ນາຍທະຫານ 5 ຄົນໄປປະຕິບັດໜ້າທີ່ຮັກສາສັນຕິພາບສະຫະປະຊາຊາດ
ນາຍທະຫານ 8 ສະຫາຍ ໄດ້ຮັບໜ້າທີ່ຮັກສາສັນຕິພາບຂອງສະຫະປະຊາຊາດ | |
ນາຍທະຫານ ຫວຽດນາມເຂົ້າຮ່ວມກຳລັງຮັກສາສັນຕິພາບຂອງສະຫະປະຊາຊາດ ຕື່ມອີກ 3 ຄົນ |
ຕອນບ່າຍວັນທີ 24 ກຸມພາ, ຢູ່ຮ່າໂນ້ຍ ໄດ້ດຳເນີນພິທີມອບຂໍ້ຕົກລົງຂອງປະທານປະເທດຫວຽດນາມ ໃຫ້ບັນດານາຍທະຫານໄປປະຕິບັດໜ້າທີ່ ຢູ່ຄະນະປະຕິບັດງານຮັກສາສັນຕິພາບຂອງສະຫະປະຊາຊາດ (ສປຊ) ແລະ ຄະນະປະຕິບັດງານຝຶກແອບຂອງສະຫະພາບເອີລົບ (ອີຢູ).
ບັນດານາຍທະຫານທີ່ຈະໄປປະຕິບັດໜ້າທີ່ຄັ້ງນີ້ ລວມມີ: ພັນໂທ ເລມິງຖາວ ດຳລົງຕຳແໜ່ງເປັນຜູ້ສັງເກດການທະຫານຢູ່ຄະນະປະຕິບັດງານຮັກສາສັນຕິພາບ ສປຊ ຢູ່ຊູດັງໃຕ້ (UNMISS); ພັນຕີ ເລທິເຟືອງຢູງ ດຳລົງຕຳແໜ່ງເປັນຜູ້ສັງເກດການທະຫານ ຢູ່ຄະນະປະຕິບັດງານປ້ອງກັນຄວາມສະຫງົບຊົ່ວຄາວຂອງ ສປຊ ຢູ່ພາກພື້ນ Abyei (UNISFA); ຮ້ອຍເອກພິເສດ ຫງວຽນແອັງຕ໊ວນ ດຳລົງຕຳແໜ່ງເປັນນາຍທະຫານວິເຄາະຂໍ້ມູນລາຊະການລັບ ຢູ່ຄະນະປະຕິບັດງານຮັກສາສັນຕິພາບ ສປຊ ຢູ່ ສ.ອາຟຣິກາກາງ (MINUSCA); ຮ້ອຍເອກພິເສດ ຫງວຽນແທັງຫາຍ ໄປປະຕິບັດໜ້າທີ່ ຢູ່ຄະນະປະຕິບັດງານຝຶກແອບ ຂອງອີຢູ ຢູ່ ສ.ອາຟຣິກາກາງ; ຮ້ອຍເອກ ຟ້າມດຶກເທາະ ດໍາລົງຕຳແໜ່ງເປັນຜູ້ສັງເກດການທະຫານ ຢູ່ຄະນະປະຕິບັດງານ UNISFA.
![]() |
ທ່ານພົນໂທ ຮວ່າງຊວນຈ໊ຽນ ມອບຂໍ້ຕົກລົງໃຫ້ແກ່ບັນດານາຍທະຫານ. ພາບ: ຟານແອງ |
ທ່ານພົນຈັດຕະວາ ຟ້າມແມ້ງຖັງ, ຫົວໜ້າກົມຮັກສາສັນຕິພາບຫວຽດນາມ ໃຫ້ຮູ້ວ່າ: ປະຈຸບັນ, ວຽກງານກະກຽມຜັນຂະຫຍາຍໃຫ້ນາຍທະຫານທັງ 5 ຄົນ ໄດ້ສຳເລັດໂດຍພື້ນຖານ. ເພື່ອປະຕິບັດວຽກງານກະກຽມດ້ານກຳລັງເປັນຢ່າງດີ, ທາງກົມຮັກສາສັນຕິພາບຫວຽດນາມ ໄດ້ເປັນເຈົ້າການຄັດເລືອກພະນັກງານ ຮັບປະກັນກໍາລັງຄວາມສາມາດ, ລະດັບຄວາມຮູ້ດ້ານການທະຫານ, ຄວາມຮູ້ດ້ານການຮັກສາສັນຕິພາບ ຂອງສະຫະປະຊາຊາດ, ຄວາມສາມາດດ້ານພາສາຕ່າງປະເທດ ແລະ ມີສຸຂະພາບດີ; ພ້ອມທັງຈັດຕັ້ງຊຸດອົບຮົມຫັດແອບ ຕາມຄວາມຮຽກຮ້ອງຂອງສະຫະປະຊາຊາດ. ຄຽງຄູ່ກັນນັ້ນ, ແມ່ນຂຶ້ນກັບແຕ່ລະຕຳແໜ່ງງານ, ກົມຮັກສາສັນຕິພາບຫວຽດນາມ ໄດ້ຈັດສົ່ງພະນັກງານເຂົ້າຮ່ວມການຝຶກອົບຮົມ ຢູ່ຕ່າງປະເທດ ເພື່ອແນໃສ່ ຍົກສູງລະດັບຄວາມຮູ້ດ້ານວິຊາການວິຊາສະເພາະ ໃນຂະແໜງການທີ່ພະນັກງານແຕ່ລະຄົນຮັບຜິດຊອບ, ຜ່ານນັ້ນຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຂອງ ສປຊ ກໍ່ຄືກະຊວງປ້ອງກັນປະເທດ ເພື່ອປະຕິບັດໜ້າທີ່.
