ສ້າງບຸກທະລຸໃໝ່ໃຫ້ແກ່ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສິງກະໂປ
![]() | ທ່ານເລຂາທິການໃຫຍ່: ສ້າງປະຊາຄົມຊາວຫວຽດນາມ ຢູ່ ສິງກະໂປ ໃຫ້ນັບມື້ນັບເຂັ້ມແຂງ |
![]() | ຫວຽດນາມ ຢັ້ງຢືນເອົາໃຈໃສ່ເຖິງການພັດທະນາການຮ່ວມມືໃນການໝູນໃຊ້ AI |
ຕອນເຊົ້າວັນທີ 26 ມີນາ, ພາຍຫຼັງພິທີຕ້ອນຮັບຢ່າງເປັນທາງການຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ມີກອງປະຊຸມພົບປະກັບທ່ານນາຍົກລັດຖະມົນຕີ ສິງກະໂປ Lawrence Wong.
![]() |
|
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເນັ້ນໜັກວ່າ ການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ Lawrence Wong ມີຄວາມໝາຍສຳຄັນ, ເປັນການເຄື່ອນໄຫວພົບປະແລກປ່ຽນຄະນະຜູ້ແທນຂັ້ນສູງຄັ້ງທຳອິດ ພາຍຫຼັງການນຳ 2 ປະເທດສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນການຢ້ຽມຢາມ ສິງກະໂປ ຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່ ຫວຽດນາມ ໂຕເລີມ; ແມ່ນຈຸດພົ້ນເດັ່ນໃນປີ 2025 ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນຊາດ ຫວຽດນາມ ແລະ 60 ປີແຫ່ງວັນຊາດ ສິງກະໂປ, ຊ່ວຍສົ່ງສານກ່ຽວກັບຄວາມຕັດສິນໃຈຂອງ 2 ປະເທດ ເພື່ອແນໃສ່ຫັນບັນດາເນື້ອໃນບັນຈຸຂ້າງໃນຂອງຂອບການຮ່ວມມືໃໝ່ເປັນລະອຽດ.
ທ່ານນາຍົກລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນສຳເລັດໃນການພັດທະນາຂອງສິງກະໂປ; ອວຍພອນໃຫ້ສິງກະໂປ ປະສົບຜົນສຳເລັດໃນການເລືອກຕັ້ງທົ່ວໄປປີ 2025; ເຊື່ອໝັ້ນວ່າ ສິງກະໂປ ຈະປະຕິບັດບັນດາໂຄງການ “ກ້າວຂື້ນ ສິງກະໂປ” ແລະ “ຄວາມຝັນ ສິງກະໂປ”ຢ່າງສຳເລັດຜົນ ເພື່ອສ້າງສາສັງຄົມທີ່ຍຸຕິທຳ, ກົມກຽວ ແລະ ວັດທະນາຖາວອນ.
ທ່ານນາຍົກລັດຖະມົນຕີ ກໍ່ແບ່ງປັນວ່າ ຫວຽດນາມ ພວມປະຕິບັດ “ເລັ່ງລັດ, ບຸກທະລຸ ແລະ ໄປເຖິງເສັ້ນໄຊ”, ສູ້ຊົນບັນລຸຄາດໝາຍເຕີບໂຕເປັນສອງຕົວເລກນັບແຕ່ປີ 2026, ມຸ່ງໄປສູ່ຍຸກໃໝ່ - ຍຸກແຫ່ງການເຕີບໂຕຂອງປະເທດຊາດ, ວັດທະນາຖາວອນ, ວັດທະນາຖາວອນ.
