ຫວຽດນາມ ພ້ອມກັບ ອາຊຽນ ປຶກສາຫາລືການແກ້ໄຂຜົນຮ້າຍຢ້ອນຫຼັງຈາກເຫດແຜນດິນໄຫວຢູ່ ມຽນມາ ແລະ ໄທ
ອົງການຜູ້ຕາງໜ້າ ຫວຽດນາມ ປະຈຳ ມຽນມາ ແລະ ໄທ ຕິດຕາມສະພາບການຂອງພົນລະເມືອງຢູ່ເຂດແຜ່ນດິນໄຫວຢ່າງໃກ້ຊິດ | |
ເກີດເຫດແຜນດິນໄຫວມີຄວາມແຮງ 7,7 ຣິກເຕີ ເຮັດໃຫ້ ມຽນມາ ສັ່ນສະເທື່ອນ |
ຕອນເຊົ້າວັນທີ 30 ມີນາ, ຕາມການສະເໜີຂອງ ມາເລເຊຍ, ປະເທດປະທານ ອາຊຽນ 2025, ລັດຖະມົນຕີການຕ່າງປະເທດບັນດາປະເທດ ອາຊຽນ ໄດ້ຈັດກອງປະຊຸມດ່ວນທາງໄກ ເພື່ອປຶກສາຫາລືກ່ຽວກັບວຽກງານແກ້ໄຂຜົນຮ້າຍຢ້ອນຫຼວງຈາກເຫດແຜນດິນໄຫວທີ່ເກີດຂຶ້ນໃນວັນທີ 28 ມີນາ ຢູ່ ມຽນມາ ແລະ ໄທ.
![]() |
ກອງປະຊຸມດ່ວນທາງໄກ. ພາບ: ກະຊວງການຕ່າງປະເທດ |
ທີ່ກອງປະຊຸມ, ໂດຍໄດ້ຮັບມອບສິດຂອງທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ, ທ່ານຮອງລັດຖະມົນຕີການຕ່າປະເທດ ໂດ້ຮຸ່ງຫວຽດ ຢືນຢັນວ່າ, ຫວຽດນາມ ຈະຮຽງບ່າຮຽງໄຫຼ່ພ້ອມກັບ ມຽນມາ ແລະ ໄທ ເພື່ອຜ່ານຜ່າຄວາມຫຍຸ້ງຍາກໃນປະຈຸບັນ. ທ່ານກໍ່ຮຽກຮ້ອງໃຫ້ທຸກຝ່າຍຢູ່ ມຽນມາ ມີຄວາມຮັບຜິດຊອບໃນການຮັບປະກັນວຽກງານອຸປະຖຳມະນຸດສະທຳໄດ້ດຳເນີນໄປດ້ວຍຄວາມປອດໄພ, ບໍ່ຖືກກີດຂວາງ ແລະ ເຂົ້າເຖິງປະຊາຊົນຜູ້ຖືກຜົນສະທ້ອນໄດ້.
ທ່ານເນັ້ນໜັກວ່າ, ປະຊາຄົມ ອາຊຽນ, ຕ້ອງຢືນຢັນບົດບາດເປັນໃຈກາງໃນການປະສານງານບັນດາຄວາມມານະພະຍາຍາມ ພິເສດແມ່ນເມື່ອເກີດຄວາມຫຍຸ້ງຍາກ, ສິ່ງທ້າທາຍ.
![]() | ເກີດເຫດແຜນດິນໄຫວມີຄວາມແຮງ 7,7 ຣິກເຕີ ເຮັດໃຫ້ ມຽນມາ ສັ່ນສະເທື່ອນ ຢູ່ນະຄອນ Sagaing ທາງພາກກາງ ມຽນມາ, ມີໂຮງຮຽນແຫ່ງໜຶ່ງຢູ່ນະຄອນ Taungoo, ຖືກລົ້ມພັງທະລາຍ ແລະ ຕາມຊາວທ້ອງຖິ່ນແລ້ວ ມີເດັກນ້ອຍປະມານ 20 ຄົນຖືກຕິດຂ້າງໄວ້ທີ່ຊາກຫັກພັງ |
![]() | ສະຖານທູດ ຫວຽດນາມ ປະຈຳ ໄທ ກ່າວເຕືອນໃຫ້ພົນລະເມືອງຕ້ອງລະວັງພາຍຫຼັງເຫດແຜ່ນດິນໄຫວ ຍສໝ - ກ່ຽວຂ້ອງເຫດແຜ່ນດິນໄຫວຢູ່ໄທ ທີ່ເກີດຂຶ້ນໃນວັນທີ 28 ມີນາ, ສະຖານທູດ ຫວຽດນາມ ປະຈຳ ໄທ ໄດ້ອອກຄຳເຕືອນໃຫ້ພົນລະເມືອງ ຫວຽດນາມ. |