ຂົວເຊື່ອມຕໍ່ເພື່ອໂຄສະນາວັດທະນະທຳຂອງຊາດໃຫ້ແກ່ນັກທ່ອງທ່ຽວ
![]() | ນັກທ່ອງທ່ຽວຕ່າງປະເທດ ແຂ່ງຝົນເຂົ້າຮ່ວມງານບຸນ ເກົ່າບົງ ຢູ່ ໂຮ້ຍອານ |
![]() | ວຽກງານການຕ່າງປະເທດແມ່ນ “ປະຕູ” ແລະ “ຂົວເຊື່ອມຕໍ່” ຂອງນະຄອນ ເຫ້ວ ກັບເພື່ອນມິດສາກົນ |
ກາລະໂອກາດ “ທອງ” ເພື່ອໃຫ້ຂະແໜງວັດທະນະທຳບືນຕົວຂຶ້ນຢ່າງເຂັ້ມແຂງ ແລະ ເຊື່ອມໂຍງ
ໃນຊຸມປີມໍ່ໆມານີ້, ພັກ ແລະ ລັດ ໄດ້ລົງທຶນຢ່າງບໍ່ຢຸດຢັ້ງໃນລະບົບບັນດາຂໍ້ກຳນົດລະບຽບການທາງດ້ານວັດທະນະທຳໃນທົ່ວປະເທດ, ແຕ່ເຂດທົ່ງພຽງເຖິງເຂດພູດອຍ, ໝູ່ເກາະຫ່າງໄກສອກຫຼີກ. ບັນດາຄວາມມານະພະຍາຍາມດັ່ງກ່າວໄດ້ປະກອບສ່ວນສຳຄັນເຂົ້າໃນການປັບປຸງຊີວິດທາງດ້ານຈິດໃຈຂອງປະຊາຊົນ, ປຸກລະດົມຄວາມພາກພູມໃຈຂອງຊາດ ແລະ ຮັບໃຊ້ວຽກງານການເມືອງຢູ່ທ້ອງຖິ່ນຢ່າງມີປະສິດທິຜົນ.
![]() |
ວັດທະນະທຳບໍ່ພຽງແຕ່ແມ່ນມໍລະດົກທີ່ຕ້ອງໄດ້ຮັບການອະນຸລັກຮັກສາເທົ່ານັ້ນ, ຫາກຍັງແມ່ນແຫຼ່ງກຳລັງໃຈເພື່ອສ້າງຄຸນຄ່າໃໝ່. |
ໜຶ່ງໃນບັນດາຂໍ້ກຳນົດລະບຽບການທາງດ້ານວັດທະນະທຳທີ່ເປັນມູນເຊື້ອແມ່ນໝູ່ບ້ານວັດທະນະທຳ ແລະ ທ່ອງທ່ຽວແຫ່ງຊາດ ຫວຽດນາມ (ຕາແສງ ເຊີນໄຕ, ຮ່າໂນ້ຍ), ເຊິ່ງໄດ້ຮັບການອະນຸມັດຜ່ານແຜນຜັງສັງລວມໃນຂໍ້ຕົກລົງເລກທີ 667/TTg ໃນປີ 1997 ແລະ ໄດ້ຮັບການຜັນຂະຫຍາຍຢ່າງເປັນທາງການໃນປີ 2010. ສະຖານທີ່ແຫ່ງນີ້ໄດ້ກາຍເປັນຈຸດໝາຍປາຍທາງທີ່ມີຄວາມໝາຍພິເສດ, ບໍ່ພຽງແຕ່ສ້າງວິຖີຊີວິດທາງດ້ານວັດທະນະທຳຂອງ 54 ຊົນເຜົ່າເທົ່ານັ້ນ ຫາກຍັງຂົວຕໍ່ໂຄສະນາສີສັນຊົນເຜົ່າໄປສູ່ນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດອີກດ້ວຍ.
“ປະຈຸບັນແມ່ນຈຸດເວລາທີ່ຂະແໜງວັດທະນະທຳຕ້ອງຫັນປ່ຽນຢ່າງແຮງ, ບໍ່ພຽງແຕ່ອະນຸລັກຮັກສາເທົ່ານັ້ນ ຫາກຍັງສ້າງບັນດາຄຸນຄ່າໃໝ່, ຮັບເອົາບັນດາຄຸນຄ່າສິ່ງຍອດຍິ່ງຂອງໂລກເພື່ອເສີມຂະຫຍາຍເອກະລັກສະເພາະຂອງຫວຽດນາມ", ທ່ານ ຈິ້ງຫງອກຈຸ່ງ, ຮັກສາການຫົວໜ້າຄະນະຄຸ້ມຄອງຄຸ້ມຄອງໝູ່ບ້ານວັດທະນະທຳ ແລະ ທ່ອງທ່ຽວ ຫວຽດນາມ ເນັ້ນໜັກ.
