21:17 | 10/07/2025

ຫວຽດນາມ ແບ່ງປັນ​ບັນດາ​ຜົນງານ​ໃນ​ການ​ປົກ​ປັກ​ຮັກສາ ​ແລະ ຊຸກຍູ້​ສິດ​ພົນລະ​ເມືອງ ​ແລະ ສິດ​ການ​ເມືອງ​ໄປຍັງສາກົນ

ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ​ແລະ ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ປຶກສາ​ຫາລື​ກ່ຽວ​ກັບ​ກົນ​ໄກ​ປະສານ​ງານ​ໃນ​ສະພາບ​ການ​ໃໝ່
ອາ​ຊຽນ ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ - ຊາຍ​ໃນ​ການ​ດຳ​ເນີນ​ທຸ​ລະ​ກິດ ແລະ​ ສິດ​ທິ​ມະ​ນຸດ

ຄະນະລະຫວ່າງຂະແໜງການຂອງຫວຽດນາມ, ໃນ​ນັ້ນ​ມີ​ບັນດາຊະມາຊິກທີ່ມາຈາກບັນດາ​ອົງການ​ທີ່​ກ່ຽວຂ້ອງ​ໂດຍ​ກົງ​ໃນ​ການ​ປະຕິບັດ​ສົນທິສັນຍາ ICCPR, ໂດຍ​ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ຫງວຽນ​ແທ່ງ​ທິ້ງ ເປັນຫົວໜ້າຄະນະ ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄັ້ງ​ນີ້ ດ້ວຍເປົ້າໝາຍ​ແບ່ງປັນ​ບັນດາ​ບາດກ້າວ​ທີ່​ຕັ້ງໜ້າ ​ແລະ ​ບັນດາ​ຜົນງານ​ໃນ​ການ​ປົກ​ປັກ​ຮັກສາ ​ແລະ ຊຸກຍູ້​ສິດ​ພົນລະ​ເມືອງ ​ແລະ ສິດການເມືອງໃນ​ໄລຍະ​ຜ່ານ​ມາ​ຢູ່​ຫວຽດນາມ.

ສົນທິສັນຍາ ICCPR ແມ່ນໜຶ່ງໃນບັນດາສົນທິສັນຍາສາກົນທີ່ສຳຄັນທີ່ສຸດກ່ຽວກັບສິດທິມະນຸດ ທີ່ໄດ້ຮັບຮອງເອົາໂດຍສະມັດຊາໃຫຍ່ ສປຊ ໃນປີ 1966 ແລະ ມີຜົນບັງຄັບໃຊ້ໃນປີ 1976. ດ້ວຍຂອບເຂດລະບຽບການທີ່ກ້ວາງຂວາງ, ກວມເອົາບັນດາສິດພົນລະເຮືອນ ແລະ ການເມືອງຂອງແຕ່ລະຄົນ, ສົນທິສັນຍາ ICCPR ເກີດຂຶ້ນໄດ້ຮັບຄວາມສົນໃຈຈາກປະຊາຄົມສາກົນຢ່າງຫຼວງຫຼາຍ.

ຫວຽດນາມ ແບ່ງປັນ​ບັນດາ​ຜົນງານ​ໃນ​ການ​ປົກ​ປັກ​ຮັກສາ ​ແລະ ຊຸກຍູ້​ສິດ​ພົນລະ​ເມືອງ ​ແລະ ສິດ​ການ​ເມືອງ​ໄປຍັງສາກົນ
ຄະນະ​ກຳມະການ​ສິດທິ​ມະນຸດ​ສະຫະ​ປະຊາ​ຊາດ ​ໄດ້​ຈັດ​ກອງ​ປະຊຸມຕີລາຄາບົດ​ລາຍ​ງານ​ແຫ່ງ​ຊາດ​ຄັ້ງ​ທີ 4 ຂອງ​ຫວຽດນາມ ກ່ຽວ​ກັບ​ການ​ປະຕິບັດ​ສົນທິສັນຍາ​ສາກົນ​ກ່ຽວ​ກັບ​ສິດທິ​ພົນລະ​ເມືອງ ​ແລະ ສິດ​​ການ​ເມືອງ. (ພາບ: TTXVN)

