10:25 | 18/07/2025

ຫວຽດນາມ - ສິງກະໂປ ຍູ້ແຮງການເຊື່ອມຕໍ່ລະຫວ່າງວິສາຫະກິດຂະຫນາດໃຫຍ່, ບໍລິສັດເລີ່ມສ້າງຕົວ ແລະ ຊຸມຊົນ

ດົ່ງນາຍ: ​ເອົາ​ໃຈ​ໃສ່​ເຖິງການເຄື່ອນໄຫວການ​ທູດ​ປະຊາຊົນ​ຢູ່​ເຂດ​ຊຸມຊົນ
ປະກາດ logo “ຄູ່ຮ່ວມມືຂອງສັງກາດໃໝ່” ລະຫວ່າງ ຫວຽດນາມ ແລະ ສິງກະໂປ

​ລາຍການຈັດຕັ້ງໂດຍ​ສະມາຄົມ​ມິດຕະພາບ ​ຫວຽດນາມ - ສິງກະ​ໂປ ເປັນຜູ້ຮັບຜິດຊອບ ສົມທົບ​ກັບ​ທະນາຄານ​ການ​ຄ້າ​ຫຸ້ນ​ສ່ວນ​ການ​ຄ້າ​ຕ່າງປະ​ເທດ​ຫວຽດນາມ (VCB) ​ແລະ ບໍລິສັດປະດິດສ້າງ​ເລີ່​ມຕົ້ນ​ຂອງ​ສິງກະ​ໂປ Block71 ​ແລະ ​ໄດ້​ລະດົມສົ່ງເສີມຈາກ​ມະຕິ​ເລກທີ 57-NQ/TW ລົງ​ວັນ​ທີ 22ທັນວາ 2024 ຂອງ​ກົມ​ການ​ເມືອງ​ກ່ຽວ​ກັບ​ບັນດາ​ບາດກ້າວ​ບຸກທະລຸ​ໃນ​ວິ​ທະ​ຍາ​ສາດ, ​ເຕັກ​ໂນ​ໂລ​ຢີ, ນະວັດຕະກຳ ​ແລະ ການ​ຫັນປ່ຽນ​ດີ​ຈີ​ຕອນ​ແຫ່ງ​ຊາດ. ທ່ານ Pang Te Cheng, ກົງ​ສຸນ​ໃຫຍ່​ສິງ​ກະ​ໂປ​ປະ​ຈຳ​ນະ​ຄອນ​ໂຮ່​ຈິ​ມິນ ​ໄດ້​ເຂົ້າ​ຮ່ວມ​ໂຄງ​ການ.

ຫວຽດນາມ - ສິງກະໂປ ຍູ້ແຮງການເຊື່ອມຕໍ່ລະຫວ່າງວິສາຫະກິດຂະຫນາດໃຫຍ່, ບໍລິສັດເລີ່ມສ້າງຕົວ ແລະ ຊຸມຊົນ

ບັນດານັກປາຖະກະຖາແບ່ງປັນຢູ່ໃນລາຍການ. (ພາບ: KT)

ທີ່​ເຫດການ, ບັນດາ​ຜູ້​ແທນ​ໄດ້​ແບ່ງປັນ​ວ່າ: ​ໃນ​ຍຸກສະໄໝ​ການ​ພັດທະນາ​ຢ່າງ​ແຂງ​ແຮງ​ຂອງ​ປັນຍາ​ປະດິດ (AI), ​ເຂດ​ແດນ​ແບບ​ດັ້ງ​ເດີມ​ພວມ​ມົວ​ໝອງ, ສ້າງ​ເສັ້ນທາງ​ເຊື່ອມ​ໂຍງ​ຢ່າງ​ມີ​ຫົວຄິດ​ປະດິດ​ສ້າງ​ລະຫວ່າງ​ບັນດາ​ວິ​ສາ​ຫະກິດ​ໃຫຍ່ ​ແລະ (startup), ລະຫວ່າງ​ບັນດາ​ກຸ່ມບໍລິສັດ ​ເຕັກ​ໂນ​ໂລ​ຊີ ​ແລະ ຊຸມຊົນ​ທ້ອງ​ຖິ່ນ, ລະຫວ່າງສະຕິປັນຍາທຸລະກິດ ​ແລະ ຫົວ​ໃຈ​ມະນຸດ.

