15:20 | 13/02/2025

ອົງການ ReSurge International ແລະ VUFO ເພີ່ມທະວີການຮ່ວມມືເພື່ອໜູນຊ່ວຍເດັກນ້ອຍທີ່ພິການມາແຕ່ກຳເນີດ

ອົງການ USAID ແລະ ອົງການອຸຍນີເຊັບ ປະຈໍາ ສປປ ລາວ ສົ່ງເສີມແຜນງານ ຮັກລູກໃຫ້ໃສ່ໃຈ
ເພີ່ມທະວີການສົມທົບກັນລະຫວ່າງ VUFO ແລະ ບັນດາອົງການຜູ້ຕາງໜ້າ ຫວຽດນາມ ປະຈຳຕ່າງປະເທດ

ທີ່​ການ​ພົບ​ປະ, ທ່ານ​ນາງ Claire Lahance ​ໄດ້​ສະແດງຄວາມ​ຂອບ​ໃຈການໜູນຊ່ວຍຂອງສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ. ທ່ານ​ນາງ ກໍ່ສະ​ແດງ​ຄວາມ​ຍິນ​ດີ​ທີ່​ໄດ້​ຮັບ​ຮູ້​ວ່າ ບັນດາ​ໂຄງການ​ໂດຍ ReSurge International ຜັນຂະຫຍາຍ​ຢູ່ ຫວຽດນາມ ພວມເຄື່ອນໄຫວຢ່າງ​ມີ​ປະສິດທິ​ຜົນ; ບັນດາໂຮງໝໍ, ທ່ານໝໍຄູ່ຮ່ວມມື​ຂອງ​ອົງການພວມ​ສືບ​ຕໍ່ເປີດກ້ວາງ​ການບຳລຸງສ້າງ, ຝຶກ​ອົບຮົມ; ໂດຍຜ່ານນັ້ນ ກໍ່ຍົກສູງ​ຄວາມ​ສາມາດ​ຂອງຖັນແຖວແພດ​ໝໍ, ນຳ​ເອົາ​ໂອກາດ​ໃນ​ການ​ກວດ ​ແລະ ປິ່ນປົວມາ​ໃຫ້​ແກ່​ເດັກນ້ອຍທີ່ພິການມາແຕ່ກຳເນີດ.

ອົງການ ReSurge International ແລະ VUFO ເພີ່ມທະວີການຮ່ວມມືເພື່ອໜູນຊ່ວຍເດັກນ້ອຍທີ່ພິການມາແຕ່ກຳເນີດ

ທ່ານ ຫງວຽນຫງອກຮຸ່ງ, ຮອງປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ (VUFO) ໄດ້ຕ້ອນຮັບ ແລະ ເຮັດວຽກກັບ ທ່ານນາງ Claire Lachance, ປະທານ ແລະ ຜູ້ອຳນວຍການຝ່າຍບໍລິຫານອົງການ ReSurge International (ອາເມລິກາ), ໃນວັນທີ 11 ກຸມພາ ຢູ່ຮ່າໂນ້ຍ.

ຕໍ່ໜ້າ​ການ​ຜັນ​ແປ​ຂອງ​ນະ​ໂຍບາຍຊ່ວຍເຫຼືອ​ຕ່າງປະ​ເທດ​ຂອງ​ອາ​ເມ​ລິ​ກາ, ອົງການ ReSurge International ຮັບປະກັນຈະຮັກສາ​ບັນດາ​ການ​ເຄື່ອນ​ໄຫວ​ທີ່ໄດ້ ແລະ ພວມຜັນຂະຫຍາຍ​ຢູ່ ຫວຽດນາມ. ພ້ອມ​ກັນ​ນັ້ນ, ອົງການ​ດັ່ງກ່າວ​ກໍ່​ພະຍາຍາມ​ຊອກ​ຫາ ​ແລະ ລະດົມ​ທຶນ​ຈາກ​ຜູ້​ອຸປະຖຳ​ບຸກຄົນ​ໃຫ້​ຫຼາຍ​ກວ່າ​ເກົ່າ.

ທ່ານ ຫງວຽນ​ຫງອກ​ຮຸ່ງ, ຮອງ​ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ​ໄດ້​ຕີ​ລາຄາ​ສູງ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ ReSurge International ທີ່ຜັນຂະຫຍາຍຢູ່ ຫວຽດນາມ ​ໃນ​ໄລຍະ 30 ປີຜ່ານມາ. ອົງການ​ບໍ່​ພຽງ​ແຕ່​ສ້າງ​ກາລະ​ໂອກາດ​ປິ່ນປົວ​ພະຍາດ​ເທົ່າ​ນັ້ນ ຫາກ​ຍັງ​ປ່ຽນ​ອະນາຄົດ​ຂອງເດັກນ້ອຍທີ່ພິການມາແຕ່ກຳເນີດ, ພ້ອມ​ທັງ​ຍົກ​ສູງ​ຄວາມ​ສາມາດ​ໃຫ້​ແພດ​ໝໍ, ພະຍາບານ​ຫວຽດນາມ. ທ່ານ​ຮອງ​ປະ​ທານ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ​ຫວຽດ​ນາມ ໄດ້ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ​ເມື່ອ​ຮູ້​ວ່າ ອົງ​ການ​ສືບ​ຕໍ່​ເລືອກ​ເອົາ​ຫວຽດ​ນາມ ເປັນ​ໜຶ່ງ​ໃນ​ບັນ​ດາ​ບຸ​ລິ​ມະ​ສິດ​ໃນ​ຍຸດ​ທະ​ສາດ​ເພື່ອຜັນຂະຫຍາຍການ​ເຄື່ອນ​ໄຫວ​ທີ່​ຈະ​ມາ​ເຖິງ.

