ທ່ານເລຂາທິການໃຫຍ່ ໂຕເລີມ ຢ້ຽມຢາມສະຖານທູດ, ພົບປະກັບພະນັກງານບັນດາອົງການຜູ້ຕາງໜ້າ ແລະປະຊາຄົມຊາວຫວຽດນາມ ປະຈຳ ອິນໂດເນເຊຍ
ທີ່ການພົບປະ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອິນໂດເນເຊຍ ຕະວັນທົງ ໄດ້ລາຍງານໃຫ້ທ່ານເລຂາທິການໃຫຍ່ກ່ຽວກັບໝາກຜົນວຽກງານຂອງສະຖານທູດ, ສະພາບການພົວພັນສອງຝ່າຍຫວຽດນາມ - ອິນໂດເນເຊຍ ແລະ ວຽກງານກັບປະຊາຄົມຊາວຫວຽດນາມ ໃນບໍລິເວນ. ປະຊາຄົມຊາວຫວຽດນາມ ຢູ່ ອິນໂດເນເຊຍ ມີປະມານ 500 ຄົນ, ມີຊີວິດການເປັນຢູ່ທີ່ໝັ້ນຄົງ, ສາມັກຄີ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເພື່ອບືນຕົວຂຶ້ນ, ປະຕິບັດກົດໝາຍ, ເຊື່ອມໂຍງເຂົ້າກັບສັງຄົມປະຈຳຖິ່ນເປັນຢ່າງດີ, ມີຄວາມກະຕືລືລົ້ນເຂົ້າຮ່ວມບັນດາການເຄື່ອນໄຫວໂດຍສະຖານທູດຈັດຕັ້ງຄື: ການພົບປະວັນຊາດ, ບຸນເຕັດຮີດປະເພນີ.
![]() |
ທ່ານເລຂາທິການໃຫຍ່ ໂຕເລີມ ແລະ ພັນລະຍາ ພ້ອມກັບບັນດາຜູ້ແທນ (ພາບ: TTXVN) |
ເຖິງວ່າຈຳນວນຄົນຫວຽດນາມຢູ່ຕ່າງປະເທດຍັງໜ້ອຍ, ແຕ່ໃນປະຊາຄົມມີຜູ້ຕາງໜ້າວິສາຫະກິດຫວຽດນາມ ຈຳນວນໜຶ່ງໄດ້ປະສົບຜົນສຳເລັດໃນການສ້າງເຄື່ອງໝາຍການຄ້າຂອງຫວຽດນາມ, ປ່ອຍເຄື່ອງໝາຍອອກສູ່ທ້ອງຕະຫຼາດປະຈຳຖິ່ນ, ມີບາງບ່ອນເຮັດວຽກຂອງຊາວຫວຽດນາມຢູ່ຕ່າງປະເທດໃຫ້ອົງການຈັດຕັ້ງສາກົນ ແລະ ພາກພື້ນເຊັ່ນ: ຄະນະເລຂາອາຊຽນ ແລະ ສະຖາບັນຄົ້ນຄວ້າເສດຖະກິດອາຊຽນ ແລະ ອາຊີຕາເວັນອອກ (ERIA).
ທ່ານເອກອັກຄະລັດຖະທູດ ຕົນທິຫງອກເຮືອງ, ຫົວໜ້າຄະນະຜູ້ແທນ ຫວຽດນາມ ປະຈຳ ອາຊຽນ ໄດ້ເນັ້ນໜັກເຖິງຄວາມໝາຍສຳຄັນຂອງທ່ານເລຂາທິການໃຫຍ່ ໂຕເລີມ ໃນໂອກາດສະເຫຼີມສະຫຼອງ 30 ປີແຫ່ງວັນຫວຽດນາມ ເຂົ້າຮ່ວມອາຊຽນ ແລະ ໄດ້ລາຍງານສະພາບການຮ່ວມມື ອາຊຽນ ແລະ ການເຂົ້າຮ່ວມຂອງ ຫວຽດນາມ ໃນອາຊຽນ. ໃນໄລຍະ 3 ທົດສະວັດຂອງການເຂົ້າຮ່ວມອາຊຽນ, ຫວຽດນາມ ຍາມໃດກໍ່ປະຕິບັດບົດບາດເປັນສະມາຊິກຢ່າງຕັ້ງໜ້າ, ເປັນເຈົ້າການ ແລະ ມີຄວາມຮັບຜິດຊອບ.
ຕາງໜ້າປະຊາຄົມຊາວຫວຽດນາມ ຢູ່ ອິນໂດເນເຊຍ, ຜູ້ຕາງໜ້າປະຊາຄົມຈຳນວນໜຶ່ງໄດ້ສະແດງຄວາມເປັນກຽດທີ່ໄດ້ພົບປະກັບທ່ານເລຂາທິການໃຫຍ່ ໂຕເລີມ, ສະແດງຄວາມພາກພູມໃຈ ແລະ ອາລົມຈິດເມື່ອໄດ້ເຫັນປະຈັກຕາການພັດທະນາຢ່າງເຂັ້ມແຂງໃນທຸກດ້ານຂອງປະເທດຊາດ.
