ເງິນຕາຕ່າງປະເທດສົ່ງມານະຄອນໂຮ່ຈິມິນ ບັນລຸກວ່າ 2,4 ຕື້ USD
![]() | ນຳວົງເງິນການຄ້າສອງສົ້ນຂອງຫວຽດນາມ-ນິວຊີແລນ ໃຫ້ບັນລຸເປົ້າໝາຍ 3 ຕື້ USD |
![]() | ການນຳເຂົ້າ, ສົ່ງອອກຂອງ ຫວຽດນາມ ໃນປີນີ້ ບັນລຸ 800 ຕື້ USD, ຄາດວ່າວົງການສົ່ງອອກບັນລຸ 403 ຕື້ USD. |
ເຖິງວ່າຕະຫຼາດການເງິນທົ່ວພວມມີການຜັນແປຫຼາຍຢ່າງກໍ່ຕາມ, ແຕ່ຍອດຈຳນວນເງິນສົ່ງໄປນະຄອນ ໂຮ່ຈິມິນ ຍັງຮັກສາລະດັບເຕີບໂຕຢ່າງຕັ້ງໜ້າໃນ 3 ເດືອນຕົ້ນປີ 2025.
ຕາມທ່ານ ຫງວຽນດຶກເລ້ງ, ຮອງຜູ້ອໍານວຍການທະນາຄານແຫ່ງລັດ ສາຂາເຂດ 2 ຄາດວ່າ ມາຮອດທ້າຍເດືອນມີນາ 2025, ຍອດຈຳນວນເງິນສົ່ງໄປນະຄອນໂຮ່ຈີມິນ ບັນລຸ 2,412 ຕື້ USD, ເທົ່າກັບ 25,3% ເມື່ອທຽບໃສ່ໝົດປີ 2024 ແລະ ເພີ່ມຂຶ້ນ 19,6% ເມື່ອທຽບໃສ່ໄຕມາດ 4 2024 ຜ່ານມາ. ໃນນັ້ນ, ຍອດຈຳນວນເງິນສົ່ງໄປຜ່ານບັນດາບໍລິສັດໂອນເງິນໃນໄຕມາດບັນລຸ 1,757 ຕື້ USD ແລະ ຜ່ານບັນດາທະນາຄານການຄ້າບັນລຸໄດ້ 655 ລ້ານ USD.
![]() |
ຮູບປະກອບ: ເຈີ່ນຫວຽດ/ສຳນັກຂ່າວສານ ຫວຽດນາມ |
ເມື່ອທຽບໃສ່ໄລຍະດຽວກັນຂອງປີກ່ອນ, ຍອດເງິນຕາງປະເທດສົ່ງກັບໃນໄຕມາດທີ 1 ປີ 2025 ແມ່ນຕ່ຳກວ່າໄຕມາດທີ 1 ປີ 2024, ແຕ່ກໍ່ຍັງສູງກວ່າໄຕມາດທີ 1 ປີ 2023 ແລະ ໄຕມາດທີ 1 ປີ 2022. ສະເພາະ, ຍອດເງິນໂອນໃນໄຕມາດທີ 1 ປີ 2024 ແມ່ນ 2.89 ຕື້ USD; Q1/2023 ແມ່ນ: 2.119 ຕື້ USD ແລະ Q1/2022 ແມ່ນ 1.775 ຕື້ USD.
ເຖິງວ່າໂຄງປະກອບ ແລະ ອັດຕາສ່ວນການແລກປ່ຽນເງິນຕາຕ່າງປະເທດຕາມພາກພື້ນໄດ້ມີການປ່ຽນແປງ, ແຕ່ການການແລກປ່ຽນເງິນຕາຕ່າງປະເທດຈາກອາຊີຍັງກວມເອົາອັດຕາສ່ວນທີ່ສູງທີ່ສຸດ, ກວມເອົາ 48,7% ແລະ ເພີ່ມຂຶ້ນ 46,1% ເມື່ອທຽບໃສ່ໄຕມາດຜ່ານມາ (ໄຕມາດ 4/2024). ນີ້ແມ່ນລະດັບການເຕີບໂຕສູງທີ່ສຸດເມື່ອທຽບໃສ່ຂົງເຂດອື່ນໆ.
ຕີລາຄາສະພາບການແລກປ່ຽນເງິນຕາຕ່າງປະເທດຢູ່ນະຄອນ ໂຮ່ຈິມິນ, ທ່ານ ຫງວຽນດຶກເລ້ງ ໃຫ້ຮູ້ວ່າ ບັນດາປັດໄຈສົ່ງຜົນສະທ້ອນຢ່າງຕັ້ງໜ້າເຖິງແຫຼ່ງໂອນເງິນສືບຕໍ່ໄດ້ຮັບການເສີມຂະຫຍາຍ ແລະ ຕິດພັນກັບປະສິດທິຜົນຂອງກົນໄກນະໂຍບາຍກ່ຽວກັບເງິນຕາ ແລະ ເງິນຕາຕ່າງປະເທດ, ສະພາບແວດລ້ອມແຫ່ງການລົງທຶນ ແລະ ການດຳເນີນທຸລະກິດແບບໝັ້ນຄົງ, ການພັດທະນາຂອງຕະຫຼາດແຮງງານ.
ນອກຈາກນັ້ນ, ບັນດາບໍລິສັດການແລກປ່ຽນເງິນຕາຕ່າງປະເທດ ແລະ ທະນາຄານການຄ້າທີ່ມີຄຸນະພາບການບໍລິການທີ່ດີ, ນໍາເອົາຜົນປະໂຫຍດ ແລະ ຄວາມສະດວກສູງສຸດໃຫ້ແກ່ຜູ້ໄດ້ຮັບຜົນປະໂຫຍດ ກໍ່ສົ່ງຜົນກະທົບຢ່າງຕັ້ງໜ້າກັບຈໍານວນການສົ່ງເງິນເຂົ້າເມືອງໃນ 3 ເດືອນຕົ້ນປີ.
