ເຊື່ອມຕໍ່ວິສາຫະກິດຫວຽດນາມ - ສິງກະໂປ ມຸ່ງໄປສູ່ການຜະລິດແບບຍືນຍົງ
![]() | ທ່ານເລຂາທິການໃຫຍ່: ສ້າງປະຊາຄົມຊາວຫວຽດນາມ ຢູ່ ສິງກະໂປ ໃຫ້ນັບມື້ນັບເຂັ້ມແຂງ |
![]() | ຫວຽດນາມ ແລະ ກູບາ ເພີ່ມທະວີການຮ່ວມມືໃນການຜະລິດເຂົ້າສານ |
ກ່າວຄຳປາໄສທີ່ເວທີປາໄສ, ທ່ານ ເລີມຢຸ້ງຕ໋ຽນ, ປະທານສະມາຄົມມິດຕະພາບ ຫວຽດນາມ - ສິງກະໂປ ນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ ສິງກະໂປ ແມ່ນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງ ຫວຽດນາມ ຢູ່ ອາຊຽນ ແລະ ຢືນອັນດັບ 4 ໃນໂລກ. ປີ 2024, ວົງເງິນການຄ້າສອງສົ້ນໄດ້ບັນລຸກວ່າ 10,3 ຕື້ USD, ເພີ່ມຂຶ້ນ 14,7% ເມື່ອທຽບໃສ່ປີ 2023.
ກ່ຽວກັບການລົງທຶນ, ປະຈຸບັນ, ສິງກະໂປ ແມ່ນນັກລົງທຶນໃຫຍ່ທີ່ສຸດໃນອາຊຽນ ແລະ ອັນດັບ 2 ຂອງໂລກ ຢູ່ ຫວຽດນາມ ດ້ວຍ 3.951 ໂຄງການ ແລະ ຍອດຈຳນວນເງິນລົງທຶນກວ່າ 83 ຕື້ USD. ໃນປີ 2024, ຫວຽດນາມ ໄດ້ຕ້ອນຮັບນັກທ່ອງທ່ຽວສິງກະໂປ 347.000 ກວ່າເທື່ອຄົນມາຮ່ວມມືໃນຂົງເຂດການເງິນ, ການທະນາຄານ, ຊັບພະຍາກອນທຳມະຊາດ, ສິ່ງແວດລ້ອມ, ການສຶກສາ ແລະ ຍຸຕິທຳລະຫວ່າງ 2 ປະເທດ...
ທ່ານ ເລີມຢຸ້ງຕ໋ຽນ ຢືນຢັນວ່າ ເຫດການດັ່ງກ່າວແມ່ນພະຍານຫຼັກຖານເຖິງຄວາມສົນໃຈຢ່າງເລິກເຊິ່ງຂອງວິສາຫະກິດ 2 ປະເທດໃນບັນດາບັນຫາພັດທະນາແບບຍືນຍົງໃນຂະແໜງການຜະລິດ ແລະ ດຳເນີນທຸລະກິດ. ເວທີປາໄສ ໄດ້ຮັບການຈັດຕັ້ງດ້ວຍເປົ້າໝາຍສ້າງພື້ນທີ່ໃຫ້ບັນດາວິສາຫະກິດຫວຽດນາມ ແລະ ສິງກະໂປ ແລກປ່ຽນ, ແບ່ງປັນຄວາມຮູ້ ແລະ ປະສົບການກ່ຽວກັບການພັດທະນາແບບຍືນຍົງ. ທ່ານ ເລີມຢຸ້ງຕ໋ຽນ ເຊື່ອໝັ້ນວ່າ ຄວາມຮູ້ ແລະ ປະສົບການຂອງບັນດາວິສາຫະກິດ ສິງກະໂປ ຈະແມ່ນແຫຼ່ງກຳລັງຜັກດັນອັນໃຫຍ່ຫຼວງໃຫ້ບັນດາວິສາຫະກິດ ຫວຽດນາມ. ພ້ອມກັນນັ້ນ, ບັນດາວິສາຫະກິດ ຫວຽດນາມ ກໍ່ຈະປະກອບສ່ວນອັນລ້ຳຄ່າໃຫ້ແກ່ປະຊາຄົມວິສາຫະກິດ ອາຊຽນ.
ເວທີປາໄສລວມມີ 2 ຫົວຂໍ້ຄື “ຍຸດທະສາດແບບຍືນຍົງ - ຫັນະສິດທິພາບຜົນກຳໄລເປັນດີທີ່ສຸດ ແລະ ກໍ່ສ້າງເຄື່ອງໝາຍການຄ້າໃຫ້ເຂັ້ມແຂງ” ແລະ “ທ່າອ່ຽງໃໝ່ໃນການຜະລິດແບບຍືນຍົງ”. ຢູ່ທີ່ນີ້, ບັນດາວິສາຫະກິດແບ່ງປັນຄວາມຮູ້ ແລະ ປະສົບການ, ປຶກສາຫາລືກ່ຽວກັບຍຸດທະສາດ ແລະ ທ່າອ່ຽງໃໝ່ໃນຂົງເຂດການຜະລິດແບບຍືນຍົງ - ຫົວຂໍ້ສຳຄັນບໍ່ພຽງແຕ່ສຳລັບບັນດາວິສາຫະກິດເທົ່ານັ້ນ, ແຕ່ຍັງມີຜົນກະທົບຢ່າງເລິກເຊິ່ງຕໍ່ປະຊາຄົມ ແລະ ສັງຄົມ.
