12:22 | 17/07/2025

ວິ​ສາ​ຫະກິດ ​ໄທ ຊອກ​ຫາ​ກາລະ​ໂອກາດ​ຮ່ວມ​ມື​ຢູ່ ຫວຽດນາມ

ຫວຽດ​ນາມ ໝາຍ​ໝັ້ນ​ເປັນ​ຄູ່​ຮ່ວມ​ມື​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ, ​ພ້ອມ​ແລ້ວຮ່ວມ​ເດີນ​ທາງ​ໃນ​ຄວາມ​ພະ​ຍາ​ຍາມ​ປົກ​ປັກ​ຮັກ​ສາ​ມະ​ຫາ​ສະ​ໝຸດ​ຂອງ​ທົ່ວ​ໂລກ
ຊຸກ​ຍູ້​ການ​ຮ່ວມ​ມື​ກັບ​ບັນ​ດາ​ປະ​ເທດ ເອີ​ລົບ, ຕັ້ງ​ໜ້າ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ອະ​ນຸ​ລັກ​ຮັກ​ສາ ແລະ ນຳ​ໃຊ້​ທະ​ເລ ແລະ ມະ​ຫາ​ສະ​ໝຸດ​ແບບ​ຍືນ​ຍົງ

​ໂຄງການ​ດັ່ງກ່າວ​ ແມ່ນ​ເຫດການ​ປະຈຳ​ປີ​ໂດຍ​ສະຖານທູດ ລາຊະ​ອານາຈັກ​ໄທ ປະຈຳ ຫວຽດນາມ ສົມທົບ​ກັບ​ກະຊວງ​ການ​ຕ່າງປະ​ເທດ ​ແລະ ທ້ອງ​ຖິ່ນ​ຈັດ​ຕັ້ງ. ໂດຍຜ່ານນັ້ນ, ເພື່ອ​ໂຄສະນາ​ບັນດາ​ຜະລິດ​ຕະພັນ​ຂອງ​ໄທ​ຄື: ອາຫານ, ​ເຄື່ອງ​ສຳອາງ, ຫັດຖະກຳ, ການນຸ່ງຖືຕາມສະໄໝນິຍົມ, ເຄື່ອງ​ບຳລຸງ​ສຸຂະພາບ... ​ເຖິງ​ຜູ້​ບໍລິ​ໂພ​ກ ຫວຽດນາມ. ປີ​ນີ້, ​ໂຄງການ​ດຳ​ເນີນ​ໄປ​ແຕ່​ວັນ​ທີ 16-20 ກໍລະກົດ​ນີ້, ຢູ່​ແຂວງ​ຮຶງ​ອຽນ.

ວິ​ສາ​ຫະກິດ ​ໄທ ຊອກ​ຫາ​ກາລະ​ໂອກາດ​ຮ່ວມ​ມື​ຢູ່ ຫວຽດນາມ
ຜູ້ຕາງໜ້າ​ສະຖານທູດ​ໄທ ປະຈຳ​ຫວຽດນາມ, ສະມາຄົມ​ມິດຕະພາບ​ຫວຽດນາມ - ​ໄທ ​ແລະ ສະມາຄົມ​ມິດຕະພາບ​ໄທ - ຫວຽດນາມ ​ໄດ້​ເຂົ້າ​ຮ່ວມ​ລາຍການ. (ພາບ: ແທ່ງຖາວ)

ໂດຍ​ເຂົ້າ​ຮ່ວມ​ພິທີ​ເປີດ​ມີ​ທ່ານ​ນາງ Urawadee Sriphiromya, ​ເອກ​ອັກຄະ​ລັດຖະທູດ ​ໄທ ປະຈຳ ຫວຽດນາມ; ທ່ານ ຫງວຽນຮືວເຫງີຍ, ກຳມະການຄະນະບໍລິຫານງານ​ສູນ​ກາງ​ພັກ, ​ເລຂາ​ຄະນະ​ພັກ​ແຂວງ ຮືງອຽນ; ຜູ້ຕາງໜ້າສະມາຄົມມິດຕະພາບຫວຽດນາມ-ໄທ, ຜູ້ຕາງໜ້າສະມາຄົມມິດຕະພາບໄທ-ຫວຽດນາມ ພ້ອມກັບຜູ້ຕາງໜ້າວິສາຫະກິດຂອງສອງປະເທດກວ່າ 300 ຄົນ.

