ເພີ່ມທະວີ, ຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງບັນດາທ້ອງຖິ່ນຂອງສອງປະເທດ ຫວຽດນາມ - ຈີນ
![]() | ເຊື່ອມຕໍ່ ຫວຽດນາມ ແລະ ຈີນ ຜ່ານການປູກຕົ້ນໄມ້ມິດຕະພາບ |
![]() | ເປີດຕົວປຶ້ມ ແລະ ຮູບເງົາກ່ຽວກັບນ້ຳໃຈມິດຕະພາບ ຈີນ - ຫວຽດນາມ |
ຕອນບ່າຍວັນທີ 16 ກໍລະກົດນີ້, ຢູ່ຮ່າໂນ້ຍ, ທ່ານຟານແອງເຊີນ, ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນວຽກງານການຕ່າງປະເທດເຂດປົກຄອງຕົນເອງເຜົ່າ ຈວ້າງກວາງຊີ, ຈີນ ນຳໂດຍທ່ານ Wei Ran, ຫົວໜ້າຫ້ອງການການຕ່າງປະເທດ, ປະທານສະມາຄົມມິດຕະພາບກັບຕ່າງປະເທດປະຊາຊົນເຂດປົກຄອງຕົນເອງເຜົ່າ ຈ້ວງກວາງຊີ, ຈີນ ເປັນຫົວໜ້າຄະນະໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
![]() |
ພາບລວມຂອງການຕ້ອນຮັບຄະນະຜູ້ແທນການຕ່າງປະເທດເຂດປົກຄອງຕົນເອງເຜົ່າ ຈ້ວງກວາງຊີ, ຈີນ. (ພາບ: ແຄັງລານ) |
ທີ່ການຕ້ອນຮັບ, ທ່ານປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ຟານແອັງເຊີນ ໄດ້ສະແດງຄວາມຍິນດີຕ້ອນຮັບຄະນະຜູ້ແທນວຽກງານການຕ່າງປະເທດເຂດປົກຄອງຕົນເອງເຜົ່າ ຈ້ວງກວາງຊີ, ຈີນ ມາຢ້ຽມຢາມ ແລະ ເຮັດວຽກ ຢູ່ຫວຽດນາມ.
ເນັ້ນໜັກວ່າ ປີ 2025 ແມ່ນປີພິເສດທີ່ຫວຽດນາມ ແລະ ຈີນ ພວມຜັນຂະຫຍາຍບັນດາການເຄື່ອນໄຫວສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຈີນ, ທ່ານປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ຟານແອັງເຊີນ ຖືວ່າ: ການຢ້ຽມຢາມ ຫວຽດນາມ ຄັ້ງນີ້ແມ່ນໂອກາດດີເພື່ອໃຫ້ສອງປະເທດສົມທົບກັນຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ - ຈີນ ເວົ້າລວມ ແລະ ການພົວພັນທາງການທູດລະຫວ່າງ 2 ປະເທດ ເວົ້າສະເພາະ.
ແບ່ງປັນກ່ຽວກັບຈຸດປະສົງຂອງການຢ້ຽມຢາມ ຫວຽດນາມ ຄັ້ງນີ້, ທ່ານ Wei Ran, ຫົວໜ້າຫ້ອງການການຕ່າງປະເທດ, ປະທານສະມາຄົມມິດຕະພາບກັບຕ່າງປະເທດເຂດປົກຄອງຕົນເອງເຜົ່າ ຈ້ວງກວາງຊີ, ຈີນ ໃຫ້ຮູ້ວ່າ: ການຢ້ຽມຢາມຫວຽດນາມຄັ້ງນີ້ຂອງຄະນະເພື່ອແນໃສ່ສະຫຼຸບ ແລະ ປະຕິບັດບັນດາທິດທາງສຳຄັນທີ່ການນຳຂັ້ນສູງຂອງສອງປະເທດບັນລຸໄດ້ ກໍ່ຄືບັນດາເນື້ອໃນທີ່ທ່ານເລຂາທິການໃຫຍ່ຄະນະພັກເຂດກວາງຊີ, ຈີນ ເຈີ່ນເກືອງ ໄດ້ເຫັນດີເປັນເອກະສັນກັນໃນການຢ້ຽມຢາມຫວຽດນາມ ເມື່ອບໍ່ດົນມານີ້.
