ແຂວງ ອັດຕະປື (ລາວ) ປາດຖະໜາຢາກຮຽນຮູ້ຈາກ ດັກລັກ ກ່ຽວກັບປະສົບການໃນການເປີດກວ້າງຕະຫຼາດ
![]() | ດັກລັກ: ຂອງຂວັນຫຼາຍຢ່າງມອບໃຫ້ບັນດາຄອບຄົວທີ່ມີຄຸນງາມຄວາມດີ, ຜູ້ປະສົບກັບຄວາມຫຍຸ້ງຍາກ |
![]() | CTFK (ອາເມລິກາ) ຊ່ວຍເຫຼືອເດັກນ້ອຍ 4,000 ຄົນຢູ່ ດັກລັກ ຮຽນລອຍນໍ້າຢ່າງປອດໄພ |
ຕອນບ່າຍວັນທີ 11 ມີນາ, ຄະນະກຳມະການປະຊາຊົນແຂວງ ດັກລັກ ໄດ້ຈັດພິທີລົງນາມຂໍ້ຕົກລົງຮ່ວມມືກັບແຂວງ ອັດຕະປື, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ທີ່ພິທີລົງນາມ, 2 ຝ່າຍໄດ້ແນະນຳກ່ຽວກັບສະພາບການເສດຖະກິດ - ສັງຄົມ ແລະ ຄວາມສາມາດບົ່ມຊ້ອນພັດທະນາຂອງແຕ່ລະທ້ອງຖິ່ນ. ຜ່ານການພົບປະແລກປ່ຽນເປີດອົກເປີດໃຈ, ສະໜິດສະໜົມ ແລະ ສັດຊື່, ສອງຝ່າຍໄດ້ລົງນາມໃນຂໍ້ຕົກລົງຮ່ວມມືສອງຝ່າຍໃນ 9 ຂົງເຂດ.
![]() |
ພິທີລົງນາມຂໍ້ຕົກລົງຮ່ວມມືກັບແຂວງ ອັດຕະປື, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. |
ລະອຽດ, ບັນດາຝ່າຍກໍ່ເປັນເອກະພາບແລກປ່ຽນຄະນະຕາມກຳນົດເວລາ 2 ປີ/ເທື່ອໜຶ່ງ, ຈັດຕັ້ງບັນດາການຢ້ຽມຢາມ ແລະ ການເຮັດວຽກລະຫວ່າງການນຳຂັ້ນສູງຂອງ 2 ແຂວງ; ການຮ່ວມມືມິດຕະພາບ, ການພົບປະແລກປ່ຽນປະຊາຊົນ ພ້ອມກັນນັ້ນ, ກໍ່ຍູ້ແຮງການພົວພັນຮ່ວມມືໃນຂົງເຂດການລົງທຶນ, ການຄ້າ, ຄົ້ນຄ້ວາ ແລະ ລະດົມບັນດາວິສາຫະກິດຂອງແຂວງໄປສຳຫຼວດ ແລະ ຊອກຫາໂອກາດຮ່ວມມືລົງທຶນຕາມບັນດາຂະແໜງການ; ຊອກຫາກາລະໂອກາດການລົງທຶນ, ຜັນຂະຫຍາຍໂຄງການຂອງແຕ່ລະຝ່າຍ.
ຄຽງຄູ່ກັນນັ້ນ, ຈັດຕັ້ງຄະນະວິສາຫະກິດໄປສຳຫຼວດການລົງທຶນ, ການຄ້າລະຫວ່າງສອງຝ່າຍ, ຊຸກຍູ້ການລົງທຶນ; ສືບຕໍ່ຍົກສູງຄຸນນະພາບ ແລະ ປະສິດທິຜົນຂອງບັນດາການເຄື່ອນໄຫວແລກປ່ຽນຄະນະ; ເພີ່ມທະວີການຮ່ວມມືລະຫວ່າງບັນດາຂົງເຂດການສຶກສາ ແລະ ບຳລຸງສ້າງ, ກະສິກຳ, ການແພດ, ວັດທະນະທຳ, ກິລາ, ການທ່ອງທ່ຽວ.