![]() |
ທ່ານ ນາຍົກລັດຖະມົນຕີ ສິງກະໂປ Lawrence Wong ກ່າວຄຳປາໄສ. (ພາບ: Duong Giang/TTXVN) |
ທ່ານນາຍົກລັດຖະມົນຕີ Lawrence Wong ໄດ້ສະແດງຄວາມດີໃຈທີ່ທ່ານມາຢ້ຽມຢາມຫວຽດນາມ ຄັ້ງທຳອິດໃນຖານະເປັນນາຍົກລັດຖະມົນຕີ, ພາຍຫຼັງທ່ານເລຂາທິການໃຫຍ່ ໂຕເລີມ ຢ້ຽມຢາມ ສິງກະໂປ ຢ່າງເປັນທາງການ ເພື່ອຊຸກຍູ້ການຜັນຂະຫຍາຍບັນດາໝາກຜົນການຮ່ວມມືລະອຽດລະຫວ່າງ 2 ປະເທດ.
ທ່ານນາຍົກລັດຖະມົນຕີ ສິງກະໂປ ກໍສະແດງຄວາມຊົມເຊີຍ ຫວຽດນາມ ບັນລຸໄດ້ບັນດາຜົນງານອັນໃຫຍ່ຫຼວງພາຍຫຼັງ 40 ປີແຫ່ງວັນປ່ຽນໃໝ່, ກາຍເປັນໜຶ່ງໃນບັນດາພື້ນຖານເສດຖະກິດແຖວໜ້າຂອງ ອາຊຽນ; ຢືນຢັນວ່າ ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນແຖວໜ້າຂອງສິງກະໂປ ໃນພາກພື້ນ.
ທ່ານນາຍົກລັດຖະມົນຕີ ສິງກະໂປ ເນັ້ນໜັກວ່າ ການສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ມີຄວາມປະຫວັດສາດໃນການພົວພັນສອງຝ່າຍ, ພິເສດ ຫວຽດນາມ ແມ່ນຄູ່ຮ່ວມມືຍຸດທະສາດຮອບດ້ານຂອງສິງກະໂປ ແຫ່ງທຳອິດໃນ ອາຊຽນ, ສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈ, ຄວາມໃກ້ຊິດ ແລະ ຄວາມມຸ່ງມາດປາດຖະໜາຂອງການນຳ ແລະ ປະຊາຊົນ 2 ປະເທດພັດທະນາການພົວພັນ ຫວຽດນາມ - ສິງກະໂປ ໃຫ້ເລິກເຊິ່ງ ແລະ ມີປະສິດທິຜົນກວ່າ.
ການນຳສອງປະເທດຍິນດີມີການພັດທະນາຢ່າງແຂງແຮງໃນການພົວພັນລະຫວ່າງສອງປະເທດ. ສິງກະໂປຮັກສາຖານະເປັນນັກລົງທຶນໃຫຍ່ອັນດັບສອງຂອງໂລກຢູ່ຫວຽດນາມ; ຕື່ມອີກ 2 ສວນອຸດສາຫະກຳ ຫວຽດນາມ - ສິງກະໂປ ໄດ້ຮັບການອະນຸມັດລົງທຶນ, ສ້າງຕາໜ່າງເຂດ VSIP 20 ແຫ່ງຢູ່ 14 ແຂວງ, ນະຄອນຂອງຫວຽດນາມ, ວົງເງິນການຄ້າເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ, ບັນລຸ 10,3 ຕື້ USD ໃນປີ 2024.
ຫວຽດນາມ ກາຍເປັນປະເທດສົ່ງອອກເຂົ້າໄປສິງກະໂປ ໃຫຍ່ທີ່ສຸດ. ສອງຝ່າຍຍັງໄດ້ຮັບຮູ້ຄວາມຄືບໜ້າໃນດ້ານການຮ່ວມມືດ້ານປ້ອງກັນປະເທດ - ຄວາມໝັ້ນຄົງ, ການສຶກສາ - ບຳລຸງສ້າງ, ວິທະຍາສາດ - ເຕັກໂນໂລຢີ, ການທ່ອງທ່ຽວ, ແຮງງານ ແລະ ການແລກປ່ຽນປະຊາຊົນ.
