ການນຳເຂົ້າ, ສົ່ງອອກຂອງ ຫວຽດນາມ ໃນປີນີ້ ບັນລຸ 800 ຕື້ USD, ຄາດວ່າວົງການສົ່ງອອກບັນລຸ 403 ຕື້ USD.
![]() | ການສົ່ງອອກສິນໃນນ້ຳ ຂອງຫວຽດນາມ ບັນລຸ 10 ຕື້ໂດລາ |
![]() | ຂະແໜງການທ່ອງທ່ຽວລາວ ຈະບັນລຸລາຍຮັບຫຼາຍກວ່າ 1 ຕື້ USD ໃນປີ 2024 |
![]() |
ທ່ານຮອງນາຍົກລັດຖະມົນຕີ ບຸ່ຍແທັງເຊີນ ກ່າວຄຳເຫັນທີ່ກອງປະຊຸມ |
ວັນທີ 23 ທັນວາ, ກ່າວຄຳເຫັນຊີ້ນຳໃນກອງປະຊຸມສະຫຼຸບວຽກງານປີ 2024, ຜັນຂະຫຍາຍໜ້າທີ່ປີ 2025 ຂອງຂະແໜງອຸດສາຫະກຳ ແລະ ການຄ້າ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ຕີລາຄາສູງບັນດາໝາກຜົນພົ້ນເດັ່ນຂອງຂະແໜງອຸດສາຫະກຳ ແລະ ການຄ້າ, ປະກອບສ່ວນສຳຄັນເຂົ້າໃນການເພີ່ມລະດັບການເຕີບໂຕ GDP ທັງປີ 2024 ບັນລຸກວ່າ 7%. ຕາມນັ້ນແລ້ວ, ການນຳເຂົ້າ, ສົ່ງອອກຂອງ ຫວຽດນາມ ໃນປີນີ້ ບັນລຸ 800 ຕື້ USD, ຄາດວ່າວົງການສົ່ງອອກບັນລຸ 403 ຕື້ USD. ຈຸດພົ້ນເດັ່ນແມ່ນວົງເງິນການສົ່ງອອກເຕີບໂຕສູງໃນລະດັບ 2 ຕົວເລກ ດ້ວຍການຟື້ນຕົວຢ່າງຕັ້ງໜ້າຂອງບັນດາໝວດສິນຄ້າສົ່ງອອກຫຼັກແຫຼ່ງ. ກ່ຽວກັບໜ້າທີ່ຂອງຂະແໜງອຸດສາຫະກຳ ແລະ ການຄ້າໃນປີ 2025, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ບຸ່ຍແທັງເຊີນ ເນັ້ນໜັກວ່າ:
“ຢາກປົດປ່ອຍແຫຼ່ງກຳລັງ, ດຶງດູດໄດ້ການລົງທຶນນັ້ນ ກ່ອນອື່ນໝົດຕ້ອງສ້າງສະພາບແວດລ້ອມທາງນິຕິກຳໃຫ້ສະດວກ, ຈະແຈ້ງ, ໂປ່ງໃສ ແລະ ແກ້ໄຂໄດ້ບັນດາຈຸດອຸດຕັນກ່ຽວກັບລະບຽບການບໍລິຫານໃຫ້ແກ່ການພັດທະນາການຜະລິດອຸດສາຫະກຳ ແລະ ຊຸກຍູ້ການຄ້າ, ການຈໍລະຈອນສິນຄ້າ. ຕາມນັ້ນແລ້ວ, ຕ້ອງສືບຕໍ່ກຳນົດວຽກງານກໍ່ສ້າງລະບອບລະບຽບການ, ນະໂຍບາຍແມ່ນໜຶ່ງໃນສາມບຸກທະລຸຍຸດທະສາດ, ໃນນັ້ນ ໃນສະເພາະໜ້າ ຕ້ອງຮີບເຮັ່ງຜັນຂະຫຍາຍກົດໝາຍວ່າດ້ວຍພະລັງງານໄຟຟ້າສະບັບປັບປຸງ ແລະ ແຜນນະໂຍບາຍໃຫຍ່ ໂດຍສະພາແຫ່ງຊາດໄດ້ຮັບຮອງເອົາໃນກອງປະຊຸມສະໄໝສາມັນເທື່ອທີ 8 ກ່ຽວກັບການເລີ່ມດຳເນີນບັນດາໂຄງການໄຟຟ້ານິວເຄຼຍ ນິງທ້ວນ ຄືນໃໝ່; ຍື່ນສະເໜີສະພາແຫ່ງຊາດຮ່າງກົດໝາຍວ່າດ້ວຍການພັດທະນາອຸດສາຫະກຳຈຸດສຸມ; ກົດໝາຍວ່າດ້ວຍການນຳໃຊ້ພະລັງງານປະຢັດຢ່າງມີປະສິດທິຜົນໃນປີ 2025 ແລະ ຜັນຂະຫຍາຍມະຕິຂອງລັດຖະບານກ່ຽວກັບແຜນນະໂຍບາຍ, ທິດທາງແກ້ໄຂຂໍ້ຕິດຂັດສຳລັບບັນດາໂຄງການພະລັງງານທົດແທນໃຫ້ເປັນອັນລະອຽດ”.
![]() | ແມ່ຍິງ 250,000 ຄົນ ທີ່ເຮັດວຽກຢູ່ຕ່າງປະເທດ ສ້າງລາຍຮັບໄດ້ 2,5 ຕື້ USD ຍສໝ - ຕາມການຄົ້ນຄ້ວາຂອງ Economica ຫວຽດນາມ, ແຕ່ລະປີ, ແຮງງານຍິງ 250.000 ຄົນນີ້ສ້າງແຫຼ່ງເງິນຝາກປະມານ 2,5 ຕື້ USD, ກວມ 15% ຍອດຈຳນວນເງິນເຂົ້າ ຫວຽດນາມ. |
![]() | ຊາວຫວຽດນາມ ອາໄສຢູ່ອາເມລິກາ ໄດ້ບໍລິຈາກປີ້ມມີຄ່າປະມານ 2,7 ຕື້ດົ່ງໃຫ້ມະຫາວິທະຍາໄລສັບພະວິຊານະຄອນໂຮ່ຈິມິນ ຍສໝ - ຫວ່າງມໍ່ໆມານີ້, ຢູ່ມະຫາວິທະຍາໄລສັບພະວິຊານະຄອນໂຮ່ຈິມິນ - ມະຫາວິທະຍາໄລແຫ່ງຊາດໄດ້ຈັດພິທີຮັບປຶ້ມໂດຍທ່ານດຣ ຫວໍຕາເວີນ, ຊາວຫວຽດນາມ ອາໄສຢູ່ອາເມລິກາ. ນີ້ແມ່ນປຶ້ມທີ່ນຳເຂົ້າຈາກປະເທດຍີ່ປຸ່ນ, ໃນນັ້ນມີປຶ້ມໃນຂົງເຂດວິທະຍາສາດເຕັກໂນໂລຊີ. ເນື້ອໃນຂອງປື້ມແມ່ນຕັ້ງແຕ່ເຕັກໂນໂລຢີທີ່ທັນສະໄຫມເຊັ່ນ: ຖານຂໍ້ມູນແລະເຕັກໂນໂລຢີຂໍ້ມູນຂ່າວສານ, ໄປຫາສາຂາວິຊາສະເພາະເຊັ່ນ: ອຸນຫະພູມ, ກົນຈັກແຂງແລະໂຄງສ້າງ. |
ມີງດຶກ