ນອກຈາກນີ້, ໃນຂອບເຂດການຢ້ຽມຢາມຄັ້ງນີ້, ຄະນະຜູ້ແທນຍັງຫວັງຈະປຶກສາຫາລືບັນດາມາດຕະການເພື່ອເພີ່ມທະວີ, ຊຸກຍູ້ການພົວພັນ, ຮ່ວມມືລະຫວ່າງແຂວງກວາງຊີ, ຈີນ ກັບ ບັນດາທ້ອງຖິ່ນຂອງຫວຽດນາມ, ປະກອບສ່ວນສ້າງປະຊາຄົມແບ່ງປັນອະນາຄົດທີ່ມີຄວາມໝາຍຍຸດທະສາດລະຫວ່າງຈີນ - ຫວຽດນາມ.
ຕາມທ່ານ Wei Ran ແລ້ວ, ຫວ່າງມໍ່ໆມານີ້, ຫວຽດນາມ ໄດ້ສ້າງໂຄງປະກອບກົງຈັກການຈັດຕັ້ງຄືນໃໝ່ ແລະ ສົມທົບກັບບັນດາຫົວໜ່ວຍບໍລິຫານຕາມທິດທາງກະທັດລັດຫຼາຍກວ່າໃນໄລຍະຜ່ານມາ. ນີ້ແມ່ນກຳລັງວາງອອກບັນດາຂໍ້ກຳນົດໃໝ່ທີ່ຕ້ອງໄດ້ຮັບການແກ້ໄຂໃຫ້ແກ່ການພົວພັນຂັ້ນທ້ອງຖິ່ນລະຫວ່າງຈີນ-ຫວຽດນາມ, ພິເສດແມ່ນລະຫວ່າງບັນດາທ້ອງຖິ່ນຂອງຫວຽດນາມ ທີ່ໄດ້ສ້າງການພົວພັນຄູ່ຮ່ວມມືຮອບດ້ານກັບບັນດາທ້ອງຖິ່ນຂອງຈີນ.
![]() |
ທ່ານປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ຟານແອັງເຊີນ (ຊ້າຍ) ແລະ ທ່ານ Wei Ran, ຫົວໜ້າຫ້ອງວ່າການກະຊວງການຕ່າງປະເທດ, ປະທານສະມາຄົມມິດຕະພາບປະຊາຊົນຕ່າງປະເທດເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ, ຈີນ ໄດ້ມອບຂອງຂວັນທີ່ລະນຶກ. (ພາບ: ສຳນັກຂ່າວສານ ຫວຽດນາມ) |
ກວດກາຄືນບັນດາຂີດໝານ, ບັນດາເຫດການທາງການທູດທີ່ສຳຄັນລະຫວ່າງ 2 ປະເທດໃນໄລຍະມໍ່ໆມານີ້, ທ່ານປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ຟານແອັງເຊີນ ຖືວ່າ, ການປະຕິບັດຈິດໃຈການຊີ້ນໍາຂອງບັນດາການນໍາຂັ້ນສູງ 2 ປະເທດ, ການພົວພັນທາງການທູດຂອງປະຊາຊົນ ຍາມໃດກໍ່ຖືວ່າແມ່ນໜຶ່ງໃນບັນດາຊ່ອງທາງການທູດສໍາຄັນທີ່ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ການພົວພັນຫວຽດນາມ - ຈີນ. ສະນັ້ນ, ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ຍາມໃດກໍ່ມານະພະຍາຍາມຊຸກຍູ້, ເພີ່ມພູນຄູນສ້າງ ແລະ ກໍ່ສ້າງສາຍພົວພັນມິດຕະພາບອັນດີງາມລະຫວ່າງປະຊາຊົນສອງປະເທດ ຫວຽດນາມ - ຈີນ.
ກ່ຽວກັບເຖິງບັນຫາການສັບຊ້ອນໂຄງປະກອບການຈັດຕັ້ງຄືນໃໝ່ ແລະ ສົມທົບກັບບັນດາຫົວໜ່ວຍບໍລິຫານ, ທ່ານປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ຟານແອງເຊີນ ຢືນຢັນວ່າ: ນີ້ແມ່ນໄລຍະທີ່ຫວຽດນາມ ພວມຜັນຂະຫຍາຍບັນດາບາດກ້າວການສັບຊ້ອນ, ກະທັດກົງຈັກການຈັດຕັ້ງ ເພື່ອແນໃສ່ເສີມຂະຫຍາຍປະສິດທິຜົນ, ນຳມາເຊິ່ງຜົນປະໂຫຍດໃຫ້ປະຊາຊົນທຸກຊັ້ນວັນນະ.
ກ່ຽວກັບບັນດາຮູບການຊຸກຍູ້ການຮ່ວມມືລະຫວ່າງບັນດາທ້ອງຖິ່ນຂອງສອງປະເທດໃນສະພາບການໃໝ່, ທ່ານປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ຟານແອັງເຊີນ ໄດ້ສະເໜີບັນດາຮູບແບບໃຫ້ແຂວງ ກວາງຊີ, ອີງຕາມສະພາບຕົວຈິງ ສາມາດທາບທາມ ແລະ ນຳໃຊ້.