![]() |
ການສ້າງຕັ້ງການຮ່ວມມືສອງຝ່າຍລະຫວ່າງແຂວງ ດັກລັກ ແລະ ແຂວງ ອັດຕະປື ຈະເປີດໂອກາດໃໝ່ຫຼາຍຢ່າງ ແລະ ພັດທະນາແບບຍືນຍົງໃນອະນາຄົດກວ່າອີກ. |
ການສ້າງຕັ້ງການຮ່ວມມືສອງຝ່າຍລະຫວ່າງແຂວງ ດັກລັກ ແລະ ແຂວງ ອັດຕະປື ຈະເປີດໂອກາດໃໝ່ຫຼາຍຢ່າງ ແລະ ພັດທະນາແບບຍືນຍົງໃນອະນາຄົດກວ່າອີກ. ຜ່ານນັ້ນ, ປະກອບສ່ວນເພີ່ມທະວີນ້ຳໃຈມິດຕະພາບລະຫວ່າງສອງຊາດ ຫວຽດນາມ - ລາວ ແລະ ສ້າງເງື່ອນໄຂໃຫ້ບັນດາວິສາຫະກິດຂອງສອງປະເທດພັດທະນາຮ່ວມກັນ...
ທ່ານ ເຈືອງກົງຖາຍ, ຮອງປະທານຄະນະກຳມະການປະຊາຊົນແຂວງ ດັກລັກ ຢືນຢັນວ່າ ຂໍ້ຕົກລົງຮ່ວມມືທີ່ໄດ້ລົງນາມຈະແມ່ນພື້ນຖານສຳຄັນເພື່ອມຸ່ງໄປເຖິງເພີ່ມທະວີການຮ່ວມມືພັດທະນາເຊິ່ງກັນ ແລະ ກັນລະຫວ່າງແຂວງ ດັກລັກ ແລະ ອັດຕະປື ໃນຫຼາຍຂົງເຂດຄື: ການສຶກສາ, ກະສິກຳ, ການແພດ, ການແລກປ່ຽນປະຊາຊົນ...
![]() |
ທ່ານ ເຈືອງກົງຖາຍ, ຮອງປະທານຄະນະກຳມະການປະຊາຊົນແຂວງ ດັກລັກ ກ່າວຄຳປາໄສທີ່ພິທີລົງນາມ. |
ທ່ານ ທານູໄຊ ບັນຊາລິດ, ຮອງເຈົ້າແຂວງ ອັດຕະປື, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະແດງຄວາມຂອບອົກຂອບໃຈຕໍ່ການຕ້ອນຮັບອັນສະຫງ່າລາສີຂອງແຂວງ ດັກລັກ ໃນງານບຸນກາເຟ ບວນມາຖວດ ຄັ້ງທີ 9. ພ້ອມກັນນັ້ນ, ສະແດງຄວາມປິຕິຊົມຊື່ນເມື່ອເຫັນວ່າເສດຖະກິດ-ສັງຄົມຂອງ ແຂວງ ດັກລັກ ສືບຕໍ່ຂະຫຍາຍຕົວເປັນຢ່າງດີ, ພິເສດແມ່ນເຮັດໃຫ້ຍີ່ຫໍ້ກາເຟ ບວນມາຖວດ ກາຍເປັນຍີ່ຫໍ້ທີ່ມີຊື່ສຽງ, ປະກອບສ່ວນນຳວົງເງິນສົ່ງອອກກາເຟຂອງ ຫວຽດນາມ ເຂົ້າໃນແຖວໜ້າຂອງໂລກ.
ທ່ານຮອງເຈົ້າແຂວງ ອັດຕະປື ຫວັງວ່າ ໃນໄລຍະຈະມາເຖິງ ຈະໄດ້ຮຽນຮູ້ຈາກແຂວງ ດັກລັກ ກ່ຽວກັບປະສົບການໃນການປູກ, ການຜະລິດກາເຟ ກໍ່ຄືການຫັນເປັນການຄ້າສິນຄ້າ, ເປີດກວ້າງຕະຫຼາດ. ພ້ອມກັນນັ້ນ, ສືບຕໍ່ໄດ້ຮັບການໜູນຊ່ວຍກ່ຽວກັບການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ຜ່ານນັ້ນ ກໍ່ເພີ່ມທະວີສາຍພົວພັນຮ່ວມມືອັນແໜ້ນແຟ້ນລະຫວ່າງ 2 ທ້ອງຖິ່ນຕື່ມອີກ.
ຕອນບ່າຍວັນທີ 11 ມີນາ, ຄະນະກຳມະການປະຊາຊົນແຂວງ ດັກລັກ ໄດ້ຈັດຕັ້ງການຕອ້ນຮັບກັບຄະນະຜູ້ແທນສາກົນ 27 ຄົນທີ່ເຂົ້າຮ່ວມງານບຸນກາເຟ ບວນມາຖວດ ຄັ້ງທີ 9 ປີ 2025.
