ຫວຽດນາມ-ຈີນ ຍົກສູງຄຸນນະພາບ, ປະສິດທິຜົນຂອງການຮ່ວມມືຢ່າງແທດຈິງ
ຜູ້ຊົງຄຸນວຸດທິມິດຕະພາບ ຈີນ ປະກອບສ່ວນພັດທະນາການພົວພັນ ຫວຽດນາມ-ຈີນ ແບບຍືນຍົງ | |
ກອງປະຊຸມສຳມະນາ : "ຍົກສູງຄຸນນະພາບ ບຳລຸງສ້າງພະນັກງານຖະແຫຼງຂ່າວ, ສື່ສານມວນຊົນ ໃຫ້ ສປປ ລາວ ຢູ່ຫວຽດນາມ ໃນໄລຍະປະຈຸບັນ" |
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ໄດ້ສະແດງຄວາມເຄົາລົບນັບຖື ແລະຕີລາຄາສູງຕໍ່ເລື່ອງທ່ານ ສີຈິ້ນຜິງ ເປັນການນຳຜູ້ທຳອິດຂອງພັກ, ລັດຈີນ ທີ່ມາຢ້ຽມຢາມຫວຽດນາມ 4 ຄັ້ງ ໃນຖານະເປັນເລຂາທິການໃຫຍ່, ປະທານປະເທດ ຈີນ; ເຊື່ອໝັ້ນວ່າ ການຢ້ຽມຢາມຄັ້ງນີ້ຈະສືບຕໍ່ເປັນຂີດໝາຍປະຫວັດສາດ, ປະກອບສ່ວນເຂົ້າໃນການກໍານົດທິດຍຸດທະສາດ ແລະສ້າງກໍາລັງໜູນເພື່ອຊຸກຍູ້ການພົວພັນລະຫວ່າງສອງພັກ, ສອງປະເທດ.
![]() |
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ພົບປະກັບທ່ານ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດຈີນ. ພາບ: ຟ້າມຫາຍ |
ທີ່ການພົບປະ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ໄດ້ແຈ້ງໃຫ້ຊາບໂດຍສັງເຂບກ່ຽວກັບສະພາບການພັດທະນາເສດຖະກິດ - ສັງຄົມຂອງຫວຽດນາມ, ເປັນຕົ້ນແມ່ນການປະຕິບັດ “3 ບາດກ້າວບຸກທະລຸຍຸດທະສາດ” ແລະການຜັນຂະຫຍາຍ “ສີ່ຍຸດທະສາດ” ລວມມີຄວາມບຸກທະລຸໃນການພັດທະນາວິທະຍາສາດ-ເຕັກໂນໂລຢີ, ປະຕິບັດການປະຕິວັດກ່ຽວກັບການປັບປຸງກົງຈັກການຈັດຕັ້ງ, ພັດທະນາເສດຖະກິດພາກເອກະຊົນ ແລະກໍ່ສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງຕິດພັນກັບການເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ. ທ່ານນາຍົກລັດຖະມົນຕີ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຖືການພັດທະນາການພົວພັນກັບ ຈີນ ແມ່ນຄວາມຮຽກຮ້ອງພາວະວິໄສ, ການເລືອກເຟັ້ນຍຸດທະສາດ ແລະບຸລິມະສິດແຖວໜ້າ; ຕັດສິນໃຈຊຸກຍູ້ການກໍ່ສ້າງປະຊາຄົມແບ່ງປັນອະນາຄົດ ຫວຽດນາມ - ຈີນ ທີ່ມີຄວາມໝາຍຍຸດທະສາດໃຫ້ນັບມື້ນັບສະໜິດແໜ້ນ, ສົມກັບລະດັບສູງຍຸດທະສາດ ແລະຄວາມຍາວນານທາງປະຫວັດສາດແຫ່ງການພົວພັນມິດຕະພາບລະຫວ່າງສອງພັກ, ສອງປະເທດ.