ຕາມ​ທ່ານ ຫງວຽນ​ຫງອກ​ຮຸ່ງ ແລ້ວ, ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ - ອາ​ເມ​ລິ​ກາ ພວມ​ຢູ່​ໃນ​ລະ​ດັບ​ສູງ​ສຸດ, 2 ປະ​ເທດ​ພວມ​ແມ່ນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານຂອງກັນ. ພິ​ເສດ, ບັນດາ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ​ອາ​ເມ​ລິ​ກາ​ ​ໄດ້​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ຮັກສາ ​ແລະ ຊຸກຍູ້​ການ​ພົວພັນ​ສອງ​ຝ່າຍ. ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ພ້ອມ​ແລ້ວ​ທີ່​ຈະ​ໜູນ​ຊ່ວຍ ReSurge International ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ທີ່​ຈະ​ມາ​ເຖິງ, ພ້ອມກັນນັ້ນ ກໍ່ປາດ​ຖະໜາ​ວ່າ ອົງການ ​ແລະ ທ່ານ​ນາງ Claire Lahance ຈະສືບ​ຕໍ່​ແບ່ງປັນ​ຂໍ້​ມູນ​ກ່ຽວ​ກັບຫວຽດນາມ ກັບ​ບັນດາ​ຄູ່​ຮ່ວມ​ມື, ບັນດາ​ຜູ້​ອຸປະຖຳ​ຂອງອາ​ເມ​ລິ​ກາ.

2 ຝ່າຍໄດ້​ເຫັນ​ດີ​ເປັນເອກະພາບເພື່ອຮັກສາ​ການ​ສົມທົບ​ກັນ ​ແລະ ສືບ​ຕໍ່​ແລກປ່ຽນ​ຂໍ້​ມູນ​​ໃນ​ໄລຍະ​ຈະ​ມາ​ເຖິງ.

VUFO ໄດ້ມອບຫຼຽນກາ “ເພື່ອສັນຕິພາບ ແລະ ມິດຕະພາບລະຫວ່າງປະຊາຊົນ” ໃຫ້ແກ່ທ່ານເອກອັກຄະລັດຖະທູດ ເກຣັກ ປະຈຳ ຫວຽດນາມ

VUFO ໄດ້ມອບຫຼຽນກາ “ເພື່ອສັນຕິພາບ ແລະ ມິດຕະພາບລະຫວ່າງປະຊາຊົນ” ໃຫ້ແກ່ທ່ານເອກອັກຄະລັດຖະທູດ ເກຣັກ ປະຈຳ ຫວຽດນາມ

​ຍສໝ - ໃນ​ອາຍຸການ 5 ປີ, ທ່ານ​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ ​ແຫ່ງ​ສາທາລະນະ​ລັດ ເກຼັກ ປະຈຳ ຫວຽດນາມ Georgios Stilianopoulos ໄດ້​ມີຄວາມນະ​ພະຍາຍາມ​ຫຼາຍ​ຢ່າງ​ໃນການຊຸກຍູ້​ການ​ຮ່ວມ​ມື ເກຼັກ - ຫວຽດນາມ ​ໃນ​ຫຼາຍ​ຂົງ​ເຂດ, ເປັນຕົ້ນແມ່ນ​ເສດຖະກິດ - ການ​ຄ້າ, ແຮງ​ງານ, ການ​ເດີນ​ທະ​ເລ, ການ​ສຶກສາ, ກິລາ. ​ເພື່ອແນໃສ່ຮັບຮູ້​ການ​ປະກອບສ່ວນເຂົ້າ​ຂອງ​ທ່ານ​ເອກ​ອັກຄະ​ລັດຖະທູດ, ...

ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ ​ແລະ ສະມາຄົມ​ມິດຕະພາບ​ຂອງ​ບັນດາ​ປະ​ເທດ​ໄດ້​ສົ່ງ​ໂທລະ​ເລກ ​ແລະ ຈົດໝາຍ​ສະແດງຄວາມgເສົ້າສະຫຼົດໃຈ​ເຖິງ​ປະຊາຊົນ​ຫວຽດນາມ

ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ ​ແລະ ສະມາຄົມ​ມິດຕະພາບ​ຂອງ​ບັນດາ​ປະ​ເທດ​ໄດ້​ສົ່ງ​ໂທລະ​ເລກ ​ແລະ ຈົດໝາຍ​ສະແດງຄວາມgເສົ້າສະຫຼົດໃຈ​ເຖິງ​ປະຊາຊົນ​ຫວຽດນາມ

ຍສໝ - ພາຍຫຼັງ​ໄດ້​ຮັບ​ຂ່າວ​​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ເຖິງແກ່ມໍລະນະກຳ, ສະພາ​ສັນຕິພາບ​ໂລກ, ສະຖາບັນກູບາ​ມິດຕະພາບ​ກັບ​ບັນດາເຜົ່າ, ບັນດາ​ອົງການ​ມິດຕະພາບ​ຂອງ​ຫຼາຍ​ປະ​ເທດ, ບັນດາ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ​ຕ່າງປະ​ເທດ ກໍ່​ໄດ້​ສົ່ງ​ໂທລະ​ເລກ, ຈົດໝາຍ, ສະແດງຄວາມເສຍໃຈ​ເຖິງສະຫະພັນ​ອົງການ​ມິດຕະພາບ, ບັນດາ​ອົງການ​ສະມາຊິກ, ປະຊາຊົນ ຫວຽດນາມ ​ແລະ ຄອບຄົວ​ຂອງ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ.

ມີງດຶກ

Link: https://huunghivietlao.thoidai.com.vn/detail-article-20547.html

In bài biết