21:46 | 21/02/2025

ຜູ້ແທນສາກົນກວ່າ 400 ທ່ານຈະເຂົ້າຮ່ວມການທ່ຽວຊົມລະດູບານໃໝ່ມິດຕະພາບປີ 2025 ຢູ່ ຮ່າໂນ້ຍ

ເປີດງານເຫດການແລກປ່ຽນວັດທະນະທຳ ຫວຽດນາມ-ຈີນ ປີ 2025 ຢູ່ ແຂວງ ຢຸນນານ, ຈີນ
ການທ່ອງທ່ຽວ ຮ່າໂນ້ຍ: ມຸ່ງໄປເຖິງຄາດໝາຍຈະຕ້ອນຮັບນັກທ່ອງທ່ຽວກວ່າ 30 ລ້ານເທື່ອຄົນໃນປີ 2025

ຄາດ​ວ່າ​ຈະ​ມີ​​ຜູ້​ແທນກວ່າ 400 ທ່ານ​ເຂົ້າ​ຮ່ວມ​ລາຍການ, ​ໃນ​ນັ້ນ ​ມີເອກ​ອັກຄະ​ລັດຖະທູດ ພັອມກັບພັນ​ລະ​ຍາ, ​ສາມີ 20 ທ່ານ​; ມີ​ພະນັກງານ​ການ​ທູດ​ເກືອບ 200 ທ່ານ ​ຢູ່ບັນດາ​ສະຖານທູດ, ຜູ້ຕາງໜ້າ​ບັນດາ​ອົງການ​ສາກົນ, ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ​ຕ່າງປະ​ເທດ ​ປະຈຳ ​ຫວຽດນາມ; ພ້ອມກັບການ​ນຳ​ບັນດາ​ກະຊວງ, ຄະນະ, ຂະ​ແໜງ​ການສູນກາງ ແລະ ນະຄອນ ຮ່າ​ໂນ້ຍ. ນອກຈາກນັ້ນ, ເຫດການຍັງມີການເຂົ້າຮ່ວມຂອງບັນດາສະມາຄົມມິດຕະພາບ, ສະມາຄົມການທ່ອງທ່ຽວ, ວິສາຫະກິດການທ່ອງທ່ຽວອີກດ້ວຍ.

ຜູ້ແທນສາກົນກວ່າ 400 ທ່ານຈະເຂົ້າຮ່ວມການທ່ຽວຊົມລະດູບານໃໝ່ມິດຕະພາບປີ 2025 ຢູ່ ຮ່າໂນ້ຍ

ບັນດາ​ຜູ້​ແທນ ​ແລະ ​ເພື່ອນ​ມິດສາ​ກົນ ​ເຂົ້າ​ຮ່ວມ​ລາຍການ​ທ່ຽວ​ຊົມລະດູບານ​ໃໝ່​ປີ 2025 (ຮູບ: ຕວນ​ຫວຽດ).

​ລາຍການ​ປີ​ນີ້​ໄດ້​ນຳ​ເອົາ​ຫຼາຍ​ການເຄື່ອນໄຫວ​ທີ່​ເປັນ​ເອກະລັກ​ພິເສດ, ລວມມີ: ລົງຕົວຈິງ​ການທ່ອງທ່ຽວໝູ່​ບ້ານ​ອາຊີບ​ປູກ​ດອກ​ໄມ້; ຖະ​ຫວາຍ​ທູບ​ທຽນ, ຢ້ຽມ​ຢາມທັດສະນະ, ຮັບ​ຟັງ​ການ​ແນະ​ນຳ​ກ່ຽວ​ກັບຮ່ອງຮອຍລະດັບຊາດພິເສດ​ ວັດ ຫາຍບາຈື່ງ; ປູກຕົ້ນໄມ້ທີ່ລະນຶກ; ລົງຕົວຈິງວັດທະນະທໍາພື້ນເມືອງທ້ອງຖິ່ນ.

