11:22 | 18/07/2025

ໄຂເປີດຄ້າຍພັກແລ້ງຫວຽດນາມ 2025: ສືບ​ຕໍ່​ເລື່ອງ​ສັນຕິພາບ

ອົງຄະນະພັກສະຫະພັນບັນດາອົງການມິດຕະພາບຫວຽດນາມ ອາຍຸການ 2025 - 2030: ສືບ​ຕໍ່​ນະວັດຕະກໍາ, ຫັນເປັນມືອາຊີບ, ສ້າງພື້ນຖານການທູດປະຊາຊົນມີຄວາມກ້າຫານ, ທັນສະໄຫມ ແລະ ມີປະສິດຕິພາບ
ປະກອບສ່ວນ​ສືບ​ຕໍ່​ນຳການ​ພົວພັນ​ລະຫວ່າງ​ ຫວຽດນາມ - ລາວ ພັດທະນາຢ່າງບໍ່ຢຸດຢັ້ງ

ກ່າວ​ຄຳປາໄສ​ທີ່​ພິທີ​ໄຂເປີດ, ທ່ານນາງ ​ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ​ເລ​ທິທູ​ຮັ່ງ ​ເນັ້ນ​ໜັກ​ວ່າ ຄ້າຍພັກແລ້ງຫວຽດນາມ 2025 ດ້ວຍ​ຫົວ​ຂໍ້ “ຮ່ວມ​ກັນ​ສືບ​ຕໍ່​ຂຽນ​ເລື່ອງ​ສັນຕິພາບ” ​ແມ່ນ​ຂ່າວ​ສານ​ເຖິງ​ລຸ້ນໜຸ່ມ, ພິ​ເສດ​ແມ່ນ​ລຸ້ນໜຸ່ມ​ຊາວ​ຫວຽດນາມ ຢູ່​ຕ່າງປະ​ເທດ ດ້ວຍ​ຄວາມ​ຫວັງ​ຈະ​ພ້ອມ​ກັບ​ປະ​ເທດ, ​ເພີ່ມ​ທະວີ​ຄວາມ​ສາມັກຄີ, ສົມທົບ​ກັນ​ນຳ​ປະ​ເທດ​ຊາດ​ພັດທະນາ​ຢ່າງ​ເຂັ້ມແຂງໃນ​ຍຸກ​ສະ​ໄໝ​ໃໝ່.

ໄຂເປີດຄ້າຍພັກແລ້ງຫວຽດນາມ 2025: ສືບ​ຕໍ່​ເລື່ອງ​ສັນຕິພາບ

ທ່ານນາງ ​ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ​ເລ​ທິທູ​ຮັ່ງ ກ່າວ​ຄຳປາໄສ​ທີ່​ພິທີ​ໄຂເປີດ. (ພາບ: ຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ)

“ຂ້າ​ພະ​ເຈົ້າ​ຫວັງ​ວ່າ​ພາຍຫຼັງ​ການ​ເດີນ​ທາງ​ຄັ້ງ​ນີ້, ພວກນ້ອງ​ຈະ​ນຳ​ເອົາ​ຄວາມ​ຊົງ​ຈຳ​ອັນ​ລ້ຳ​ຄ່າ, ນ້ຳ​ໃຈ​ມິດ​ຕະ​ພາບ​ອັນ​ສວຍ​ງາມ, ເລິກ​ເຊິ່ງ​ຕໍ່​ບ້ານ​ເກີດ​ເມືອງ​ນອນ​ຂອງ​ຫວຽດ​ນາມ - ດັ່ງ​ນັ້ນ​ບໍ່​ວ່າ​ຈະ​ຢູ່​ໃສ, ພວກນ້ອງຈະ​ພາກ​ພູມ​ໃຈ​ເປັນ “ລູກ​ ຫຼາກ, ຫຼານ ຮົ່ງ”, ພ້ອມ​ແລ້ວ​ທີ່​ຈະ​ປະ​ກອບ​ສ່ວນ​ສ້າງ​ໂລກ​ແຫ່ງ​ສັນ​ຕິ​ພາບ, ຄວາມ​ສາ​ມັກ​ຄີ ແລະ​ມະ​ນຸດ​ຊາດ, ທ່ານນາງ ​ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ​ເລ​ທິທູ​ຮັ່ງ ກ່າວ.

