ຫວຽດນາມ-ຈີນ ຊຸກຍູ້ຫັນບັນດາຄວາມຮູ້ລວມສໍາຄັນປະກົດຜົນເປັນຈິງ
ຜູ້ຊົງຄຸນວຸດທິມິດຕະພາບ ຈີນ ປະກອບສ່ວນພັດທະນາການພົວພັນ ຫວຽດນາມ-ຈີນ ແບບຍືນຍົງ | |
ການຢ້ຽມຢາມ ຈີນ ຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ສະແດງໃຫ້ເຫັນ “ຄວາມສຳຄັນ” ຂອງການພົວພັນ ຫວຽດນາມ - ຈີນ |
ທີ່ການພົບປະ, ທ່ານ ເຈິ່ນແທງເໝິນ ປະທານສະພາແຫ່ງຊາດ ເນັ້ນໜັກວ່າ ການຢ້ຽມຢາມທາງລັດຖະກິດຫວຽດນາມ ຄັ້ງທີ 4 ຂອງທ່ານ ສີຈິ້ນຜິງ ໃນຖານະທີ່ເປັນການນຳສູງສຸດຂອງພັກ, ລັດຈີນ ບໍ່ພຽງແຕ່ສະແດງໃຫ້ເຫັນການຖືເປັນສໍາຄັນຕໍ່ກັບການພົວພັນຮ່ວມມືຮອບດ້ານລະຫວ່າງສອງປະເທດເທົ່ານັ້ນ, ຫາກຍັງເປັນຂີດໝາຍສໍາຄັນ, ເປີດອອກໄລຍະໃໝ່ໃນການປັບປຸງ ແລະພັດທະນາການພົວພັນ “ທັງເປັນສະຫາຍ, ທັງເປັນອ້າຍນ້ອງ” ອີກດ້ວຍ.
![]() |
ທ່ານ ເຈິ່ນແທງເໝິນ ປະທານສະພາແຫ່ງຊາດຫວຽດນາມ ແລະທ່ານ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດຈີນ. ພາບ: TTXVN |
ທ່ານ ເຈິ່ນແທງເໝິນ ປະທານສະພາແຫ່ງຊາດ ຢືນຢັນວ່າ ການຮ່ວມມືລະຫວ່າງສະພາແຫ່ງຊາດຫວຽດນາມ ແລະສະພາແຫ່ງຊາດຈີນ ໄດ້ກາຍເປັນເສົາຄ້ຳສຳຄັນ, ປະກອບສ່ວນສ້າງພື້ນຖານອັນໝັ້ນແກ່ນສຳລັບການພັດທະນາແບບຍືນຍົງຂອງການພົວພັນສອງຝ່າຍ. ທ່ານປະທານສະພາແຫ່ງຊາດຫວຽດນາມ ໄດ້ຕີລາຄາສູງບົດບາດຂອງຊ່ອງທາງການຮ່ວມມືລະຫວ່າງສະພາແຫ່ງຊາດ ໃນການຊຸກຍູ້ການເຈລະຈາຍຸດທະສາດ, ແບ່ງປັນບົດຮຽນດ້ານນິຕິກຳ, ຕິດຕາມກວດກາ ແລະຕົກລົງຕໍ່ບັນຫາໃຫຍ່, ຜ່ານນັ້ນປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະສ້າງເງື່ອນໄຂສະດວກໃຫ້ບັນດາຂໍ້ລິເລີ່ມຮ່ວມມືລະຫວ່າງສອງປະເທດ.
![]() |
ບັນຍາກາດທີ່ການພົບປະ. ພາບ: TTXVN |
ສະແດງຄວາມເຫັນດີເຫັນພ້ອມກັບຂໍ້ສະເໜີຂອງທ່ານ ເຈິ່ນແທງເໝິນ ປະທານສະພາແຫ່ງຊາດຫວຽດນາມ, ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດຈີນ ຢືນຢັນສະໜັບສະໜູນສະພາແຫ່ງຊາດຈີນ ເພີ່ມທະວີການພົບປະແລກປ່ຽນ ແລະການຮ່ວມມືກັບສະພາແຫ່ງຊາດຫວຽດນາມ; ຊົມເຊີຍ ທ່ານ ເຈິ່ນແທງເໝິນ ປະທານສະພາແຫ່ງຊາດ ມາຢ້ຽມຢາມຈີນ ເພື່ອເພີ່ມທະວີການແລກປ່ຽນລະຫວ່າງອົງການນິຕິບັນຍັດສອງປະເທດ.
![]() | ຫວຽດນາມ-ຈີນ ຍົກສູງຄຸນນະພາບ, ປະສິດທິຜົນຂອງການຮ່ວມມືຢ່າງແທດຈິງ ຍສໝ - ຕອນບ່າຍວັນທີ 14 ເມສາ, ຢູ່ສຳນັກງານສູນກາງພັກ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ໄດ້ມີການພົບປະກັບທ່ານ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດຈີນ. |
![]() | ຂີດໝາຍໃໝ່ໃນປະຫວັດສາດແຫ່ງການພົວພັນມິດຕະພາບສອງຝ່າຍຫວຽດນາມ-ຈີນ ຍສໝ - ຕອນບ່າຍວັນທີ 14 ເມສາ, ພາຍໃຕ້ການເປັນປະທານຂອງທ່ານ ໂຕເລິມ, ພິທີຕ້ອນຮັບທ່ານ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດຈີນ ມາຢ້ຽມຢາມທາງລັດຖະກິດຢູ່ຫວຽດນາມ ໄດ້ໄຂຂຶ້ນຢ່າງສົມກຽດຢູ່ທຳນຽບປະທານປະເທດ. |