ລົບລ້າງສິ່ງຂ້ອງຄາໃຫ້ໂຄງການສາຍພານສົ່ງຖ່ານຫີນຈາກລາວ ໄປຫວຽດນາມ, ດ້ວຍຍອດທຶນເກືອບ 1.500 ຕື້ດົ່ງ
![]() | ປີ 2024, ຂະແໜງການທ່ອງທ່ຽວຂອງຫວຽດນາມ ມີລາຍຮັບປະມານ 840.000 ຕື້ດົ່ງ |
![]() | ເຄື່ອງດື່ມຊູກຳລັງ Number 1 ໄດ້ຊອກຫາເຈົ້າຂອງລາງວັນ 500 ລ້ານດົ່ງ |
ຕອນບ່າຍວັນທີ 24 ກຸມພາ, ທ່ານ ເລດຶກຕຽນ ຮອງປະທານຄະນະກໍາມະການປະຊາຊົນແຂວງ ກວາງຈິ ໄດ້ເປັນປະທານກອງປະຊຸມກ່ຽວກັບການຍູ້ໄວຄວາມຄືບໜ້າໂຄງການກໍ່ສ້າງສາຍພານສົ່ງຖ່ານຫີນຈາກລາວ ໄປຫວຽດນາມ, ໃນເຂດດິນແດນ ຫວຽດນາມ ແລະ ໂຄງການສາງເຕົ້າໂຮມສີນຄ້າຢູ່ ບ້ານ ອາແດງ, ຕາແສງ ອາງໍ, ເມືອງ ດັກກຣົງ.
ໂຄງການກໍ່ສ້າງສາຍພານສົ່ງຖ່ານຫີນຈາກລາວ ໄປຫວຽດນາມ, ໃນຂອບເຂດດິນແດນຫວຽດນາມ ຢູ່ເຂດດ່ານຊາຍແດນສາກົນ ລາໄລ ໄດ້ຮັບການອະນຸມັດຈາກຄະນະກຳມະການປະຊາຊົນແຂວງ ກວາງຈິ ກ່ຽວກັບແຜນນະໂຍບາຍການລົງທຶນ ແລະ ການເຫັນດີຮັບນັກລົງທຶນໃນມະຕິເລກທີ 1568/QD-UBND ລົງວັນທີ 28 ມິຖຸນາ 2024.
![]() |
ທ່ານ ເລດຶກຕຽນ ຮອງປະທານຄະນະກຳມະການປະຊາຊົນແຂວງ ກວາງຈີ ເປັນປະທານກອງປະຊຸມ. ຮູບພາບ:ເຈື່ອງເຍິດ |
ມາຮອດປະຈຸບັນ, ໂຄງການພວມເລັ່ງລັດໃຫ້ສຳເລັດບັນດາລະບຽບການລົງທຶນໃນຕໍ່ໜ້າ ເພື່ອດຳເນີນການກໍ່ສ້າງ ແລະ ດຳເນີນໂຄງການ; ໃນນັ້ນ, ເພື່ອຕອບສະໜອງແຫຼ່ງພະລັງງານໄຟຟ້າເຄື່ອນໄຫວໂຄງການ, ນັກລົງທຶນໄດ້ສະເໜີກັບຄະນະກຳມະການປະຊາຊົນແຂວງ ກໍ່ສ້າງສະຖານີແປງໄຟຟ້າ 110kV ເພື່ອຮັບໃຊ້ໃຫ້ໂຄງການຕາມແຜນການທີ່ໄດ້ວາງອອກ.
ຕາມບົດລາຍງານຂອງຄະນະກຳມະການປະຊາຊົນເມືອງ ດັກກຣົງ ແລ້ວ, ມາຮອດປະຈຸບັນ, ເມືອງນີ້ໄດ້ມີເອກະສານສົ່ງໃຫ້ພະແນກກໍ່ສ້າງແຂວງ ເພື່ອຮັບເອົາຄຳເຫັນເປັນເອກະພາບກ່ຽວກັບໜ້າທີ່ແຜນຜັງ 1/500 ຂອງສາງເຕົ້າໂຮມສີນຄ້າ ແລະ ຜູ້ລົງທຶນກໍ່ພວມເຮັດສຳເລັດເອກະສານລາຍງານການຄົ້ນຄວ້າຄວາມເປັນໄປໄດ້ຂອງໂຄງການ.
