ຄະນະຜູ້ແທນຂັ້ນສູງແຂວງ ຢາລາຍ ໄປຢ້ຽມຢາມ ແລະ ອວຍພອນປີໃໝ່ແຂວງ ອັດຕະປື
![]() | ຄະນະຜູ້ແທນຂັ້ນສູງແຂວງ ແທັງຮ໋ວາ ອວຍພອນບຸນປີໃໝ່ຢູ່ແຂວງ ຫົວພັນ (ສປປ ລາວ) |
![]() | ແຂວງ ອັດຕະປື (ລາວ) ປາດຖະໜາຢາກຮຽນຮູ້ຈາກ ດັກລັກ ກ່ຽວກັບປະສົບການໃນການເປີດກວ້າງຕະຫຼາດ |
ໂດຍໄດ້ໃຫ້ການຕ້ອນຮັບຄະນະປະຕິບັດງານແຂວງ ຢາລາຍ ມີທ່ານ ທະນູໄຊ ບັນຊາລິດ ກຳມະການຄະນະປະຈຳພັກແຂວງ, ຮອງເຈົ້າແຂວງ ອັດຕະປື.
![]() |
ຄະນະຜູ້ແທນຂັ້ນສູງແຂວງ ຢາລາຍ ໂດຍທ່ານ ຫງວຽນຕ໋ວນແອງ ກຳມະການຄະນະປະຈຳພັກແຂວງ, ຮອງປະທານຄະນະກຳມະການປະຊາຊົນແຂວງ ເປັນຫົວໜ້າຄະນະ ໄດ້ໄປຢ້ຽມຢາມ ແລະ ອວຍພອນປີໃໝ່ເຖິງການນຳ ແລະ ປະຊາຊົນບັນດາເຜົ່າໃນແຂວງ ອັດຕະປື ເນື່ອງໃນໂອກາດບຸນກຸດຈີນປີໃໝ່ປະຈໍາຊາດ. ພາບ: ມິງເຟືອງ |
ໃນບັນຍາກາດອັນເຄັ່ງຂຶມ, ສະເທືອນໃຈ, ຕາງໜ້າອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນບັນດາເຜົ່າໃນແຂວງ ຢາລາຍ, ທ່ານ ຮອງປະທານຄະນະກຳມະການປະຊາຊົນແຂວງ ຫງວຽນຕ໋ວນແອງ ໄດ້ແບ່ງເບົາຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງຕໍ່ການເສຍຊີວິດຂອງສະຫາຍ ຄຳໄຕ ສີພັນດອນ - ອະດີດປະທານພັກປະຊາຊົນປະຕິວັດລາວ, ອະດີດປະທານປະເທດ ລາວ.
ທ່ານຮອງປະທານຄະນະກຳມະການປະຊາຊົນແຂວງ ຢາລາຍ ເນັ້ນໜັກວ່າ ສະຫາຍ ຄຳໄຕ ສີພັນດອນ ບໍ່ພຽງແຕ່ແມ່ນຜູ້ນຳທີ່ດີເດັ່ນຂອງລຸ່ນທຳອິດກໍ່ສ້າງການປະຕິວັດລາວ ເທົ່ານັ້ນ, ຫາກຍັງແມ່ນເພື່ອນມິດທີ່ດີ, ສະຫາຍທີ່ສະໜິດສະໜົມທີ່ສະໜິດສະໜົມຍາມໃດກໍ່ຢູ່ຄຽງຂ້າງກັນກັບຫວຽດນາມ ໃນຕະຫລອດການເດີນທາງຕໍ່ສູ້, ປົກປັກຮັກສາປະເທດຊາດ, ເພື່ອພາລະກິດປະຕິວັດຂອງສອງປະເທດອ້າຍນ້ອງ ລາວ - ຫວຽດນາມ.
ພ້ອມກັນນັ້ນ, ທ່ານຮອງປະທານຄະນະກຳມະການປະຊາຊົນແຂວງ ຢາລາຍ ໄດ້ສົ່ງຄຳອວຍພອນປີໃໝ່ມາເຖິງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນບັນດາເຜົ່າໃນແຂວງອັດຕະປື, ຢືນຢັນວ່າ ລຸ້ນໜຸ່ມໃນປະຈຸບັນ ຈະສືບຕໍ່ລຸ້ນກ່ອນປັບປຸງ, ກໍ່ສ້າງ ແລະ ພັດທະນາສາຍພົວພັນແບບພິເສດລະຫວ່າງພັກ, ລັດ ແລະ ປະຊາຊົນສອງປະເທດຫວຽດນາມ - ລາວ, ໃນນັ້ນ ມີແຂວງ ຢາລາຍ ແລະ ອັດຕະປື ຍາມໃດກໍ່ເພີ່ມພູນຄູນສ້າງ, ສະໜິດຕິດພັນຢ່າງແໜ້ນແຟ້ນ, ຂຽວສົດງົດງາມຕະຫຼອດໄປ, ໝັ້ນຄົງຂະໜົງແກ່ນຈົນຊົ່ວກາລະນານ.
