ສະເຫຼີມສະຫຼອງບຸນປີໃໝ່ລາວ, ກຳປູເຈຍ, ມຽນມາ ແລະ ໄທ ຢູ່ນະຄອນໂຮ່ຈີມິນ
![]() | ສະມາຄົມມິດຕະພາບ ຫວຽດນາມ - ມຽນມາ ຂຽນໄວ້ອາໄລໃນລະນຶກເຖິງຜູ້ປະສົບໄພແຜ່ນດິນໄຫວ |
![]() | ກອງທັບປະຊາຊົນລາວ ສົ່ງກຳລັງໄປຊ່ວຍເຫຼືອ ສສ ມຽນມາ ໃນການກອບກູ້ໄພພິບັດ ແຜ່ນດິນໄຫວ |
ກ່າວຄຳປາໄສທີ່ງານບຸນ, ທ່ານ ໂຮ່ຊວນເລີມ, ຮອງປະທານສະຫະພັນບັນດາອົງການມິດຕະພາບນະຄອນ ໂຮ່ຈີມິນ ເນັ້ນໜັກວ່າ: ຫວຽດນາມ - ກຳປູເຈຍ - ລາວ - ມຽນມາ - ໄທ ແມ່ນປະເທດອ້າຍນ້ອງທີ່ສະໜິດແໜ້ນ, ດຳລົງຊີວິດຢູ່ຮ່ວມກັນພາຍໃຕ້ “ຊາຍຄາ” ອາຊຽນ ແລະ ໄດ້ມີການຮ່ວມມື ແລະ ການຊ່ວຍເຫຼືອເຊິ່ງກັນ ແລະ ກັນຫຼາຍປີ. ພິເສດແມ່ນບັນດາປະເທດສະເໝີຕົ້ນສະເໝີປາຍ, ແບ່ງປັນຄວາມເຫັນດີເຫັນພ້ອມໃນພາລະກິດການສ້າງສາ ແລະ ພັດທະນາປະເທດຊາດ, ຮ່ວມກັນກ້າວໄປສູ່ປະຊາຄົມອາຊຽນທີ່ມີສັນຕິພາບ, ສະຖຽນລະພາບ, ຮ່ວມມື ແລະ ວັດທະນາຖາວອນ.
![]() |
ປະຕິບັດພິທີໄຫວ້ພະພຸດທະຮູບໃນງານບຸນ. |
ງານບຸນໄດ້ດຳເນີນໄປດ້ວຍບັນຍາກາດເບີກບານມ່ວນຊື່ນ, ອົບອຸ່ນ ແລະ ສະໜິດສະໜົມ. ບັນດາຜູ້ເຂົ້າຮ່ວມໄດ້ສຳຜັດບຸນປີໃໝ່ ແລະ ພິທີກຳພື້ນເມືອງຂອງປະເທດຕ່າງໆເຊັ່ນ: ການຈູດທູບເພື່ອໄຫວ້ອາໄລພະພຸດທະເຈົ້າ, ການສົງພະພຸດທະເຈົ້າ, ຂໍອວຍພອນໄຊໃຫ້ພອນໃນຕົ້ນປີ. ງານບຸນບໍ່ພຽງແຕ່ນຳມາເຊິ່ງຄວາມປະທັບໃຈອັນດີງາມດ້ານວັດທະນະທຳພື້ນເມືອງຂອງປະເທດເຈົ້າພາບເທົ່ານັ້ນ, ຫາກຍັງຊ່ວຍໃຫ້ປະຊາຄົມຊາວລາວ, ກຳປູເຈຍ, ມຽນມາ ແລະ ຊາວໄທຢູ່ນະຄອນໂຮ່ຈິມິນ ຈື່ຈຳບັນດາພິທີກຳອັນສັກສິດ, ເອກະລັກວັດທະນະທຳຂອງບ້ານເກີດເມືອງນອນ. ງານບຸນຍັງໄດ້ປະກອບສ່ວນເພີ່ມທະວີຄວາມສາມັກຄີ, ມິດຕະພາບລະຫວ່າງບັນດາປະເທດ ອາຊຽນ.
