ຫວຽດເຈັດມອບບໍລິການພິເສດ ສຳລັບຖ້ຽວບິນຈາກນະຄອນຫລວງວຽງຈັນ - ນະຄອນໂຮ່ຈີມິນ
![]() | ຮັດແໜ້ນສາຍພົວພັນສາມັກຄີລະຫວ່າງແຂວງ ນິງບິ່ງ ແລະ ນະຄອນຫລວງວຽງຈັນ |
![]() | ລາວ: ປັດຈຸບັນມີຜູ້ຕິດເຊື້ອນອນປິ່ນປົວຢູ່ໂຮງໝໍທັງໝົດ 4 ຄົນ ນະຄອນຫລວງວຽງຈັນ 3 ຄົນ ແລະ ຢູ່ຈຳປາສັກ 1 ຄົນ |
ສາຍການບິນຫວຽດເຈັດ (Vietjet) ໄດ້ມອບຂໍ້ສະເໜີສຸດພິເສດ ຄ່າໂດຍສານລາຄາທີ່ປະຢັດ ສຳລັບຖ້ຽວບິນລະຫວ່າງນະຄອນຫລວງວຽງຈັນ ແລະ ນະຄອນໂຮ່ຈີມິນ ນະຄອນໃຫຍ່ທີ່ສຸດຂອງຫວຽດນາມ ລວມທັງໂປຣໂມຊັນໃນຫລາຍເສັ້ນທາງບິນ. ປັດຈຸບັນ, ເສັ້ນທາງການບິນລະຫວ່າງປະເທດທີ່ເປີດໃໝ່ພວມໄດ້ຮັບການເພີ່ມຖ້ຽວບິນເຊັ່ນກັນ.
![]() |
ຫວຽດເຈັດມອບບໍລິການພິເສດ ສຳລັບຖ້ຽວບິນຈາກນະຄອນຫລວງວຽງຈັນ - ນະຄອນໂຮ່ຈີມິນ |
ຜູ້ໂດຍສານລາວສາມາດຈອງປີ້ຍົນໄດ້ໃນລາຄາເລີ່ມຕົ້ນພຽງແຕ່ 0 ໂດລາ ສໍາລັບການເດີນທາງລະຫວ່າງວັນທີ 15 ພະຈິກ 2024 ຫາ 22 ພຶດສະພາ 2025 ໂປຣໂມຊັນນີ້ມີ ຮອດວັນທີ 17 ຕຸລາ 2024 ແລະ ກວມເອົາເສັ້ນທາງການບິນທັງໝົດຂອງ Vietjet ລວມທັງເສັ້ນທາງທີ່ສໍາຄັນ ນະຄອນຫວງວຽງຈັນ-ໂຮ່ຈີມິນຜູ້ໂດຍສານຍັງສາມາດໄດ້ຮັບສ່ວນຫລຸດ 50% ສໍາລັບປີ້ Deluxe ໃນທຸກເສັ້ນທາງ Vietjet ທີ່ມາພ້ອມກັບສິດທິປະໂຫຍດເພີ່ມເຕີມລວມທັງການໂຫລດກະເປົາຟຣີ, ການເລືອກບ່ອນນັ່ງ ແລະ ການປ່ຽນແປງກຳນົດການເດີນທາງໄດ້. ໂປຣໂມຊັນນີ້ໃຊ້ໄດ້ສຳລັບການຈອງຖ້ຽວບິນແຕ່ມື້ນີ້ຈົນຮອດວັນທີ 20 ພະຈິກ 2024 ສາມາດຈອງບ່ອນນັ່ງໄດ້ທີ່ເວັບໄຊ www.vietjetair.com ຫລື ແອັບພລິເຄຊັນມືຖື Vietjet Air ຂອງຫ້ອງຂາຍປີ້ ແລະ ຕົວແທນທົ່ວໂລກ. ຕົ້ນເດືອນນີ້ Vietjet ປະກາດເພີ່ມຖ້ຽວບິນໃນເສັ້ນທາງ ນະຄອນຫລວງວຽງຈັນ-ໂຮ່ຈິມິນ ຈາກ 4 ຖ້ຽວບິນໄປກັບຕໍ່ອາທິດ ເປັນ 7 ຖ້ຽວຕໍ່ອາທິດ, ເລີ່ມແຕ່ວັນທີ 27 ຕຸລາ 2024 ເປັນຕົ້ນໄປ. ການຂະຫຍາຍເສັ້ນທາງດັ່ງກ່າວ ຊ່ວຍເພີ່ມໂອກາດໃນການເດີນທາງທີ່ຄຶກຄື້ນ ປະສົມປະສານກັບທຸລະກິດ, ວັດທະນະທໍາ ແລະ ກິດຈະກໍາພັກຜ່ອນຢູ່ພາກໃຕ້ຂອງຫວຽດນາມ.