ນອກຈາກນັ້ນ, ບັນດາທ້ອງຖິ່ນຂອງຈີນ ຍັງສາມາດຜ່ານສະຫະພັນບັນດາອົງການມິດຕະພາບຫວຽດນາມ ເພື່ອເຊື່ອມຕໍ່ກັບບັນດາອົງການທ້ອງຖິ່ນຂອງຫວຽດນາມ ແນໃສ່ສືບຕໍ່ຮັກສາການພົວພັນມິດຕະພາບແຮກສ່ຽວ...
ຕາມນັ້ນແລ້ວ, ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ຍາມໃດກໍ່ພ້ອມແລ້ວທີ່ຈະສົມທົບກັບບັນດາອົງການທ້ອງຖິ່ນຂອງຈີນ ເພື່ອຮັກສາການພົວພັນແຮກສ່ຽວລະຫວ່າງບັນດາທ້ອງຖິ່ນຂອງສອງປະເທດ. ນີ້ກໍແມ່ນໜຶ່ງໃນບັນດາບົດບາດ ແລະ ໜ້າທີ່ສຳຄັນຂອງສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໃນການເພີ່ມທະວີ ແລະ ຊຸກຍູ້ການພົວພັນໃນຊ່ອງທາງການທູດກັບປະເທດບ້ານໃກ້ເຮືອນຄຽງ ຈີນ.
ເຫັນດີກັບບັນດາຂໍ້ສະເໜີຂອງປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ, ທ່ານ Wei Ran ໃຫ້ຮູ້ວ່າ " ບັນດາຂໍ້ສະເໜີນີ້ລ້ວນແຕ່ມີຈຸດປະສົງດຽວກັນເພື່ອຊ່ວຍເພີ່ມທະວີ, ຊຸກຍູ້ການຮ່ວມມືລະຫວ່າງບັນດາທ້ອງຖິ່ນຂອງສອງປະເທດ, ປະກອບສ່ວນເພີ່ມພູນຄູນສ້າງການພົວພັນລະຫວ່າງຈີນ-ຫວຽດນາມ. ຄະນະປະຕິບັດງານຈະສະຫຼຸບ ແລະ ລາຍງານຄືນໃຫ້ບັນດາການນຳຂັ້ນສູງເພື່ອມີຄຳເຫັນນຳໃຊ້ບັນດາຮູບການທີ່ເໆາະສົມທີ່ສຸດກັບສະພາບການຕົວຈິງຂອງທ້ອງຖິ່ນ".
![]() | ຊຸກຍູ້ຄວາມສາມາດບົ່ມຊ້ອມໃນການຮ່ວມມືດ້ານການທ່ອງທ່ຽວລະຫວ່າງ ຫວຽດນາມ ແລະ ກວາງຊີ, ຈີນ ຍສໝ - ຫວ່າງມໍ່ໆມານີ້, ເຫດການ “ກວາງຊີ ສວຍງາມ - ພົບປະແລກປ່ຽນວັດທະນະທຳ ແລະ ໂຄສະນາການທ່ອງທ່ຽວ ກວາງຊີ, ຈີນ” ໄດ້ໄຂຂຶ້ນຢູ່ ຮ່າໂນ້ຍ, ເຊິ່ງໄດ້ເປີດກາລະໂອກາດໃໝ່ໃນການຮ່ວມມືດ້ານການທ່ອງທ່ຽວ ແລະ ແລກປ່ຽນວັດທະນະທຳລະຫວ່າງ ຫວຽດນາມ - ຈີນ. |
![]() | ໂຄສະນາວັດທະນະທຳ ແລະ ອາຫານການກິນ ຫວຽດນາມ ຢູ່ ຮົງກົ່ງ ແລະ ມາກາວ (ຈີນ) ຍສໝ - ງານບຸນແລກປ່ຽນວັດທະນະທຳ ອາຊີ ຢູ່ເຂດປົກຄອງພິເສດ ຮົງກົ່ງ (ຈີນ) ແລະ ງານບຸນວັດທະນະທຳອາຫານການກິນປະຈຳປີ ຄັ້ງທີ 24 ຢູ່ເຂດປົກຄອງພິເສດ ມາກາວ (ຈີນ) ພວມດຳເນີນ ແລະ ມີການເຂົ້າຮ່ວມຂອງບັນດາຮ້ານແນະນຳໂຄສະນາວັດທະນະທຳ, ອາຫານ ຫວຽດນາມ. |
ແທັງຮັ່ງ