ວິ​ສາ​ຫະກິດ ​ໄທ ຊອກ​ຫາ​ກາລະ​ໂອກາດ​ຮ່ວມ​ມື​ຢູ່ ຫວຽດນາມ
ທ່ານ​ນາງ Urawadee Sriphiromya, ​ເອກ​ອັກຄະ​ລັດຖະທູດ​ໄທ ປະຈຳ ຫວຽດນາມ. (ພາບ: ແທ່ງຖາວ)

ໂດຍແບ່ງປັນທີ່ປິ່ນອ້ອມ​ເຫດການ, ທ່ານ​ນາງ Urawadee Sriphiromya, ​ເອກ​ອັກຄະ​ລັດຖະທູດ​ໄທ ປະຈຳ ຫວຽດນາມ ​ໃຫ້​ຮູ້​ວ່າ ຄວາມ​ແຕກ​ຕ່າງ​ລະ​ຫວ່າງ​ໂຄງ​ການ “ການ​ເຊື່ອມ​ຕໍ່ປະເທດ ​ໄທ” ຂອງ​ປີ​ນີ້ ແລະ​ ເຫດການ “ພົບ​ປະປະເທດ ​ໄທ” ຈັດຕັ້ງທີ່ກ່ອນໜ້ານີ້ ເພື່ອສົ່ງສານ ​ແລະ ທິດ​ທາງ​ຍຸດ​ທະ​ສາດ​ທີ່​ສອງ​ປະ​ເທດກໍ່ໄປຕາມຮ່ວມ.ຖ້າ​ຫາກ​ວ່າ “ການ​ພົບ​ປະປະເທດ ​ໄທ” ເປັນ​ພຽງ​ການ​ເຄື່ອນ​ໄຫວ​ເພື່ອ​ໂຄສະນາ ​ແລະ ​ແນະນຳປະ​ເທດ ​ແລະ ວັດທະນະທຳ​ຂອງ​ໄທ​ໃນ​ເບື້ອງ​ຕົ້ນ, ທີ່ “ການ​ເຊື່ອມ​ຕໍ່​ໄທ” ​ເນັ້ນ​ໜັກ​ເຖິງ​ການ​ເຊື່ອມ​ຕໍ່​ຢ່າງ​ເລິກ​ເຊິ່ງ ​ແລະ ​ແທດ​ຈິງ, ສ່ອງແສງບ້າດກ້າວພັດທະນາ​ໃໝ່​ໃນ​ການ​ພົວພັນ​ສອງ​ປະ​ເທດ​ພາຍຫຼັງ​ສອງ​ປະ​ເທດ​ໄດ້​ຍົກ​ລະດັບ​ການ​ພົວພັນ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ແຕ່​ວັນ​ທີ 16 ພຶດສະພາ 2025.

