ປະຊາຄົມຊາວຫວຽດນາມ ອາໄສຢູ່ອົດສະຕາລີ ສະໜິດຕິດພັນກັບບ້ານເກີດເມືອງນອນ ແລະພູມໃຈກ່ຽວກັບຊາດ
![]() | ຊຸກຍູ້ການພົບປະແລກປ່ຽນລຸ້ນໜຸ່ມ, ເພີ່ມພູນຄູນສ້າງນ້ຳໃຈມິດຕະພາບລະຫວ່າງຫວຽດນາມ ແລະ ກຳປູເຈຍ |
![]() | ລາຍເຈົາ ເຜີຍແຜ່ກົດໝາຍວ່າດ້ວຍທະຫານປ້ອງກັນຊາຍແດນ ຫວຽດນາມ ໃຫ້ທຸກບ້ານ |
![]() |
ທ່ານ ຫງວຽນແທັງຕຸ່ງ ຫົວໜ້າກົງສູນໃຫຍ່ ຫວຽດນາມ ປະຈຳ Sydney ກ່າວຄຳເຫັນທີ່ກອງປະຊຸມພົບປະ, ພາບ: ເລດາດ/ນັກຂ່າວສໍານັກຂ່າວຫວຽດນາມ ປະຈໍາອົດສະຕາລີ |
ຕາມນັກຂ່າວຫວຽດນາມ ປະຈໍານະຄອນຊິດນີ ກ່າວວ່າ, ໄດ້ກາຍເປັນຄວາມງາມແບບດັ້ງເດີມ, ຕອນຄ່ຳວັນທີ 13 ກຸມພາ, ຢູ່ກົງສູນໃຫຍ່ ຫວຽດນາມ ປະຈຳຊິດນີ ໄດ້ຈັດຕັ້ງລາຍການ “ລະດູບານໃໝ່ບ້ານເກີດເມືອງນອນ 2025” ເພື່ອໃຫ້ປະຊາຄົມຄົນຫວຽດນາມ ຢູ່ປະເທດທະວີບມະຫາສະໝຸດແຫ່ງນີ້ເຕົ້າໂຮມກັນ, ທົບທວນຄືນບັນດາຄຸນຄ່າພື້ນເມືອງຂອງຊາດ, ພ້ອມກັບທິດທາງກ່ຽວກັບບ້ານເກີດເມືອງນອນ, ແບ່ງປັນບັນດາຜົນງານ ແລະການປະກອບສ່ວນໃຫ້ແກ່ປະເທດຊາດ. ນີ້ແມ່ນໂອກາດເພື່ອເຊື່ອມຕໍ່ ແລະ ກໍ່ສ້າງປະຊາຄົມຄົນຫວຽດນາມ ນັບມື້ນັບໝັ້ນຄົງເຂັ້ມແຂງ ແລະ ພັດທະນາໃນອົດສະຕາລີ.
ການກ່າວຄຳເຫັນເປີດພິທີ, ທ່ານຫົວໜ້າກົງສູນໃຫ່ຍຫວຽດນາມ ຮັບຜິດຊອບລັດ New South Wales, ລັດອົດສະຕາລີໃຕ້ ແລະ ລັດ Queensland ຫງວຽນແທັງຕຸ່ງ ກ່າວດ້ວຍຄວາມຍິນດີວ່າ: ປີ 2024, ເຖິງແມ່ນວ່າສະພາບໂລກມີການຜັນແປ, ແຕ່ຫວຽດນາມ ຍັງຄົງສືບຕໍ່ຮັກສາສະຖຽນລະພາບທາງດ້ານການເມືອງ - ສັງຄົມ, ສ້າງພື້ນຖານທີ່ໝັ້ນຄົງເພື່ອພັດທະນາເສດຖະກິດ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ. ລວມທັງລະບອບການເມືອງສຸມໃສ່ປັບປຸງກົງຈັກ, ຍົກສູງຜົນສັກສິດ, ປະສິດທິຜົນການຄຸ້ມຄອງລັດ, ຈາກສູນກາງລົງຮອດທ້ອງຖິ່ນ, ມຸ່ງໄປເຖິງເປົ້າໝາຍການພັດທະນາແບບຍືນຍົງ, ນຳພາປະເທດເຂົ້າສູ່ສັກກະຫຼາດໃໝ່ແຫ່ງການເຊື່ອມໂຍງ ແລະ ປ່ຽນແປງໃໝ່ຢ່າງເລິກເຊິ່ງ.