![]() |
ທ່ານຮອງປະທານຄະນະກຳມະການປະຊາຊົນແຂວງ ຢາລາຍ ຫງວຽນຕ໋ວນແອງ ໄດ້ມອບຂອງຂວັນປີໃໝ່ ແລະ ສົ່ງຄຳອວຍພອນອັນດີງາມທີ່ສຸດໃຫ້ຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນແຂວງ ອັດຕະປື. ພາບ: ມິງເຟືອງ |
ຄຽງຂ້າງນັ້ນ, ທ່ານຮອງປະທານຄະນະກຳມະການປະຊາຊົນແຂວງ ຫງວຽນຕ໋ວນແອງ ກໍ່ປາດຖະໜາວ່າ ຢາລາຍ ແລະ ອັດຕະປື ສືບຕໍ່ຮ່ວມມືລົງທຶນ, ເປີດກວ້າງການໂຄສະນາ ແລະ ແນະນຳບັນດາຜະລິດຕະພັນ OCOP ແບບສັນຍະລັກລະຫວ່າງ 2 ແຂວງ, ພ້ອມກັນນັ້ນຊຸກຍູ້ໂດຍໄວການລົງນາມໃນບົດບັນທຶກຊ່ວຍຈຳຮ່ວມມືລະຫວ່າງ 2 ທ້ອງຖິ່ນເພື່ອຮ່ວມມືພັດທະນາໃນທຸກຂົງເຂດ, ປະຕິບັດບັນດາແຜນການພັດທະນາເສດຖະກິດ - ສັງຄົມ, ຊີວິດການເປັນຢູ່ຂອງປະຊາຊົນຢ່າງບໍ່ຢຸດຢັ້ງ.
ກ່າວຄຳປາໄສທີ່ການຕ້ອນຮັບ, ທ່ານຮອງເຈົ້າແຂວງອັດຕະປື ທະນູໄຊ ບັນຊາລິດ ໄດ້ສະແດງຄວາມປິຕິຊົມຊື່ນ ແລະ ເປັນກຽດທີ່ໄດ້ຮັບການຕ້ອນຮັບຄະນະປະຕິບັດງານແຂວງ ຢາລາຍ ມາຢ້ຽມຢາມ ແລະ ອວຍພອນບຸນປີໃໝ່ປະຈຳຊາດ. ພ້ອມກັນນັ້ນ, ຂໍສະແດງຄວາມຂອບໃຈຢ່າງຈິງໃຈ, ຄວາມຮັກແພງຢ່າງເລິກເຊິ່ງທີ່ຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນບັນດາເຜົ່າໃນແຂວງ ຢາລາຍ ທີ່ມີຕໍ່ຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນບັນດາເຜົ່າໃນແຂວງ ອັດຕະປື ໃນໄລຍະຜ່ານມາ.
![]() |
ຜູ້ຕາງໜ້າການນຳແຂວງ ອັດຕະປື ໄດ້ຈັດພິທີຜູກແຂນ ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ ເພື່ອອວຍພອນບັນດາສິ່ງໂຊດດີ, ດີງາມທີ່ສຸດໃຫ້ເຖິງບັນດາສະມາຊິກຄະນະປະຕິບັດງານຂອງແຂວງ ຢາລາຍ. ພາບ: ມິງເຟືອງ |
ພິເສດ, ທ່ານຮອງເຈົ້າແຂວງ ອັດຕະປື ໄດ້ນັບຖືຢ່າງສູງຕໍ່ປະເທດອ້າຍນ້ອງຫວຽດນາມ ທີ່ໄດ້ຈັດພິທີງານສົບລະດັບຊາດ ເພື່ອສະແດງຄວາມເສຍໃຈຕໍ່ການເສຍຊີວິດຂອງ ສະຫາຍ ຄຳໄຕ ສີພັນດອນ. ທ່ານຮອງເຈົ້າແຂວງ ອັດຕະປື ເນັ້ນໜັກວ່າ ນ້ຳໃຈອັນດີງາມນີ້ ຈະຍາມໃດກໍ່ໄດ້ພັກ, ອຳນາດການປົກຄອງ ແລະ ປະຊາຊົນບັນດາເຜົ່າໃນແຂວງອັດຕະປື ຈົດຈຳໄວ້ ແລະ ຮັກສາຕະຫຼອດໄປ.