ການນຳສອງທ່ານໄດ້ເຫັນດີເປັນເອກະພາບກ່ຽວກັບບັນດາມາດຕະການ “ຕັດສິນໃຈ, ທັນການ” ເພື່ອເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ສ້າງບາດກ້າວບຸກທະລຸໃໝ່ໃຫ້ແກ່ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ; ໃນໄລຍະຈະມາເຖິງ, ຕ້ອງສະເລັດ ແລະ ປະຕິບັດໂຄງການກະທຳຜັນຂະຫຍາຍຂອບເຂດການພົວພັນໃໝ່ໄລຍະ 2025-2030 ຢ່າງມີປະສິດທິຜົນ.
2 ຝ່າຍເຫັນດີເປັນເອກະພາບເພີ່ມທະວີການພົບປະແລກປ່ຽນຄະນະຜູ້ແທນ ແລະ ການພົບປະຂັ້ນສູງ ແລະ ທຸກຂັ້ນ; ຜັນຂະຫຍາຍບັນດາກົນໄກຮ່ວມມືສອງຝ່າຍຢ່າງມີປະສິດທິຜົນ, ພິເສດແມ່ນກົນໄກກອງປະຊຸມປະຈຳປີລະຫວ່າງນາຍົກລັດຖະມົນຕີ 2 ປະເທດ; ປັບປຸງການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ພິເສດແມ່ນຄວາມປອດໄພທາງອິນເຕີເນັດ, ບົນຈິດໃຈຄວາມໄວ້ເນື້ອເຊື່ອໃຈ, ຄວາມເຂົ້າໃຈເຊິ່ງກັນ ແລະກັນ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະການພັດທະນາຢູ່ພາກພື້ນ ແລະ ໃນໂລກ.
ນາຍົກລັດຖະມົນຕີ 2 ທ່ານ ໃຫ້ຄຳໝັ້ນສັນຍາຈະເພີ່ມທະວີການພົວພັນດ້ານເສດຖະກິດຢ່າງມີປະສິດທິຜົນ ໂດຍຜ່ານການຊຸກຍູ້ 5 ເສົາຄ້ຳຂອງສັນຍາເຊື່ອມໂຍງເສດຖະກິດສອງປະເທດ, ຄູ່ຮ່ວມມືເສດຖະກິດສີຂຽວ - ດິຈິຕອນ, ເຮັດໃຫ້ການຮ່ວມມື ຫວຽດນາມ - ສິງກະໂປ ເປັນແບບຢ່າງໃນການຮ່ວມມືໃນພາກພື້ນ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ສິງກະໂປ ສ້າງເງື່ອນໄຂເພື່ອນຳບັນດາຜະລິດຕະພັນກະເສດ, ປ່າໄມ້, ການປະມົງ ແລະ ອາຫານປຸງແຕ່ງຂອງ ຫວຽດນາມ ເຂົ້າສູ່ລະບົບຈຳໜ່າຍຂອງສິງກະໂປ; ພັດທະນາເຄືອຂ່າຍ VSIP 2.0 ໃນທິດທາງແບບຍືນຍົງ ແລະ ສະຫຼາດ, ນຳໃຊ້ເຕັກໂນໂລຢີການຜະລິດສະຫຼາດ ເພື່ອປະສິດທິຜົນການດຶງດູດແຫຼ່ງທຶນທີ່ມີຄຸນນະພາບສູງເຂົ້າຫວຽດນາມ.
ທ່ານນາຍົກລັດຖະມົນຕີ ສິງກະໂປ ເຫັນດີວ່າ 2 ປະເທດຕ້ອງຊີ້ແຈ້ງບັນດາບັນຫາຕົ້ນຕໍເພື່ອຍົກລະດັບລະບົບ VSIP ໃນປະຈຸບັນຂຶ້ນເປັນ VSIP 2.0 ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການພັດທະນາຂຽວ, ສະຫຼາດກວ່າ ແລະ ມີປະສິດທິຜົນກວ່າ.
