ປະທານປະເທດ: ບົດບາດສ້າງສັນຕິພາບຂອງການທູດຫວຽດນາມ ໄດ້ຮັບການສະແດງໃຫ້ເຫັນຕະຫຼອດໄປ
ວັນທີ 23 ເມສາ, ຢູ່ຮ່າໂນ້ຍ, ກະຊວງການຕ່າງປະເທດໄດ້ຈັດຕັ້ງການສຳມະນາສາກົນດ້ວຍຫົວຂໍ້ “50 ປີແຫ່ງການໂຮມປະເທດຊາດເປັນເອກະພາບ: ບົດບາດກໍ່ສ້າງທາງການທູດໃນປະຫວັດສາດ ແລະ ປະຈຸບັນ”.
ທ່ານປະທານປະເທດ ຫວຽດນາມ ໄດ້ເຂົ້າຮ່ວມ ແລະ ກ່າວຄຳປາໄສຊີ້ນຳ.
ໂດຍເຂົ້າຮ່ວມການສຳມະນາມີບັນດາສະຫາຍການນຳ, ອະດີດການນຳຂອງພັກ, ລັດ ແລະ ກະຊວງການຕ່າງປະເທດ, ການນຳບັນດາຄະນະ, ກະຊວງ, ຂະແໜງການສູນກາງ, ບັນດານັກຮົບເກົ່າປະຕິວັດ, ພະຍານປະຫວັດສາດ, ເພື່ອນມິດສາກົນ, ນັກວິທະຍາສາດພາຍໃນ ແລະ ຕ່າງປະເທດ.
ກ່າວຄຳປາໄສທີ່ໄຂເປີດກາສຳມະນາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ບຸ່ຍແທງເຊີນ ຖືວ່າ 50 ປີກ່ອນ, ໄຊຊະນະປະຫວັດສາດຂອງຂະບວນການໂຮ່ຈີມິນ ໄດ້ສິ້ນສຸດສົງຄາມຕໍ່ຕ້ານທີ່ຍາວນານ, ປົດປ່ອຍພາກໃຕ້ຢ່າງຄົບຖ້ວນ, ທ້ອນໂຮມປະເທດຊາດເປັນເອກະພາບ,ເປີດໄລຍະໃໝ່, ແມ່ນຍຸກແຫ່ງ “ເອກະລາດ - ເອກະພາບ - ສັນຕິພາບ ແລະ ພັດທະນາ” ໃຫ້ປະຊາຊົນຫວຽດນາມ.
ນັ້ນແມ່ນໄຊຊະນະແຫ່ງນ້ຳໃຈຮັກຊາດ, ນ້ຳໃຈສາມັກຄີປະເທດຊາດ ແລະ ຄວາມມຸ່ງມາດປາດຖະໜາອັນແຮງກ້າຂອງຊາວຫວຽດນາມ ກໍຄືປະຊາຊົນທີ່ຮັກສັນຕິພາບໃນທົ່ວໂລກ, ການທູດໄດ້ມີບົດບາດສໍາຄັນຫຼາຍໃນການເດີນທາງນັ້ນ.
![]() |
ທ່ານປະທານປະເທດ ເລືອງເກື່ອງ ກ່າວຄຳປາໄສທີ່ການສຳມະນາ. (ພາບ: Lam Khanh/TTXVN) |
ສະແດງຄວາມປິຕິຊົມຊື່ນເມື່ອເຂົ້າຮ່ວມການສຳມະນາໃນຊຸມວັນປະຫວັດສາດເດືອນເມສາຂອງປະເທດຊາດ, ທ່ານປະທານປະເທດ ເລືອງເກື່ອງ ຊີ້ແຈ້ງວ່າ ທຸກປະເທດ ແລະ ປະເທດຊາດໃນໂລກ, ບໍ່ວ່າໃຫຍ່ ຫຼື ນ້ອຍ, ໂດຍທົ່ວໄປລ້ວນແຕ່ຜ່ານຈຸດຫັນປ່ຽນ ແລະ ເສັ້ນທາງປະຫວັດສາດທີ່ກຳນົດຈຸດໝາຍປາຍທາງ ແລະ ເສັ້ນທາງແຫ່ງການພັດທະນາ.
ສຳລັບ ຫວຽດນາມ, ໄຊຊະນະ 30 ເມສາ 1975 ແມ່ນເຫດການສຳຄັນທີ່ສຸດໃນປະຫວັດສາດຂອງຊາດ. ຈາກນັ້ນ, ຫວຽດນາມໄດ້ເປັນເອກະພາບຢ່າງຄົບຖ້ວນ, ປະເທດຊາດເປັນເອກະພາບ; ຊາວຫວຽດນາມໄດ້ກ້າວເຂົ້າສູ່ຍຸກປະຫວັດສາດໃໝ່ - ຍຸກເອກະລາດ, ສາມັກຄີ, ທົ່ວປະເທດກ້າວໄປສູ່ສັງຄົມນິຍົມ.