ນອກຈາກນັ້ນ, ທ່ານຮອງເຈົ້າແຂວງອັດຕະປື ຫວັງວ່າບັນດາການນຳແຂວງ ຢາລາຍ ຈະສືບຕໍ່ແນະນຳບັນດາວິສາຫະກິດ ຢາລາຍ ໄປສຳຫຼວດ ແລະ ຊອກຫາກາລະໂອກາດລົງທຶນ ແລະ ການຮ່ວມມືພັດທະນາຢູ່ແຂວງອັດຕະປື ເພື່ອສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນ ແລະ ນຳລາຍຮັບເຂົ້າທ້ອງຖິ່ນ. ການນຳແຂວງ ອັດຕະປື ກໍ່ສະເໜີໃຫ້ແຂວງ ຢາລາຍ ສືບຕໍ່ໜູນຊ່ວຍ ແລະ ເປີດກວ້າງການຮ່ວມມື ແລະ ພັດທະນາໃນຂົງເຂດການລົງທຶນການຄ້າ, ການທ່ອງທ່ຽວ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໃຫ້ແຂວງ.
![]() |
ຄະນະຜູ້ແທນຂັ້ນສູງຂອງແຂວງ ຢາລາຍ ແລະ ແຂສງ ອັດຕະປື ຖ່າຍຮູບທີ່ລະນຶກ. ພາບ: ມິນເຟືອງ |
ເນື່ອງໃນໂອກາດປີໃໝ່, ຕາງໜ້າຄະນະປະຕິບັດຂອງແຂວງ ຢາລາຍ, ທ່ານຮອງປະທານຄະນະກຳມະການປະຊາຊົນແຂວງ ຫງວຽນຕ໋ວນແອງ ໄດ້ມອບຂອງຂວັນ ແລະ ອວຍພອນປີໃໝ່ໃຫ້ຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນບັນດາເຜົ່າໃນແຂວງ ອັດຕະປື. ພ້ອມກັນນັ້ນ, ການນຳແຂວງ ອັດຕະປືກໍ່ໄດ້ປະຕິບັດພິທີຜູກແຂນໃນໂອກາດບຸນປີໃໝ່ປະຈຳຊາດລາວ ເພື່ອອວຍພອນບັນດາສິ່ງໂຊດດີ, ດີງາມທີ່ສຸດໃຫ້ເຖິງບັນດາສະມາຊິກຄະນະປະຕິບັດງານຂອງແຂວງ ຢາລາຍ.
![]() | ຄະນະປະຕິບັດງານແຂວງ ໄຊສົມບູນ (ລາວ) ໄດ້ໄປຢ້ຽມຢາມ ເມືອງ ເຊີນດົ້ງ ແລະ ເຂດຕົ້ນໄມ້ກິນໝາກ ລຸກຫງ້ານ ຍສໝ - ສືບຕໍ່ການໄປປະຕິບັດງານ ຢູ່ແຂວງ ບັກຢາງ, ວັນທີ 17 ທັນວາ, ຄະນະປະຕິບັດງານແຂວງ ໄຊສົມບູນ (ລາວ) ໄດ້ໄປຢ້ຽມຢາມເຂດທ່ອງທ່ຽວປູຊະນີຍະສະຖານ - ນິເວດ ໄຕອ່ຽນຕື້ (ເຊີນດົ້ງ) ແລະ ເຂດຕົ້ນໄມ້ກິນໝາກ ລຸກຫງ້ານ. |
![]() | ຮອງປະທານຜູ້ປະຈຳສະພາປະຊາຊົນ ແຂວງ ຢາລາຍ ຕ້ອນຮັບຄະນະພະນັກງານຂັ້ນສູງແຂວງ ສາລະວັນ ຍສໝ - ຕອນບ່າຍວັນທີ 27 ຕຸລາ, ຢູ່ສຳນັກງານຄະນະຜູ້ແທນສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ, ຮອງປະທານຜູ້ປະຈໍາການສະພາປະຊາຊົນແຂວງ ຢາລາຍ ໄດ້ຕ້ອນຮັບຄະນະຜູ້ແທນແຂວງ ສາລະວັນ (ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ). |
ແທັງຮັ່ງ