ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ຕ້ອນຮັບທ່ານພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດລາວ
ປະທານສະພາແຫ່ງຊາດຫວຽດນາມ ພົບປະກັບພະນັກງານ, ພາລະກອນສະຖານກົງສູນໃຫຍ່ຫວຽດນາມ ປະຈຳ Fukuoka | |
ການຢ້ຽມຢາມຂອງທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ເຮັດໃຫ້ການພົວພັນລະຫວ່າງ ຫວຽດນາມ-ຍີ່ປຸ່ນ ເລິກເຊິ່ງກວ່າອີກ |
ຕີລາຄາສູງຕໍ່ເລື່ອງປະເທດລາວ ຜັນຂະຫຍາຍການສັບຊ້ອນ, ຈັດຕັ້ງກົງຈັກການບໍລິຫານຢູ່ຂັ້ນສູນກາງ ແລະ ສ້າງຕັ້ງອໍານາດການປົກຄອງ ຂັ້ນຕາແສງເພື່ອແນໃສ່ສັບຊ້ອນກົງຈັກການຄຸ້ມຄອງບໍລິຫານໃຫ້ກະທັດຮັດ, ຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາຂອງປະເທດ, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ເຊື່ອໝັ້ນວ່າ ພາຍໃຕ້ນການນຳພາອັນສະຫຼາດສ່ອງໃສ, ໃກ້ຊິດ, ທັນການຂອງພັກ, ການຕິດຕາມກວດກາຢ່າງມີປະສິດທິຜົນຂອງສະພາແຫ່ງຊາດ ແລະການຊີ້ນຳ, ບໍລິຫານຢ່າງຂ້ຽວຂາດຂອງລັດຖະບານ, ປະເທດຊາດ ແລະປະຊາຊົນລາວ ຈະຜ່ານຜ່າທຸກຄວາມຫຍຸ້ງຍາກ, ປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຢ່າງມີໄຊ ແລະຈັດຕັ້ງກອງປະຊຸມໃຫຍ່ຂອງພັກທຸກຂັ້ນ, ກ້າວໄປເຖິງກອງປະຊຸມໃຫຍ່ທ່ົວປະເທດຂອງພັກ ປະສົບຜົນສຳເລັດໃນປີ 2026.
![]() |
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ມອບຮູບພາບໃຫ້ທ່ານພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດລາວ. ພາບ: quochoi.vn |
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ສະເໜີໃຫ້ສະພາແຫ່ງຊາດສອງປະເທດ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ພ້ອມກັນຕິດຕາມກວດກາການຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງຢ່າງມີປະສິດທິຜົນ; ເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ຂໍ້ມູນຂ່າວສານ ແລະ ປະສົບການໃນຂົງເຂດສັບຊ້ອນກົງຈັກ ບັນດາອົງການຂອງສະພາແຫ່ງຊາດໃຫ້ກະທັດຮັດ, ການເຄື່ອນໄຫວນິຕິບັນຍັດ, ຈັດຕັ້ງບັນດາຄະນະປະຕິບັດງານຕິດຕາມກວດກາ ແລະສຳຫຼວດຮ່ວມ, ກະຕຸກຊຸກຍູ້ລັດຖະບານ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ວິສາຫະກິດຜັນຂະຫຍາຍ ປະຕິບັດຖະແຫຼງການຮ່ວມ ຫວຽດນາມ - ລາວ ເປັນຢ່າງດີ. ໄປຄຽງຄູ່ກັນນັ້ນ, ທ່ານ ເຈິ່ນແທັງເໝິນ ສະເໜີໃຫ້ສອງຝ່າຍຍູ້ແຮງການຮ່ວມມືລະຫວ່າງບັນດາຄະນະກຳມາທິການຂອງສະພາແຫ່ງຊາດ ໃນການແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນປະສົບການ, ວິຊາການວິຊາສະເພາະໃນຂົງເຂດນິຕິບັນຍັດ, ຕິດຕາມກວດກາ ແລະຕົກລົງບັນຫາໃຫຍ່ຂອງປະເທດ; ສະເໜີສຸມໃສ່ການຮ່ວມມືລະຫວ່າງບັນດາທ້ອງຖິ່ນ, ເປັນຕົ້ນແມ່ນບັນດາແຂວງທີ່ມີເສັ້ນຊາຍແດນຮ່ວມ.