ຕາມ​ທ່ານ​ເອກ​ອັກຄະ​ລັດຖະທູດ Urawadee ​ແລ້ວ, ການ​ເລືອກ​ຕັ້ງ​ຊື່​ໃໝ່ “ການ​ເຊື່ອມ​ຕໍ່​ໄທ” ​ແມ່ນ​ເໝາະສົນກັບ​ຍຸດ​ທະ​ສາດ “ສາມ​ເຊື່ອມ​ຕໍ່” ທີ່​ສອງ​ຝ່າຍ​ພວມ​ຊຸກຍູ້, ​ໃນ​ນັ້ນ​ມີ: ການ​ເຊື່ອມ​ຕໍ່​ຕ່ອງ​ໂສ້​ການ​ສະໜອງ; ​ເຊື່ອມ​ຕໍ່​ວິ​ສາ​ຫະກິດ ​ແລະ ທ້ອງ​ຖິ່ນ​ຂອງ​ສອງ​ປະ​ເທດ; ເຊື່ອມ​ຕໍ່​ຍຸດ​ທະ​ສາດ​ການ​ເຕີບ​ໂຕ​ແບບ​ຍືນ​ຍົງ, ການ​ເຕີບ​ໂຕ​ສີຂຽວ, ​ເສດຖະກິດ​ດີ​ຈີ​ຕອນ​ລະຫວ່າງ​ສອງ​ປະ​ເທດ. ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວັງ​ວ່າ​ ​ເຫດການ​ຈະ​ປະກອບສ່ວນ​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ເຊື່ອມ​ຕໍ່​ວິ​ສາ​ຫະກິດ​ຂອງ​ສອງ​ປະ​ເທດ, ປະກອບສ່ວນ​ເຂົ້າ​ໃນ​ເປົ້າ​ໝາຍ​ເພີ່ມ​ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ໃຫ້​ຂຶ້ນ​ເຖິງ 25 ຕື້ USD ​ໃນ​ໄລຍະ​ຈະ​ມາ​ເຖິງ.

ວິ​ສາ​ຫະກິດ ​ໄທ ຊອກ​ຫາ​ກາລະ​ໂອກາດ​ຮ່ວມ​ມື​ຢູ່ ຫວຽດນາມ
ບັນດາ​ຜູ້​ແທນ​ໄປ​ຢ້ຽມຢາມຮ້ານວາງສະ​ແດງ​ສິນຄ້າ​ຂອງ​ໄທ. (ພາບ: ແທ່ງຖາວ)

ທ່ານ ຫງວຽນຮືວເຫງີຍ, ກຳມະການຄະນະບໍລິຫານງານ​ສູນ​ກາງ​ພັກ, ​ເລຂາ​ຄະນະ​ພັກ​ແຂວງ ຮືງອຽນ ໃຫ້ຮູ້ວ່າ ປະຈຸປັນ, ແຂວງ ຮືງອຽນ ມີວິສາຫະກິດພວມເຄື່ອນໄຫວ 25.000 ແຫ່ງ, ເຂດອຸດສາຫະກຳ 18 ແຫ່ງແລະ ເຂດເສດຖະກິດ 1 ແຫ່ງທີ່ມີເນື້ອທີ່ທັງໝົດກວ່າ 30.000 ເຮັກຕາ, ພ້ອມແລ້ວທີ່ຈະຕ້ອນຮັບບັນດານັກລົງທຶນຕ່າງປະເທດ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຂະໜາດ​ການ​ລົງທຶນ​ຂອງ​ໄທ​ຢູ່​ທ້ອງ​ຖິ່ນ​ຍັງ​ມີ​ໜ້ອຍ, ສະ​ແດງ​ໃຫ້​ເຫັນ​ວ່າ​ຍັງ​ມີ​ຫຼາຍ​ຊ່ອງ​ຫວ່າງ​ໃຫ້​ແກ່​ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ. ທ່ານ​ຢືນຢັນ​ວ່າ ​ແຂວງ ຮືງອຽນຈະ​ສືບ​ຕໍ່​ພ້ອມ​ກັບ ​ແລະ ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ບັນດາ​ວິ​ສາ​ຫະກິດ​ໄທ​ມີ​ຄວາມ​ໝັ້ນ​ໃຈ​ເປີດ​ກວ້າງ​ການ​ລົງທຶນ ​ແລະ ພັດທະນາ​ຢ່າງ​ໝັ້ນຄົງ​ບົນບໍລິເວນແຂວງ.

