ສ້າງຕັ້ງສະມາຄົມມິດຕະພາບ ປອກຕຸຍການ - ຫວຽດນາມ
![]() | ບັນດາການເຄື່ອນໄຫວທີ່ຫຼາກຫຼາຍ ເພື່ອຊອກຮູ້ພາສາ ແລະ ວັດທະນະທໍາຂອງບັນດາປະເທດທີ່ເວົ້າພາສາ ປອກຕຸຍການ. |
![]() | ສ້າງຕັ້ງສະມາຄົມມິດຕະພາບຫວຽດນາມ - ຍີ່ປຸ່ນ ສາຂາ Saigontourist Group |
ຕາມສຳນັກຂ່າວສານ ຫວຽດນາມ ແລ້ວ, ເຂົ້າຮ່ວມພິທີມີທ່ານອຸປະທູດເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ປອກຕຸຍການ ຫງວຽນແມ້ງຖັງ, ທ່ານ ທະນາຍຄວາມ Jose Pedro Viera, ປະທານສະມາຄົມມິດຕະພາບ ປອກຕຸຍການ - ຫວຽດນາມ, ທ່ານ Henrique Calisto, ອະດີດຫົວໜ້າຄູຝຶກທີມຊາດບານເຕະຊາຍ ຫວຽດນາມ, ຮອງປະທານສະມາຄົມ ພ້ອມດ້ວຍສະມາຊິກຂອງສະມາຄົມກ່ວາ 30 ຄົນ.
ກ່າວຄຳປາໄສທີ່ພິທີ, ທ່ານທະນາຍຄວາມ Jose Pedro Viera, ປະທານສະມາຄົມມິດຕະພາບ ປອກຕຸຍການ - ຫວຽດນາມ ໄດ້ສະແດງຄວາມປິຕິຊົມຊື່ນຕໍ່ການສ້າງຕັ້ງສະມາຄົມຢ່າງເປັນທາງການ, ໄດ້ເຕົ້າໂຮມຫຼາຍບຸກຄົນເປັນຊາວປອກຕຸຍການ ພວມເຮັດວຽກໃນຫຼາຍຂົງເຂດຕ່າງກັນ ແຕ່ລ້ວນແຕ່ມີຄວາມຮັກແພງຕໍ່ຫວຽດນາມ ແລະ ມີຄວາມປາດຖະໜາຢາກປະກອບສ່ວນຊຸກຍູ້ຄວາມເຂົ້າໃຈ, ຄວາມສະໜິດຕິດພັນ ແລະ ການຮ່ວມມືລະຫວ່າງປະຊາຊົນສອງປະເທດ.
![]() |
ທ່ານ Henrique Calisto, ອະດີດຫົວໜ້າຄູຝຶກບານເຕະຊາຍ ຫວຽດນາມ ແລະ ຮອງປະທານສະມາຄົມມິດຕະພາບ ປອກຕຸຍການ - ຫວຽດນາມ ກ່າວຄຳປາໄສ. (ພາບ: ສຳນັກຂ່າວສານ ຫວຽດນາມ) |
ທ່ານປະທານ Jose Pedro Viera ກໍ່ເນັ້ນໜັກວ່າ ກ່ອນທີ່ສະມາຄົມໄດ້ຮັບການສ້າງຕັ້ງ, ບັນດາສະມາຊິກໃນສະມາຄົມໄດ້ປະກອບສ່ວນຕັ້ງໜ້າເຂົ້າໃນການຊຸກຍູ້ການພົວພັນຮ່ວມມືລະຫວ່າງ 2 ປະເທດໃນບັນດາຂົງເຂດເສດຖະກິດ, ການສຶກສາ - ບຳລຸງສ້າງ, ວັດທະນະທຳ, ກິລາ, ການຮ່ວມມືລະຫວ່າງບັນດາທ້ອງຖິ່ນ, ແລະ ອື່ນໆ. ທ່ານຢືນຢັນວ່າໃນໄລຍະຈະມາເຖິງ, ສະມາຄົມຜັນຂະຫຍາຍຫຼາຍການເຄື່ອນໄຫວລະອຽດເພື່ອເພີ່ມທະວີການພົວພັນແລກປ່ຽນປະຊາຊົນ, ເຊື່ອມຕໍ່ວິສາຫະກິດ, ຊຸກຍູ້ການຮ່ວມມືທ້ອງຖິ່ນ, ການຮ່ວມມືລະຫວ່າງບັນດາມະຫາວິທະຍາໄລ, ພົບປະແລກປ່ຽນ, ກິລາລະຫວ່າງສອງປະເທດ.
ທ່ານອຸປະທູດ ຫງວຽນແມ້ງຖັງ ອວຍພອນສະມາຄົມມິດຕະພາບ ປອກຕຸຍການ - ຫວຽດນາມ ໄດ້ຮັບການສ້າງຕັ້ງໃນໂອກາດກົງກັບເວລາສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ. ທ່ານກ່າວວ່າ ນີ້ແມ່ນເຫດການທີ່ມີຄວາມໝາຍສຳຄັນ, ປະກອບສ່ວນຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມລະຫວ່າງ ຫວຽດນາມ ແລະ ປອກຕຸຍການ.