ຫວຽດນາມ ສືບຕໍ່ຮັກສາສະຖຽນລະພາບທາງດ້ານເສດຖະກິດມະຫາພາກ ແລະ ບັນລຸຜົນງານທີ່ສົມຄວນລະດົມສົ່ງເສີມໄດ້ຫຼາຍຢ່າງ. ບັນດາຂົງເຂດການສຶກສາ, ສາທາລະນະສຸກ, ວິທະຍາສາດ ແລະ ເຕັກໂນໂລຊີສືບຕໍ່ພັດທະນາ, ນຳມາເຊິ່ງໂອກາດໃໝ່ໆຫຼາຍຢ່າງໃຫ້ແກ່ປະຊາຊົນພາຍໃນປະເທດ ແລະ ພໍ່ແມ່ພີ່ນ້ອງຊາວຫວຽດນາມທີ່ຢູ່ຕ່າງປະເທດ. ດ້ວຍຜົນງານທີ່ບັນລຸເຫຼົ່ານີ້, ຫວຽດນາມ ສືບຕໍ່ຢືນຢັນຖານະຕໍາແໜ່ງແມ່ນເປັນໜຶ່ງພື້ນຖານເສດຖະກິດທີ່ຂະຫຍັນຂັນເຄື່ອນ, ມີຫົວຄິດປະດິດສ້າງ ແລະ ມີທ່າແຮງໃນພາກພື້ນ ແລະ ໃນໂລກ.
![]() |
ການສະແດງສິລະປະຂອງຄະນະ ຂັບລຳພື້ນເມືອງ ຂອງແຂວງບັກນິງ ທາງພາກເໜືອຫວຽດນາມທີ່ກອງປະຊຸມພົບປະ. ພາບ: ເລດາດ/ນັກຂ່າວສໍານັກຂ່າວຫວຽດນາມ ປະຈໍາອົດສະຕາລີ |
ເບີກບານມ່ວນຊື່ນໃນການແບ່ງປັນກັບພໍ່ແມ່ພີ່ນ້ອງຊາວຫວຽດນາມທີ່ຢູ່ຕ່າງປະເທດເຖິງບັນດາຂີດໝາຍການພັດທະນາໃໝ່ໃນການພົວພັນລະຫວ່າງ ຫວຽດນາມ - ອົດສະຕາລີ, ທ່ານ ຫງວຽນແທັງຕຸ່ງ ກ່າວວ່າປີ 2024 ແມ່ນປີພິເສດໃນການພົວພັນລະຫວ່າງສອງຝ່າຍ ເມື່ອສອງປະເທດຍົກລະດັບການພົວພັນຂຶ້ນສູ່ການຄູ່ຮ່ວມມືຍຸດທະສາດຮອບດ້ານ, ນຳການພົວພັນຮ່ວມມືສອງຝ່າຍກ້າວຂຶ້ນສູ່ໄລຍະພັດທະນາໃໝ່, ນັບມື້ນັບແທດຈິງ ແລະ ເຂົ້າສູ່ລວງເລິກໃນທຸກຂົງເຂດເສດຖະກິດ, ການເມືອງ, ການສຶກສາ, ປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ແລກປ່ຽນວັດທະນະທໍາແລະ ການທ່ອງທ່ຽວ.