ໃນ​ຖານະ​ເປັນ​ປະ​ເທດທີ່ຮັກແພງສັນຕິພາບ, ຍາມ​ໃດ​ກໍ່​ຖື​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ເປັນ​ອັນ​ດັບ​ໜຶ່ງ, ຖື​ປະຊາຊົນ​ເປັນ​ທັງ​ເປົ້າ​ໝາຍ ​ແລະ ກຳລັງ​ແຮງ​ຂອງ​ການ​ພັດທະນາ, ພັກ ​ແລະ ລັດ ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່, ປົກ​ປັກ​ຮັກສາ ​ແລະ ຮັບປະກັນ​ສິດທິ​ມະນຸດ, ຖື​ວ່າ​ແມ່ນ​ໜ້າທີ່ ແລະ ບຸລິມະສິດ​ສູງ​ສຸດ.

ພ້ອມກັບການ​ເຂົ້າ​ຮ່ວມ​ສົນທິສັນຍາ ICCPR ​ໃນ​ວັນ​ທີ 24 ກັນຍາ 1982, ຫວຽດນາມ ນັບ​ມື້​ນັບ​ບັນລຸ​ໄດ້​ບັນດາ​ຜົນງານ​ອັນ​ໃຫຍ່​ຫຼວງ​ໃນ​ການ​ປົກ​ປັກ​ຮັກສາ ​ແລະ ເສີມຂະຫຍາຍສິດທິ​ມະນຸດ ​ແລະ ສິດ​ພົນລະ​ເມືອງ. ລັດຖະທຳ​ມະນູນ​ປີ 2013 ​ແມ່ນ​ຂີດໝາຍບາດກ້າວ​ບຸກທະລຸ​ທີ່​ສຳຄັນ​ຂອງ​ຫວຽດນາມ ​ໃນ​ຂົງ​ເຂດ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ສິດທິ​ມະນຸດ ​ແລະ ຄວາມ​ຮັບຜິດຊອບ​ຂອງ​ບັນດາ​ອົງການ, ບຸກຄົນ​ໃນ​ການ​ຮັບ​ຮູ້, ເຄົາລົບ, ປົກ​ປັກ​ຮັກສາ ​ແລະ ຮັບປະກັນ​ສິດທິ​ມະນຸດ ​ແລະ ສິດ​ພົນລະ​ເມືອງ​ໃນ​ທຸກ​ຂົງ​ເຂດ.

​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ​ເອກະສານ​ມາດຕະເກນ​ທີ່​ສຳຄັນ​ຫຼາຍ​ສະບັບ​ກ່ຽວ​ກັບ​ສິດທິ​ມະນຸດ​ໄດ້​ຮັບ​ການ​ປັບປຸງ, ​ເພີ່ມ​ເຕີມ ຫຼື ​ປະກາດໃຊ້ໃໝ່. ບັນດາ​ຜົນງານ​ໃນ​ດ້ານອົງການ​ຈັດ​ຕັ້ງ​ປະຕິບັດ​ກົດໝາຍ​ພ້ອມ​ກັບ​ບັນດາ​ຄວາມ​ມານະ​ພະຍາຍາມກ່ຽວກັບການປະຕິ​ຮູບນິຕິ​ກຳ​ໃນ​ໄລຍະ​ມໍ່ໆ​ມາ​ນີ້ ​ແມ່ນ​ບັນດາ​ປັດ​ໄຈ​ກົດໝາຍ​ສຳຄັນ​ເພື່ອ​ຮັບປະກັນ​ໃຫ້​ປະຊາຊົນ​ຫວຽດນາມ​ທຸກ​ຄົນ​ມີ​ກາລະ​ໂອກາດ ​ແລະ ​ເງື່ອນ​ໄຂ​ສະດວກ​ເພື່ອ​ຊົມ​ໃຊ້​ສິດ​ພົນລະ​ເມືອງ ​ແລະ ການເມືອງຢ່າງ​ຄົບ​ຖ້ວນ.