ບັນດາ​ຜູ້​ແທນ​ຢືນຢັນ​ວ່າ ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ປະຊາຊົນ​ໃນ​ປັດຈຸບັນ​ນີ້ ບໍ່​ໄດ້​ຢຸດຕິ​ການ​ຈັບ​ມື​ກັນ​ຢູ່​ໂຕະ​ອາຫານ​ຄ່ຳ, ​ແຕ່​ໄດ້​ສະ​ແດງ​ໃຫ້​ເຫັນ​ຜ່ານ​ການ​ເຊື່ອມ​ໂຍງ​ແບບ​ຍືນ​ຍົງ, ​ໄດ້​ຮັບ​ການບຳລຸງສ້າງ​ດ້ວຍ​ບັນດາ​ການ​ເຄື່ອນ​ໄຫວ​ທີ່​ແທດ​ຈິງ, ຈາກ​ການ​ແບ່ງປັນລະຫວ່າງ​ບັນດາ​ຊົນ​ຊັ້ນ​ສັງຄົມ​ເຖິງ​ການ​ເຊື່ອມ​ໂຍງ​ລະຫວ່າງຄວາມຕັ້ງໝັ້ນ​ທຸລະ​ກິດ ​ແລະ ຄວາມ​ຮັບຜິດຊອບ​ຂອງ​ຊຸມ​ຊົນ.

ຫວຽດນາມ - ສິງກະໂປ ຍູ້ແຮງການເຊື່ອມຕໍ່ລະຫວ່າງວິສາຫະກິດຂະຫນາດໃຫຍ່, ບໍລິສັດເລີ່ມສ້າງຕົວ ແລະ ຊຸມຊົນ

ທ່ານ Pang Te Cheng, ກົງ​ສຸນ​ໃຫຍ່​ສິງ​ກະ​ໂປ ປະ​ຈຳ​ ນະ​ຄອນ​ໂຮ່​ຈິ​ມິນ ກ່າວ​ຄຳ​ປາໄສ​ທີ່​ໂຄງ​ການ. (ພາບ: ເຊີນຫາຍ)

​ໂຄງການ​ຍັງ​ໄດ້​ຮັບ​ໝາກຜົນ​ການ​ຮ່ວມ​ມື​ທີ່​ແທດ​ຈິງ​ຫຼາຍ​ຢ່າງ​ລະຫວ່າງ ຫວຽດນາມ ​ແລະ ສິງກະ​ໂປ, ​ເຊິ່ງສະ​ແດງ​ໃຫ້​ເຫັນ​ວ່າ ການ​ເຊື່ອມ​ຕໍ່​ບໍ່​ພຽງ​ແຕ່​ຢູ່​ໃນຊ່ອງທາງ​ລັດຖະບານ ຫຼື ບັນດາ​ວິ​ສາ​ຫະກິດ​ໃຫຍ່​ເທົ່າ​ນັ້ນ ຫາກ​ຍັງ​ເຜີຍແຜ່​ລາມ​ໄປ​ຍັງ​ບັນດາ​ວິ​ສາ​ຫະກິດ​ເລີ່​ມດຳ​ເນີນ​ທຸລະ​ກິດ, ​ແຕ່ລະ​ຊຸມ​ຊົນ, ​ແຕ່​ລະ​ແນວ​ຄິດ. ຮູບແບບປົກກະຕິແມ່ນຕົວແບບ VSIP (ສວນອຸດສາຫະກຳ ຫວຽດນາມ - ສິງກະໂປ) ແລະ ສູນນະວັດຕະກຳ Block71 ຢູ່ນະຄອນ ໂຮ່ຈີມິນ ສົມທົບກັບມະຫາວິທະຍາໄລແຫ່ງຊາດ ສິງກະໂປ. ນອກຈາກນັ້ນ, ບັນດາລາຍການຜູ້ນໍາໄວໜຸ່ມ ສິງກະໂປ - ຫວຽດນາມ ແລະ ສະມາຄົມນັກທຸລະກິດໜຸ່ມ ຫວຽດນາມ ຮ່ວມມືຜັນຂະຫຍາຍພວມປະກອບສ່ວນເຂົ້າໃນການສ້າງຕັ້ງການນຳທຸລະກິດຮຸ່ນໃໝ່ - ມີຄວາມຂະຫຍັນຂັນເຄື່ອນ, ມີຈິນຕະນາການທົ່ວໂລກ, ຕິດພັນກັບປະຊາຄົມ.

