Dick Hughes ແລະ ວິວັດການຮ່ວມເດີນທາງພ້ອມກັບ ຫວຽດນາມ ເກືອບ 6 ທົດສະວັດ
![]() | 5 ກຸ່ມເປົ້າໝາຍວຽກງານຂອງ 6 ເດືອນທ້າຍປີ 2024 |
![]() | ບັນດາບາດກ້າວພາຍຫຼັງ 6 ເດືອນຂອງການຍົກລະດັບການພົວພັນ ຫວຽດນາມ - ອາເມລິກາ |
ມອບຄວາມຮັກໃຫ້ເດັກພະເນຈອນ ຫວຽດນາມ
ພວກເຮົາໄດ້ພົບປະກັບທ່ານ Dick Hughes ໃນເດືອນຕຸລາ 2024 ຢູ່ຮ່າໂນ້ຍ, ເປັນຄັ້ງທີ 4 ທີ່ທ່ານກັບມາປະເທດຫວຽດນາມ. ໃນການສົນທະນາ, ທ່ານໄດ້ແບ່ງປັນກ່ຽວກັບເສັ້ນທາງທີ່ຍາວຂອງຕົນໃນການຊ່ວຍເຫຼືອເດັກພະເນຈອນ, ຜູ້ຖືກເຄາະຮ້າຍຈາກທາດພິດສີສົ້ມ ແລະ ບັນດາການຄາດໝາຍໃນຕໍ່ໜ້າ.
ເມື່ອຍັງເປັນນັກຮຽນ, Dick Hughes ໄດ້ຖືກດູດດຶງໂດຍບັນດາຂ່າວການສູ້ຮົບ ແລະ ບັນດາການຮຽນຕ້ານສົງຄາມ. ເດືອນເມສາ ປີ 1968, ທ່ານຕັດສິນໃຈໄປຫວຽດນາມ, ເພື່ອຫວັງວ່າຈະຊອຫຮູ້ຕົວຈິງກ່ຽວກັບສົງຄາມ. “ໃນເວລານັ້ນ, ຂ້າພະເຈົ້າຮູ້ຈັກຫວຽດນາມ ພຽງແຕ່ຜ່ານທາງໂທລະພາບ, ບໍ່ຮູ້ຫຍັງກ່ຽວກັບຜູ້ຄົນຢູ່ທີ່ນີ້”, ທ່ານຄິດຄືນ.
![]() |
ນັກສະແດງ, ອາຈານສອນຢູ່ມະຫາວິທະຍາໄລ ແລະ ນັກເຄື່ອນໄຫວມະນຸດສະທໍາຊາວອາເມລິກາ ທ່ານ Richard Hughes (ຫຼືເອີ້ນວ່າ Dick Hughes) ໄດ້ຕອບສຳພາດຕໍ່ນັກຂ່າວຈາກວາລະສານ ຍຸກສະໄໝ. (ຮູບພາບ: ດິ່ງຮວາ) |
ຫຼາຍມື້ຢູ ໄຊງ່ອນ, ທ່ານ Dick ໄດ້ເຫັນເດັກນ້ອຍຫຼາຍຄົນເລ່ລ້ອນ, ບໍ່ຮູ້ວ່າຄອບຄົວຂອງຕົນຢູ່ໃສ. ຖ້າຖືກຈັບໄດ້, ຕຳຫຼວດຈະເອົາເຂົາເຈົ້າເຂົ້າຄຸກ. ນີ້ແມ່ນເວລາທີ່ Dick ຕັດສິນໃຈຊ່ວຍເດັກນ້ອຍພະເນຈອນ. ທ່ານບໍ່ໄດ້ກັບຄືນອາເມລິກາ ຕາມຄາດໝາຍ, ແຕ່ແທນທີ່ນັ້ນແມ່ນໃຊ້ເງິນສໍາລັບຊື້ປີ້ຍົນເພື່ອໄປເຊົ່າຫ້ອງໜຶ່ງຢູ່ຖະຫນົນ ຟ້າມຫງຸລ໊າວ, ນັ້ນແມ່ນທີ່ພັກອາໄສໃຫ້ແກ່ເດັກນ້ອຍ. ໃນເບື້ອງຕົ້ນມີເດັກນ້ອຍພຽງແຕ່ 11 ຄົນ, ແຕ່ຫຼັງຈາກນັ້ນກໍ່ຄ່ອຍເພີ່ມຂຶ້ນ. ໃນຕະຫຼອດ 8 ປີທີ່ດຳລົງຊີວິດຢູ່ ຫວຽດນາມ, ທ່ານໄດ້ຮັບເດັກພະເນຈອນປະມານ 2.000 ຄົນ ແລະ ຕອນໃດກໍ່ມີເດັກນ້ອຍປະມານ 300 ຄົນອາໄສຢູ່ບັນດາເຮືອນທີ່ທ່ານເຊົ່ານັ້ນ.