ຫວຽດນາມ ແບ່ງປັນ​ບັນດາ​ຜົນງານ​ໃນ​ການ​ປົກ​ປັກ​ຮັກສາ ​ແລະ ຊຸກຍູ້​ສິດ​ພົນລະ​ເມືອງ ​ແລະ ສິດ​ການ​ເມືອງ​ໄປຍັງສາກົນ
ສາກຂອງກອງປະຊຸມ. (ພາບ: TTXVN)

ການ​ປະຕິບັດ​ພັນທະ​ຂອງ​ປະເທດສະມາຊິກ​ສົນທິສັນຍາ​​ທີ່​ໄດ້​ກຳນົດ​ໄວ້​ໃນ​ຂໍ້ 1, ມາດຕາ 40 ຂອງ​ສົນທິສັນຍາ ICCPR, ​ໃນ​ເດືອນ ມີນາ 2023, ຫວຽດນາມ ​ໄດ້​ຍື່ນ​ບົດ​ລາຍ​ງານ​ແຫ່ງ​ຊາດ​ຄັ້ງ​ທີ 4 ກ່ຽວ​ກັບ​ການ​ປະຕິບັດ​ສົນທິສັນຍາ ​ແລະ ທ້າຍ​ປີ 2024 ​ໄດ້​ຍື່ນ​ບົດ​ລາຍ​ງານ​ຕອບ​ສະໜອງບັນຊີລາຍຊື່​ບັນດາ​ບັນຫາ​ທີ່​ກ່ຽວຂ້ອງ​ຂອງ​ຄະນະ​ກຳມະການ​ສິດທິ​ມະນຸດ.

ບົດລາຍງານດັ່ງກ່າວໄດ້ຖືກກະກຽມຕາມຄໍາແນະນໍາຂອງຄະນະກໍາມະການສິດທິມະນຸດ, ໂດຍມີການປຶກສາຫາລືຢ່າງກວ້າງຂວາງກັບພາກສ່ວນທີ່ກ່ຽວຂ້ອງ. ບົດ​ລາຍ​ງານ​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ເຖິງ​ການ​ພັດທະນາ​ຮອບດ້ານ​ໃນ​ການ​ປົກ​ປັກ​ຮັກສາ ​ແລະ ຊຸກຍູ້​ສິດ​ພົນລະ​ເມືອງ ​ແລະ ສິດທິ​ການເມືອງ ນັບ​ແຕ່​ຫວຽດນາມ ​ໄດ້​ຍື່ນ​ບົດ​ລາຍ​ງານ​ຄັ້ງ​ທີ 3 ​ໃນ​ປີ 2019, ພ້ອມ​ທັງ​ຢືນຢັນ​ການ​ປະຕິບັດ​ບັນດາ​ຄຳ​ໝັ້ນ​ສັນຍາ​ໃນ​ສົນທິສັນຍາ​ສາກົນ​ທີ່ ຫວຽດນາມ ​ເຂົ້າ​ເປັນ​ສະມາຊິກ.

ດ້ວຍ​ແຜນການນະ​ໂຍບາຍ​ຖື​ມະນຸດເປັນ​ໃຈກາງ, ​ເປົ້າ​ໝາຍ ​ແລະ ກຳລັງ​ແຮງ​ຂອງ​ຂະ​ບວນການປ່ຽນໃໝ່, ພັດທະນາ​ປະ​ເທດ​ຊາດ, ນັບ​ແຕ່​ໄດ້​ຍື່ນ​ສະ​ເໜີ​ບົດ​ລາຍ​ງານ​ການ​ປະຕິບັດ ICCPR ​ຄັ້ງ​ທີ 3 ປີ 2019, ຫວຽດນາມ ສືບ​ຕໍ່​ສຳເລັດລະບົບ​ກົດໝາຍ ​ແລະ ນະ​ໂຍບາຍ​ສິດທິ​ມະນຸດ ​ແລະ ບັນລຸ​ໄດ້​ບັນດາ​ຜົນງານ​ໃນ​ພາກ​ປະຕິບັດ.

ບັນດາສິດ​ໃນ​ການ​ເຂົ້າ​ເຖິງ​ຄວາມ​ຍຸຕິ​ທຳ, ຄວາມ​ສະ​ເໝີ​ພາບ​ຕໍ່​ກົດໝາຍ, ສິດ​ມີ​ຊີວິດ, ການ​ປົກ​ປ້ອງ​ສຸຂະພາບ, ການ​ສຶກສາ, ຮັບປະກັນຊີວິດສັງຄົມ, ສິດ​ເສລີ​ໃນ​ການ​ເຊື່ອ​ຖື​ສາສະໜາ, ສິດ​ເສລີ​ດ້ານ​ຂ່າວ, ອິນ​ເຕີ​ເນັດ, ຄວາມ​ສະ​ເໝີ​ພາບ​ທາງ​ເພດ​ລ້ວນ​ແຕ່​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ຢ່າງ​ຈະແຈ້ງ. ບັນດາດັດຊະນີການພັດທະນາມະນຸດ (HDI), ດັດຊະນີຄວາມສະເໝີພາບລະຫວ່າງຍິງ-ຊາຍ (GEI) ຂອງຫວຽດນາມ ໂດຍບັນດາອົງການສະຫະປະຊາຊາດຈັດອັນດັບ ໄດ້ຮັບການປັບປຸງຢ່າງຕໍ່ເນື່ອງ.

