GEF ສ້າງລາຍຮັບແບບຍືນຍົງໃຫ້ແກ່ປະຊາຊົນຢູ່ທາງທິດຕາເວັນຕົກ ເຫງ້ອ່ານ
![]() | ເງະອ່ານ ຈັດກອງປະຊຸມວິທະຍາສາດກ່ຽວກັບວຽກງານການທູດປະຊາຊົນ |
![]() | ຫໍສະໝຸດສະພາແຫ່ງຊາດ ອາເມລິກາ ໄດ້ມອບລາງວັນໃຫ້ໂຄງການສົ່ງເສີມການອ່ານຂອງຫວຽດນາມ |
ດ້ວຍຍອດຈຳນວນເງິນກວ່າ 6,6 ລ້ານ USD, ໂຄງການ “ຄວບຄູ່ການຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ບັນດາເປົ້າໝາຍກ່ຽວກັບການອະນຸລັກຊີວະນາໆພັນແຫ່ງຊາດເຂົ້າໃນການວາງແຜນພັດທະນາເສດຖະກິດ - ສັງຄົມ ແລະ ຄຸ້ມຄອງເຂດສະຫງວນຊີວະມົນທົນຢູ່ ຫວຽດນາມ” (ໂຄງການ BR) ໂດຍກອງທຶນສິ່ງແວດລ້ອມທົ່ວໂລກ (GEF) ອຸປະຖຳຜ່ານໂຄງການພັດທະນາ ສະຫະປະຊາຊາດ (UNDP) ເລີ່ມແຕ່ທ້າຍເດືອນ ຕຸລາ 2020 ຢູ່ຮ່າໂນ້ຍ ແລະ 3 ເຂດສະຫງວນຊີວະມົນທົນ ເຊິ່ງແມ່ນ ກູ່ລາວຈ່າມ - ໂຮ້ຍອ່ານ (ແຂວງ ກວາງນາມ), ດົ່ງນາຍ (ແຂວງ ດົ່ງນາຍ) ແລະ ທິດຕາເວັນຕົກ ເຫງ້ອ່ານ (ແຂວງ ເຫງ້ອ່ານ).
![]() |
ຢູ່ແຂວງ ເຫງ້ອ່ານ, ເຂດສະຫງວນຊີວະມົນທົນ ທິດຕາເວັນຕົກ ເຫງ້ອ່ານ ມີເນື້ອທີ່ເກືອບ 1,3 ລ້ານເຮັກຕາ, ຕັ້ງຢູ່ບໍລິເວນ 9 ເມືອງ. ສະຖານທີ່ແຫ່ງນີ້ ໄດ້ຮັບຖືວ່າເປັນແລວທາງສີຂຽວເຊື່ອມຕໍ່ 3 ເຂດ (ປ່າສະຫງວນແຫ່ງຊາດ ປູ່ມາດ, ເຂດອະນຸລັກທຳມະຊາດ ປູ່ຮ່ວງ ແລະ ເຂດອະນຸລັກທຳມະຊາດ ປູຮວາດ) ສ້າງເປັນຄວາມຕໍ່ເນື່ອງກ່ຽວກັບສິ່ງແວດລ້ອມສິ່ງທີ່ມີຊີວິດ ແລະ ບັນດາຊີວະພາບ, ຮັກສາການອະນຸລັກຊີວະນາໆພັນແຫ່ງຊາດຢ່າງມີປະສິດທິຜົນ.
ເຂດນີ້ເປັນບ່ອນຢູ່ອາໄສຂອງ 6 ກຸ່ມຊົນເຜົ່າສ່ວນໜ້ອຍທີ່ມີມູນເຊື້ອຕິດພັນສະໜິດສະໜົມກັບປ່າ. ໂຄງການ BR ໄດ້ຜັນຂະຫຍາຍບັນດາການເຄື່ອນໄຫວ ແລະ ຮູບແບບການຫາລ້ຽງຊີບ ເພື່ອສົ່ງເສີມບັນດາຊຸມຊົນຂຸດຄົ້ນຊັບພະຍາກອນທຳມະຊາດແບບຍືນຍົງ, ຮັບປະກັນທັງການຫາລ້ຽງຊີບ ແລະ ການອະນຸລັກຊີວະນາໆພັນແຫ່ງຊາດ, ປົກປັກຮັກສາສິ່ງແວດລ້ອມ.