ພິເສດ, ໃນປີ 2024, ເມື່ອຫວຽດນາມ ຍອມຮັບຜົນກະທົບຢ່າງໜັກໜ່ວງຈາກພະຍຸເລກ 3 (Yagi), ອົດສະຕາລີ ແມ່ນປະເທດທຳອິດທີ່ຂົນສົ່ງເຄື່ອງໃຊ້ທີ່ຈຳເປັນຫຼາຍຢ່າງເພື່ອໜູນຊ່ວຍບັນດາທ້ອງຖິ່ນຂອງຫວຽດນາມ ຜ່ານຜ່າຜົນຮ້າຍຂອງລົມພາຍຸ, ສະແດງໃຫ້ເຫັນເຖິງນ້ຳໃຈສາມັກຄີ, ໜູນຊ່ວຍຢ່າງທັນການລະຫວ່າງ 2 ປະເທດ.
ທ່ານ ຫງວຽນແທັງຕຸ່ງ ຢືນຢັນວ່າ ມີການພັດທະນາຢ່າງແຂງແຮງໃນການພົວພັນ ຫວຽດນາມ - ອົດສະຕາລີ ຄືໃນປະຈຸບັນບໍ່ສາມາດເກີດຂຶ້ນໄດ້ຫາກບໍ່ໄດ້ຮັບການປະກອບສ່ວນອັນສຳຄັນ ແລະ ມີຄວາມໝາຍຂອງປະຊາຄົມຄົນຫວຽດນາມ ຢູ່ອົດສະຕາລີ.
ແຕ່ລະຄົນແມ່ນຂົວຕໍ່ມິດຕະພາບ, ປະກອບສ່ວນເພີ່ມທະວີຄວາມເຂົ້າອົກເຂົ້າໃຈ, ຮ່ວມມື ແລະ ສະໜິດຕິດພັນລະຫວ່າງສອງຊາດ, ຊຸກຍູ້ພົບປະ ແລະແລກປ່ຽນວັດທະນະທຳລະຫວ່າງສອງປະເທດ. ການມີໜ້າ ແລະ ປະສົບຜົນສຳເລັດຂອງປະຊາຄົມຄົນຫວຽດນາມ ຢູ່ ອົດສະຕາລີ ແມ່ນການຢັ້ງຢືນເຖິງຄວາມມານະພະຍາຍາມ, ຈັນຍາບັນ ແລະນ້ຳໃຈທີ່ເຂັ້ມແຂງຂຶ້ນຂອງຄົນຫວຽດນາມໃນເວທີສາກົນ.ທ່ານ ສະແດງຄວາມເຊື່ອໝັ້ນວ່າ ດ້ວຍຄວາມສາມັກຄີ, ຂະຫຍັນຂັນເຄື່ອນ ແລະ ຄວາມຟົດຟື້ນ, ປະຊາຄົມຄົນຫວຽດນາມຢູ່ອົດສະຕາລີຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາລວມຂອງປະເທດຊາດກໍ່ກັນກັບການຊຸກຍູ້ການພົວພັນລະຫວ່າງ ຫວຽດນາມ - ອົດສະຕາລີ ໃຫ້ນັບມື້ນັບແໜ້ນແຟ້ນ.
![]() |
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມພົບປະ. ພາບ: ເລດາດ/ນັກຂ່າວສໍານັກຂ່າວຫວຽດນາມ ປະຈໍາອົດສະຕາລີ |
ໃນພື້ນທີ່ປີໃໝ່ອັນອົບອຸ່ນຂອງປະຊາຄົມຄົນຫວຽດນາມໃນອົດສະຕາລີ, ຄວາມມ່ວນຊື່ນ ແລະຕື່ນເຕັ້ນໄດ້ສ່ອງແສງຢູ່ໃນທຸກໃບຫນ້າ, ແສງຕາ ແລະຮອຍຍິ້ມ. ແບ່ງປັນກັບນັກຂ່າວສໍານັກຂ່າວຫວຽດນາມ ປະຈໍານະຄອນຊິດນີ, ທ່ານ ລີຫງວຽນ - ຄົນຫວຽດກ່ຽວ ອາໄສ ແລະເຮັດວຽກຢູ່ອົດສະຕາລີ ເປັນເວລາ 16 ປີ ກ່າວວ່າ: ນີ້ແມ່ນຄັ້ງທີ 3 ທີ່ເພີ່ນໄດ້ເຂົ້າຮ່ວມງານດັ່ງກ່າວ ແລະ ຮູ້ສຶກດີໃຈຫຼາຍ ເພາະເຖິງແມ່ນວ່າຈະຢູ່ຫ່າງໄກແຕ່ຍັງສຳຜັດໄດ້ເຖິງບັນຍາກາດຂອງປີໃໝ່ບ້ານເກີດເມືອງນອນ ແລະ ເຮັດໃຫ້ຕົນຫຼົງໄຫຼໄປກັບພື້ນທີ່ເຕັມໄປດ້ວຍວັດທະນະທຳຫວຽດນາມ.