![]() |
ປື້ມ album ທີ່ເກັບຮູບພາບຂອງບັນດາເດັກພະເນຈອນທີ່ Dick ເຄີຍເບິ່ງແຍງ ຍາມໃດກໍ່ຢູ່ໃນກະເປົ໋າຂອງທ່ານທຸກຄັ້ງທີ່ທ່ານກັບຄືນມາຫວຽດນາມ. |
ຍ້ອນງົບປະມານຈຳກັດ, ເບື້ອງຕົ້ນທ່ານສາມາດສະໜອງນ້ຳນົມ ແລະ ເຂົ້າຈີ່ໃຫ້ແກ່ບັນດາເດັກນ້ອຍເທົ່ານັ້ນ. ຈາກນັ້ນທ່ານໄດ້ຮຽກຮ້ອງການຊ່ວຍເຫຼືອຈາກອົງການຈັດຕັ້ງການກຸສົນຢູ່ອາເມລິກາ ແລະ ໃນ ປີ 1970, ໂຄງການ Shoeshine Boy ໄດ້ຖືກສ້າງຕັ້ງຂຶ້ນຢູ່ນິວຢອກ ເພື່ອຫນູນຊ່ວຍດ້ານການເງິນໃຫ້ໂຄງການ. Dick ບໍ່ໄດ້ວາງອອກຂໍ້ກໍານົດລະບຽບທີ່ເຄັ່ງຄັດໃຫ້ບັນດາເດັກນ້ອຍ. ຖ້າພວກເຂົາຢາກຮຽນໜັງສື, ທ່ານກໍ່ສົ່ງພວກເຂົາໄປໂຮງຮຽນ, ຖ້າພວກເຂົາຢາກຮຽນອາຊີບ, ທ່ານສ້າງເງື່ອນໄຂໃຫ້ພວກເຂົາຮຽນອາຊີບ, ຖ້າບໍ່ຮຽນຫຍັງ ແມ່ນພວກເຂົາຍັງສາມາດສືບຕໍ່ເຮັດວຽກຂັດເກີບ.
ຫຼັງຈາກປະເທດຊາດເປັນເອກະພາບ, Dick ກັບຄືນໄປອາເມລິກາ ໃນເດືອນສິງຫາ 1976, ເປັນຄົນອາເມລິກາ ສຸດທ້າຍທີ່ອອກຈາກ ຫວຽດນາມ. ໃນບົດຂຽນໃນໜັງສືພິມ New York Times, ທ່ານແບ່ງປັນວ່າ: “ຂ້າພະເຈົ້າມີໜີ້ກັບປະຊາຊົນຫວຽດນາມ. ພວກເຂົາເຈົ້າໄດ້ຊ່ວຍໃຫ້ຂ້າພະເຈົ້າເຂົ້າໃຈກ່ຽວກັບຄວາມຮັກ, ຄວາມເຫັນອົກເຫັນໃຈ ແລະ ຄວາມເປັນທໍາຂອງມະນຸດ”.
ການເຄື່ອນໄຫວເພື່ອຜູ້ຖືກເຄາະຮ້າຍຈາກທາດພິດສີສົ້ມ
Dick Hughes ໄດ້ກັບຄືນໄປຫວຽດນາມ ຫຼາຍຄັ້ງ, ຄັ້ງທຳອິດໃນປີ 2001. ແຕ່ລະຄັ້ງ, ທ່ານໄດ້ພັກເຊົາປະມານ 5 ຫຼື 6 ອາທິດ ເພື່ອຢ້ຽມຢາມ ແລະ ເຫັນປະຈັກເຖິງຊີວິດໃໝ່ຂອງເດັກນ້ອຍຫຼາຍຄົນທີ່ທ່ານໄດ້ເຄີຍເບິ່ງແຍງ.
![]() |
Dick Hughes ໄດ້ພົບບັນດາ "ນ້ອງໆ" ທີ່ທ່ານເຄີຍເບິ່ງແຍງ ໃນຄັ້ງທີ່ກັບຄືນມາປະເທດ ຫວຽດນາມ ໃນປີ 2007. (ຮູບພາບ: NVCC) |
ນັບແຕ່ປີ 2016, Dick ໄດ້ກັບຄືນມາປະເທດຫວຽດນາມ ດ້ວຍຈຸດປະສົງອື່ນ, ນັ້ນແມ່ນສຸມໃສ່ໜູນຊ່ວຍຜູ້ຖືກເຄາະຮ້າຍຈາກທາດພິດສີສົ້ມ. ໃນກະເປົ໋າຂອງຕົນເມື່ອກັບຄືນມາປະເທດ ຫວຽດນາມ, ທ່ານກໍ່ຖືປື້ມ album ຮູບພາບເກົ່າກ່ຽວກັບເດັກນ້ອຍ. “ນັ້ນແມ່ນຄວາມຊົງຈຳທີ່ມີລ້ຳຄ່າທີ່ສຸດສຳລັບຂ້າພະເຈົ້າ. ຮູບພາບຂອງເດັກນ້ອຍໃນອະດີດໄດ້ສ້າງກຳລັງຜັກດັນເພື່ອຂ້າພະເຈົ້າປະຕິບັດໂຄງການຊ່ວຍເຫຼືອຜູ້ເຄາະຮ້າຍຈາກທາດພິດສີສົ້ມໃນປັດຈຸບັນ”.