ຕາມທະນາຄານແຫ່ງລັດ ສາຂາເຂດ 2, ດ້ວຍຜັນແປເສດຖະກິດທົ່ວປະເທດ ເວົ້າລວມ ແລະ ນະຄອນໂຮ່ຈິມິນ ເວົ້າສະເພາະ ສືບຕໍ່ເຕີບໂຕຢ່າງຕັ້ງໜ້າ; ສະພາບແວດລ້ອມແຫ່ງການລົງທຶນ ແລະ ດຳເນີນທຸລະກິດທີ່ສະດວກ, ການພັດທະນາທີ່ໜ້າປະທັບໃຈຂອງບັນດາການເຄື່ອນໄຫວການທ່ອງທ່ຽວ, ວັດທະນະທຳກິລາ ຕິດພັນກັບຄວາມງາມທາງດ້ານວັດທະນະທຳມູນເຊື້ອຂອງຊາດ ແລະ ບັນດາການເຄື່ອນໄຫວສະເຫຼີມສະຫຼອງບັນດາວັນບຸນທີ່ສຳຄັນຂອງປະເທດຊາດ, ຈະເປັນບັນດາປັດໃຈທີ່ສົ່ງຜົນກະທົບຢ່າງຕັ້ງໜ້າຕໍ່ການດຶງດູດການແລກປ່ຽນເງິນຕາຕ່າງປະເທດ ແລະ ການນຳໃຊ້ແຫຼ່ງການແລກປ່ຽນເງິນຕາຕ່າງປະເທດທີ່ມີປະສິດທິຜົນໃນປີ 2025 ແລະ ບັນດາປີຕໍ່ໄປ.
ໃນປີ 2024, ການສົ່ງເງິນຕ່າງປະເທດສົ່ງມານະຄອນໂຮ່ຈິມິນ ບັນລຸ 9,547 ຕື້ USD, ເພີ່ມຂຶ້ນ 0,9% ເມື່ອທຽບໃສ່ປີ 2023; ໃນນັ້ນ, ອາຊີ ແລະ ອາເມລິກາ ແມ່ນສອງພາກພື້ນທີ່ມີຈຳນວນການແລກປ່ຽນເງິນຕາຕ່າງປະເທດສູງສຸດ, ກວມເອົາ 82,2% ຂອງຍອດຈຳນວນການແລກປ່ຽນເງິນຕາຕ່າງປະເທດໃນປີ 2024.
ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023, ຈຳນວນການແລກປ່ຽນເງິນຕາຕ່າງປະເທດຈາກພາກພື້ນອາຊີເພີ່ມຂຶ້ນ 2,5%; ອາເມລິກາ ເພີ່ມຂຶ້ນ 7,4%; ໂອເຊຍເນຍ ເພີ່ມຂຶ້ນ 8,7%. ໃນທິດທາງກົງກັນຂ້າມ, ຈຳນວນການແລກປ່ຽນເງິນຕາຕ່າງປະເທດຈາກເອີຣົບ ຫຼຸດລົງ 23% ແລະ ຈາກອາຟຣິກາ 33% ເມື່ອທຽບກັບປີ 2023.
![]() | ຮ່າໂນ້ຍ ເກັບລາຍຮັບໄດ້ກວ່າ 2,18 ຕື້ດົ່ງ ໃນໂອກາດບຸນວັນຊາດທີ 2 ກັນຍາ ຍສໝ - ໃນໄລຍະພັກບຸນວັນຊາດ ວັນທີ 2 ກັນຍາ 4 ວັນ (ແຕ່ວັນທີ 31 ສິງຫາ ຫາວັນທີ 3 ກັນຍາ), ນະຄອນຫຼວງຮ່າໂນ້ຍ ໄດ້ຕ້ອນຮັບນັກທ່ອງທ່ຽວ 672.900 ເທື່ອຄົນ, ເພີ່ມຂຶ້ນ 5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ລວມຍອດລາຍຮັບຈາກນັກທ່ອງທ່ຽວບັນລຸກວ່າ 2,18 ຕື້ດົ່ງ; ... |
![]() | ຫວຽດນາມ - ອິນເດຍ ມຸ່ງໄປເຖິງຈຸດໝາຍວົງເງິນການຄ້າສອງຝ່າຍບັນລຸ 20 ຕື້ USD ຍສໝ - ຫວຽດນາມ - ອິນເດຍ ໜູນຊ່ວຍ ແລະ ຊຸກຍູ້ການເຄື່ອນໄຫວໂອ້ລົມສົນທະນາ, ເຊື່ອມຕໍ່ການລົງທຶນ, ສ້າງເງື່ອນໄຂໃຫ້ວິສາຫະກິດຂອງ 2 ຝ່າຍເປີດກວ້າງການຮ່ວມມື, ລົງທຶນ ແລະ ດຳເນີນທຸລະກິດຢ່າງມີປະສິດທິຜົນ; ຍູ້ແຮງ ແລະ ຜັນຂະຫຍາຍບັນດາມາດຕະການຢ່າງມີປະສິດທິຜົນ ເພື່ອແນໃສ່ປະຕິບັດສຳເລັດຈຸດໝາຍວົງເງິນການຄ້າ 2 ຝ່າຍບັນລຸ 20 ຕື້ USD ໃນໄລຍະຈະມາເຖິງ. |
ແທັງຮັ່ງ