![]() |
ບັນຍາກາດທີ່ການພົບປະ. ພາບ: ຟ້າມຫາຍ |
ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດຈີນ ຢືນຢັນວ່າ ພັກ, ລັດຖະບານຈີນ ຢຶດໝັ້ນຕໍ່ນະໂຍບາຍມິດຕະພາບກັບຫວຽດນາມ, ຍາມໃດກໍ່ຖືຫວຽດນາມ ເປັນທິດທາງບຸລິມະສິດໃນນະໂຍບາຍດ້ານການທູດບ້ານໃກ້ເຮືອນຄຽງ; ຍືດໝັ້ນສະໜັບສະໜູນຫວຽດນາມ ໄປຕາມເສັ້ນທາງສັງຄົມນິຍົມທີ່ເໝາະສົມກັບສະຖານະການຂອງຫວຽດນາມ, ພ້ອມແລ້ວທີ່ຈະປະສານສົມທົບກັບຫວຽດນາມ ສຸມໃສ່ກໍ່ສ້າງປະຊາຄົມແບ່ງປັນອະນາຄົດລະຫວ່າງສອງປະເທດໃນຂອບເຂດການກໍານົດທິດ “6 ກວ່າ”, ປະກອບສ່ວນເຂົ້າພາລະກິດກ້າວໜ້າຂອງມວນມະນຸດ.
ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດຈີນ ຊົມເຊີຍ ແລະ ຕີລາຄາສູງຄຳຄິດເຫັນຂອງທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ກ່ຽວກັບມາດຕະການເພີ່ມທະວີການພົວພັນລະຫວ່າງສອງພັກ, ສອງປະເທດ, ຫວັງວ່າ ສອງຝ່າຍເສີມຂະຫຍາຍກົນໄກແລກປ່ຽນ; ກໍາແໜ້ນກາລະໂອກາດພັດທະນາໃນຂົງເຂດວິທະຍາສາດ - ເຕັກໂນໂລຊີ ເພື່ອຂຸດຄົ້ນຄວາມສາມາດບົ່ມຊ້ອນການຮ່ວມມືດ້ານເສດຖະກິດ ແລະພັດທະນາບັນດາຂະແໜງອາຊີບ; ສະເໜີໃຫ້ສອງຝ່າຍຈັດຕັ້ງບັນດາກິດຈະກຳໃນຂອບເຂດປີພົບປະແລກປ່ຽນມະນຸດສະທຳ ຫວຽດນາມ - ຈີນ ເປັນຢ່າງດີ; ສະເໜີໃຫ້ບັນດາກະຊວງ, ຂະແໜງການຂອງສອງຝ່າຍເປັນເຈົ້າການ, ຕັ້ງໜ້າຈັດຕັັ້ງປະຕິບັດໂຄງການຮ່ວມມື; ຄວບຄຸມຄວາມບໍ່ລົງລອຍກັນຕາມຄວາມຮັບຮູ້ລວມຂອງການນຳຂັ້ນສູງ, ຊຸກຍູ້ການຮ່ວມມືຢູ່ທະເລ, ພ້ອມກັນຮັກສາສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ ແລະໃນໂລກ.
![]() | ເສີມຂະຫຍາຍກຳລັງແຮງຂອງພີ່ນ້ອງຊາວຫວຽດນາມ ຢູ່ຕ່າງປະເທດໃນການຊຸກຍູ້ການພົວພັນ ຫວຽດນາມ - EU ຍສໝ - ນີ້ແມ່ນເນື້ອໃນທີ່ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ລາຊະອານາຈັກ ແບນຊິກ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສະຫະພາບເອີລົບ (EU) ຫງວຽນວັນຖາວ ພິຈາລະນາເມື່ອເຮັດວຽກກັບທ່ານຮອງລັດຖະມົນຕີຜູ້ປະຈຳການ ເລຫາຍບິ່ງ ໃນວັນທີ 9 ເມສາ ຢູ່ ຮ່າໂນ້ຍ. |
![]() | ວັນທີ 30 ເມສາ ໃນຄວາມຊົງຈຳຂອງເພື່ອນມິດສາກົນ ຍສໝ - ວັນທີ 30 ເມສາ 1975, ແມ່ນຈຸດເວລາປະຫວັດສາດທີ່ ຫວຽດນາມ ໄດ້ຮັບການປົດປ່ອຍຢ່າງສິ້ນເຊີງ, ໂຮມປະເທດຊາດເປັນເອກະພາບ, ໄດ້ຝາກຄວາມໄວ້ເນື້ອເຊື່ອໃຈຢ່າງເລິກເຊິ່ງໃນຄວາມຊົງຈຳຂອງບັນດາເພື່ອນມິດສາກົນ. |