ຕີລາຄາສູງບັນດາການປະກອບສ່ວນຢ່າງຕັ້ງໜ້າຂອງບັນດາສະມາຊິກສະມາຄົມໃນໄລຍະຜ່ານມາ, ທ່ານອຸປະທູດ ຫງວຽນແມ້ງຖັງ ປາດຖະໜາວ່າ ໃນໄລຍະຈະມາເຖິງ, ສະມາຄົມຄວນສືບຕໍ່ໂຄສະນາພາບພົດຂອງປະເທດ ແລະ ປະຊາຊົນ ຫວຽດນາມ ໃຫ້ຊາວ ປອກຕຸຍການ, ຕັ້ງໜ້າຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມມືກັບ ຫວຽດນາມ ໃນບັນດາຂົງເຂດວິຊາສະເພາະ, ກຳລັງແຮງ ແລະ ຄວາມສາມາດຂອງບັນດາສະມາຊິກໃນສະມາຄົມ, ໜູນຊ່ວຍ ແລະ ເຂົ້າຮ່ວມບັນດາການເຄື່ອນໄຫວວຽກງານການຕ່າງປະເທດໂດຍສະຖານທູດ ຫວຽດນາມ ປະຈຳ ປອກຕຸຍການ ຈັດຕັ້ງ, ພິເສດແມ່ນບັນດາເຫດການການຕ່າງປະເທດສຳຄັນ, ປະຕິບັດບັນດາໂຄງການໜູນຊ່ວຍປະຊາຄົມຢູ່ ຫວຽດນາມ.
ສະມາຄົມມິດຕະພາບ ປອກຕຸຍການ - ຫວຽດນາມ ສ້າງຕັ້ງຂຶ້ນໂດຍກຸ່ມເພື່ອນມິດປອກຕຸຍການທີ່ຮັກແພງຫວຽດນາມ. ເຂົາເຈົ້າໄດ້ມີການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມລະຫວ່າງສອງປະເທດໃນໄລຍະມໍ່ໆມານີ້ ເຊັ່ນ: ເຊື່ອມຕໍ່ການພົວພັນແຮກສ່ຽວລະຫວ່າງນະຄອນ ໂຮ່ຈີມິນ ແລະ ນະຄອນ Porto (ກໍລະກົດ 2023), ລະຫວ່າງແຂວງ ດົ່ງນາຍ ແລະ ນະຄອນ Nova Villa de Gaia (ພຶດສະພາ 2025), ການຮ່ວມມືລະຫວ່າງຄະນະເສດຖະສາດ ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ ແລະ ຄະນະເສດຖະສາດ ມະຫາວິທະຍາໄລ Porto ກໍ່ຄືບັນດາການເຄື່ອນໄຫວ ສົ່ງເສີມການຄ້າ, ການລົງທຶນ, ການແລກປ່ຽນວັດທະນະທໍາ, ກິລາ ເປັນຕົ້ນ.
ສະມາຄົມມີສະມາຊິກປະມານ 50 ຄົນຈາກບັນດານະຄອນໃຫຍ່ຂອງປອກຕຸຍການເຊັ່ນ Lisbon, Porto, Braga, Nova Villa de Gaia ແລະ ເຮັດວຽກໃນຫຼາຍອາຊີບທີ່ແຕກຕ່າງກັນເຊັ່ນ: ທະນາຍຄວາມ, ອາຈານສອນມະຫາວິທະຍາໄລ, ຄູຝຶກກິລາ, ແລະ ພະນັກງານລັດຖະກອນຄຸ້ມຄອງໃນສະພານະຄອນ.
![]() | ສ້າງຕັ້ງສະມາຄົມມິດຕະພາບຫວຽດນາມ - ສ.ເກົາຫຼີ ຢູ່ແຂວງ ເທື່ອທຽນເຫ້ວ ຍສໝ - ທ່ານປະທານຄະນະກຳມະການປະຊາຊົນແຂວງເທື່ອທຽນເຫ້ວ ຫາກໍ່ໄດ້ອອກມະຕິຕົກລົງເລກທີ 2735/QD-UBND ລົງວັນທີ 21 ພະຈິກ 2023 ວ່າດ້ວຍການອະນຸມັດໃຫ້ສ້າງຕັ້ງສະມາຄົມມິດຕະພາບຫວຽດນາມ - ສ.ເກົາຫຼີ ແຂວງ ເທື່ອທຽນເຫ້ວ. ຂໍ້ຕົກລົງນີ້ມີຜົນສັກສິດນັບແຕ່ມື້ລົງລາຍເຊັນ. |
![]() | ພິທີສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງສະມາຄົມມິດຕະພາບຫວຽດນາມ-ໂຊວຽດ ຍສໝ - ໃນຕອນເຊົ້າວັນທີ 27 ມິຖຸນາ 2020, ຢູ່ຮ່າໂນ້ຍ ໄດ້ດໍາເນີນພິທີສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງສະມາຄົມມິດຕະພາບຫວຽດນາມ-ໂຊວຽດ-ວັນມູນເຊື້ອສະມາຄົມມິດຕະພາບຫວຽດນາມ-ລັດເຊຍ (23-5-1950 / 23-5-2020) ແລະສະເຫຼີມສະຫຼອງ 70 ປີແຫ່ງການສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ-ສະຫະພັນລັດເຊຍ (30-1-1950 / 30-1-2020). |
ແທັງຮັ່ງ