ປະທານປະທານ VUFO ຟານແອງເຊີນ ໄດ້ຕ້ອນຮັບການນຳສະມາຄົມແລກປ່ຽນສາກົນຈີນ
![]() | ເພີ່ມທະວີການສົມທົບກັນລະຫວ່າງ VUFO ແລະ ບັນດາອົງການຜູ້ຕາງໜ້າ ຫວຽດນາມ ປະຈຳຕ່າງປະເທດ |
![]() | VUFO ແລະ ISCUF ເປີດກວ້າງຂົງເຂດຮ່ວມມື |
ທີ່ການພົບປະ, ທ່ານ ຟານແອງເຊີນ ປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໄດ້ຍົກໃຫ້ເຫັນບົດບາດ ແລະ ປະສິດທິຜົນຂອງ VUFO ໃນບັນດາການເຄື່ອນໄຫວໃຫຍ່ຂອງການພົວພັນປະຊາຊົນ ຫວຽດນາມ - ຈີນ ໃນໄລຍະທີ່ຜ່ານມາ. ພົ້ນເດັ່ນແມ່ນ: ການຈັດຕັ້ງບັນດາການເຄື່ອນໄຫວພົບປະກັບຜູ້ຊົງຄຸນວຸດທິມິດຕະພາບຂອງສອງປະເທດ ຫວຽດນາມ - ຈີນ, ເວທີປະຊາຊົນ ຫວຽດນາມ - ຈີນ; ຊຸກຍູ້ການຮ່ວມມືລະຫວ່າງບັນດາແຂວງ, ນະຄອນຂອງສອງປະເທດ; ໜູນຊ່ວຍວິສາຫະກິດຂອງສອງປະເທດໃນຂົງເຂດການຄ້າ ແລະ ການລົງທຶນ...
![]() |
Ông Cát Bỉnh Hiên, Chủ tịch Hội Giao lưu Quốc tế Trung Quốc (trái) tặng quà lưu niệm cho Liên hiệp các tổ chức hữu nghị Việt Nam. (Ảnh: Đinh Hòa) |
ທ່ານປະທານ ຟານແອງເຊີນ ໄດ້ສະແດງຄວາມປະທັບໃຈຕໍ່ບັນດາຜົນສຳເລັດອັນໃຫຍ່ຫຼວງຂອງ ຈີນ ໃນການພັດທະນາເສດຖະກິດ, ສັງຄົມ ແລະ ພື້ນຖານໂຄງລ່າງ. ທ່ານເຊື່ອໝັ້ນວ່າ ຈີນ ຈະສືບຕໍ່ບັນລຸບັນດາຜົນສຳເລັດໃໝ່ພາຍໃຕ້ການນຳພາຂອງພັກກອມມູນິດ ຈີນ.
ທ່ານ ຢີ່ບິງຊ່ຽນ, ປະທານສະມາຄົມການພົບປະແລກປ່ຽນສາກົນ ຈີນ ໄດ້ຕີລາຄາສູງບົດບາດຂອງ VUFO ແລະ ໄດ້ສະແດງຄວາມປິຕິຊົມຊື່ນກ່ຽວກັບບັນດາຜົນສຳເລັດຂອງ ຫວຽດນາມ ໃນການຄ້ຳປະກັນສັງຄົມ ແລະ ພັດທະນາເສດຖະກິດໃຫ້ເປັນປົກກະຕິ. ທ່ານໄດ້ແບ່ງປັນກ່ຽວກັບຂະບວນການຫັນເປັນຕົວເມືອງຂອງ ຈີນ ແລະ ປະສົບການຄຸ້ມຄອງການພັດທະນາຕົວເມືອງ ຈີນ.
ທ່ານຫວັງວ່າການຢ້ຽມຢາມຄັ້ງນີ້ ຈະແມ່ນໂອກາດເພື່ອພົວພັນແລກປ່ຽນ, ຮ່ຳຮຽນຈາກປະສົບການ, ແລກປ່ຽນຄວາມຮູ້, ພ້ອມກັນນັ້ນ ກໍ່ຊຸກຍູ້ການຮ່ວມມືໃນບັນດາຂົງເຂດວັດທະນະທຳ, ການສຶກສາ ແລະ ເພີ່ມທະວີການພົວພັນລະຫວ່າງ CAFIU ແລະ VUFO.
![]() |
Các đại biểu chụp ảnh lưu niệm. (Ảnh: Đinh Hòa) |
ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຈີນ (18 ມັງກອນ 1950 - 18 ມັງກອນ 2025), ສອງຝ່າຍເປັນເອກະພາບກັນຈະສືບຕໍ່ຈັດຕັ້ງບັນດາການເຄື່ອນໄຫວທີ່ແທດຈິງ, ປະກອບສ່ວນເພີ່ມທະວີຄວາມເຂົ້າໃຈ ແລະ ຮັດແໜ້ນການຮ່ວມມືລະຫວ່າງສອງປະເທດ.
![]() | VUFO ແລະ ISB ຮ່ວມມືເພື່ອເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະ ກັນລະຫວ່າງປະຊາຊົນ ຫວຽດນາມ ແລະ Venezuela ຍສໝ - ຕອນເຊົ້າວັນທີ 31 ຕຸລາ, ສະຫະພັນບັນດາອົງການມິດຕະພາບຫວຽດນາມ (VUFO) ໄດ້ດຳເນີນການພົບປະເຈລະຈາທາງອອນລາຍກັບສະຖາບັນ Simon Bolivar ເພື່ອສັນຕິພາບ ແລະ ຄວາມສາມັກຄີລະຫວ່າງປະຊາຊົນ (ISB - ຂຶ້ນກັບກະຊວງການຕ່າງປະເທດ Venezuela). |
![]() | VUFO ພ້ອມແລ້ວທີ່ຈະເປັນຂົວຕໍ່ ໃຫ້ແກ່ການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ຫວຽດນາມ ແລະ ອາຟຼິກາໃຕ້ ຍສໝ - ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ພ້ອມແລ້ວທີ່ຈະເຊື່ອມຕໍ່ ແລະ ຈັດຕັ້ງບັນດາການພົບປະໃຫ້ບັນດາວິສາຫະກິດຫວຽດນາມ ແລະ ອາຟຼິກາໃຕ້ ເພື່ອຊອກຫາກາລະໂອກາດລົງທຶນ ແລະ ຮ່ວມມືດຳເນີນທຸລະກິດ. ພ້ອມກັນນັ້ນ ໄດ້ຕ້ອນຮັບຄະນະຜູ້ແທນບັນດານັກວິທະຍາສາດ, ນັກຄົ້ນຄ້ວາ, ນັກສຶກສາ, ນັກສິລະປິນອາຟຼິກາໃຕ້ … ມາຢາມຫວຽດນາມ. |
ແທັງຮັ່ງ