ຊົມເຊີຍນາຍທະຫານ 5 ຄົນ ທີ່ໄດ້ຮັບຂໍ້ຕົກລົງ, ທ່ານພົນໂທ ຮວ່າງຊວນຈ໊ຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ຮຽກຮ້ອງມາຍັງນາຍທະຫານ 5 ຄົນ ທີ່ກະກຽມຈະອອກເດີນທາງໄປປະຕິບັດໜ້າທີ່ ຕ້ອງຊາບຊຶມ, ປະຕິບັດຕາມທັດສະນະ, ແນວທາງການພົວພັນຕ່າງປະເທດຂອງພັກ, ລັດ ແລະກອງທັບ; ປະຕິບັດລະບຽບວິໄນຂອງກອງທັບປະຊາຊົນຫວຽດນາມ, ຂໍ້ກໍານົດຂອງສະຫະປະຊາຊາດ, ກົດໝາຍຂອງປະເທດປະຈໍາຖິ່ນ, ຄຳແນະນໍາ ຂອງອົງການທີ່ກ່ຽວຂ້ອງ ແລະ ກົມຮັກສາສັນຕິພາບຫວຽດນາມ ຢ່າງເຂັ້ມງວດ; ຮັບປະກັນບຸກຄະລິກຂອງນາຍທະຫານ.
ພາຍຫຼັງໄປປະຕິບັດໜ້າທີ່ຢູ່ຄະນະປະຕິບັດງານ, ບັນດານາຍທະຫານ ຕ້ອງກໍາແໜ້ນສະພາບການຢູ່ບໍລິເວນ, ເລີ່ມເຂົ້າປະຕິບັດໜ້າທີ່ໃນທັນທີ; ປະຕິບັດພາລະບົດບາດ, ໜ້າທີ່ທີ່ໄດ້ຮັບມອບໝາຍໃຫ້ເປັນຢ່າງດີ, ເປັນເຈົ້າການກໍາແໜ້ນສະພາບການຢູ່ບໍລິເວນ, ການເຄື່ອນໄຫວຂອງຄະນະ, ປະກອບສ່ວນເພື່ອເປັນພື້ນຖານໃຫ້ກົມຮັກສາສັນຕິພາບຫວຽດນາມ ລາຍງານ, ເປັນເສນາທິການ ແລະສະເໜີໃຫ້ການນຳກະຊວງປ້ອງກັນປະເທດກ່ຽວກັບທິດທາງຍຸດທະສາດຜັນຂະຫຍາຍກຳລັງເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດໃນໄລຍະຈະມາເຖິງ.
![]() | ກອງປະຊຸມລັດຖະມົນຕີອາຊຽນກ່ຽວກັບຄວາມປອດໄພທາງເຄືອຂ່າຍອິນເຕີແນັດ ຄັ້ງທີ 5 (AMCC - 5) ຍສໝ - ທ່ານພົນຕີ ເລືອງຕາມກວາງ, ຮອງລັດຖະມົນຕີກະຊວງຕຳຫຼວດ ໄດ້ແບ່ງປັນວ່າ ຫວຽດນາມເຫັນໄດ້ຄວາມຈຳເປັນ ແລະ ຄວາມສຳຄັນໃນການສ້າງກົດແຫ່ງການປະພຶດທີ່ມີຄວາມຮັບຜິດຊອບໃນເຄືອຂ່າຍອິນເຕີແນັດ ເພື່ອແນໃສ່ປະກອບສ່ວນເຂົ້າໃນການຮັກສາ ເຄືອຂ່າຍອິນເຕີແນັດໃຫ້ມີຄວາມປອດໃສ, ປອດໄພ ແລະ ຊ່ວຍໃຫ້ການຮັບປະກັນຄວາມໝັ້ນຄົງ, ປອດໄພຂໍ້ມູນຂ່າວສານມີປະສິດທິຜົນກ່ວາ |
![]() | ໜັງສືພິມອີຢິບ ໄດ້ລົງບົດຂຽນຍ້ອງຍໍປະທານໂຮ່ຈີມິນ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄ້າຍວັນເກີດ ປະທານ ໂຮ່ຈິມິນ ຄົບຮອບ 130 ປີ (19/5/1890 – 19/5/2020) ຍສໝ - ໃນວັນທີ 18 ພຶດສະພາ, ໜັງສືພິມ The Egyptian Gazette ຂອງປະເທດອີຢີບ ໄດ້ຈົ່ງໜ້າທີ 6 ເພື່ອລົງບົດຂຽນດ້ວຍຫົວຂໍ້ວ່າ "ປະທານໂຮ່ຈີມິນ ແລະ ຮູບພາບຂອງປະທານໂຮ່ຈີມິນຢູ່ປະເທດ ອີຢິບ". |