ໂດຍໄດ້ຮັບຮອງໃຫ້ເປັນຮ່ອງຮອຍລະດັບຊາດພິເສດໃນປີ 2019, ວັດ ຫາຍບາຈື່ງ ບໍ່ພຽງແຕ່ແມ່ນຈຸດໝາຍປາຍທາງດ້ານຈິດໃຈທີ່ດຶງດູດນັກທ່ອງທ່ຽວເທົ່ານັ້ນ, ຫາກຍັງເປັນສັນຍາລັກແຫ່ງຈິດໃຈຮັກຊາດ, ນ້ຳໃຈອັນແຮງກ້າຂອງວິລະຊົນຍິງສອງທ່ານອີກດ້ວຍ. ໃນ​ຂະ​ນະ​ນັ້ນ, ໝູ່​ບ້ານ​ອາຊີບ​ປູກ​ດອກ​ໄມ້ ເມລີງ ກໍ່ແມ່ນ​ບ່ອນສະໜອງແຫຼ່ງ​ດອກ​ໄມ້​ຕົ້ນ​ຕໍໃຫ້ ຮ່າ​ໂນ້ຍ ແລະ ຫຼາຍ​ແຂວງ, ນະ​ຄອນ.

ການທ່ຽວ​ຊົມລະດູບານ​ໃໝ່​ມິດຕະພາບ​ແມ່ນ​ເຫດການ​ປະຈຳ​ປີ​ຂອງ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ ນະຄອນ ​ຮ່າ​ໂນ້ຍ ​ເພື່ອ​ເປີດກວ້າງວຽກ​ງານ​ການ​ທູດ​​ປະຊາຊົນໄປເຖິງ​ບັນດາ​ທ້ອງ​ຖິ່ນ, ພ້ອມ​ກັນນັ້ນ ກໍ່​ໂຄສະນາ​ບັນດາຮ່ອງຮອຍ​ປະຫວັດສາດ, ທັດສະນີ​ຍະ​ພາບ, ໝູ່​ບ້ານອາຊີບ​​​ທີ່ເປັນມູນເຊື້ອ​ຂອງ​ນະຄອນຫຼວງ​ໄປເຖິງ​ເພື່ອນ​ມິດສາ​ກົນ.

ເວທີປາໄສແມ່ຍິງ ຫວຽດນາມ ຢູ່ ເອີລົບ ລົງນາມໃນການຮ່ວມມືກັບສະມາຄົມນັກທຸລະກິດຍິງນະຄອນ ຮ່າໂນ້ຍ

ເວທີປາໄສແມ່ຍິງ ຫວຽດນາມ ຢູ່ ເອີລົບ ລົງນາມໃນການຮ່ວມມືກັບສະມາຄົມນັກທຸລະກິດຍິງນະຄອນ ຮ່າໂນ້ຍ

ຍສໝ - ວັນ​ທີ 18 ເມສາ, ຢູ່​ຮ່າ​ໂນ້ຍ, ​ໄດ້​ດຳ​ເນີນ​ພິທີ​ລົງ​ນາມ​ໃນ​ການ​ຮ່ວມ​ມື​ລະຫວ່າງ​ເວທີ​ປາ​ໄສ​ແມ່ຍິງ​ ​ຫວຽດນາມ ຢູ່ ​ເອີ​ລົບ ກັບສະມາຄົມນັກທຸລະກິດຍິງນະຄອນ ຮ່າໂນ້ຍ

ລະດູບານໃໝ່ບ້ານເກີດເມືອງນອນ 2025: ບຸນປີໃໝ່ປະຈຳຊາດຂອງຫວຽດນາມ ຢູ່ Osaka, ເຊື່ອມຕໍ່ມິດຕະພາບຫວຽດນາມ - ຍີ່ປຸ່ນ

ລະດູບານໃໝ່ບ້ານເກີດເມືອງນອນ 2025: ບຸນປີໃໝ່ປະຈຳຊາດຂອງຫວຽດນາມ ຢູ່ Osaka, ເຊື່ອມຕໍ່ມິດຕະພາບຫວຽດນາມ - ຍີ່ປຸ່ນ

​​ຍສໝ - ວັນ​ທີ 4 – 5 ມັງກອນ 2025, ຢູ່​ສວນສາທາລະນະ Naniwa no Miyato, ນະຄອນ Osaka, ປະ​ເທດ ຍີ່ປຸ່ນ, ​ຈະດຳ​ເນີນ​ລາຍການ “ລະດູບານ​ໃໝ່​ບ້ານ​ເກີດ​ເມືອງ​ນອນ 2025” ດ້ວຍ​ຫົວ​ຂໍ້ “ຫົວ​ໃຈ ​ຫວຽດນາມ”.

ແທັງຮັ່ງ

Link: https://huunghivietlao.thoidai.com.vn/detail-article-20610.html

In bài biết