![]() |
ປູກຕົ້ນຕີນຮຸ້ງດອຍ (Paris polyphylla Smith) ຢູ່ຕາແສງ ນາງອຍ, ເມືອງ ກີເຊີນ - (ພາບ: ຖ່າຍບາຖາມ/ຄະນະບໍລິຫານໂຄງການ VNM- UNDP) |
ໃນໄລຍະ 4 ປີຜ່ານມາ, ໂຄງການ BR ໄດ້ໜູນຊ່ວຍກໍ່ສ້າງສວນກ້າເບ້ຍຕົ້ນຢາສະໝູນໄພ 2 ແຫ່ງຢູ່ ບ້ານ ຊຽງລິບ (ຕາແສງ ອ່ຽນຮວ່າ) ແລະ ບ້ານ ດ່າງ (ຕາແສງ ງາມີ) ໂດຍມີ 20 ຄອບຄົວຊາວເຜົ່າຜູ້ໄທ ເຮັດວຽກໂດຍກົງເປັນສວນກ້າເບ້ຍ. ຍ້ອນຮູບແບບນີ້, ປະຊາຊົນທ້ອງຖິ່ນບໍ່ພຽງແຕ່ຫຼຸດຄ່າໃຊ້ຈ່າຍຊື້ແນວພັນເທົ່ານັ້ນ, ຫາກຍັງມີໂອກາດສ້າງລາຍຮັບຈາກການຂາຍເບ້ຍໄມ້ເພື່ອຮັບໃຊ້ຄວາມຕ້ອງການຂອງການປູກຕົ້ນຢາສະໝູນໄພຢູ່ໃຕ້ຮົ່ມປ່າທັງພາຍໃນ ແລະ ຕ່າງປະເທດ.
ບັນດາສວນກ້າເບ້ຍໄມ້ກໍ່ມີບົດບາດສໍາຄັນໃນການຫຼຸດຜ່ອນແຮງກົດດັນການຂຸດຄົ້ນປ່າໄມ້. ການສະໜອງແຫຼ່ງແນວພັນ LSNG ທີ່ມີຄຸນນະພາບສູງ ຊ່ວຍໃຫ້ປະຊາຊົນສາມາດປູກຝັງເອງ ແລະ ຂຸດຄົ້ນແບບຍືນຍົງ, ແທນທີ່ຈະຂຶ້ນກັບການຂຸດຄົ້ນແບບທໍາມະຊາດ. ນີ້ແມ່ນວິທີທີ່ສະຫຼາດ ເພື່ອທັງຮັບປະກັນແຫຼ່ງລາຍຮັບໃນໄລຍະຍາວ ແລະ ທັງຮັກສາແຫຼ່ງຊັບພະຍາກອນທີ່ລ້ຳຄ່າໃຫ້ບັນດາລຸ້ນໃນອະນາຄົດ.
![]() |
ປູກຕົ້ນໜອນຕາຍຢາກ (Stemona tuberosa) ຢູ່ຕາແສງ ເຈົ່າເຄ, ເມືອງ ກ່ອນກວງ - (ພາບ: ຖ່າຍບາຖາມ/VNM-ຄະນະບໍລິຫານໂຄງການ UNDP) |
ນອກຈາກການສະໜອງເບ້ຍໄມ້ແລ້ວ, ໂຄງການ BR ຍັງໄດ້ຜັນຂະຫຍາຍບັນດາຕົວແບບຂອງການປູກສະໝູນໄພໃຕ້ຮົ່ມປ່າ ດ້ວຍມູນຄ່າເສດຖະກິດສູງຢູ່ບັນດາຕາແສງ ດົ່ງວັນ ແລະ ທົ່ງທູ້ (ເມືອງ ເກວ໊ຟອງ); ຕາແສງ ຕາມກວາງ, ຕາມເຫີບ, ລິວກ່ຽນ (ຕາແສງ ເຕືອງເຢືອງ) ແລະ ບັນດາຮູບແບບການຫາລ້ຽງຊີບຢູ່ເຂດອະນຸລັກທຳມະຊາດ ປູ່ຮວາດ, ເມືອງ ເກ໊ວຟອງ.