ນອກຈາກນັ້ນ, ບັນດາຜູ້ແທນ ຍັງໄດ້ແບ່ງປັນກ່ຽວກັບການເພີ່ມທະວີການປະຫຍັດຄ່າໃຊ້ຈ່າຍ, ຫັນປະສິດທິພາບຜົນກໍາໄລເປັນດີທີ່ສຸດ, ເພີ່ມປະສິດທິພາບ ແລະ ອິດທິພົນເຄື່ອງໝາຍການຄ້າໂດຍຜ່ານການລິເລີ່ມແບບຍືນຍົງ; ບັນດາການຄົ້ນຄ້ວາທີ່ປະສົບຜົນສໍາເລັດຂອງບໍລິສັດການຜະລິດ ໄດ້ພັດທະນາຢ່າງເຂັ້ມເຂມ ດ້ວຍວິທີບັນດາມາດການປະຕິບັດແບບຍືນຍົງ.
![]() |
ທ່ານຫົວໜ້າກົງສູນໃຫຍ່ ສິງກະໂປ ປະຈຳ ນະຄອນໂຮ່ຈິມິນ Pang Te Cheng. |
ຕາມທ່ານຫົວໜ້າກົງສູນໃຫຍ່ ສິງກະໂປ ປະຈຳ ນະຄອນໂຮ່ຈິມິນ Pang Te Cheng ແລ້ວ, ການພັດທະນາແບບຍືນຍົງບໍ່ພຽງແຕ່ແມ່ນການປະຕິບັດຕາມຄວາມຮຽກຮ້ອງຕ້ອງການດ້ານກົດບັນຢັດເທົ່ານັ້ນ, ຫາກຍັງແມ່ນຍຸດທະສາດບັງຄັບ, ຮຽກຮ້ອງບັນດາບາດກ້າວບຸກທະລຸໃນອະນາຄົດ ເມື່ອຂະແໜງການເຕັດໂນໂລຢີປຸງແຕ່ງ, ຜະລິດຈະກາຍເປັນຂົງເຂດສຳຄັນໃນການພັດທະນາແບບຍືນຍົງ.
ທ່ານ Pang Te Cheng ໃຫ້ຮູ້ວ່າ ບັນດານັກຊ່ຽວຊານ, ວິສາຫະກິດແຖວໜ້າຂອງ ສິງກະໂປ ໄດ້ສະເໜີບັນດາມາດຕະການແກ້ໄຂການຮ່ວມມືທີ່ເປັນໄປໄດ້ກັບວິສາຫະກິດ ຫວຽດນາມ. ໃນປະມານ 2 ອາທິດ, ທ່ານນາຍົກລັດຖະມົນຕີ ສິງກະໂປ Lawrence Wong ຈະມາຢ້ຽມຢາມ ຫວຽດນາມ. ທ່ານຫວັງວ່າ ການຢ້ຽມຢາມຈະສືບຕໍ່ເປີດກາລະໂອກາດຮ່ວມມືຢ່າງເລິກເຊິ່ງກ້ວາງຂວາງ ແລະ ເວທີປາໄສຄັ້ງນີ້ແມ່ນເງື່ອນມູນ, ເປັນກາລະໂອກາດໃຫຍ່ ເພື່ອໃຫ້ວິສາຫະກິດຫັນບັນດາຂໍ້ຕົກລົງຂອງຜູ້ນຳສອງປະເທດເປັນຕົວຈິງ.
![]() | ຫວຽດນາມ ກາຍເປັນປະເທດນຳໜ້າໃນທ່າອ່ຽງຫັນປ່ຽນການຜະລິດທົ່ວໂລກ ຍສໝ - ເວັບໄຊ riotimesonline.com (Brazil) ໄດ້ເອົາລົງບົດຂຽນກ່ຽວກັບສະພາບການຜະລິດທົ່ວໂລກພວມປ່ຽນແປງຢ່າງໄວວາ, ຄັດສະເໜີຂໍ້ມູນຫຼ້າສຸດຈາກນັກສະໜອງການບໍລິການຂໍ້ມູນດ້ານການເງິນແຖວໜ້າໂລກ S&P Global Market Intelligence (ອາເມລິກາ) ຊື່ງໃນນັ້ນໃຫ້ຮູ້ວ່າ: ຫວຽດນາມ ໄດ້ກາຍເປັນຈຸດໝາຍປາຍທາງອັນດັບໜຶ່ງ ເພື່ອໃຫ້ບັນດາບໍລິສັດຫັນປ່ຽນການຜະລິດ ແລະການຫັນປ່ຽນນີ້ ເພື່ອແນໃສ່ຮັກສາລະບົບສະໜອງບໍ່ຖືກຕັດຕອນ. |
![]() | ແຮກສ່ຽວບ້ານ-ບ້ານ: ພື້ນຖານການເພີ່ມພູນຄູນສ້າງການພົວພັນແບບຍືນຍົງ ຫວຽດນາມ - ລາວ ຍສໝ - ການແຮກສ່ຽວ ບ້ານ-ບ້ານ ໄດ້ ແລະ ພວມສ້າງຂົວເຊື່ອມຕໍ່ທີ່ໝັ້ນຄົງ, ສະໜິດຕິດພັນປະຊາຊົນຢູ່ເຂດຊາຍແດນຫວຽດນາມ - ລາວ. ຍ້ອນຮູບແບບນີ້, ບັນດາໝູ່ບ້ານຂອງສອງປະເທດບໍ່ພຽງແຕ່ປົກປັກຮັກສາເສັ້ນຊາຍແດນເທົ່ານັ້ນ, ຫາກຍັງໄດ້ຮ່ວມກັນພັດທະນາເສດຖະກິດ ແລະ ສ້າງສາຍພົວພັນມິດຕະພາບແບບພິເສດລະຫວ່າງປະຊາຊົນສອງປະເທດ. |
ມີງດຶກ