ທ່ານນາຍົກລັດຖະມົນຕີ ສິງກະໂປ ເຫັນດີກັບຂໍ້ສະເໜີ “6 ກ່ວາ” ຂອງທ່ານ ນາຍົກລັດຖະມົນຕີ ຟ້າມມິງຈິງ , ໃນນັ້ນ ມີການຊຸກຍູ້ຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງຢ່າງເລິກເຊິ່ງ, ກວ້າງຂວາງກວ່າ, ການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການເຊື່ອມໂຍງສອງພື້ນຖານເສດຖະກິດຢ່າງມີປະສິດທິຜົນ, ານພົວພັນແລກປ່ຽນປະຊາຊົນຢ່າງແໜ້ນແຟ້ນ, ການຮ່ວມມືດ້ານວິທະຍາສາດ-ເຕັກໂນໂລຢີກວ່າ, ການປ່ຽນແປງໃໝ່ຢ່າງຕັ້ງໜ້າ ແລະ ການຮ່ວມມືສາກົນໃນພາກພື້ນທີ່ໃກ້ຊິດກວ່າ; ສະເໜີໃຫ້ສອງປະເທດພັດທະນາຢ່າງຕັ້ງໜ້າໂດຍໄວໃນການສົ່ງອອກພະລັງງານລົມນອກຝັ່ງທະເລ, ການແລກປ່ຽນສິນເຊື່ອກາກບອນ, ແລະການຮ່ວມມືດ້ານເຕັກໂນໂລຊີການເງິນໂດຍຜ່ານໂຄງການເຊື່ອມຕໍ່ການຊຳລະຂາຍຍ່ອຍຂ້າມຊາຍແດນດ້ວຍລະຫັດ QR ແລະການສົ່ງຂໍ້ມູນຂ້າມຊາຍແດນ, ເຮັດໃຫ້ການຜະລິດ ແລະ ການດຳເນີນທຸລະກິດຂອງວິສາຫະກິດຂອງສອງປະເທດ.
ນາຍົກລັດຖະມົນຕີ 2 ທ່ານ ເຫັນດີສືບຕໍ່ຊຸກຍູ້ການຮ່ວມມືໃນບັນດາຂົງເຂດສຳຄັນອື່ນຄື: ການສຶກສາ, ບຳລຸງສ້າງ, ຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ, ຄວາມໝັ້ນຄົງດ້ານສະບຽງອາຫານ, ການແລກປ່ຽນວັດທະນະທຳ-ສິລະປະ, ການທ່ອງທ່ຽວ, ການເຊື່ອມຕໍ່ການບິນ, ເຊື່ອມຕໍ່ວິສາຫະກິດ ແລະປະຊາຊົນ.
![]() |
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳປາໄສທີ່ກອງປະຊຸມພົບປະກັບທ່ານນາຍົກລັດຖະມົນຕີ ສິງກະໂປ Lawrence Wong. (ພາບ: Duong Giang/TTXVN) |
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີວ່າ ສິງກະໂປ ຮັບເອົາຄົນງານຫວຽດນາມ ພາຍໃຕ້ວີຊາເຮັດວຽກ, ເປີດກວ້າງອຸດສາຫະກຳຮັບຄົນງານ, ສ້າງເງື່ອນໄຂໃຫ້ແກ່ການຮຽນພາສາຫວຽດນາມ ຢູ່ໂຮງຮຽນທີ່ມີນັກຮຽນຫວຽດນາມ ຫຼາຍແຫ່ງ, ຊຸກຍູ້ບົດບາດຕັ້ງໜ້າຂອງປະຊາຄົມຊາວຫວຽດນາມ ຢູ່ສິງກະໂປ.
ປຶກສາຫາລືການຮ່ວມມືຫຼາຍຝ່າຍ ແລະ ພາກພື້ນ, ສອງຝ່າຍໄດ້ຕີລາຄາສູງການສົມທົບກັນຢ່າງເປັນປົກກະຕິຂອງສອງປະເທດ, ສະໜັບສະໜູນເຊິ່ງກັນ ແລະ ກັນໃນການເລືອກຕັ້ງ ແລະ ສະໝັກຮັບເລືອກຕັ້ງເຂົ້າບັນດາອົງການ, ອົງການຈັດຕັ້ງສະຫະປະຊາຊາດ; ເຫັນດີເປັນເອກະພາບສົມທົບກັບບັນດາປະເທດອາຊຽນ ເພື່ອຮັບປະກັນຄວາມສາມັກຄີ, ເປັນເອກະພາບ, ຮັກສາບົດບາດໃຈກາງຂອງອາຊຽນ; ຊຸກຍູ້ການພັດທະນາແບບຍືນຍົງຂອງອະນຸພາກພື້ນ, ລວມທັງອະນຸພາກພື້ນແມ່ນໍ້າຂອງ.