ພົ້ນເດັ່ນ, ມີເຖິງ 421 ຄົວເຮືອນເຂົ້າຮ່ວມ, ປົກປ້ອງ, ປູກຝັງ ແລະ ຂຸດຄົ້ນປ່າໄມ້ແບບຍືນຍົງ 1.489 ເຮັກຕາ.
![]() |
ມອບຮັບການດູແລ, ປົກປັກຮັກສາ, ປູກຝັງ, ຂຸດຄົ້ນແບບຍືນຍົງຂອງຕົ້ນເຄມີເລີຍເຫຼືອງ (Camellia chrysantha) ຢູ່ບ້ານ ນາຮືມ, ຕາແສງ ທົ່ງທູ, ເມືອງ ເກວ໊ຟອງ - (ພາບ: ຫງວຽນແທ່ງເຍີມ/ຫົວໜ້າຄະນະບໍລິຫານໂຄງການ VNM-UNDP). |
ບັນດາການເຄື່ອນໄຫວທີ່ພວມສຸມໃສ່ພັດທະນາບັນດາສະໝູນໄພພື້ນເມືອງຢູ່ໃຕ້ຮົ່ມປ່າທີ່ມີຄຸນຄ່າທາງດ້ານເສດຖະກິດສູງເຊັ່ນ: ຕົ້ນດອກເຄມີເລີຍເຫຼືອງ, ບອນບໍ, ຕົ້ນລຸ່ງ, ຕົ້ນຕີນຮຸ້ງດອຍ,... ແລະ ຫຼາຍຮູບແບບການຫາລ້ຽງຊີບຂອງໂຄງການ BR ຢູ່ເຂດສະຫງວນຊີວະມົນທົນ ໄດ້ພິສູດໃຫ້ເຫັນວ່າ ການອະນຸລັກທຳມະຊາດບໍ່ພຽງແຕ່ແມ່ນຄວາມຮັບຜິດຊອບເທົ່ານັ້ນ, ຫາກຍັງເປັນກາລະໂອກາດພັດທະນາເສດຖະກິດ - ສັງຄົມໃຫ້ແກ່ປະຊາຊົນທາງທິດຕາເວັນຕົກແຂວງ ເຫງ້ອ່ານ ອີກດ້ວຍ.
![]() | ບັກຢາງ ຊ່ວຍເຫຼືອປະຊາຊົນ ແຂວງໄຊສົມບູນ (ລາວ) ປັບປຸງລາຍຮັບຈາກອາຊີບກະສິກຳ ຍສໝ - ຈາກລົດບັນທຸກແນວພັນປາຂ້າມພູໄປສູ່ທົ່ງນາສີຂຽວອຸ່ມທຸ່ມ, ແຂວງບັກຢາງ ໄດ້ ແລະ ພວມປະກອບສ່ວນຊ່ວຍປະຊາຊົນແຂວງໄຊສົມບູນ (ລາວ) ພັດທະນາເສດຖະກິດກະສິກຳ, ສ້າງພື້ນຖານການຫາລ້ຽງຊີບແບບຍາວນານຢ່າງໝັ້ນຄົງ. |
![]() | InterNations: ຫວຽດນາມ ແມ່ນປະເທດທີ່ມີຄ່າໃຊ້ຈ່າຍທີ່ເໝາະສົມທີ່ສຸດໃນໂລກສຳລັບຄົນຕ່າງປະເທດ ຍສໝ - ອີງຕາມບົດລາຍງານ Expat Insider 2024 ທີ່ປະຕິບັດໂດຍອົງການ InterNations, ຫວຽດນາມ ແມ່ນປະເທດທີ່ມີຄ່າໃຊ້ຈ່າຍທີ່ເໝາະສົມທີ່ສຸດໃນໂລກສຳລັບຄົນຕ່າງປະເທດ, ເປັນອັນດັບທີ 1 ໃນຈຳນວນ 174 ປະເທດ ແລະ ເຂດແຄວ້ນເມື່ອເວົ້າເຖິງດ້ານການເງິນສ່ວນບຸກຄົນ. ນີ້ກໍ່ແມ່ນປີທີ 4 ຕິດຕໍ່ກັນທີ່ ຫວຽດນາມ ໄດ້ຈັດອັນດັບໜຶ່ງໃນມາດຖານນີ້. |