ທ່ານ​ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ດັກ​ລັກ ​ເຈືອງ​ກົງ​ໄທ ​ໄດ້​ສະ​ແດງ​ຄວາມ​ເປັນ​ກຽດ​ເມື່ອ ດັກ​ລັກ ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ທ້ອງ​ຖິ່ນ​ເລີ່​ມດຳ​ເນີນ​ການ​ເຄື່ອນ​ໄຫວ​ຄ້າຍພັກແລ້ງຫວຽດນາມ 2025. ທ່ານ​ຍັງ​ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ທ່າ​ທີ​ອັນ​ສູງ​ສົ່ງ​ຂອງ​ຄະນະ​ຜູ້​ແທນ​ເມື່ອ​ໄປ​ມອບ​ຂອງ​ຂວັນ​ໃຫ້​ບັນດາ​ຄອບຄົວ​ທີ່​ດ້ອຍ​ໂອກາດ​ຢູ່​ບ້ານ Tuor B, ຕາ​ແສງ Ea Na, ຖື​ວ່າ​ນີ້​ບໍ່​ພຽງ​ແຕ່​ແມ່ນ​ການ​ຊ່ວຍ​ເຫຼືອ​ດ້ານ​ວັດຖຸ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ຂອງຂວັນ​ທາງ​ຈິດ​ໃຈ​ອັນ​ອົບ​ອຸ່ນ, ສະ​ແດງ​ຄວາມ​ເມດ​ຕາ​ຈິດ​ໃຈ​ຈິງ​ໃຈ, ປະກອບສ່ວນ​ເຜີຍ​ແຜ່​ນ້ຳ​ໃຈ​ຮັກ​ແພງ​ເຊິ່ງກັນ ​ແລະ ກັນ.

ທ່ານ ເຈືອງ​ກົງ​ໄທ ເຊື່ອ​ໝັ້ນ​ວ່າ ດ້ວຍ​ຄວາມ​ສາມາດ​ບົ່ມ​ຊ້ອນ, ຄວາມ​ຮູ້ ​ແລະ ຄວາມ​ມຸ່ງ​ມາດ​ປາດ​ຖະໜາ, ຊາວ​ໜຸ່ມ ​ແລະ ບັນດາ​ຜູ້​ແທນ​ຫວຽດນາມ ຢູ່​ຕ່າງປະ​ເທດ​ຈະ​ກາຍ​ເປັນ​ຂົວ​ເຊື່ອມ​ຕໍ່​ຫວຽດນາມ ກັບ​ໂລກ, ກາຍ​ເປັນ​ຜູ້​ສົ່ງ​ຂ່າວ​ແຫ່ງ​ສັນຕິພາບ, ການ​ຮ່ວມ​ມື ​ແລະ ພັດທະນາ, ນຳ​ມາ​ໃຫ້​ບັນດາ​ຄວາມ​ຊົງ​ຈຳ​ອັນ​ດີງາມ ​ແລະ ຄວາມ​ຮັກ​ແພງ​ອັນ​ເລິກ​ເຊິ່ງຕໍ່​ບ້ານ​ເກີດ​ເມືອງ​ນອນ​ພາຍຫຼັງ​ຄ້າຍພັກແລ້ງ.

