ກອງປະຊຸມຮ່ວມມືຮັກສາຄວາມໝັ້ນຄົງ ຫວຽດນາມ - ລາວ ຄັ້ງທີ XV
![]() | ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ລາວ ຄັ້ງທີ 2 ໄດ້ດໍາເນີນຢູ່ແຂວງຫົວພັນ |
![]() | ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ລາວ ຄັ້ງທີ 2 ໄດ້ດໍາເນີນຢ່າງເປັນທາງການຢູ່ ຫວຽດນາມ |
![]() |
ທ່ານ ຮອງລັດຖະມົນຕີ ຟ້າມເຖຕຸ່ງ ແລະ ທ່ານ ຮອງລັດຖະມົນຕີ ກົງທອງ ພົງວິຈິດ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳຂອງກອງປະຊຸມຮ່ວມມືຮັກສາໝັ້ນຄົງລາວ - ຫວຽດນາມ ຄັ້ງທີ 15. |
ທີ່ກອງປະຊຸມ, ສອງຝ່າຍເປັນເອກະພາບຕີລາຄາວ່າ: ໃນໄລຍະ 1 ປີຜ່ານມາ, ກໍາລັງປ້ອງກັນຄວາມສະຫງົບ ແລະ ຕຳຫຼວດບັນດາແຂວງທີ່ມີຊາຍແດນຕິດກັບສອງປະເທດໄດ້ສົມທົບກັນຢ່າງແໜ້ນແຟ້ນ, ຜັນຂະຫຍາຍມີປະສິດທິຜົນ, ແທດຈິງບັນດາເນື້ອໃນການຮ່ວມມືໃນບົດບັນທຶກກອງປະຊຸມການຮ່ວມມືປ້ອງກັນຄວາມສະຫງົບ ຫວຽດນາມ - ລາວ ຄັ້ງທີ 14 ໃນບັນດາຂົງເຂດຮັບປະກັນຄວາມສະຫງົບດ້ານການເມືອງ; ຄວາມສະຫງົບດ້ານການເມືອງພາຍໃນ, ຄວາມສະຫງົບດ້ານວັດທະນະທຳ ແລະ ຂໍ້ມູນຂ່າວສານ, ຄວາມສະຫງົບດ້ານເສດຖະກິດ, ຄວາມສະຫງົບທາງອິນເຕີເນັດ; ການຮ່ວມມືໃນຂົງເຂດດ້ານເຕັກນິກວິຊາສະເພາະ, ວຽກງານອອບໄລ; ການຮ່ວມມືໃນການຮັບປະກັນຄວາມສະຫງົບຊາຍແດນ, ວຽກງານການຄຸ້ມຄອງເຂົ້າ - ອອກເມືອງ; ການຮ່ວມມືໃນການຝຶກອົບຮົມພະນັກງານ ແລະ ການແລກປ່ຽນຄະນະ.
ໃນໄລຍະຈະມາເຖິງ, ສອງຝ່າຍເປັນເອກະພາບຈະສືບຕໍ່ສົມທົບກັນ ແລະ ຜັນຂະຫຍາຍບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວລະຫວ່າງກຳລັງປ້ອງກັນຄວາມສະຫງົບສອງປະເທດ, ກຳນົດຢ່າງຈະແຈ້ງກ່ຽວກັບວຽກງານຮັບປະກັນຄວາມສະຫງົບແຫ່ງຊາດແມ່ນວຽກງານຈຸດໜັກ ແລະ ບຸລິມະສິດສູງສຸດໃນການພົວພັນຮ່ວມມື; ຍູ້ແຮງບັນດາກົນໄກແລກປ່ຽນຂໍ້ມູນຂ່າວສານ, ສະພາບການລະຫວ່າງບັນດາຫົວໜ່ວຍຕຳຫຼວດ ແລະ ທ້ອງຖິ່ນ ເພື່ອເສນາທິການການນຳຂອງ 2 ກະຊວງກ່ຽວກັບບັນດານະໂຍບາຍ, ມາດຕະການປ້ອງກັນຕ້ານ, ຕໍ່ສູ້ອາດຊະຍາກຳທຸກປະເພດໃນສະພາບການໃໝ່ຢ່າງທັນການ; ປະສານສົມທົບໃນວຽກງານການຄຸ້ມຄອງ ແລະ ຮັບປະກັນຄວາມສະຫງົບລະບຽບຮຽບຮ້ອຍຢູ່ເຂດຊາຍແດນ, ປະສານສົມທົບໃນການສືບສວນ, ພົບເຫັນ, ຈັບບັນດາລະບົບວົງເງິນຊື້-ຂາຍອາວຸດຍຸດໂທປະກອນ, ວັດຖຸລະເບີດ, ເຄື່ອງຊ່ວຍເຫຼືອ ແລະ ແກ້ໄຂບັນດາກໍລະນີທີ່ສັບສົນທີ່ກ່ຽວຂ້ອງຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍເຂດຊາຍແດນ; ຮັບປະກັນຄວາມສະຫງົບຢູ່ເຂດຊົນເຜົ່າສ່ວນໜ້ອຍ.
![]() |
ການນຳກະຊວງຕຳຫຼວດ ຫວຽດນາມ ແລະກະຊວງປ້ອງກັນຄວາມສະຫງົບລາວ ແລະບັນດາຜູ້ແທນຖ່າຍຮູບທີ່ລະນຶກ. |
2 ຝ່າຍກໍ່ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະ ກັນໃນບັນດາເວທີສາກົນ ແລະ ພາກພື້ນ; ຊຸກຍູ້ການຮ່ວມມືປ້ອງກັນ ແລະ ຕ້ານການກໍ່ການຮ້າຍສາກົນລະຫວ່າງບັນດາປະເທດ ອາຊຽນ; ສົມທົບກັນຮັບປະກັນຄວາມສະຫງົບໃຫ້ແກ່ບັນດາເຫດການສຳຄັນທີ່ເກີດຂຶ້ນຢູ່ລາວ ແລະ ຫວຽດນາມ, ພິເສດແມ່ນບັນດາການຢ້ຽມຢາມເຊິ່ງກັນ ແລະ ກັນລະຫວ່າງການນຳຂັ້ນສູງຂອງສອງປະເທດ.
ສິ້ນສຸດໃນກອງປະຊຸມ, ທ່ານ ຮອງລັດຖະມົນຕີ ຟ້າມເຖຕຸ່ງ ແລະ ທ່ານ ຮອງລັດຖະມົນຕີ ກົງທອງ ພົງວິຈິດ ໄດ້ລົງນາມໃນບົດບັນທຶກກອງປະຊຸມການຮ່ວມມືຮັກສາຄວາມສະຫງົບ ລາວ-ຫວຽດນາມ ຄັ້ງທີ 15.
ແທັງຮັ່ງ