ອານຢາງ: ເຜີຍແຜ່ຄວາມສາມາດບົ່ມຊ້ອນຮຽກເຊີນບັນດານັກລົງທຶນພາຍໃນ ແລະຕ່າງປະເທດ
![]() | ວິສາຫະກິດຫວຽດນາມ - ກຳປູເຈຍ - ລາວ 120 ແຫ່ງເຂົ້າຮ່ວມງານຕະຫຼາດນັດສາກົນຢູ່ ອານຢາງ |
![]() | ໂຄສະນາພາບພົດຂອງຢິນແຊງ ຫງອກລີງ ແລະປະຊາຊົນ ນາມຈາມີ ເຖິງເພື່ອນມິດພາຍໃນ ແລະ ຕ່າງປະເທດ |
ວັນທີ 26 ພະຈິກ, ຢູ່ນະຄອນ ໂຮ່ຈີມິນ, ຄະນະກຳມະການປະຊາຊົນແຂວງ ອານຢາງ ໄດ້ຈັດຕັ້ງກອງປະຊຸມແນະນຳຄວາມສາມາດບົ່ມຊ້ອນການລົງທຶນ ແລະ ເຜີຍແຜ່ບັນດາຜະລິດຕະພັນທີ່ເປັນສັນຍະລັກຂອງແຂວງ ດ້ວຍຫົວຂໍ້ “ອານຢາງ: ພື້ນທີ່ໃໝ່ - ມູນຄ່າໃໝ່”.
![]() |
ເຫດການມີການເຂົ້າຮ່ວມຂອງຜູ້ຕາງໜ້າບັນດາສະຫະພັນ, ສະມາຄົມວິສາຫະກິດ, ບັນດານັກລົງທຶນທັງພາຍໃນ ແລະ ຕ່າງປະເທດ. ພາບ: CTTĐT ອານຢາງ. |
ກອງປະຊຸມມີການເຂົ້າຮ່ວມຂອງ ທ່ານ ນາງ ຫງວຽນທິບິກງອກ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ແລະ ການນຳແຂວງ ອານຢາງ, ໃນນັ້ນ ມີທ່ານ ໂຮ່ວັນມື່ງ, ປະທານຄະນະກຳມະການປະຊາຊົນແຂວງ ອານຢາງ.
ຄວາມສາມາດບົ່ມຊ້ອນການຂະຫຍາຍຕົວຢ່າງກວ້າງຂວາງ
ກ່າວຄຳປາໄສທີ່ພິທີໄຂ, ທ່ານ ໂຮ່ວັນມື່ງ ໄດ້ແຈ້ງໃຫ້ຊາບກ່ຽວກັບຄວາມສາມາດບົ່ມຊ້ອນຂອງແຂວງ ອານຢາງ ບ່ອນທີ່ມີເຂດທົ່ງພຽງ, ແຫຼ່ງຊັບພະຍາກອນທຳມະຊາດທີ່ອຸດົມສົມບູນ ແລະ ບັນດາຄຸນຄ່າວັດທະນະທຳທີ່ເປັນເອກະລັກສະເພາະ.
![]() |
ທ່ານ ໂຮ່ວັນມື່ງ, ປະທານຄະນະກຳມະການປະຊາຊົນແຂວງ ອານຢາງ ກ່າວຄຳປາໄສທີ່ກອງປະຊຸມ. ພາບ: CTTĐT ອານຢາງ. |
ແຂວງ ອານຢາງ ວາງເປົ້າໝາຍພັດທະນາຮອດປີ 2030 ດ້ວຍ 3 ຂົງເຂດຈຸດສຸມຄື: ເສດຖະກິດກະສິກຳ, ການທ່ອງທ່ຽວ ແລະ ເສດຖະກິດການຄ້າຊາຍແດນ. ໃນນັ້ນ, ແມ່ນແຂວງຈະສຸມໃສ່ພັດທະນາກະສິກຳຂອບຂະໜາດໃຫຍ່, ຫຼຸດຜ່ອນການປ່ອຍອາຍພິດ, ນຳໃຊ້ເຕັກໂນໂລຢີສູງ, ຍົກສູງມູນຄ່າຜະລິດຕະພັນ. ອານຢາງ ກໍ່ພະຍາຍາມໃຫ້ກາຍເປັນສູນກາງເຂົ້າສານ ແລະ ຊັບພະຍາກອນນ້ຳຈ້ຳຈືດຂອງເຂດທົ່ງພຽງແມ່ນ້ຳ ກຶວລອງ, ພ້ອມກັນນັ້ນ ກໍ່ຍັງເປີດກວ້າງບັນດາຜະລິດຕະພັນກຳລັງຫຼວງຄື: ປາປຶ່ງ, ຜັກ ແລະ ໝາກໄມ້.
