ປະກາດຜົນການຄົ້ນຄວ້າແຫ່ງຊາດກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ
![]() | ແຂກທ່ອງທ່ຽວໄດ້ເລືອກເອົາຫາດຊາຍ ໝີເຄ ຂອງ ຫວຽດນາມ ເຂົ້າໃນ Top ຫາດຊາຍງາມທີ່ສຸດ ອາຊີ |
![]() | ບັນດາຄ້າຍທະຫານຊາຍແດນກອນຕຸມ ແຮກສ່ຽວກັບຕາແສງຊາຍແດນ ເພື່ອປົກປັກຮັກສາອະທິປະໄຕຊາຍແດນແຫ່ງຊາດ |
ການຄົ້ນຄ້ວາອີງຕາມການສໍາຫຼວດຂອງປະຊາຊົນ 9.094 ຄົນໃນ 6 ຂົງເຂດເສດຖະກິດ-ສັງຄົມໃນທົ່ວປະເທດໃນປີ 2024; ຈາກນັ້ນ ໄດ້ສະໜອງບັນດາຂໍ້ໂຕ້ຖຽງວິທະຍາສາດເພື່ອຕີລາຄາຫວຽດນາມ ປະຕິບັດບັນດາຄຳໝັ້ນສັນຍາສາກົນກ່ຽວກັບຄວາມສະເໝີພາບລະຫວ່າງຍິງຊາຍ, ພ້ອມກັນນັ້ນກໍ່ໃຫ້ຄຳເຫັນນະໂຍບາຍຊຸກຍູ້ການພັດທະນາແບບຍືນຍົງ.
![]() |
ບັນຍາກາດທີ່ກອງປະຊຸມ. |
ກ່າວຄຳປາໄສທີ່ການສຳມະນາ, ທ່ານ ປະທານສະພາມະຫາບັນດິດວິທະຍາສາດສັງຄົມຫວຽດນາມ, ປອ ຟານຈີ໋ຫຽວ ເນັ້ນໜັກວ່າ ຄວາມສະເໝີພາບລະຫວ່າງຍິງ-ຊາຍຕາມທິດທາງຊຸກຍູ້ຄວາມກ້າວໜ້າຂອງແມ່ຍິງ ຍາມໃດກໍ່ແມ່ນບຸລິມະສິດໃນນະໂຍບາຍພັດທະນາຂອງປະເທດ ເພື່ອເສີມຂະຫຍາຍຄວາມສາມາດບົ່ມຊ້ອນຂອງແມ່ຍິງໃນທຸກຂົງເຂດຊີວິດສັງຄົມ. ໃນຊຸມປີຜ່ານມາ, ພັກ ແລະ ລັດໄດ້ວາງອອກຫຼາຍນະໂຍບາຍສຳຄັນນັບແຕ່ຈຸລະພາກເຖິງມະຫາພາກເພື່ອເພີ່ມທະວີຄວາມສະເໝີພາບລະຫວ່າງຍິງຊາຍ, ປົກປັກຮັກສາສິດຂອງແມ່ຍິງ ແລະ ຊຸກຍູ້ການເຂົ້າຮ່ວມຂອງແມ່ຍິງໃນຂົງເຂດເສດຖະກິດ - ສັງຄົມ.
ອີງຕາມໝາກຜົນການຄົ້ນຄວ້າ, ບັນດາຜູ້ແທນທີ່ເຂົ້າຮ່ວມການສຳມະນາໄດ້ປະກອບຄຳເຫັນນະໂຍບາຍຈຳນວນໜຶ່ງເພື່ອຊຸກຍູ້ຄວາມສະເໝີພາບທາງເພດໃນໄລຍະຈະມາເຖິງ. ກ່ອນອື່ນໝົດ, ຕ້ອງຍົກສູງບົດບາດຂອງແມ່ຍິງໃນລະບົບການເມືອງ ໂດຍຜ່ານການປະຕິບັດນະໂຍບາຍໜູນຊ່ວຍ ແລະ ສ້າງເງື່ອນໄຂໃຫ້ແມ່ຍິງເຂົ້າຮ່ວມ ແລະ ດຳລົງຕຳແໜ່ງການນຳ ແລະ ບໍລິຫານ; ພ້ອມກັນນັ້ນ, ເພີ່ມທະວີການເຂົ້າເຖິງດ້ານເສດຖະກິດໃຫ້ແກ່ແມ່ຍິງໂດຍການສະໜັບສະໜູນວິສາຫະກິດຂອງແມ່ຍິງ, ເປີດກວ້າງການເຂົ້າເຖິງດ້ານການເງິນ ແລະ ທຶນຮອນ. ການປິດຊ່ອງຫວ່າງເພດໃນການສຶກສາຍັງເປັນບູລິມະສິດ, ໂດຍສະເພາະແມ່ນການເຮັດໃຫ້ແມ່ຍິງ ແລະ ເດັກຍິງໄດ້ເຂົ້າເຖິງການສຶກສາທີ່ມີຄຸນນະພາບສູງໃນດ້ານວິທະຍາສາດ, ເຕັກໂນໂລຊີ, ວິສະວະກຳ ແລະ ຄະນິດສາດ (STEM). ນອກຈາກນັ້ນ, ຕ້ອງໄດ້ປັບປຸງຄຸນນະພາບການຈ້າງງານ ແລະ ເງື່ອນໄຂການເຮັດວຽກ ໂດຍຜ່ານການສ້າງຄວາມເຂັ້ມແຂງໃຫ້ແກ່ການປົກປ້ອງສິດຂອງແຮງງານຍິງ ໂດຍສະເພາະໃນຂະແໜງບໍ່ເປັນທາງການ. ລະບົບປະກັນສັງຄົມຍັງຕ້ອງໄດ້ຮັບການປັບປຸງເພື່ອສະຫນັບສະຫນູນແມ່ຍິງທີ່ມີຄວາມສ່ຽງ, ປັບປຸງຄຸນນະພາບການບໍລິການດ້ານສຸຂະພາບ, ການສຶກສາແລະການປົກປ້ອງສັງຄົມ.
![]() | ບັນດາຄ້າຍທະຫານຊາຍແດນກອນຕຸມ ແຮກສ່ຽວກັບຕາແສງຊາຍແດນ ເພື່ອປົກປັກຮັກສາອະທິປະໄຕຊາຍແດນແຫ່ງຊາດ ຍສໝ - ໃນລະຫວ່າງວັນທີ 16 – 18 ພະຈິກ 2021, ມີ 14/16 ຄ້າຍທະຫານຊາຍແດນແຂວງກອນຕຸມ ຂອງທະຫານຊາຍແດນແຂວງກອນຕຸມ ໄດ້ຈັດພິທີແຮກສ່ຽວກັບ 11 ຕາແສງຊາຍແດນ ເພື່ອແນໃສ່ເພີ່ມທະວີສາຍພົວພັນສາມັກຄີ, ສະໜິດ ຕິດພັນ, ແບ່ງປັນ, ຊ່ວຍເຫຼືອເຊິ່ງກັນ ແລະກັນ ປະຕິບັດສໍາເລັດໜ້າທີ່ຄຸ້ມຄອງ, ປົກປັກຮັກສາອະທິປະໄຕ ແລະ ຄວາມໝັ້ນຄົງແຫ່ງຊາດກວ່າອີກ, ... |
ມີງດຶກ