸລາ, ຢູ່ ນະຄອນໂຮ່ຈີມິນ (HCMC), ສະມາຄົມມິດຕະພາບ ຫວຽດນາມ - ສິງກະໂປ ໂດຍມີການສົມທົບ, ໜູນຊ່ວຍຂອງກົງສຸນໃຫຍ່ ສິງກະໂປ ປະຈໍາ ນະຄອນໂຮ່ຈີມິນ ໄດ້ຈັດຕັ້ງລາຍການ “ເຊື່ອມຕໍ່ການຊຸກຍູ້ການຄ້າ, ການລົງທຶນ ຫວຽດນາມ - ສິງກະໂປ”. ນີ້ແມ່ນເວທີປາໄສເພື່ອຊ່ວຍໃຫ້ວິສາຫະກິດຂອງທັງສອງປະເທດກຳແໜ້ນທ່າອ່ຽງດຳເນີນທຸລະກິດໃໝ່, ຊອກຫາຄູ່ຮ່ວມມື ... |
![]() | ຫວຽດນາມ - ລາວ: ເພີ່ມທະວີການຮ່ວມມືດ້ານການຫັນເປັນດີຈີຕອນ, ປະຕິຮູບລະບຽບການການບໍລິຫານ ແລະ ສື່ສານ ຍສໝ - ວັນທີ 4 ມິຖຸນາ, ໃນຂອບເຂດການຜັນຂະຫຍາຍບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືລະຫວ່າງກະຊວງແຮງງານ ແລະ ສະຫວັດດິການສັງຄົມ ລາວ ແລະ ອົງການປະກັນສັງຄົມ ຫວຽດນາມ, ຄະນະປະຕິບັດງານຂອງອົງການປະກັນສັງຄົມ ຫວຽດນາມ, ໂດຍທ່ານຮອງຜູ້ອຳນວຍການໃຫຍ່ ຈຸ່ແມ້ງຊິງ ເປັນຫົວໜ້າໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບອົງການປະກັນສັງຄົມແຫ່ງຊາດ ລາວ (LSSO). |
ມີງດຶກ