ບັນດາຜູ້ແທນປະຊາຄົມຢືນຢັນທີ່ຕັ້ງນັບມື້ນັບສູງກ່ວາຂອງຫວຽດນາມ ໃນເວທີສາກົນ ແມ່ນກຳລັງຜັກດັນຊຸກຍູ້ໃຫ້ຊາວຫວຽດນາມ ອາໄສຢູ່ຕ່າງປະເທດແຕ່ລະຄົນມີຄວາມເຊື່ອໝັ້ນ ແລະ ຕິດພັນກັບກົກເຄົ້າເຫງົ້າກໍ, ພ້ອມກັນນັ້ນ ສະແດງຄວາມຂອບໃຈພັກ, ລັດ ທີ່ໄດ້ເອົາໃຈໃສ່ເຖິງປະຊາຄົມຊາວ ຫວຽດນາມ ຢູ່ຕ່າງປະເທດເວົ້າລວມ ແລະ ຢູ່ອິນໂດເນເຊຍ ເວົ້າສະເພາະ.
![]() |
ທ່ານເລຂາທິການໃຫຍ່ ໂຕເລີມ ມອບຂອງຂວັນໃຫ້ຄະນະຜູ້ແທນ ຫວຽດນາມ ປະຈຳ ອາຊຽນ. (ພາບ: TTXVN) |
ທີ່ການພົບປະ, ທ່ານເລຂາທິການໃຫຍ່ ໂຕເລີມ ໄດ້ສະແດງຄວາມປິຕິຊົມຊື່ນໃນບັນຍາກາດອັນອົບອຸ່ນ, ເຕັມໄປດ້ວຍຄວາມຮັກແພງບ້ານເກີດເມືອງນອນ, ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນຂອງປະຊາຊົນ, ພະນັກງານ, ພາລະກອນສະຖານທູດ, ອົງການຜູ້ຕາງໜ້າປະຈຳຫວຽດນາມ ປະຈຳ ອາຊຽນ ພ້ອມກັນກັບຜູ້ຕາງໜ້າປະຊາຄົມ, ວິສາຫະກິດ ແລະ ນັກສຶກສາ ຫວຽດນາມ ຢູ່ ອິນໂດເນເຊຍ.
ທ່ານເລຂາທິການໃຫຍ່ເນັ້ນໜັກວ່າ ການຢ້ຽມຢາມອິນໂດເນເຊຍ ຄັ້ງນີ້ມີຄວາມໝາຍເປັນພິເສດ, ໄດ້ດຳເນີນໃນສະຖານະການສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ 2 ປະເທດ (1955-2025), 30 ປີແຫ່ງວັນຫວຽດນາມ ເຂົ້າເປັນສະມາຊິກອາຊຽນ, ທັງສອງປະເທດສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງປະເທດ, ເປັນບັນດາເຫດການສຳຄັນ ເພື່ອປະກອບສ່ວນເຂົ້າໃນການຮັດແໜ້ນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ທີ່ໄດ້ຮັບການເພີ່ມພຸນຄຸນສ້າງໂດຍການນຳຂອງພັກ, ລັດ ແລະ ປະຊາຊົນສອງປະເທດ, ໃນນັ້ນມີປະຊາຄົມຊາວ ຫວຽດນາມ ຢູ່ ອິນໂດເນເຊຍ.
ທ່ານເລຂາທິການໃຫຍ່ ໂຕເລີມ ໄດ້ແຈ້ງໃຫ້ປະຊາຊົນກ່ຽວກັບສະພາບການພາຍໃນປະເທດ, ບັນດາຜົນງານທີ່ບັນລຸໄດ້, ບັນດາຄວາມພະຍາຍາມນະວັດຕະກຳ ເພື່ອຊຸກຍູ້ການພັດທະນາເສດຖະກິດ - ສັງຄົມຂອງປະເທດ; ຢືນຢັນວ່າ ພາຍໃຕ້ການນຳພາຂອງພັກ, ການກຳນົດທິດຂອງລະບົບການເມືອງທັງໝົດ ແລະ ທຸກຊັ້ນປະຊາຊົນ, ໃນນັ້ນມີຊາວຫວຽດນາມ ຢູ່ຕ່າງປະເທດ 6 ລ້ານຄົນ, ການໜູນຊ່ວຍຂອງເພື່ອນມິດສາກົນ, ຫວຽດນາມ ໄດ້ ແລະ ພວມພັດທະນາໄປໃນທິດທາງທີ່ດີ, ມຸ່ງໄປເຖິງເປົ້າໝາຍການເຕີບໂຕສອງຕົວເລກ.