ເນັ້ນໜັກເຖິງການປະກອບສ່ວນອັນໃຫຍ່ຫຼວງຂອງທາງການທູດຫວຽດນາມ ຕໍ່ໄຊຊະນະປະຫວັດສາດນັ້ນ, ທ່ານປະທານປະເທດ ຖືວ່າ: ເຄິ່ງສະຕະວັດໄດ້ຜ່ານໄປແລ້ວ, ແຕ່ຄວາມໝາຍປະຫວັດສາດ ແລະ ບົດຮຽນອັນເລິກເຊິ່ງຂອງໄຊຊະນະໃນວັນທີ 30 ເມສາ 1975 ໃຫ້ແກ່ການທູດຫວຽດນາມ ໃນການສ້າງສັນຕິພາບ, ປົກປັກຮັກສາ ແລະສ້າງສາປະເທດຊາດ ຍັງຄົງຮັກສາຄຸນຄ່າອັນດີງາມຂອງຊາດ ແລະຍຸກສະໄໝ.
ທ່ານປະທານປະເທດ ຢືນຢັນວ່າ ເມື່ອເບິ່ງຄືນປະຫວັດສາດແຫ່ງການຕໍ່ສູ້ປົດປ່ອຍຊາດ, ເອກະລາດ, ໂຮມປະເທດຊາດເປັນເອກະພາບຂອງປະຊາຊົນຫວຽດນາມ, ພວກເຮົາໄດ້ຮັບຮູ້ຢ່າງຈະແຈ້ງກວ່າອີກກ່ຽວກັບບົດບາດສຳຄັນຂອງການທູດ.
ພິເສດແມ່ນເມື່ອກົມການເມືອງປີ 1969 ອອກມະຕິກຳນົດ “ການທູດກາຍເປັນໜ້າທີ່ສຳຄັນທາງຍຸດທະສາດ, ມີຄວາມໝາຍຍຸດທະສາດ”, ການທູດໄດ້ກາຍເປັນເຄື່ອງມືສຳຄັນ, ປະກອບສ່ວນແບ່ງແຍກສັດຕູ, ໄດ້ຮັບການໜູນຊ່ວຍຂອງເພື່ອນມິດສາກົນ ແລະ ເຜີຍແຜ່ຄວາມຊອບທຳຂອງການຕໍ່ສູ້ຂອງປະຊາຊົນຫວຽດນາມ ໄປສູ່ໂລກ.
ຕາມທ່ານປະທານປະເທດແລ້ວ, ບົດບາດສ້າງສາສັນຕິພາບຂອງການທູດຫວຽດນາມ ຍັງໄດ້ຮັບການສະແດງໃຫ້ເຫັນໃນຕະຫຼອດໄລຍະປະຫວັດສາດ, ນັບແຕ່ການຕໍ່ສູ້ປົດປ່ອຍຊາດ ແລະ ທ້ອນໂຮມປະເທດຊາດເປັນເອກະພາບ ເຖິງການກໍ່ສ້າງ ແລະ ພັດທະນາປະເທດໃນສະໄໝສັນຕິພາບ.
ໃນນັ້ນ, ການທູດໄດ້ລະດົມກຳລັງໜູນດ້ານວັດຖຸ ແລະ ຈິດໃຈອັນໃຫຍ່ຫຼວງຈາກບັນດາປະເທດສັງຄົມນິຍົມ ແລະ ບັນດາປະເທດທີ່ກ້າວໜ້າໃນທົ່ວໂລກ, ສ້າງຂະບວນການສາກົນຢ່າງໃຫຍ່ຫຼວງທີ່ບໍ່ເຄີຍມີມາກ່ອນເພື່ອໜູນຊ່ວຍການຕໍ່ສູ້ອັນຍຸດຕິທຳຂອງປະຊາຊົນ ຫວຽດນາມ. ໃນປະຫວັດສາດສະຕະວັດທີ 20, ມີການຕໍ່ສູ້ບໍ່ຫຼາຍປານໃດຂອງຊົນຊາດໃດກໍ່ໄດ້ເຕົ້າໂຮມກຳລັງໜູນຢ່າງກວ້າງຂວາງ, ເຂັ້ມແຂງທັງຢູ່ພາຍໃນ ແລະ ຕ່າງປະເທດຄືປະຊາຊົນຫວຽດນາມ.
ທ່ານປະທານປະເທດຢືນຢັນວ່າ ເຄິ່ງສະຕະວັດໄດ້ຜ່ານໄປ, ແຕ່ການຕໍ່ສູ້ເພື່ອເອກະລາດແຫ່ງຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ, ກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດໄດ້ປະຖິ້ມບົດຮຽນອັນລ້ຳຄ່າຫຼາຍຢ່າງໃຫ້ແກ່ການທູດ.
![]() | [ຮູບພາບ] ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ໄດ້ພົບປະກັບອະດີດທະຫານອາສາສະໝັກ ຍສໝ - ໃນຂອບເຂດການຢ້ຽມຢາມທາງລັດຖະກິດ ຫວຽດນາມ, ວັນທີ 11 ກັນຍາ ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ທອງລຸນ ສີສຸລິດ ໄດ້ມີການພົບປະກັບອະດີດທະຫານອາສາສະໝັກ, ນັກຊ່ຽວຊານຫວຽດນາມ ແລະ ລຸ້ນໜຸ່ມ ຫວຽດນາມ - ລາວ. ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ... |
ມີງດຶກ