ພ້ອມກັນນັ້ນ, ອານຢາງ ກໍ່ຍັງຖືເປັນສຳຄັນການພັດທະນາການທ່ອງທ່ຽວ, ພິເສດແມ່ນການທ່ອງທ່ຽວດ້ານຈິດວິນຍານ, ປະຫວັດສາດ, ນິເວດ, ແມ່ນ້ຳ ແລະ ຊຸມຊົນ, ແນໃສ່ປະກອບສ່ວນເຂົ້າໃຫ້ງົບປະມານ ແລະ ເສດຖະກິດຂອງທ້ອງຖິ່ນຫຼາຍກວ່າ. ໃນປີ 2024, ແຂວງຄາດວ່າຈະຕ້ອນຮັບນັກທ່ອງທ່ຽວປະມານ 9 ລ້ານເທື່ອຄົນ.
![]() |
ທ່ານປະທານຄະນະກຳມະການປະຊາຊົນແຂວງ ອານຢາງ ໂຮ່ວັນມື່ງ ໄດ້ແລກປ່ຽນກັບບັນດານັກລົງທຶນຢູ່ກອງປະຊຸມ. ພາບ: CTTĐT ອານຢາງ. |
ທ່າໄດ້ປຽບດ້ານເສດຖະກິດຂອງການຄ້າຊາຍແດນຫຼາຍຢ່າງ
ກ່ຽວກັບເສດຖະກິດການຄ້າຊາຍແດນ, ອານຢາງ ມີເສັ້ນຊາຍແດນຕິດກັບ ກຳປູເຈຍ ຍາວເກືອບ 100 ກິໂລແມັດ, ດ້ວຍ 3 ເຂດເສດຖະກິດດ່ານຊາຍແດນໄດ້ວາງແຜນໃນເນື້ອທີ່ກ່ວາ 30.000 ເຮັກຕາ. ແຂວງໄດ້ກໍ່ສ້າງບັນດາພື້ນຖານໂຄງລ່າງທີ່ສຳຄັນຄື ທາງດ່ວນ ເຈົາດົກ - ເກີນເທີ - ຊອກຈັ່ງ ແລະ ຂົວ ເຈົາດົກ, ເຊື່ອມຕໍ່ກັບບັນດາແຂວງ ແລະ ພາກພື້ນ, ສ້າງເງື່ອນໄຂສະດວກໃຫ້ແກ່ການພັດທະນາການຄ້າ ແລະ ດຶງດູດການລົງທຶນ.
ນອກຈາກນັ້ນ, ເພື່ອເສີມຂະຫຍາຍຄວາມສາມາດບົ່ມຊ້ອນ ແລະ ທ່າໄດ້ປຽບໃຫ້ຫຼາຍສຸດດ້ານເສດຖະກິດການຄ້າຊາຍແດນ, ແຂວງ ອານຢາງ ກໍ່ໄດ້ຮັບຄວາມເອົາໃຈໃສ່ຈາກລັດຖະບານລົງທຶນເຂົ້າໂຄງການທາງບົກດ່ວນ ເຈົາດົກ - ເກີນເທີ - ຊອກຈັ່ງ ເຊື່ອມຕໍ່ກັບທ່າກຳປັ່ນສາກົນ ເຈີ່ນເດ່ ຢູ່ແຂວງ ຊອກຈັ່ງ, ເສັ້ນທາງຫຼວງແຫ່ງຊາດ N1 ແລະ ຂົວ ເຈົາດົກ ເຊື່ອມຕໍ່ກັບແຂວງ ດົ່ງທາບ ແລະ ກຽນຢາງ... ຈາກນັ້ນ, ກໍ່ໄດ້ຊ່ວຍໃຫ້ແຂວງ ອານຢາງ ເປີດກວ້າງພື້ນທີ່, ສ້າງກຳລັງໜູນໃຫ້ພັດທະນາເສດຖະກິດ - ສັງຄົມ ແລະ ມີທ່າໄດ້ປຽບໃນການດຶງດູດການລົງທຶນ, ພິເສດແມ່ນດຶງດູດບັນດານັກລົງທຶນຍຸດທະສາດເຂົ້າເຂດເສດຖະກິດດ່ານຊາຍແດນຂອງແຂວງ.