ທ່ານ ລີ ກໍ່ສະແດງຄວາມປິຕິຊົມຊື່ນ ແລະດີໃຈເມື່ອກັບຄືນເມືອຫວຽດນາມທຸກຄັ້ງລ້ວນແຕ່ໄດ້ເຫັນການພັດທະນາຂອງບ້ານເກີດເມືອງນອນ. ເພີ່ນຫວັງວ່າປະເທດຫວຽດນາມ ຈະນັບມື້ນັບພັດທະນາຂຶ້ນຕື່ມ, ພ້ອມກັນນີ້ກໍ່ຢືນຢັນວ່າບຸກຄົນທີ່ຢູ່ໄກບ້ານຄືເພີ່ນຈະສືບຕໍ່ປະກອບສ່ວນຫຼາຍຂຶ້ນຕື່ມໃຫ້ “ແຜ່ນດິນຮູບ S ທີ່ຮັກແພງຫວງແຫນ”.
ປີໃໝ່ມະໂລງ 2025, ລູກຫຼານຫຼາຍຄົນທີ່ຢູ່ເຂດຫ່າງໄກໄດ້ຜິດສັນຍາອີກປີໜຶ່ງທີ່ຈະປຸ້ມລຸມພົບປະກັບຍາດຕິພີ່ນ້ອງ, ແຕ່ຍ້ອນຢູ່ບ່ອນຫ່າງໄກນັ້ນ ສະຖານກົງສຸນໃຫ່ຍຍັງຄົງແມ່ນເຮືອນຂອງພວກເຂົາດ ປີໃໝ່ຂອງປະຊາຄົມຄົນຫວຽດນາມ ຢູ່ອົດສະຕາລີຍັງຄົງປ່ຽມລົ້ນໄປດ້ວຍລົດຊາດ ແລະ ບັນຍາກາດຂອງບຸນປີໃໝ່ພື້ນເມືອງຂອງຊາດ.
![]() |
ລາຍການສະແດງວັດທະນະທໍາທີ່ກອງປະຊຸມພົບປະ. ພາບ: ເລດາດ/ນັກຂ່າວສໍານັກຂ່າວຫວຽດນາມ ປະຈໍາອົດສະຕາລີ |
ທ່ານ ຫງວຽນຖິຊອງທື ນຸ່ງຊຸດອາພອນພື້ນເມືອງ - ປະຈຸບັນແມ່ນນັກສຶກສາຕ່າງປະເທດຢູ່ມະຫາວິທະຍາໄລ Western Sydney, ບໍ່ສາມາດປິດບັງຄວາມຕື່ນເຕັ້ນຂອງຕົນໃນການເຂົ້າຮ່ວມກອງປະຊຸມພົບປະເພາະວ່າທຸກສິ່ງທຸກຢ່າງລ້ວນແຕ່ຖືກຕົບແຕ່ງຄ້າຍຄືກັນກັບສິ່ງທີ່ຄອບຄົວຂອງລາວມັກຕົບແຕ່ງໃນຊ່ວງບຸນປີໃໝ່.