ຕາມທ່ານ ຈຸ່ງ ແລ້ວ, ໜຶ່ງໃນບັນດາບັນຫາສຳຄັນແມ່ນການລະດົມແຫຼ່ງກຳລັງຈາກສັງຄົມ. “ວັດທະນະທຳບໍ່ສາມາດໄປໄກໄດ້ ຖ້າຫາກພຽງແຕ່ອີງໃສ່ແຫຼ່ງຊັບພະຍາກອນຂອງລັດ. ພວກຂ້າພະເຈົ້າຕ້ອງການການຮ່ວມມືຂອງບັນດາວິສາຫະກິດ, ອົງການ ແລະ ປະຊາຄົມເພື່ອສ້າງຄຸນຄ່າວັດທະນະທຳໃໝ່, ເຊື່ອມໂຍງຢ່າງໃກ້ຊິດກັບຊີວິດ ແລະ ດຶງດູດນັກທ່ອງທ່ຽວ”, ທ່ານ ຈຸ່ງ ກ່າວ.
ໝູ່ບ້ານວັດທະນະທຳ - ທ່ອງທ່ຽວບັນດາເຜົ່າ ຫວຽດນາມ ໄດ້ຄາດວ່າ ຈະແມ່ນໜຶ່ງໃນບັນດາຂໍ້ກຳນົດລະບຽບການທາງດ້ານວັດທະນະທຳບຸກເບີກໃນການເຄື່ອນໄຫວນັບແຕ່ປີ 2025. ທ່ານ ຈຸ່ງ ກໍ່ສະເໜີ 3 ຂົງເຂດນະວັດຕະກຳສຳຄັນ ເພື່ອຍົກສູງປະສົບການລົງຕົວຈິງຂອງນັກທ່ອງທ່ຽວ ແລະ ເຊີດຊູບັນດາຄຸນຄ່າວັດທະນະທຳພື້ນເມືອງ.
ທີໜຶ່ງ, ເຊື່ອມຕໍ່ວົງຄະນາຍາດນັກສິລະປະການ, ໝູ່ບ້ານຈະສົມທົບກັບບັນດາທ້ອງຖິ່ນເພື່ອນຳບັນດານັກສິລະປະການ ແລະ ວົງຄະນະຍາດຊົນເຜົ່າສ່ວນໜ້ອຍເຂົ້າຮ່ວມການເຄື່ອນໄຫວໃນໝູ່ບ້ານ. ສິ່ງດັ່ງກ່າວບໍ່ພຽງແຕ່ຊ່ວຍສ້າງຊີວິດວັດທະນະທຳຄືນໃໝ່ຢ່າງມີຊີວິດຊີວາເທົ່ານັ້ນ ຫາກຍັງສ້າງຈຸດເດັ່ນເພື່ອດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໃຫ້ຮູ້ຈັກເຖິງຮີດຄອງປະເພນີ, ຄຸນຄ່າວັດທະນະທຳພື້ນເມືອງຂອງແຕ່ລະຊົນເຜົ່າຕື່ມອີກ.
ທີສອງ, ພັດທະນາການບໍລິການຈາກສັງຄົມນັບແຕ່ພື້ນຖານວັດຖຸຂອງໝູ່ບ້ານທີ່ໄດ້ຮັບການລົງທຶນຈາກລັດຢ່າງເປັນລະບົບ. ປະຈຸບັນແມ່ນຈຸດເວລາທີ່ຈະນຳໃຊ້ໃຫ້ດີຂຶ້ນໂດຍຜ່ານການຫັນເປັນສັງຄົມ, ການບໍລິການທ່ອງທ່ຽວທີ່ມີຄຸນນະພາບສູງເພື່ອຕອບສະໜອງຄວາມຕ້ອງການຂອງນັກທ່ອງທ່ຽວ.