ທ່ານປະທານຄະນະກຳມະການປະຊາຊົນແຂວງ ອານຢາງ ເນັ້ນໜັກວ່າ: ດ້ວຍຫົວຂໍ້ກອງປະຊຸມ “ອານຢາງ: ພື້ນທີ່ໃໝ່ - ມູນຄ່າໃໝ່” ຄືເປັນສານຂອງແຂວງ ອານຢາງ ປາດຖະໜາຢາກສົ່ງຜ່ານເຖິງນັກລົງທຶນ, ນັກວິສາຫະກິດທັງໝົດຢູ່ພາຍໃນ ແລະ ຕ່າງປະເທດກ່ຽວກັບບັນດາຄຸນຄ່າ ແລະ ເນື້ອໃນສຳຄັນຕົ້ນຕໍຂອງວາງແຜນແຂວງ ອານຢາງ ໄລຍະ 2021 - 2030, ມີວິໄສທັດຮອດປີ 2050 ໄດ້ຮັບການອະນຸມັດຈາກນາຍົກລັດຖະມົນຕີ. ພ້ອມກັນນັ້ນ, ແຂວງ ອານຢາງ ກໍ່ປາດຖະໜາຢາກມີໂອກາດໂຄສະນາຮູບພາບ, ຄຸນຄ່າວັດທະນະທຳ, ປະຫວັດສາດ, ບັນດາຜະລິດຕະພັນທ້ອງຖິ່ນທີ່ເປັນສັນຍະລັກຂອງທ້ອງຖີ່ນຜ່ານພື້ນທີ່ວາງສະແດງທີ່ກອງປະຊຸມ.
![]() |
ບົດບັນທຶກຕົກລົງຮ່ວມມື ແລະ ການສຳຫຼວດການລົງທຶນທີ່ກອງປະຊຸມ. ພາບ: CTTĐT ອານຢາງ. |
ທ່ານປະທານຄະນະກຳມະການປະຊາຊົນແຂວງ ອານຢາງ ໂຮ່ວັນມື່ງ ຢືນຢັນວ່າ: ດ້ວຍທິດນຳ “ການປະສົບຜົນສຳເລັດ ແລະ ພັດທະນາວິສາຫະກິດ ກໍ່ຄືການປະສົບຜົນສຳເລັດ ແລະ ພັດທະນາຂອງແຂວງ”. ອານຢາງ ຍາມໃດກໍ່ເປີດປະຕູຕ້ອນຮັບບັນດານັກລົງທຶນ, ພ້ອມກັນນັ້ນ ກໍ່ໃຫ້ຄຳໝັ້ນສັນຍາຂະຮ່ວມເດີນທາງ, ສ້າງເງື່ອນໄຂສະດວກທີ່ສຸດເພື່ອຫັນປ່ຽນແນວຄິດຂອງນັກລົງທຶນ ແລະ ບັນດາເປົ້າໝາຍໃນການວາງແຜນຂອງແຂວງໃຫ້ປະກົດຜົນເປັນຈິງ.
![]() | ການເຄື່ອນໄຫວສະເຫຼີມສະຫຼອງ 132 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ ຢູ່ພາຍປະເທດ ແລະ ຕ່າງປະເທດ ເງະອານ - ບ້ານ ແຊນ ແຫ່ງບ້ານເກີດເມືອງນອນຂອງ ລຸ່ງໂຮ່, ນະຄອນ ໂຮ່ຈີມິນ - ນະຄອນໃສ່ຊື່ຄຳ. |
ແທັງຮັ່ງ