ທ່ານ ນາງ ທື ກ່າວວ່າ, ສຳລັບຂ້າພະເຈົ້າ, ປີໃໝ່ແມ່ນໂອກາດທີ່ສັກສິດທີ່ສຸດ ແລະ ມີຄວາມສຳຄັນເພື່ອໃຫ້ທຸກຄົນໄດ້ເຕົ້າໂຮມກັນ. ເປັນລູກຫຼານທີ່ຫ່າງໄກຈາກບ້ານເກີດເມືອງນອນ, ແຕ່ດົນແລ້ວທ່ານທືຍັງບໍ່ໄດ້ກັບຫວຽດນາມເພື່ອສະຫຼອງບຸນປີໃໝ່, ສະນັ້ນທ່ານຈິ່ງຮູ້ສຶກເປັນພະວັກພະວົງ ແລະ ສະເທືອນໃຈເມື່ອໄດ້ພົບປະ ແລະ ແລກປ່ຽນກັບບັນດາປ້າ, ລຸງ, ອ້າຍ, ເອື້ອຍ, ໝູ່ເພື່ອນໃນຊຸມປະຊາຄົມຄົນຫວຽດນາມ, ເຮັດໃຫ້ທ່ານມີຄວາມອົບອຸ່ນ, ສະໜິດສະໜົມຄືກັບສະມາຊິກໃນຄອບຄົວ.
ກະທັງເພື່ອນມິດສາກົນທັງໝົດກໍ່ຍັງມີຄວາມຮູ້ສຶກພິເສດຕໍ່ປີໃໝ່ຫວຽດນາມ. ແບ່ງປັນຄວາມເບີກບານມ່ວນຊື່ນຮ່ວມກັບປະຊາຄົມຄົນຫວຽດນາມໃນງານ, ທ່ານ Max Archer-Challinor, ສະມາຊິກວົງດົນຕີ “ String to string” ແບ່ງປັນວ່າ, ເພີ່ນສຸດທີ່ປະທັບໃຈກັບບັນຍາກາດບຸນປີໃໝ່ພື້ນເມືອງຂອງຫວຽດນາມ, ທຸກຄົນໃຜກໍ່ມີຄວາມມ່ວນຊື່ນ, ເປັນມິດແລກປ່ຽນຄໍາອວຍພອນທີ່ດີຕ່າງໆເຊິ່ງກັນ ແລະກັນໃນສະຖານທີ່ອັນອົບອຸ່ນ ແລະ ເຕັມໄປດ້ວຍສຽງຫົວ.
ສິ່ງທີ່ເຮັດໃຫ້ເພີ່ນປະທັບໃຈທີ່ສຸດແມ່ນພາບລັກຂອງລູກຫຼານແຜ່ນດິນຫວຽດນຸ່ງຊຸດອາພອນພື້ນເມືອງ, ງາມລຽບງ່າຍແຕ່ຍັງມີຄວາມດຶງດູດໃຈ. ດ້ວຍເຫດນັ້ນເພີ່ນກໍ່ໄດ້ເລືອກຊຸດອາພອນສີແດງໜຶ່ງຊຸດເພື່ອສວມໃສ່ດ້ວຍຕົວເພີ່ນເອງ ແລະຮູ້ສຶກຕື່ນເຕັ້ນທີ່ສຸດ.