ນາຍົກລັດຖະມົນຕີ 2 ທ່ານເຫັນດີຮັກສາຫຼັກໝັ້ນລວມຂອງ ອາຊຽນ ກ່ຽວກັບບັນຫາທະເລຕາເວັນອອກ; ເນັ້ນໜັກເຖິງຄວາມສຳຄັນຂອງເສລີພາບ ແລະຄວາມປອດໄພຂອງການເດີນເຮືອ ແລະ ການບິນ; ຮັບປະກັນການປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC); ສ້າງສະພາບແວດລ້ອມທີ່ສະດວກ ແລະ ມານະພະຍາຍາມສ້າງປະມວນຂໍ້ກຳນົດກ່ຽວກັບການປະພຶດຢູ່ທະເລຕາເວັນອອກ (COC) ຢ່າງແທດຈິງ ແລະ ສອດຄ່ອງກັບກົດໝາຍສາກົນ ແລະ ສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍທະເລປີ 1982 (UNCLOS).
ພາຍຫຼັງກອງປະຊຸມພົບປະ, ນາຍົກລັດຖະມົນຕີ 2 ທ່ານ ໄດ້ເປັນສັກຂີພິຍານພິທີລົງນາມເອກະສານຮ່ວມມືລະຫວ່າງ 2 ປະເທດ, ໃນນັ້ນມີ ໜັງສືເຈດຈຳນົງການຮ່ວມມືກໍ່ສ້າງໂຄງການດຳເນີນງານເພື່ອຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ຂໍ້ຕົກລົງໃນຂົງເຂດການຄ້າພະລັງງານລົມ, ການຈ່າຍເງິນຂ້າມຊາຍແດນໂດຍໃຊ້ລະຫັດ QR, ການພັດທະນາດີຈີຕອນ ແລະ ນະວັດຕະກຳ, ການແລກປ່ຽນປະຊາຊົນ...
![]() | ຫວຽດນາມ ແລະ ກູບາ ເພີ່ມທະວີການຮ່ວມມືໃນການຜະລິດເຂົ້າສານ ຍສໝ - ຫວຽດນາມ ແລະ ກູບາ ເພີ່ມທະວີການຮ່ວມມືໃນການຜະລິດເຂົ້າສານ ແມ່ນເນື້ອໃນຫຼັກຂອງການເຮັດວຽກລະຫວ່າງ ທ່ານ ຫງວຽນແທັງງິ ລັດຖະມົນຕີກະຊວງກໍ່ສ້າງຫວຽດນາມ ແລະ ທ່ານ Ydael Jesus Pezez Brito ລັດຖະມົນຕີກະຊວງກະສິກຳກູບາ ໃນວັນທີ 9 ທັນວາ, ຢູ່ຮ່າໂນ້ຍ. |
![]() | ຮັດແໜ້ນການພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ຍສໝ - ວັນທີ 24 ມິຖຸນາ 2024, ຢູ່ຮ່າໂນ້ຍ, ທ່ານພົນໂທ ເລືອງຕ່າມກວາງ, ກຳມະການສູນກາງພັກ, ລັດຖະມົນຕີກະຊວງຕຳຫຼວດ ໄດ້ມີການພົບປະກັບ ທ່ານນາງ ຄຳເພົາ ເອີນທະວັນ, ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ຫວຽດນາມ, ເຂົ້າພົບປະຢ້ຽມຢາມເນື່ອງໃນໂອກາດເລີ່ມອາຍຸການປະຕິບັດງານຢູ່ ຫວຽດນາມ. |
ມີງດຶກ