ກ່າວຄຳປາໄສທີ່ຕາງໜ້າໃຫ້ຊາວໜຸ່ມຫວຽດນາມ ອາໄສຢູ່ຕ່າງປະເທດ 110 ຄົນ, ທ້າວ. ຫງວຽນດຶກມິງ (ອາຍຸ 20 ປີ, ຊາວຫວຽດນາມ ອາໄສຢູ່ສະຫະພັນ ລັດເຊຍ) ໄດ້ແບ່ງປັນຄວາມຮູ້ສຶກເມື່ອເຂົ້າຮ່ວມຄ້າຍພັກແລ້ງ ຫວຽດນາມ: “ສຳລັບຂ້າພະເຈົ້າແລ້ວ, ຄ້າຍພັກແລ້ງຄັ້ງນີ້ບໍ່ແມ່ນການພັກຜ່ອນ, ແຕ່ແມ່ນການເດີນທາງເຊື່ອມຕໍ່. ຂ້າພະ​ເຈົ້າ​ໄດ້​ຮຽນ​ຮູ້​ຫລາຍ​ຢ່າງ, ບໍ່​ພຽງ​ແຕ່​ຈາກ​ບັນດາ​ສະຖານ​ທີ່​ທີ່​ຂ້າພະ​ເຈົ້າ​ໄດ້​ໄປ​ຢ້ຽມຢາມ​ເທົ່າ​ນັ້ນ, ຫາກ​ຍັງ​ຈາກ​ບັນດາ​ໝູ່ເພື່ອນທີ່​ນັ່ງ​ຢູ່​ທີ່​ນີ້​ອີກ​ດ້ວຍ - ຊາວ​ໜຸ່ມ ຫວຽດນາມ ​ໃນ​ທົ່ວ​ໂລກ.”

ທ້າວ. ຫງວຽນດຶກມິງ ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ ​ແລະ ພາກ​ພູມ​ໃຈ​ທີ່​ໄດ້​ເຂົ້າ​ຮ່ວມ​ລາຍການ, ​ແລະ ຢືນຢັນ​ວ່າ ເຖິງ​ວ່າ​ຢູ່​ຕ່າງປະ​ເທດ, ​ແຕ່​ຊາວ​ໜຸ່ມ​ຫວຽດນາມ ຢູ່​ຕ່າງປະ​ເທດ​ຍາມ​ໃດ​ກໍ່​ມຸ່ງ​ໄປ​ເຖິງ​ບ້ານ​ເກີດ​ເມືອງ​ນອນ ​ແລະ ປາດ​ຖະໜາ​ຢາກ​ຊອກ​ຮູ້​ວັດທະນະທຳ ​ແລະ ປະຫວັດສາດ​ຂອງ​ບ້ານ​ເກີດ​ເມືອງ​ນອນ​ຕື່ມ​ອີກ.

​ໃນ​ບັນຍາກາດ​ຟົດ​ຟື້ນ​ມ່ວນ​ຊື່ນ​ທີ່​ເຕັມ​ໄປ​ດ້ວຍ​ທຸງ, ດອກ​ໄມ້ ​ແລະ ​ເຕັມ​ໄປ​ດ້ວຍ​ຄວາມ​ກະຕືລືລົ້ນ​ຂອງ​ຊາວ​ໜຸ່ມ, ບັນດາ​ຜູ້​ແທນ​ຊາວ​ຫວຽດນາມ ຢູ່​ຕ່າງປະ​ເທດ​ພ້ອມ​ກັບ​ບັນດາ​ນັກ​ສິລະ​ປິນ ​ແລະ ຊາວ​ໜຸ່ມ​ນະຄອນ ດັກ​ລັກ ​ໄດ້​ສະ​ແດງ​ບັນດາ​ລາຍການ​ສະ​ແດງ​ທີ່​ເປັນ​ເອກະລັກ​ສະ​ເພາະ ​ແລະ ດູດ​ດື່ມ​ບັນດາ​ຈຸດ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ບ້ານ​ເກີດ​ເມືອງ​ນອນ​ທີ່​ຕົນ​ດຳລົງ​ຊີວິດ ​ແລະ ຮ່ຳຮຽນ. ນີ້​ແມ່ນ​ໂອກາດ​ເພື່ອ​ເສີມ​ຂະຫຍາຍ​ນ້ຳ​ໃຈ​ສາມັກຄີ, ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ແລະ ບ້ານ​ເກີດ​ເມືອງ​ນອນ.