![]() |
ທ່ານ ຫງວຽນແທັງຕຸ່ງ ກົງສຸນໃຫຍ່ຫວຽດນາມ ປະຈໍາຊິດນີ ໄດ້ຖ່າຍຮູບທີ່ລະນຶກຮ່ວມກັບສະມາຊິກໜຶ່ງຂອງອົງການແລກປ່ຽນວັດທະນະທໍາຫວຽດນາມ - ອົດສະຕາລີ (VACEO) ທີ່ເຂົ້າຮ່ວມກອງປະຊຸມ. ພາບ: ເລດາດ/ນັກຂ່າວສໍານັກຂ່າວຫວຽດນາມ ປະຈໍາອົດສະຕາລີ |
ເນື່ອງໃນໂອກາດນີ້, ທ່ານ ຫງວຽນແທັງຕຸ່ງ ກົງສຸນໃຫ່ຍ ໄດ້ໃຫ້ກຽດ ແລະມອບໃບຍ້ອງຍໍໃຫ້ບຸກຄົນຕ່າງໆຜູ້ທີ່ມີຜົນງານດີເດັ່ນໃນບັນດາຂົງເຂດຄື: ວັດທະນະທຳ, ດົນຕີ, ທຸລະກິດ, ຄົ້ນຄວ້າວິທະຍາສາດ ແລະ ໄດ້ປະກອບສ່ວນຫຼາຍຢ່າງໃຫ້ກັບວຽກງານປະຊາຄົມຄົນຫວຽດນາມຢູ່ ອົດສະຕາລີ.
ບັນຍາກາດຂອງງານບຸນປີໃໝ່ປະຊາຄົມກໍ່ຍິ່ງຄຶກຄັກຂຶ້ນຕື່ມດ້ວຍການຈັບສະຫລາກຂອງລາງວັນເປັນປີ້ຍົນໄປກັບຫວຽດນາມ ຈໍານວນ 2 ບ່ອນນັ່ງສະໜັບສະໜູນໂດຍບໍລິສັດການບິນປະຈໍາຊາດຫວຽດນາມ Airlines ແລະ Vietjet Air.
ໃນບັນຍາກາດປີໃໝ່ປະຊາຄົມອົບອຸ່ນ, ສະໜິດສະໜົມ ແລະຈິງໃຈ, ທ່ານ ຫງວຽນແທັງຕຸ່ງ ກົງສູນໃຫຍ່ ແລະ ແຂກຖືກເຊີນທັງໝົດໄດ້ຍົກຈອກອວຍພອນປີໃໝ່ເຊິ່ງກັນ ແລະກັນໃຫ້ມີສຸຂະພາບແຂງແຮງ, ປີໃໝ່ຈະເລີນຮຸ່ງເຮືອງຮ່ວມກັນເພີດເພີນກັບລົດຊາດອາຫານ ບັນດາເຍື່ອງອາຫານພື້ນເມືອງ ແລະ ເພີດເພີນໄປກັບບັນດາລາຍການດົນຕີທີ່ດີເດັ່ນພິເສດ, ບັນດາທໍານອງຂັບລໍາພື້ນເມືອງ ກວານຮໍ່ ໄດ້ຝັງເລິກຈິດວິນຍານຂອງບ້ານເກີດເມືອງນອນ, ປະກອບສ່ວນສ້າງບັນຍາກາດລະດູບານໃໝ່ເພີ່ມຄວາມອົບອຸ່ນ ແລະ ຄວາມໝາຍ, ເຮັດໃຫ້ລູຫຫຼານທີ່ຢູ່ຫ່າງໄກນັບມື້ນັບເພີ່ມຄວາມສະໜິດຕິດພັນກັບບ້ານເກີດເມືອງນອນ ແລະ ຄວາມພາກພູມໃຈຂອງຊາດ.
![]() | ຊາວຫວຽດນາມຢູ່ລາວສະເຫຼີມສະຫຼອງບຸນເຕັດຢ່າງສາມັກຄີ ແລະ ມຸ່ງໄປເຖິງບ້ານເກີດເມືອງນອນ ຍສໝ - ໂຄງການພົບປະສົ່ງທ້າຍປີ “ລະດູບານໃໝ່ແຫ່ງຄວາມຮັກຕໍ່ບ້ານເກີດເມືອງນອນ” ໄດ້ໄຂຂຶ້ນຢູ່ນະຄອນຫຼວງວຽງຈັນ, ໄດ້ນຳເອົາບັນຍາກາດທີ່ເຕັມໄປດ້ວຍຄວາມເບີກບານມ່ວນຊື່ນ, ຄວາມສາມັກຄີຮັກແພງບ້ານເກີດເມືອງນອນ. |
ທອງມີ ສີຫາວົງ