ເພີ່ມພຸນຄຸນສ້າງນ້ຳໃຈມິດຕະພາບຫວຽດນາມ - ລາວ ໃນໂອກາດບຸນປີໃໝ່ປະຈຳຊາດ
![]() | ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ຫວຽດນາມ ເຂົ້າຮ່ວມພິທີໄຫວ້ລາຊະທິດາໂຍ່ຍຮວາ |
![]() | ສະຖານທູດ ຫວຽດນາມ ປະຈຳ ໄທ ກ່າວເຕືອນໃຫ້ພົນລະເມືອງຕ້ອງລະວັງພາຍຫຼັງເຫດແຜ່ນດິນໄຫວ |
ທ່ານຮອງປະທານສະມາຄົມມິດຕະພາບຫວຽດນາມ - ລາວ ຫງວຽນຊວນແທ່ງ ໄດ້ມອບດອກໄມ້ ແລະ ອວຍພອນທ່ານເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສາທາລະນະລັດ ປະຊາທິປະໄຕປະຊາຊົນລາວ ປະຈຳ ຫວຽດນາມ ຄຳເພົາ ເອີນທະວັນ, ພະນັກງານສະຖານທູດ ແລະ ປະຊາຊົນ ລາວ ໃນໂອກາດບຸນປີໃໝ່ປະຈຳຊາດ.
![]() |
ທ່ານຮອງປະທານສະມາຄົມມິດຕະພາບຫວຽດນາມ - ລາວ ຫງວຽນຊວນແທ່ງ ໂອ້ລົມກັບທ່ານນາງ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ຫວຽດນາມ. (ພາບ: Thu Phuong) |
ຕາງໜ້າສະມາຄົມມິດຕະພາບຫວຽດນາມ - ລາວ, ທ່ານ ຫງວຽນຊວນແທ່ງ ຢືນຢັນຄວາມຕັ້ງໃຈຂອງສະມາຄົມເພື່ອປະຕິບັດສຳເລັດໜ້າທີ່ທີ່ໄດ້ວາງອອກໃນປີ 2025, ປະກອບສ່ວນຮັດແໜ້ນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ຫວຽດນາມ - ລາວ “ຂຽວສົດງົດງາມຕະຫຼອດໄປ, ໝັ້ນຄົງຂະໜົງແກ່ນຈົນຊົ່ວກາລະນານ”.
ທ່ານນາງ ເອກອັກຄະລັດຖະທູດ ຄຳເພົາ ເອີນທະວັນ ໄດ້ສະແດງຄວາມຂອບໃຈສະມາຄົມມິດຕະພາບ ຫວຽດນາມ - ລາວ ທີ່ໄດ້ສະແດງຄວາມຊົມເຊີຍຕໍ່ສະຖານທູດ ເນື່ອງໃນໂອກາດບຸນປີໃໝ່2025 (ຕາມພຸດທະສັກກະຫຼາດ 2568).
![]() |
ຄະນະຜູ້ແທນສະມາຄົມມິດຕະພາບຫວຽດນາມ - ລາວ (ຊ້າຍ) ໄດ້ໄປອວຍພອນສະຖານທູດລາວ ປະຈຳ ຫວຽດນາມ ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ 2025. (ພາບ: Thu Phuong) |
ທ່ານນາງ ເອກອັກຄະລັດຖະທູດ ຄຳເພົາ ເອີນທະວັນ ໄດ້ຕີລາຄາສູງບັນດາການເຄື່ອນໄຫວທີ່ແທດຈິງ ແລະ ມີປະສິດທິຜົນຂອງສະມາຄົມມິດຕະພາບສອງປະເທດໃນໄລຍະມໍ່ໆມານີ້. ທ່ານນາງຢືນຢັນວ່າ ສະຖານທູດລາວ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບສະມາຄົມມິດຕະພາບ ຫວຽດນາມ - ລາວ; ເປັນຂົວຕໍ່, ປະກອບສ່ວນຊຸກຍູ້ການພັດທະນາການພົວພັນລະຫວ່າງສອງປະເທດໃຫ້ນັບມື້ນັບດີຂຶ້ນ.
![]() | ຂີດໝາຍໃໝ່ໃນການຮ່ວມມື ແລະ ການພົບປະແລກປ່ຽນປະຊາຊົນລະຫວ່າງ ຫວຽດນາມ - ສິງກະໂປ ຍສໝ - ວັນທີ 26 ມີນາ, ຢູ່ຮ່າໂນ້ຍ, ພາຍໃຕ້ການເປັນສັກຂີພິຍານຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ສິງກະໂປ Lawrence Wong, ທ່ານ ຮອງປະທານກອງທຶນສາກົນສິງກະໂປ Lian Wee Cheow ແລະ ທ່ານຮອງປະທານ - ເລຂາໃຫຍ່ສະມາຄົມມິດຕະພາບ ຫວຽດນາມ - ... |
![]() | “ການທູດຮອບດ້ານສ້າງກາລະໂອກາດໃຫ້ປະເທດໃນສັງກາດໃໝ່” ຍສໝ - ໃນສະພາບແວດລ້ອມສາກົນທີ່ມີການຜັນແປ, ກາລະໂອກາດ ແລະ ສິ່ງທ້າທາຍຫຼາຍຢ່າງຕິດພັນ, ວຽກງານການທູດມີໜ້າທີ່ປັບປຸງສະພາບແວດລ້ອມສັນຕິພາບ, ຍາດແຍ່ງເອົາເງື່ອນໄຂສາກົນເພື່ອໃຫ້ປະເທດພັດທະນາຢ່າງວ່ອງໄວ. |
ມີງດຶກ