ກອງທັບຫວຽດນາມ, ລາວ ແລະ ກຳປູເຈຍ ຝຶກແອບຮ່ວມຢູ່ນະຄອນ ໂຮ່ຈີມິນ
| ບັນດາແມ່ຜູ້ທີສອງຂອງນັກສຶກສາ ລາວ, ກຳປູເຈຍ ຢູ່ນະຄອນ ໂຮ່ຈີມິນ | |
| ກອງທັບຫວຽດນາມ ພ້ອມກັບໂລກສ້າງສັນສັນຕິພາບ |
![]() |
| ກອງທັບລາວເຂົ້າຮ່ວມການຊ້ອມຮົບ ແລະ ການເດີນສວນສະໜາມ, ແຫ່ຂະບວນໃນຕອນຄ່ຳວັນທີ 22 ເມສາ |
|
![]() |
| ກຸ່ມທຸງແດງແມ່ນຫນຶ່ງໃນກຸ່ມທໍາອິດທີ່ກ້າວຂຶ້ນເວທີໃນລາຍການຊ້ອມຮົບຮ່ວມກັນ. |
![]() |
| ກອງທັບລາວໄປຮອດຫວຽດນາມ ແລະ ເຂົ້າຮ່ວມການຊ້ອມຮົບຮ່ວມກັນໃນຕອນຄ່ຳວັນທີ 22 ເມສານີ້. |
![]() |
| ທະຫານຂອງກອງທັບລາດຊະວົງ ກຳປູເຈຍ ໄດ້ເດີນຂະບວນຜ່ານເວທີ. |
![]() |
| ບັນດາທະຫານຂອງກອງທັບລາດຊະວົງ ກຳປູເຈຍ ໄດ້ເດີນທາງໄປຮອດຫວຽດນາມ 5 ວັນກ່ອນນີ້ ແລະ ໄດ້ມີການຝຶກຊ້ອມຢູ່ແຂວງ ບິ່ງເຢືອງ ກ່ອນຈະເຂົ້າຮ່ວມການຝຶກຊ້ອມຮົມຮ່ວມຢູ່ນະຄອນ ໂຮ່ຈີມິນ. |
![]() |
| ກຸ່ມດົນຕີກອງທັບແມ່ຍິງທີ່ໂດດເດັ່ນດ້ວຍສຽງແກ, ກອງ ແລະ ຈັງຫວະການເດີນຂະບວນທີ່ກ້າຫານ. |
![]() |
| ກຸ່ມກອງທັບ ແລະ ຕຳຫຼວດ 38 ຄົນ ໄດ້ເດີນຂະບວນຜ່ານເວທີຕາມລຳດັບ. ກອງຝຶກຊ້ອມຮົມຮ່ວມຄັ້ງທີ 2 ຢູ່ນະຄອນ ໂຮ່ຈີມິນ ມີຜູ້ເຂົ້າຮ່ວມປະມານ 10.000 ຄົນທີ່ຂຶ້ນກັບບັນດາກຳລັງກອງທັບ, ຕຳຫຼວດ, ທະຫານລາດປ້ອງກັນຕົນເອງ ແລະ ຜູ້ຕາງໜ້າທຸກຊັ້ນວັນນະປະຊາຊົນເຂົ້າຮ່ວມ. |
![]() |
| ພິທີແຫ່ຂະບວນ ແລະ ການເດີນສວນສະໜາມໄດ້ດຳເນີນຢູ່ຖະໜົນ ເລຢວນ, ຕໍ່ໜ້າຫໍປະຊຸມ ຖົງເຍິດ (ເມືອງ 1, ນະຄອນ ໂຮ່ຈີມິນ). |
![]() |
| ບັນດານາຍທະຫານຍິງຂອງກຳລັງຮັກສາສັນຕິພາບ ຫວຽດນາມ ທີ່ພົ້ນເດັ່ນໃນຮູບຖານການແຫ່ຂະບວນດ້ວຍໝວກເບເລສີຟ້າທີ່ເປັນເອກະລັກສະເພາະ. |
![]() |
| ບັນດາທະຫານຍິງແລ່ນເຕັມໄປດ້ວຍພະລັງຈິດໃຈ ແລະ ຄວາມພາກພູມໃຈ, ພ້ອມກັບພິທີການແຫ່ຂະບວນ ແລະ ການເດີນສວນສະໜາມທີ່ຈະຈັດຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 30 ເມສາ 2025. |
![]() |
| ບັນດາ “ກຸຫຼາບເຫຼັກ” ໄດ້ເຂົ້າຮ່ວມຊຸດຝຶກຊ້ອມຮ່ວມໃນຕອນແລງຂອງວັນທີ 22 ເມສາ 2025. |
![]() |
| ກຸ່ມຕຳຫຼວດຈະລາຈອນຍິງດ້ວຍບາດກ້າວຢ່າງເປັນເອກະພາບ. |
![]() |
| ຄາດວ່າ, ພາຍຫຼັງການຝຶກຊ້ອມຄັ້ງນີ້, ບັນດາກຳລັງແຫ່ຂະບວນ ແລະ ການເດີນສວນສະໜາມຈະເຂົ້າຮ່ວມການທົບທວນຄືນໃນເບື້ອງຕົ້ນໃນວັນທີ 25 ເມສາ ແລະ ການທົບທວນຂັ້ນລັດໃນວັນທີ 27 ເມສາ. |
![]() |
| ນອກຈາກບັນດາກຳລັງປະກອບອາວຸດຂອງກອງທັບ ແລະ ຕຳຫຼວດແລ້ວ, ການຝຶກຊ້ອມຮ່ວມຍັງມີການເຂົ້າຮ່ວມຂອງບັນດາກຸ່ມທີ່ຕາງໜ້າໃຫ້ບັນດາຊັ້ນວັນນະສັງຄົມຢູ່ນະຄອນ ໂຮ່ຈີມິນ. |
| ກອງທັບຫວຽດນາມ ຍາມໃດກໍ່ແມ່ນກຳລັງຈົ່ງຮັກພັກດີ, ໄວ້ເນື້ອເຊື່ອໃຈຂອງ ພັກ, ລັດ ແລະປະຊາຊົນ ກອງທັບປະຊາຊົນຫວຽດນາມ ໄດ້ພັກ ແລະປະທານໂຮ່ຈີມິນ ຈັດຕັ້ງກໍ່ສ້າງບົນພື້ນການກຳລັງການເມືອງ ແລະບັນດາຂະບວນການຕໍ່ສູ້ຂອງອົງການຈັດຕັ້ງມະຫາຊົນ, ລວມມີສາມປະເພດ: ທະຫານຫຼວງ, ທະຫານທ້ອງຖິ່ນ ແລະທະຫານລາດປ້ອງກັນຕົວ. |
| ບຸນປີໃໝ່ປະຈຳຊາດຫວຽດນາມ ເຊື່ອມຕໍ່ໄວໜຸ່ມຫວຽດນາມ - ລາວ - ກຳປູເຈຍ ຍສໝ - ບຸນເຕັດແມ່ນງານບຸນໃຫຍ່ ແລະສຳຄັນທີ່ສຸດຂອງຊາວຫວຽດນາມ ໃນປີ. ບຸນເຕັດກໍ່ເປັນການເລີ່ມຕົ້ນປີໃໝ່, ສະນັ້ນຈຶ່ງໄດ້ຮັບການຝາກຝັງຄວາມປາດຖະໜາຫຼາຍຢ່າງໃນປີ. |
ແທັງຮັ່ງ