“ຄວາມສາມັກຄີສ້າງຄວາມເຂັ້ມແຂງ, ເປັນກຳລັງແຮງທີ່ສຳຄັນທີ່ສຸດ. ສະນັ້ນ, ທຸກໆວັນທີ່ມີຄວາມສຸກຂອງທຸກປະເທດ ຫຼື ປະເທດຊາດໃນພາກພື້ນ ອາຊຽນ ແມ່ນໜ້າທີ່ສຳຄັນທີ່ພວກເຮົາປະຕິບັດຮ່ວມກັນ. ຂ້າພະເຈົ້າຂໍອວຍພອນໃຫ້ຄວາມສາມັກຄີລະຫວ່າງບັນດາປະເທດ ແລະ ປະເທດຊາດພັດທະນາຢ່າງຍືນຍົງຕະຫຼອດໄປ”, ພະມະຫາອາຈານ ທິກທ້ຽນເຕີມ - ຮອງປະທານສະພາຄຸ້ມຄອງບໍລິຫານ, ຮອງຫົວໜ້າຄະນະພຸດທະສາສະໜາສາກົນສູນກາງສະມາຄົມພຸດທະສາສະໜາຫວຽດນາມ, ຫົວໜ້າຄະນະພຸດທະສາສະໜາສາກົນນະຄອນໂຮ່ຈິມິນ ກ່າວຄຳປາໄສທີ່ພິທີ.
ບຸນປີໃໝ່ຂອງລາວ, ກຳປູເຈຍ, ມຽນມາ ແລະ ໄທ ຢູ່ນະຄອນ ໂຮ່ຈີມິນ ໄດ້ຈັດຂື້ນໃນແຕ່ລະປີໂດຍສະຫະພັນບັນດາອົງການມິດຕະພາບນະຄອນ ໂຮ່ຈີມິນ. ເຫດການບໍ່ພຽງແຕ່ສະແດງໃຫ້ເຫັນການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງປະຊາຊົນບັນດາປະເທດ ອາຊຽນ ເທົ່ານັ້ນ ຫາກຍັງປະກອບສ່ວນເພີ່ມທະວີຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະກັນ, ຊຸກຍູ້ການພົວພັນແລກປ່ຽນວັດທະນະທຳ, ເປີດກວ້າງການພົວພັນຮ່ວມມືໃນຫຼາຍຂົງເຂດລະຫວ່າງປະຊາຊົນຫວຽດນາມ, ພິເສດແມ່ນປະຊາຊົນນະຄອນ ໂຮ່ຈີມິນ ແລະ ບັນດາເພື່ອນມິດອີກດ້ວຍ. |
![]() | ຫວຽດນາມ ພ້ອມກັບ ອາຊຽນ ປຶກສາຫາລືການແກ້ໄຂຜົນຮ້າຍຢ້ອນຫຼັງຈາກເຫດແຜນດິນໄຫວຢູ່ ມຽນມາ ແລະ ໄທ ຍສໝ - ຫວຽດນາມ ຈະຮຽງບ່າຮຽງໄຫຼ່ພ້ອມກັບ ມຽນມາ ແລະ ໄທ ເພື່ອຜ່ານຜ່າຄວາມຫຍຸ້ງຍາກໃນປະຈຸບັນ. |
![]() | ໂລກຮ່ວມແຮງຮ່ວມໃຈຊ່ວຍເຫຼືອມຽນມາ ແລະ ໄທ ຫຼັງເຫດແຜ່ນດິນໄຫວ ຍສໝ - ພາຍຫຼັງເຫດແຜ່ນດິນໄຫວຄັ້ງຮ້າຍແຮງທີ່ເກີດຂຶ້ນຢູ່ມຽນມາ ແລະ ໄທໃນວັນທີ 28 ມີນານີ້, ຫຼາຍປະເທດໃນໂລກໄດ້ສົ່ງຄວາມເສົ້າສະຫຼົດໃຈແລະສະແດງຄວາມພ້ອມທີ່ຈະສະໜັບສະໜູນສອງປະເທດຜ່ານຜ່າຜົນຮ້າຍຢ້ອນຫຼັງ. |
ມີງດຶກ