ຫວຽດນາມ ແບ່ງປັນ​ບັນດາ​ຜົນງານ​ໃນ​ການ​ປົກ​ປັກ​ຮັກສາ ​ແລະ ຊຸກຍູ້​ສິດ​ພົນລະ​ເມືອງ ​ແລະ ສິດ​ການ​ເມືອງ​ໄປຍັງສາກົນ
ການເຂົ້າຮ່ວມກອງປະຊຸມຂອງຄະນະກຳມະການສິດທິມະນຸດຄັ້ງນີ້ ສະແດງໃຫ້ເຫັນຄວາມຈິງຈັງຂອງຫວຽດນາມ ໃນການປະຕິບັດພັນທະຂອງຕົນໃນການລາຍງານກ່ຽວກັບສະພາບການປະຕິບັດບັນດາຄໍາໝັ້ນສັນຍາສາກົນ. (ພາບ: TTXVN)

ລັດຖະບານ​ໄດ້​ມີ​ຫຼາຍ​ນະ​ໂຍບາຍ, ມາດ​ຕະການ​ ເພື່ອປົກ​ປັກ​ຮັກສາ​ສຸຂະພາບ​ຂອງ​ປະຊາຊົນ, ພັດທະນາ​ເສດຖະກິດ ​ແລະ ສັງຄົມ​ໃນ​ໄລຍະ ​ແລະ ພາຍຫຼັງ​ໂລກລະບາດ​ໂຄ​ວິດ-19, ​ຊຸກຍູ້​ການ​ຫັນ​ເປັນ​ພື້ນຖານ​ເສດຖະກິດສີເສດຖະກິດ​ດີ​ຈີ​ຕອນ, ​ເສດຖະກິດ​ວົງ​ຈອນ​ຂຽວ, ເສດຖະກິດ​ດີ​ຈີ​ຕອນ, ​ເສດຖະກິດ​ວົງ​ຈອນ ຢ່າງຕັ້ງໜ້າ ແລະ ະຕິບັດ​ຄຳ​ໝັ້ນ​ສັນຍາ​ຂອງ​ຫວຽດນາມ ຕາມ​ສົນທິສັນຍາ​ສາກົນ​ກ່ຽວ​ກັບ​ສິດທິ​ມະນຸດ.

ການເຂົ້າຮ່ວມກອງປະຊຸມຂອງຄະນະກຳມະການສິດທິມະນຸດຄັ້ງນີ້ ໄດ້ສະແດງໃຫ້ເຫັນຄວາມຈິງຈັງຂອງຫວຽດນາມ ໃນການປະຕິບັດພັນທະຂອງຕົນໃນບົດລາຍງານກ່ຽວກັບສະພາບການປະຕິບັດຄຳໝັ້ນສັນຍາສາກົນ. ການໂອ້ລົມສົນທະນາທີ່ກອງປະຊຸມຍັງຊ່ວຍໃຫ້ຄະນະກຳມະການສິດທິມະນຸດ ແລະ ບັນດາປະເທດເຫັນໄດ້ຢ່າງຈະແຈ້ງກ່ຽວກັບສະພາບລວມຂອງການພັດທະນາຢ່າງຮອບດ້ານ ແລະ ວ່ອງໄວ ໃນການປົກປ້ອງ ແລະ ຊຸກຍູ້ສິດທິພົນລະເຮືອນ ແລະ ການເມືອງ ນັບແຕ່ຫວຽດນາມ ໄດ້ຍື່ນບົດລາຍງານຄັ້ງທີ 3 ໃນປີ 2019 ເປັນຕົ້ນມາ.