ຊີ້ນຳທີ່ກອງປະຊູມ, ທ່ານ ເລດຶກຕຽນ ຮອງປະທານຄະນະກຳມະການປະຊາຊົນແຂວງ ກວາງຈີ ເນັ້ນໜັກວ່າ: ໂຄງການກໍ່ສ້າງສາຍພານສົ່ງຖ່ານຫີນຈາກລາວ ໄປຫວຽດນາມ ແມ່ນໂຄງການຈຸດສຸມຂອງແຂວງ, ສະນັ້ນ, ກໍ່ຮຽກຮ້ອງໃຫ້ບັນດາພະແນກ, ຂະແໜງການສົມທົບກັບຜູ້ລົງທຶນຢ່າງແໜ້ນແຟ້ນກ່ວາອີກ ເພື່ອແກ້ໄຂບັນດາຂັ້ນຕອນທີ່ຍັງຄົງຄ້າງ ແນໃສ່ຍູ້ແຮງປະຕິບັດບັນດາບາດກ້າວຂັ້ນຕໍ່ໄປ.
ທ່ານ ເລດຶກຕຽນ ຮອງປະທານຄະນະກຳມະການປະຊາຊົນແຂວງ ໄດ້ມອບໃຫ້ພະແນກກໍ່ສ້າງຄົ້ນຄວ້າ, ແນະນຳໃຫ້ນັກລົງທຶນສຳເລັດເອກະສານອອກແບບໂຄງການກໍ່ສ້າງສາຍພານສົ່ງຖ່ານຫີນຈາກລາວ ໄປຫວຽດນາມ ຕາມການຕົກລົງທີ່ເປັນເອກະພາບແຜນນະໂຍບາຍການລົງທຶນຂອງຄະນະກຳມະການປະຊາຊົນແຂວງ ກ່ອນນັ້ນ.
![]() | ດ່ານັ່ງ ຂົນຂວາຍການຊ່ວຍເຫຼືອອຸປະຖຳຈາກບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດກວ່າ 246 ຕື້ດົ່ງ ຍສໝ - ຕາມບົດລາຍງານທີ່ກອງປະຊຸມແບ່ງປັນຂໍ້ມູນກ່ຽວກັບວຽກງານອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດປີ 2023 ໂດຍພະແນກການຕ່າງປະເທດນະຄອນ ຈັດຕັ້ງໃນຕອນເຊົ້າວັນທີ 27 ກັນຍາ, ໄລຍະ 2019 - 2022, ນະຄອນດ່ານັ່ງ ໄດ້ຂົນຂວາຍ ແລະ ຮັບບ້ວງເງິນຊ່ວຍເຫຼືອ 191 ບ້ວງຈາກບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ ດ້ວຍຍອດຈຳນວນງົບປະມານທີ່ໝັ້ນໝາຍແມ່ນ 384,1 ຕື້ດົ່ງ ແລະ ໄດ້ເບີກຈ່າຍ 246,2 ຕື້ດົ່ງ, ... |
![]() | ວຽກງານບໍ່ຂຶ້ນລັດຖະບານໃຫ້ຄຳໝັ້ນສັນຍາອຸປະຖຳມີມູນຄ່າກວ່າ 88 ຕື້ດົ່ງ ຍສໝ - ວັນທີ 3 ຕຸລານີ້, ຄະນະປະຈຳສະຫະພັນບັນດາອົງການມິດຕະພາບແຂວງ ດົ່ງນາຍ ໄດ້ຈັດກອງປະຊຸມຄັ້ງທີ 16 (ຊຸດທີ 2) ເພື່ອຕີລາຄາໝາກຜົນ 9 ເດືອນ ແລະ ຜັນຂະຫຍາຍວຽກງານ 3 ເດືອນທ້າຍປີ 2023. |
ແທັງຮັ່ງ