![]() |
ບັນຍາກາດທີ່ການຕ້ອນຮັບ. ພາບ: quochoi.vn |
ສ່ວນທ່ານພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດລາວ ໄດ້ສະແດງຄວາມຮັບຮູ້ຄຳເຫັນປະກອບຂອງທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ກ່ຽວກັບການຊຸກຍູ້ການພົວພັນຮ່ວມມືລະຫວ່າງອົງການນິຕິບັນຍັດ ຂອງສອງປະເທດໃຫ້ນັບມື້ນັບແໜ້ນແຟ້ນ ແລະມີປະສິດທິຜົນກວ່າອີກ; ຢືນຢັນວ່າຈະສົມທົບຢ່າງແໜ້ນແຟ້ນກັບສະພາແຫ່ງຊາດຫວຽດນາມ ໃນການຕິດຕາມກວດກາການປະຕິບັດບັນດາຂໍ້ຕົກລົງທີ່ໄດ້ລົງນາມ, ເປັນຕົ້ນແມ່ນບັນດາໂຄງການລົງທຶນຂອງຫວຽດນາມ ຢູ່ ລາວ.
* ໃນວັນດຽວກັນ, ທ່ານ ເຈີ່ນກວາງເຟືອງ ຮອງປະທານສະພາແຫ່ງຊາດຫວຽດນາມ ໄດ້ມີການພົບປະສອງຝ່າຍກັບທ່ານພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດລາວ.
ສອງຝ່າຍໄດ້ແລກປ່ຽນຂໍ້ມູນຂ່າວສານກ່ຽວກັບສະພາບການຢູ່ແຕ່ລະປະເທດ ແລະບາງໝາກຜົນການເຄື່ອນໄຫວຂອງສະພາແຫ່ງຊາດສອງປະເທດ; ຕີລາຄາສູງ ແລະສະແດງຄວາມພາກພູມໃຈຕໍ່ການພັດທະນາອັນດີງາມ ຂອງການພົວພັນຮ່ວມມືລະຫວ່າງສອງສະພາແຫ່ງຊາດໃນໄລຍະມໍ່ໆມານີ້, ທັງຢູ່ໃນກົນໄກຮ່ວມມືສອງຝ່າຍ ກໍຄືຢູ່ໃນບັນດາເວທີປາໄສລັດຖະສະພາພາກພື້ນ ແລະສາກົນ; ເຫັນດີສືບຕໍ່ເພີ່ມທະວີການທາບທາມຄໍາເຫັນ, ສົມທົບກັນຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສລັດຖະສະພາຫຼາຍຝ່າຍ. ສອງຝ່າຍຍັງລົງເລິກແລກປ່ຽນ, ແບ່ງປັນບົດຮຽນປະສົບການໃນວຽກງານລັດຖະສະພາ, ພິເສດແມ່ນວຽກກງານຕິດຕາມກວດກາການຜັນຂະຫຍາຍຂໍ້ຕົກລົງຂັ້ນສູງ, ລວມທັງການຜັນຂະຫຍາຍບັນດາໂຄງການຮ່ວມມືຍຸດທະສາດພັດທະນາເສດຖະກິດ-ສັງຄົມ ແລະພັດທະນາພື້ນຖານໂຄງລ່າງຂອງສອງປະເທດ, ປະກອບສ່ວນຮັກສາຄວາມໝັ້ນຄົງ, ສະຖຽນລະພາບຢູ່ເຂດຊາຍແດນ ກໍ່ຄືຊຸກຍູ້ການຮ່ວມມືລະຫວ່າງທ້ອງຖິ່ນຂອງສອງປະເທດ.
![]() | ປະທານສະພາແຫ່ງຊາດຫວຽດນາມ ພົບປະເຈລະຈາກັບທ່ານປະທານາທິບໍດີສະຫະພັນລັດເຊຍ ຍສໝ - ທ່ານປະທານາທິບໍດີ Vladimir Putin ໄດ້ຕີລາຄາສູງຄວາມໝາຍ ແລະ ໝາກຜົນການຢ້ຽມຢາມຂອງທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ; ສະເໜີໃຫ້ 2 ອົງການນິຕິບັນຍັດຂອງ 2 ປະເທດສືບຕໍ່ເພີ່ມທະວີການຮ່ວມມືລັດຖະສະພາ, ປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ 2 ປະເທດໃຫ້ແທດຈິງ, ມີປະສິດທິຜົນ |