ກໍເນື່ອງໃນໂອກາດນີ້, ທ່ານເລຂາທິການໃຫຍ່ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງບັນດາຄວາມມານະພະຍາຍາມຂອງປະຊາຄົມຊາວ ຫວຽດນາມ ຢູ່ ອິນໂດເນເຊຍ, ເຖິງວ່າບໍ່ໃຫຍ່ເທົ່າກັບບາງປະເທດກໍ່ຕາມ, ແຕ່ຍາມໃດກໍ່ມານະພະຍາຍາມແຮງງານ, ດຳເນີນທຸລະກິດປະສົບຜົນສຳເລັດ ແລະ ມີການປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ສັງຄົມປະຈຳຖິ່ນ.
ທ່ານເລຂາທິການໃຫຍ່ຢືນຢັນວ່າ ພັກ, ລັດ ຍາມໃດກໍ່ເອົາໃຈໃສ່ເຖິງປະຊາຄົມຊາວຫວຽດນາມ ຢູ່ຕ່າງປະເທດເວົ້າລວມ ແລະ ປະຊາຄົມຊາວ ຫວຽດນາມ ຢູ່ ອິນໂດເນເຊຍ ເວົ້າສະເພາະ; ຖືປະຊາຄົມເປັນພາກສ່ວນທີ່ແບ່ງອອກບໍ່ໄດ້, ເປັນແຫຼ່ງຊັບພະຍາກອນທີ່ສໍາຄັນຂອງປະເທດຊາດ. ແນວທາງນະໂຍບາຍຂອງພັກ ແລະ ລັດໄດ້ຮັບການຫັນເປັນລະອຽດ, ຜັນຂະຫຍາຍໃນການເບິ່ງແຍງດູແລປະຊາຄົມຊາວຫວຽດນາມ ຢູ່ຕ່າງປະເທດ, ໜູນຊ່ວຍໃຫ້ປະຊາຊົນມີທີ່ຕັ້ງດ້ານກົດໝາຍຢ່າງໝັ້ນຄົງ, ຊີວິດການເປັນຢູ່ໝັ້ນຄົງ, ເຊື່ອມໂຍງເຂົ້າກັບສັງຄົມປະຈຳຖິ່ນ; ປັບປຸງກຸ່ມກ້ອນມະຫາສາມັກຄີແຫ່ງຊາດ; ສົ່ງເສີມ ແລະ ສ້າງເງື່ອນໄຂໃຫ້ປະຊາຊົນປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ; ສົມທົບກັນຢ່າງຕັ້ງໜ້າແກ້ໄຂບັນດາຂໍ້ສະເໜີ, ບັນຫາ ແລະ ຄວາມຫຍຸ້ງຍາກຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ.
ທ່ານເລຂາທິການໃຫຍ່ ໃຫ້ຮູ້ວ່າ ທີ່ບັນດາກອງປະຊຸມພົບປະກັບຝ່າຍອິນໂດເນເຊຍ, ຈະສະເໜີໃຫ້ຝ່າຍອິນໂດເນເຊຍ ສືບຕໍ່ສ້າງເງື່ອນໄຂສະດວກໃຫ້ປະຊາຄົມຊາວຫວຽດນາມ ທີ່ດຳລົງຊີວິດ, ຮ່ຳຮຽນ, ເຮັດວຽກ ແລະ ເຊື່ອມໂຍງຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບ, ປະກອບສ່ວນເຂົ້າໃນການພັດທະນາຂອງປະເທດປະຈຳຖິ່ນ ແລະ ການພົວພັນລະຫວ່າງສອງປະເທດ.
ເນື່ອງໃນໂອກາດນີ້, ທ່ານເລຂາທິການໃຫຍ່ ໂຕເລີມ ໄດ້ມີການພົບປະແລກປ່ຽນຢ່າງວ່ອງໄວກັບຜູ້ຕາງໜ້າບັນດາພະນັກງານ, ລັດຖະກອນຂອງອົງການຫວຽດນາມ ປະຈຳ ອາຊຽນ.
![]() | ລາວ ໝັ້ນໃຈຮັບດຳລົງບົດບາດເປັນປະທານອາຊຽນ 2024 ກັບການຮ່ວມເດີນທາງຂອງຫວຽດນາມ ຍສໝ - ໂດຍຮັບຄຳເຊີນຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ລາວ, ປະເທດປະທານ ອາຊຽນ 2024 ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີຫວຽດນາມ ຈະນຳໜ້າຄະນະຜູ້ແທນຂັ້ນສູງຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງຢູ່ນະຄອນຫຼວງວຽງຈັນ ແຕ່ວັນທີ 8 - 10 ... |
ມີງດຶກ