Vietjet ຍັງເພີ່ມຖ້ຽວບິນໃນເສັ້ນທາງອື່ນ ບໍ່ວ່າຈະເປັນຈາກຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ ເຊິ່ງເປັນສູນກາງຮອງຮັບຄວາມຕ້ອງການດ້ານການທ່ອງທ່ຽວໃນທ້າຍປີ ແລະ ໃນໂອກາດເທສະການປີໃໝ່ສາກົນ. ສາຍການບິນຈະຟື້ນຟູການບໍລິການຄືນໃໝ່ໃນເສັ້ນທາງນະຄອນໂຮ່ຈີມິນ ໄປ ໄຕນານ ທີ່ຈະເລີ່ມແຕ່ວັນທີ 12 ທັນວາ 2024 ເປັນຕົ້ນໄປ ແລະ ເປີດເສັ້ນທາງເຊື່ອມຕໍ່ລະຫວ່າງສອງນະຄອນໃນອາຊີຕາເວັນອອກສຽງໃຕ້, ຮ່າໂນ້ຍ ໄປກົວລາລຳເປີ ແຕ່ວັນທີ 28 ພະຈິກ 2024, ຖ້ຽວບິນຈາກຮ່າໂນ້ຍໄປສຽມຣຽບ, ປູຊານ, ນາໂກຢາ, ຮິໂຣຊິມາ ແລະ ຈາກນະຄອນໂຮ່ຈີມິນ ໄປ ເກາະບາຫລີ ຈະມີການເພີ່ມຖ້ຽວບິນຕື່ມອີກດ້ວຍ.
![]() | ນະຄອນຫລວງວຽງຈັນ ຍັງພົບຜູູ້ຕິດເຊື້ອ ໄຂ້ຍຸງລາຍຫລາຍກວ່າໝູ່ ໃນທົ່ວປະເທດ ນັບແຕ່ວັນທີ 26 ທັນວາ 2020 ຫາ 10 ມັງກອນ 2021(20 ວັນ)ລາວພົບຜູ້ຕິດເຊື້ອໄຂ້ຍຸງລາຍ ທັງໝົດ 36 ຄົນໃນ 10 ແຂວງ ໃນນັ້ນ, ນະຄອນຫລວງວຽງຈັນ ພົບຜູ້ຕິດເຊື້ອໄຂ້ຍຸງລາຍຫລາຍກວ່າໝູ່ ໃນຂອບເຂດທົ່ວປະເທດ ຈຳນວນ 13 ຄົນ, ອັດຕະປື 6 ຄົນ, ເຊກອງ 5 ຄົນ, ຫລວງພະບາງ 5 ຄົນ, ສະຫວັນນະເຂດ 2 ຄົນ, ຄຳມ່ວນ, ວຽງຈັນ, ຫລວງນ້ຳທາ, ສາລະວັນ ແລະ ອຸດົມໄຊ ແຂວງລະ 1 ຄົນ. |
![]() | ນຳສະເໜີ ແຜນຜັງລວມຕົວເມືອງ ນະຄອນຫລວງວຽງຈັນ ສະບັບທີ 3 ກວມເນື້ອທີ່ 61.600 ເຮັກຕາ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນສະເໜີ ແຜນຜັງລວມຕົວເມືອງ ນະຄອນຫລວງວຽງຈັນ ສະບັບທີ 3 ພາຍຫລັງສຶກສາ ຄົ້ນຄວ້າ ມາເປັນເວລາເກືອບ 9 ເດືອນ ໃຫ້ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ເພື່ອປະກອບຄຳເຫັນ ແລະ ພິຈາລະນາຮັບຮອງ, ທັງນີ້ ກໍເພື່ອເປັນການຮອງຮັບຕໍ່ ສະພາບການ ຂະຫຍາຍຕົວຢ່າງວ່ອງໄວ ແລະ ຕໍ່ເນື່ອງ ທາງດ້ານເສດຖະກິດ-ສັງຄົມ, ... |
ມີງດຶກ