ທີສາມ, ເອົາໃຈໃສ່ເຖິງການຫັນຄຸນຄ່າວັດທະນະທຳຂອງບັນດາເຜົ່າເປັນດິຈິຕອນ. ນີ້ບໍ່ພຽງແຕ່ໃຫ້ບໍລິການນັກທ່ອງທ່ຽວທີ່ໄປຍັງໝູ່ບ້ານເທົ່ານັ້ນ, ແຕ່ຍັງເປີດກວ້າງການລົງປະສົບການຕົວຈິງໄປສູ່ພື້ນທີ່ດິຈິຕອນ, ຊ່ວຍໃຫ້ປະຊາຊົນໃນທົ່ວປະເທດສາມາດຄົ້ນຫາວັດທະນະທໍາທີ່ຫ່າງໄກສອກຫຼີກ. ການຫັນປ່ຽນດີຈີຕອນ ຈະຊ່ວຍໃຫ້ໝູ່ບ້ານວັດທະນະທຳ - ທ່ອງທ່ຽວບັນດາເຜົ່າ ຫວຽດນາມ ກາຍເປັນແຫຼ່ງທ່ອງທ່ຽວທີ່ດີຍິ່ງ, ດຶງດູດແຂກທ່ອງທ່ຽວມາມ່ວນຊື່ນ, ລົງປະສົບການຕົວຈິງ, ຍົກສູງຄວາມຮູ້ຄວາມສາມາດກ່ຽວກັບບັນດາຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງແຕ່ລະຊົນເຜົ່າ, ຜ່ານນີ້ ກໍ່ໄດ້ຊ່ວຍໃຫ້ປະຊາຊົນມີຄວາມເອກອ້າງທະນົງໃຈ ແລະ ມີຈິດໃຈຊາດ.
ທ່ານ ຈຸ່ງ ຢືນຢັນວ່າ ວັດທະນະທຳບໍ່ພຽງແຕ່ແມ່ນມໍລະດົກທີ່ຕ້ອງໄດ້ຮັບການອະນຸລັກຮັກສາເທົ່ານັ້ນ, ຫາກຍັງແມ່ນແຫຼ່ງກຳລັງໃຈເພື່ອສ້າງຄຸນຄ່າໃໝ່. ພວກເຮົາຕ້ອງເຮັດໃຫ້ວັດທະນະທໍາມີຊີວິດຊີວາຫຼາຍຂຶ້ນ, ບໍ່ພຽງແຕ່ເປັນຮູບພາບເພື່ອຫວນຄືນອະດີດ ແຕ່ຍັງກາຍເປັນການລົງປະສົບການທີ່ແທ້ຈິງທີ່ຕິດພັນກັບນັກທ່ອງທ່ຽວ. ການຫັນເປັນດິຈິຕອນ, ການຫັນເປັນສັງຄົມ ແລະ ປ່ຽນແປງໃໝ່ການດຳເນີນງານແມ່ນສາມເສົາຄໍ້າເພື່ອຈະບັນລຸໄດ້ສິ່ງນັ້ນ.
ດ້ວຍຈິດໃຈນັ້ນ, ທ່ານ ຈຸ່ງ ເຊື່ອໝັ້ນວ່າ ການຮັກສາຄຸນຄ່າວັດທະນະທຳພື້ນເມືອງຈະເປັນໂອກາດ “ທອງ” ເພື່ອໃຫ້ຂະແໜງການວັດທະນະທຳພັດທະນາຢ່າງແຮງ ແລະ ເຊື່ອມໂຍງເຂົ້າກັບໂລກຢ່າງເລິກເຊິ່ງ. ວັດທະນະທຳ ຫວຽດນາມ ມີເອກະລັກສະເພາະຂອງຕົນ. ເມື່ອລົງທຶນຢ່າງຖືກຕ້ອງ, ຈະບໍ່ພຽງແຕ່ຮັກສາເອກະລັກເທົ່ານັ້ນ, ຫາກຍັງສ້າງບັນດາຄຸນຄ່າໃໝ່, ວັດທະນະທຳແນ່ນອນວ່າຈະແມ່ນກຳລັງໜູນອັນໃຫຍ່ຫຼວງໃຫ້ແກ່ການພັດທະນາແບບຍືນຍົງຂອງປະເທດຊາດ.
ເຖິງຢ່າງໃດກໍຕາມ, ເພື່ອໃຫ້ວັດທະນະທຳ "ດຳເນີນຊີວິດ" ໃນຍຸກສະໄໝໃໝ່ຢ່າງແທ້ຈິງ, ທ່ານ ຈຸ່ງ ກ່າວວ່າ ການອະນຸລັກຮັກສາຕ້ອງຕິດພັນກັບການປະດິດສ້າງ. ບັນດາຄຸນຄ່າພື້ນເມືອງບໍ່ພຽງແຕ່ແມ່ນຄວາມຊົງຈຳເທົ່ານັ້ນ, ຫາກຍັງຕ້ອງໄດ້ຮັບການປຸກລຸກ ແລະ ວາດພາບຫວນຄືນໃໝ່, ຊາບຊຶມເລິກເຊິ່ງເຂົ້າໃນຈິດໃຈຂອງລຸ້ນໜຸ່ມ. ຫວຽດນາມ ດ້ວຍຄວາມຫຼາກຫຼາຍດ້ານວັດທະນະທຳທີ່ອຸດົມສົມບູນຈາກ 54 ຊົນເຜົ່າ, ຕ້ອງປົກປັກຮັກສາບັນດາຄຸນຄ່າວັດທະນະທຳບໍ່ໃຫ້ສູນເສຍ, ພ້ອມກັນນັ້ນ ກໍ່ສ້າງຊ່ອງຫວ່າງທີ່ມີຫົວຄິດປະດິດສ້າງ - ບ່ອນທີ່ປະຊາຊົນສາມາດພັດທະນາພອນສະຫວັນຄວາມສາມາດ, ເສີມຂະຫຍາຍຄຸນຄ່າວັດທະນະທຳ.