ທ່ານ​ນາງ ເລ​ທິ​ຮົ່ງເວີນ, ຫົວໜ້າ​ກົມການພົວພັນຕ່າງປະເທດ​ແລະ ການ​ທູດ​ວັດທະນະທຳ (ກະຊວງ​ການ​ຕ່າງປະ​ເທດ) ​ໄດ້​ຕີ​ລາຄາ​ສູງ​ບົດບາດ​ເປັນເຈົ້າການ, ຈິດ​ໃຈ​ເຊື່ອມ​ໂຍງ​ເຂົ້າກັນ​ຂອງ​ແຂວງ ຮືງອຽນ. ທ່ານ​ນາງ​ກ່າວ​ວ່າ ແຂວງ ຮືງອຽນ ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ພັດທະນາ​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ຄື: ​ເສດຖະກິດ​ສີຂຽວ, ​ເສດຖະກິດ​ດີ​ຈີ​ຕອນ, logistics, ການທ່ອງທ່ຽວ, ອຸດສາຫະກຳ​ປຸງ​ແຕ່ງ ​ແລະ ​ເຕັກ​ໂນ​ໂລ​ຢີສູງ. ເຫດການດັ່ງກ່າວ ແມ່ນໂອກາດເພື່ອໃຫ້ 2 ປະເທດແບ່ງປັນບັນດາວິທີແກ້ໄຂ ແລະ ຂໍ້ລິເລີ່ມເພື່ອລົບລ້າງບັນດາຂໍ້ບົກຜ່ອງໃນການຮ່ວມມື, ຫັນບັນດາສິ່ງທ້າທາຍເປັນກຳລັງແຮງຊຸກຍູ້ການພັດທະນາແບບຍືນຍົງ. ທ່ານ​ນາງ​ຢືນຢັນ​ວ່າ ລັດຖະບານ​ຫວຽດນາມ ​ຈະ​ສືບ​ຕໍ່​ສ້າງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​ທີ່​ໂປ່​ງ​ໃສ ​ແລະ ​ເປີດ​ກວ້າງ, ຊຸກຍູ້​ການ​ປະຕິ​ຮູບ​ດ້ານ​ບໍລິຫານ ​ແລະ ພ້ອມ​ກັບ​ວິ​ສາ​ຫະກິດ ​ໄທ ດຳ​ເນີນ​ທຸລະ​ກິດ​ຢ່າງ​ຕັ້ງໜ້າ ​ແລະ ມີ​ປະສິດທິ​ຜົນ​ຢູ່​ຫວຽດນາມ.

ວິ​ສາ​ຫະກິດ ​ໄທ ຊອກ​ຫາ​ກາລະ​ໂອກາດ​ຮ່ວມ​ມື​ຢູ່ ຫວຽດນາມ
ທ່ານ Peethaphon Rattanachinda, ຜູ້​ອຳ​ນວຍ​ການດຳເນີນທຸລະກິດຂອງ​ອົງ​ການ​ການ​ຢາ​ລັດ​ຖະ​ບານ​ໄທ (GPO). (ພາບ: ແທ່ງຖາວ)

ທ່ານ Peethaphon Rattanachinda, ຜູ້​ອຳ​ນວຍ​ການດຳເນີນທຸລະກິດຂອງ​ອົງ​ການ​ການ​ຢາ​ລັດ​ຖະ​ບານ​ໄທ (GPO) ໃຫ້ຮູ້ວ່າ ນີ້​ແມ່ນ​ຄັ້ງ​ທຳ​ອິດ GPO ໄດ້​ເຂົ້າ​ຮ່ວມ​ງານ​ລ້ຽງ​ສົ່ງ​ເສີມ​ການ​ຄ້າ​ຢູ່​ຫວຽດ​ນາມ. ນີ້​ແມ່ນ​ຫົວໜ່ວຍ​ຜະລິດ​ຢາ​ພາຍ​ໃຕ້​ລັດຖະບານ​ໄທ, ປະຈຸ​ບັນ​ໄດ້​ຕອບ​ສະໜອງ​ຄວາມ​ຕ້ອງການ​ຢາ​ຢູ່​ພາຍ​ໃນ​ປະ​ເທດ​ປະມານ 60% ​ແລະ ​ໄດ້​ສົ່ງ​ອອກ​ໄປ​ຍັງ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ເຊັ່ນ: ມາ​ເລ​ເຊຍ, ລາວ, ກຳປູ​ເຈຍ.