ໄຂເປີດຄ້າຍພັກແລ້ງຫວຽດນາມ 2025: ສືບ​ຕໍ່​ເລື່ອງ​ສັນຕິພາບ
ຜູ້ຕ່າງໜ້າຊາວຫວຽດນາມ​ຢູ່​ຕ່າງປະ​ເທດ 110 ຄົນ​ຖ່າຍຮູບ​ທີ່​ລະນຶກ​ທີ່​ພິທີ​ເປີດຄ້າຍພັກແລ້ງຫວຽດນາມ 2025. (ພາບ: ຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ)

ນີ້​ແມ່ນ​ປີ​ທຳ​ອິດ​ທີ່ຄ້າຍພັກແລ້ງຫວຽດນາມ ​ໄດ້​ເປີດ​ສາກ​ຢູ່ ບວນມາທ້ວດ - ດິນແດນ​ທີ່​ໄດ້​ເປີດ​ສາກ​ໄຊຊະນະ​ຂອງ​ຂະ​ບວນການ​ເຂດ​ເນີນ​ສູງ​ພາກ​ກາງ, ສ້າງ​ຈຸດ​ຫັນປ່ຽນ​ປະຫວັດສາດ​ອັນ​ສຳຄັນ​ໃຫ້​ແກ່​ໄຊຊະນະ​ລະດູບານ​ໃໝ່​ປີ 1975, ປົດ​ປ່ອຍ​ພາກ​ໃຕ້​ຢ່າງ​ຄົບ​ຖ້ວນ ​ແລະ ທ້ອນໂຮມ​ປະ​ເທດ​ຊາດເປັນ​ເອກະ​ພາບ​. ບັນດາ​ຜູ້​ແທນ​ໄດ້​ໄປ​ຢ້ຽມຢາມ​ເຂດ​ພູດ​ອຍພາກ​ກາງ ດ້ວຍ​ຫຼາຍ​ຈຸດ​ທີ່​ເປັນ​ເອກະລັກ​ສະ​ເພາະ​ດ້ານ​ວັດທະນະທຳ ​ແລະ ການ​ດຳລົງ​ຊີວິດ​ຂອງ​ຊາວ​ບັນດາ​ເຜົ່າ; ພ້ອມທັງ​ເປັນ​ພະ​ຍານ​ການ​ເພີ່ມ​ຂຶ້ນ​ຢ່າງ​ແຂງ​ແຮງ​ຂອງ​ແຜ່ນ​ດິນ​ນີ້.

ຫົວ​ຂໍ້ ​ແລະ ການ​ເຄື່ອນ​ໄຫວ​ຂອງຄ້າຍພັກແລ້ງ​ປີ​ນີ້ ​ເພື່ອມຸ່ງໄປເຖິງການ​ລະນຶກ ​ແລະ ​ເຊີດ​ຊູ​ບັນດາຂີດໝາຍການ​ປະຫວັດສາດ​ສຳຄັນ​ຂອງ​ປະ​ເທດ​ຄື: ສະເຫຼີມສະຫຼອງ 95 ປີແຫ່ງວັນສ້າງ​ຕັ້ງ​ພັກ​ກອມ​ມູນິດ​ຫວຽດນາມ (3 ກຸມພາ 1930 – 3 ກຸມພາ 2025), 135 ປີ​ແຫ່ງ​ວັນ​ຄ້າຍ​ວັນ​ເກີດ​ປະທານ ​ໂຮ່ຈີ​ມິນ (19 ພຶດສະພາ 1890 - 19 ພຶດສະພາ 2025), 50 ປີແຫ່ງວັນປົດປ່ອຍພາກໃຕ້ ແລະ ທ້ອນໂຮມປະເທດຊາດເປັນເອກະພາບ (30 ເມສາ 1975 – 30 ເມສາ 2025) ແລະ ມຸ່ງໄປເຖິງການສະເຫຼີມສະຫຼອງ 80 ປີແຫ່ງວັນຊາດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ (2 ກັນຍາ 1945 – 2 ກັນຍາ 2025).