ການຮັກສາເອກະລັກວັດທະນະທຳຂອງຊາດບໍ່ພຽງແຕ່ເປີດທາງໃຫ້ວັດທະນະທຳຫວຽດນາມຢູ່ໃນແຜນທີ່ສາກົນເທົ່ານັ້ນ, ຫາກຍັງນຳເອົາພາບພົດຂອງປະເທດຊາດ ເຊື່ອມໂຍງຢ່າງມີຄວາມໝັ້ນໃຈ ແລະ ບໍ່ສູນຫາຍໄປ. ນີ້ບໍ່ພຽງແຕ່ແມ່ນໜ້າທີ່ໃນປະຈຸບັນເທົ່ານັ້ນ, ຫາກຍັງແມ່ນຄຳໝັ້ນສັນຍາມຸ່ງໄປເຖິງອະນາຄົດທີ່ວັດທະນະທຳຫວຽດນາມ ຮຸ່ງເຮືອງເຫຼືອງເຫຼື້ອມໃນບັນດາສີສັນວັດທະນະທຳຂອງໂລກ.
ໃນຍຸກແຫ່ງການພັດທະນາຢ່າງເຂັ້ມແຂງຂອງຊາດຫວຽດນາມ, ການປົກປັກຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳພື້ນເມືອງບໍ່ພຽງແຕ່ແມ່ນໜ້າທີ່ເທົ່ານັ້ນ ຫາກຍັງແມ່ນຄວາມຫວັງໃຫ້ການພັດທະນາແບບຍືນຍົງຂອງວັດທະນາທຳຂອງຊາດ. ນີ້ບໍ່ພຽງແຕ່ແມ່ນການລົງທຶນກ່ຽວກັບແຫຼ່ງກຳລັງເທົ່ານັ້ນ ຫາກຍັງເລິກເຊິ່ງກ່ວາອີກ ແມ່ນການເພີ່ມພູນຄູນສ້າງຈິດວິນຍານ, ເອກະລັກ ແລະ ບັນດາຄຸນຄ່າດ້ານຈິດໃຈຂອງທັງປະເທດ.
![]() | ໂຄສະນາ, ສົ່ງເສີມ, ດຶງດູດນັກທ່ອງທ່ຽວ ສ.ເກົາຫຼີ ມາຍັງ ຫວຽດນາມ ຍສໝ - ກົມທ່ອງທ່ຽວແຫ່ງຊາດ ຫວຽດນາມ (ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ) ແຈ້ງວ່າ ງານບຸນສົ່ງເສີມການທ່ອງທ່ຽວ - ວັດທະນະທຳ ຫວຽດນາມ ຢູ່ ສ.ເກົາຫຼີ ປີ 2024 ຈະດຳເນີນແຕ່ວັນທີ 29 ມີຖຸນາ ຫາ ວັນທີ 3 ກໍລະກົດ. |
![]() | ໃນ 9 ເດືອນຕົ້ນປີ 2024, ຮ່າໂນ້ຍ ຕ້ອນຮັບນັກທ່ອງທ່ຽວກວ່າ 21 ລ້ານເທື່ອຄົນ ຍສໝ - ແຕ່ຕົ້ນປີມາຮອດປະຈຸບັນ, ຮ່າໂນ້ຍ ໄດ້ຕ້ອນຮັບນັກທ່ອງທ່ຽວ 21,12 ລ້ານເທື່ອຄົນ, ເພີ່ມຂຶ້ນ 11,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ຈຳນວນນັກທ່ອງທ່ຽວສາກົນບັນລຸ 4,45 ລ້ານເທື່ອຄົນ, ເພີ່ມຂຶ້ນ 40,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ໃນໄລຍະດຽວກັນຂອງປີ 2023, ນັກທ່ອງທ່ຽວພາຍໃນປະເທດບັນລຸ 16,66 ລ້ານເທື່ອຄົນ, ເພີ່ມຂຶ້ນ 5,8% ... |
ມີງດຶກ