ໂດຍຕີລາຄາກ່ຽວກັບທ້ອງຕະຫຼາດ​ຫວຽດນາມ, ທ່ານ Peethaphon ​ກ່າວ​ວ່າ ປະຊາກອນ​ໄວ​ໜຸ່ມ ​ແລະ ​ຄວາມ​ຕ້ອງການ​ດ້ານ​ສຸຂະພາບ​ທີ່​ເພີ່ມ​ຂຶ້ນ​ແມ່ນ​ເງື່ອນ​ໄຂ​ສະດວກ​ເພື່ອ​ຂະຫຍາຍ​ການ​ຮ່ວມ​ມື. ທ່ານ​ຫວັງ​ວ່າ ຜ່ານ​ເຫດການ “ການເຊື່ອມ​ຕໍ່ໄທ”, GPO ຈະ​ເປັນ​ທີ່​ຮູ້​ຈັກ​ດີ​ຂຶ້ນ​ຢູ່ ຮືງອຽນ ແລະ ທ້ອງ​ຖິ່ນ​ອື່ນໆ, ຜ່ານ​ນັ້ນ​ເປີດ​ກາ​ລະ​ໂອ​ກາດ​ຮ່ວມ​ມື​ສະ​ເພາະ​ໃນ​ອະ​ນາ​ຄົດ.

ຫວຽດນາມ ຊອກ​ຫາ​ກາລະ​ໂອກາດ​ເພີ່ມ​ການ​ນຳ​ເຂົ້າ​ສິນຄ້າ​ກະສິກຳ, ປ່າ​ໄມ້ ​ແລະ ການ​ປະມົງ​ຈາກ ອາ​ເມ​ລິ​ກາ ຫວຽດນາມ ຊອກ​ຫາ​ກາລະ​ໂອກາດ​ເພີ່ມ​ການ​ນຳ​ເຂົ້າ​ສິນຄ້າ​ກະສິກຳ, ປ່າ​ໄມ້ ​ແລະ ການ​ປະມົງ​ຈາກ ອາ​ເມ​ລິ​ກາ

ຍສໝ -​ ໃນລະຫວ່າງວັນທີ 2-7 ມິຖຸນາ, ທ່ານລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໂດ້ດຶກຢຸຍ ໄດ້ນຳພາຄະນະປະຕິບັດງານເກືອບ 50 ອົງການ, ວິສາຫະກິດ, ສະມາຄົມຂະແໜງການກະເສດ ຫວຽດນາມ ໄປຢ້ຽມຢາມ, ເຮັດວຽກ, ຊອກຫາກາລະໂອກາດສົ່ງເສີມການຄ້າ ແລະ ນຳເຂົ້າສິນຄ້າກະສິກຳ, ປ່າໄມ້, ການປະມົງຈາກ ອາເມລິກາ.

ເລີ່ມ​ລົງ​ມື​ກໍ່​ສ້າງ​ເຮືອນ​ຮ້ານ​ປະ​ທານ ໂຮ່​ຈີ​ມິນ​ຢູ່ ໄທ ເລີ່ມ​ລົງ​ມື​ກໍ່​ສ້າງ​ເຮືອນ​ຮ້ານ​ປະ​ທານ ໂຮ່​ຈີ​ມິນ​ຢູ່ ໄທ

ຍສໝ - ພິທີເລີ່ມລົງມືກໍ່ສ້າງກິດຈະກຳເຮືອນຮ້ານ ປະທານໂຮ່ຈີມິນ ໄດ້ດຳເນີນໃນວັນທີ 9 ເມສາຢູ່ເຂດປູສະນີຍະສະຖານປະທານໂຮ່ຈີມິນ ທີ່ບ້ານ ໜອງໂອນ, ເທດສະບານເມືອງ, ແຂວງ ອຸດອນທານີ, ພາກອີສານ ໄທ.

ມີງດຶກ

Link: https://huunghivietlao.thoidai.com.vn/detail-article-21022.html

In bài biết