ຫວຽດນາມ ແບ່ງປັນ​ບັນດາ​ຜົນງານ​ໃນ​ການ​ປົກ​ປັກ​ຮັກສາ ​ແລະ ຊຸກຍູ້​ສິດ​ພົນລະ​ເມືອງ ​ແລະ ສິດ​ການ​ເມືອງ​ໄປຍັງສາກົນ
ຄະນະ​ຜູ້​ແທນ​ຫວຽດນາມ ​ເຂົ້າ​ຮ່ວມ​ກອງ​ປະຊຸມ. (ພາບ: TTXVN)

ກ່ຽວ​ກັບ​ບາງ​ຄຳ​ເຫັນ​ທີ່​ອີງ​ໃສ່​ບັນດາ​ແຫຼ່ງຂໍ້​ມູນ​ທີ່​ບໍ່​ທັນ​ໄດ້​ຮັບ​ການ​ຢັ້ງຢືນ​ຂອງ​ບາງ​ອົງການ ​ແລະ ບຸກຄົນ​ກ່ຽວ​ກັບສະພາບການການ​ປະຕິບັດ​ສົນທິສັນຍາ ICCPR ຢູ່ ຫວຽດນາມ, ຄະນະ​ຜູ້​ແທນ​ຫວຽດນາມ ​ໄດ້ອະທິບາຍ, ​ສະໜອງ​ຂໍ້​ມູນ​ຂ່າວສານ​ທີ່​ຖືກຕ້ອງ, ເນັ້ນ​ໜັກ​ເຖິງ​ບັນດາ​ຫຼັກການການຕ່າງປະເທດ, ການ​ຮ່ວມ​ມື, ​ເຄົາລົບ​ຄວາມ​ແຕກ​ຕ່າງ.

ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ​ແລະ ສະຖານທູດ​ລາວ ປະຈຳ​ຫວຽດນາມ ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ກົນ​ໄກ​ປະສານ​ງານ​ເພື່ອ​ຊຸກຍູ້​ການ​ພົວພັນ​ມິດຕະພາບ​ກັບ​ປະຊາຊົນ. ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ​ແລະ ສະຖານທູດ​ລາວ ປະຈຳ​ຫວຽດນາມ ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ກົນ​ໄກ​ປະສານ​ງານ​ເພື່ອ​ຊຸກຍູ້​ການ​ພົວພັນ​ມິດຕະພາບ​ກັບ​ປະຊາຊົນ.

ຍສໝ - ວັນ​ທີ 25 ມິຖຸນາ, ຢູ່​ຮ່າ​ໂນ້ຍ, ທ່ານ​ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ຟານ​ແອງ​ເຊີນ ​ໄດ້​ມີ​ການ​ພົບ​ປະ​ເຈລະຈາ​ກັບ​ທ່ານ​ເອກ​ອັກຄະ​ລັດຖະທູດ​ລາວ ປະຈຳ​ຫວຽດນາມ ຄຳເພົາ ເອີນທະວັນ. ສອງ​ຝ່າຍ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ກົນ​ໄກ​ປະສານ​ງານ​ເພື່ອ​ຊຸກຍູ້​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ສອງ​ປະ​ເທດ​ຫວຽດນາມ - ລາວ, ປະກອບສ່ວນເຮັດໃຫ້​ເພີ່ມ​ທະວີ​ຄວາມ​ສາມັກຄີ​ແບບ​ພິ​ເສດ​ລະຫວ່າງ​ສອງ​ປະ​ເທດເລິກເຊິ່ງກ່ວາອີກ.

ຫວຽດນາມ ຢືນຢັນ​ທີ່​ຕັ້ງ​ໃຈກາງ​ໃນ​ການ​ຮັກສາ​ສັນຕິພາບຂອງ ສ​ປ​ຊ ຫວຽດນາມ ຢືນຢັນ​ທີ່​ຕັ້ງ​ໃຈກາງ​ໃນ​ການ​ຮັກສາ​ສັນຕິພາບຂອງ ສ​ປ​ຊ

ຍສໝ - ບັນດາການເຄື່ອນໄຫວນີ້ຊ່ວຍກວດພົບບັນດາບັນຫາກ່ຽວກັບສຸຂະພາບໂດຍໄວ, ພິເສດແມ່ນໃນເງື່ອນໄຂອາກາດຮ້າຍແຮງ ແລະ ສະພາບການເຮັດວຽກທີ່ມີຄວາມກົດດັນຫຼາຍຢ່າງຢູ່ຊູດັງໃຕ້.

ມີງດຶກ

Link: https://huunghivietlao.thoidai.com.vn/detail-article-21005.html

In bài biết