ທີ່ການພົບປະ, ທ່ານ ຮອງປະທານຄະນະກຳມະການປະຊາຊົນແຂວງ ດັກລັກ ເຈືອງກົງຖາຍ ໄດ້ແບ່ງປັນວ່າ ພາຍຫຼັງງານບຸນ, ສະຖານທູດບັນດາປະເທດ ປະຈຳ ຫວຽດນາມ, ຄະນະອຳນາດການປົກຄອງບັນດາປະເທດໃກ້ຄຽງ, ກົງສຸນໃຫຍ່ບັນດາປະເທດ, ແລະ ຄະນະແຂກສາກົນຈະຮ່ວມເດີນທາງກັບ ດັກລັກ ເພື່ອເຜີຍແຜ່ບັນດາຄຸນຄ່າວັດທະນະທຳສອດສະຫຼັບລະຫວ່າງມູນເຊື້ອ ແລະ ທັນສະໄໝ, ລົດຊາດທີ່ເປັນເອກະລັກພິເສດ, ລະອຽດອ່ອນຂອງກາເຟ ບວນມາຖວດ ກໍ່ຄືຄວາມສາມາດບົ່ມຊ້ອນພັດທະນາຢ່າງອຸດົມສົມບູນເຖິງເພື່ອນມິດ, ຄູ່ຮ່ວມມືສາກົນ.
ທີ່ການເຮັດວຽກ, ທ່ານ Marc Knapper, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ອາເມລິກາ ປະຈຳ ຫວຽດນາມ ແບ່ງປັນວ່າ, ໃນໄລຍະມໍ່ໆມານີ້, ການພົວພັນ ຫວຽດນາມ - ອາເມລິກາ ບັນລຸໄດ້ບັນດາບາດກ້າວພັດທະນາສຳຄັນ, ແທດຈິງໃນທຸກຂົງເຂດ, ພິເສດແມ່ນເມື່ອສອງປະເທດຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ. ທ່ານກໍ່ຫວັງວ່າ ໃນໄລຍະຈະມາເຖິງ, ການພົວພັນລະຫວ່າງ ອາເມລິກາ ແລະ ຫວຽດນາມ ເວົ້າລວມ ແລະ ແຂວງ ດັກລັກ ເວົ້າສະເພາະ ຈະນັບມື້ນັບພັດທະນາຢ່າງເລິກເຊິ່ງກວ່າອີກ; ເປີດກວ້າງການຮ່ວມມືລະຫວ່າງສອງຝ່າຍໃນຫຼາຍຂົງເຂດທີ່ມີຄວາມສາມາດບົ່ມຊ້ອນຄື: ການສຶກສາ, ການແພດ, ຂົງເຂດການຜະລິດເຕັກໂນໂລຊີສູງ, ພະລັງງານ...
![]() | ດັກລັກ: ເສີມຂະຫຍາຍແຫຼ່ງກຳລັງຂອງຊາວຫວຽດນາມທີ່ອາໄສຢູ່ຕ່າງປະເທດ ປະກອບສ່ວນສ້າງສາບ້ານເກີດເມືອງນອນ ຍສໝ - ຜູ້ຕາງໜ້າສະມາຄົມຕິດຕໍ່ພົວພັນກັບຊາວຫວຽດນາມ ຢູ່ຕ່າງປະເທດແຂວງ ດັກລັກ ກ່າວທີ່ກອງປະຊຸມຄະນະບໍລິຫານງານເປີດກວ້າງ ຄັ້ງທີ7, ໄລຍະປີ 2021 – 2026 ສະຫຼຸບວຽກງານ 6 ເດືອນຕົ້ນປີ, ຜັນຂະຫຍາຍໜ້າທີ່ 6 ເດືອນທ້າຍປີ 2024. ໃນວັນທີ 10 ກໍລະກົດ. |
![]() | ຍສໝ - ສະຫະພັນແມ່ຍິງແຂວງ ຝູເຖາະ (ຫວຽດນາມ) ຫາກໍ່ມອບເຮືອນແຫ່ງຄວາມຮັກແພງໃຫ້ 2 ຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກຢູ່ 2 ບ້ານຂຶ້ນກັບເມືອງ ຫຼວງນ້ຳທາ, ແຂວງ ຫຼວງນ້ຳທາ (ລາວ). |
ແທັງຮັ່ງ