ຄ້າຍພັກແລ້ງຫວຽດນາມ 2025 ດຳເນີນແຕ່ວັນທີ 13 – 26 ກໍລະກົດ ຢູ່ຫຼາຍທ້ອງຖິ່ນໃນທົ່ວພາກເໜືອ, ພາກກາງ ແລະ ພາກໃຕ້ ດ້ວຍບັນດາການເຄື່ອນໄຫວທີ່ຫຼາກຫຼາຍເຊັ່ນ: ການລະນຶກເຖິງບັນພະບຸລຸດ ແລະ ຜູ້ເສຍສະຫຼະຊີວິດເພື່ອຊາດ; ການ​ພົບ​ປະ ​ແລະ ​ແລກປ່ຽນ​ລະຫວ່າງ​ຊາວ​ໜຸ່ມ​ຫວຽດນາມ ຢູ່​ຕ່າງປະ​ເທດ ​ແລະ ​ກັບ​ຊາວ​ໜຸ່ມ​ພາຍ​ໃນ​ປະ​ເທດ; ຮຽນຮູ້ປະຫວັດສາດ, ວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມຂອງຊາດ; ຢ້ຽມ​ຢາມ​ບັນ​ດາ​ທັດ​ສະ​ນີ​ຍະ​ພາບ, ວັດ​ທະ​ນະ​ທຳ​ທີ່​ມີ​ຕົວ​ຕົນ ແລະ ບໍ່​ມີ​ຮູບ​ຮ່າງ​ຂອງ​ຫວຽດ​ນາມ.

ຫວຽດ​ນາມ - ເນ​ປານ: ຈະ​ສືບ​ຕໍ່​ພັດ​ທະ​ນາ​ຢ່າງ​ແທດ​ຈິງ, ປະ​ສິດ​ທິ​ຜົນ ແລະ ຍືນ​ຍົງ ຫວຽດ​ນາມ - ເນ​ປານ: ຈະ​ສືບ​ຕໍ່​ພັດ​ທະ​ນາ​ຢ່າງ​ແທດ​ຈິງ, ປະ​ສິດ​ທິ​ຜົນ ແລະ ຍືນ​ຍົງ

ຍສໝ - ວັນ​ທີ 15 ພຶດສະພາ 1975, ຫວຽດນາມ ​ແລະ ​ເນ​ປານ ​ໄດ້​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ຢ່າງ​ເປັນ​ທາງ​ການ, ​ເປີດ​ໜ້າ​ໃໝ່​ໃນ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ສອງ​ປະ​ເທດ. 50 ປີ​ທີ່​ຜ່ານ​ມາ, ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ເນ​ປານ ສືບ​ຕໍ່​ໄດ້​ຮັບ​ການປັບປຸງ ແລະ ພັດ​ທະ​ນາ​ຢ່າງ​ແທດ​ຈິງ​ໃນ​ຫລາຍ​ຂົງ​ເຂດ...

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Knapper: ອາ​ເມ​ລິ​ກາ​ສືບ​ຕໍ່​ສະ​ຫນັບ​ສະ​ຫນູນ ກວາງຈີ້ ໃນ​ການ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ສົງ​ຄາມ ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Knapper: ອາ​ເມ​ລິ​ກາ​ສືບ​ຕໍ່​ສະ​ຫນັບ​ສະ​ຫນູນ ກວາງຈີ້ ໃນ​ການ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ສົງ​ຄາມ

ຍສໝ - ວັນທີ 2 ເມສາ, ຄະນະປະຕິບັດງານກະຊວງການຕ່າງປະເທດ ໂດຍທ່ານຮອງລັດຖະມົນຕີ ໂງ່ຫວຽດຮຸ່ງ ເປັນນຳໜ້າ ພ້ອມກັບທ່ານເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ Marc E. Knapper ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງ ເຮື໋ອງຮວ໋າ (ແຂວງ ກວາງຈີ້). ກ່າວ​ຄຳປາໄສທີ່​ນີ້, ທ່ານ​ເອກ​ອັກຄະ​ລັດຖະທູດ Marc ...

ມີງດຶກ

Link: https://huunghivietlao.thoidai.com.vn/detail-article-21027.html

In bài biết