ຫວຽດນາມ - ສິງກະໂປ ຍູ້ແຮງການເຊື່ອມຕໍ່ລະຫວ່າງວິສາຫະກິດຂະຫນາດໃຫຍ່, ບໍລິສັດເລີ່ມສ້າງຕົວ ແລະ ຊຸມຊົນ

ທ່ານ ຫວູຫວຽດງວານ (ທີ 4 ຈາກຂວາ), ປະທານສະມາຄົມມິດຕະພາບ ຫວຽດນາມ - ສິງກະໂປ ແລະ ທ່ານ Pang Te Cheng, ກົງສຸນໃຫຍ່ສິງກະໂປ ປະຈຳ ນະຄອນ ໂຮ່ຈີມິນ (ທີ 3 ຈາກຊ້າຍ) ຖ່າຍຮູບທີ່ລະນຶກພ້ອມກັບບັນດາຜູ້ແທນ. (ພາບ: ເຊີນຫາຍ)

ບັນດາຜູ້ແທນເນັ້ນໜັກວ່າ, ໃນສະພາບການທີ່ມີການປ່ຽນແປງໃນປັດຈຸບັນ, ຈິດໃຈ ແລະ ການເຄື່ອນໄຫວເລີ່ມທຸລະກິດຢ່າງມີຫົວຄິດປະດິດສ້າງ ຕ້ອງສືບຕໍ່ໄດ້ຮັບການຊຸກຍູ້ຢ່າງແຂງແຮງ, ດ້ວຍແນວຄິດມຸ່ງໄປເຖິງພາກພື້ນ ແລະ ເອື້ອມອອກສູ່ສາກົນ.

ອົງການຈັດຕັ້ງກອງປະຊຸມແນະນຳກຳລັງບົ່ມຊ້ອນຂອງທ້ອງຕະຫຼາດຫຼັກຊັບ ຫວຽດນາມ ຢູ່ ສິງກະໂປ ອົງການຈັດຕັ້ງກອງປະຊຸມແນະນຳກຳລັງບົ່ມຊ້ອນຂອງທ້ອງຕະຫຼາດຫຼັກຊັບ ຫວຽດນາມ ຢູ່ ສິງກະໂປ

ຍສໝ - ຄະນະ​ກຳມະການ​ຫຼັກ​ຊັບ​ແຫ່ງ​ລັດ ຫວັງ​ວ່າ​ ຈະ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ຈາກ​ອົງການ​ຄຸ້ມຄອງເງິນຕາ ສິງກະ​ໂປ ​ເພື່ອ​ຈັດ​ຕັ້ງ​ສຳ​ເລັດ​ກອງ​ປະຊຸມ​ ​ແລະ ບັນດາຄວາມເຫັນເພື່ອ​ປະ​ກອບ​ສ່ວນ​​ໃນ​ການ​ພັດ​ທະ​ນາ​ທ້ອງຕະ​ຫຼາດ​ຫຼັກ​ຊັບ ​ຫວຽດ​ນາມ.

ນັກສຶກສາ ສິງກະໂປ ແລະ ຊາວໜຸ່ມ ເບັ໋ນແຈ່ ຮ່ວມມືກັນແປງຫ້ອງຮຽນໃຫ້ນັກຮຽນ ນັກສຶກສາ ສິງກະໂປ ແລະ ຊາວໜຸ່ມ ເບັ໋ນແຈ່ ຮ່ວມມືກັນແປງຫ້ອງຮຽນໃຫ້ນັກຮຽນ

ຍສໝ - ຫວ່າງແລ້ວນີ້, ໄດ້​ດຳເນີນ​ໂຄງການ “​ຫ້ອງ​ຮຽນ​ສຳລັບ​ເດັກນ້ອຍ”, ບັນດານັກ​ສຶກສາ​ມະຫາວິທະຍາ​ໄລ​ຄຸ້ມ​ຄອງ ​ສິງກະ​ໂປ ​ໄດ້​ທາສີແປງຝາຜະໜັງ, ປ່ຽນຂອບປະຕູແກ້ວ, ໂອບຝາຜະ​ໜັງດິນຈີ່... ​ເພື່ອເຮັດຫ້ອງຮຽນໃໝ່ 2 ຫ້ອງ​​ຢູ່​ເຂດ​ສຳຮອງຂອງ​ໂຮງຮຽນ​ປະຖົມ ເຟືອກ​ລອງ 2 (ໝູ່​ບ້ານ ໝີ​ຈ່າງ 1, ຕາ​ແສງ ເຟືອກ​ລອງ , ​ເມືອງ ​ຢົງຈົ່ມ, ເບັ໋ນແຈ່)

ແທັງຮັ່ງ

Link: https://huunghivietlao.thoidai.com.vn/detail-article-21026.html

In bài biết