ການກັບຄືນໄປຫວຽດນາມ ໃນປີ 2024 ແມ່ນຄັ້ງທີ 4 ຂອງທ່ານ. ໃນການເດີນທາງຄັ້ງນີ້, ທ່ານໄດ້ໄປຢ້ຽມຢາມສູນດູແລຜູ້ຖືກເຄາະຮ້າຍຈາກທາດພິດສີສົ້ມຢູ່ຫລາຍເມືອງຄື: ໂຮ່ຈີມິງ, ຮ່າໂນ້ຍ, ດ່າໜັງ ແລະ ກວາງຈີ້. ທ່ານກໍ່ລະດົມບັນດາວິສາຫະກິດຢູ່ໃນຫວຽດນາມ ປະກອບສ່ວນໃຫ້ສະມາຄົມຜູ້ຖືກເຄາະຮ້າຍຈາກທາດພິດສີສົ້ມ, ເພາະວ່າຕາມທ່ານ, ເຖິງວ່າອາເມລິກາ ໃຊ້ເງິນເພື່ອລ້າງທາດພິດດີໂອຊິນຢູ່ສະໜາມບິນ ດ່າໜັງ ແລະ ບຽນຮວ່າ, ແຕ່ເງິນສ່ວນຫຼາຍຍັງແມ່ນໃຊ້ຈ່າຍໃນການບຳບັດສິ່ງແວດລ້ອມໃຫ້ສະອາດ, ຍັງເຫຼືອພຽງເລັກໜ້ອຍທີ່ຈະຊ່ວຍເຫຼືອຜູ້ຖືກເຄາະຮ້າຍ.
![]() |
ວັນທີ 10 ຕຸລາ, ທ່ານ Dick Hughes ໄດ້ເຂົ້າຮ່ວມການໂອ້ລົມສົນທະນາ “ຟັງສຽງເອີ້ນດ້ວຍການສຳຜັດອິນຊີ: ທາດພິດສີສົ້ມ – ບັນດາສຽງເວົ້າຂອງກຳລັງແຮງ, ຄວາມອົງອາດ ແລະ ການຂົນຂວາຍນະໂຍບາຍ” ທີ່ຈັດຂຶ້ນຢູ່ມະຫາວິທະຍາໄລ Fulbright ຫວຽດນາມ. (ຮູບພາບ: NVCC) |
ວັນທີ 10 ຕຸລາ, ທ່ານ Dick ໄດ້ເຂົ້າຮ່ວມການໂອ້ລົມສົນທະນາ “ຟັງສຽງເອີ້ນດ້ວຍການສຳຜັດອິນຊີ: ທາດພິດສີສົ້ມ – ບັນດາສຽງເວົ້າຂອງກຳລັງແຮງ, ຄວາມອົງອາດ ແລະ ການຂົນຂວາຍນະໂຍບາຍ” ຢູ່ມະຫາວິທະຍາໄລ Fulbright ຫວຽດນາມ. ຢູ່ທີ່ນີ້, ທ່ານແບ່ງປັນການເຄື່ອນໄຫວຂອງຕົນໃນການຊ່ວຍເຫຼືອເດັກພະເນຈອນ ແລະ ໄດ້ຮັບຟັງບັນດາເລື່ອງລາວບືນຕົວຂຶ້ນໃນຊີວິດຂອງບັນດາຜູ້ຖືກເຄາະຮ້າຍຈາກທາດພິດສີສົ້ມ.
ທີ່ແຂວງກວາງຈິ້, ທ່ານໄດ້ໄປຢ້ຽມຢາມ RENEW, ໂຄງການສຸມໃສ່ການຟື້ນຟູສິ່ງແວດລ້ອມ ແລະ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ພິເສດແມ່ນການແກ້ໄຂບັນຫາລະເບີດທີ່ບໍ່ທັນແຕກ. ໃນການຢ້ຽມຢາມ, ທ່ານໄດ້ປຶກສາຫາລືກ່ຽວກັບການສ້າງຕັ້ງກຸ່ມ “ເພື່ອນຫວຽດນາມ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ” (FAOV) ເພື່ອຍົກສູງຄວາມຮັບຮູ້ ແລະ ລະດົມທຶນໃຫ້ຜູ້ປະສົບເຄາະຮ້າຍ.
![]() |
ທ່ານ Dick Hughes ໄດ້ໄປຢ້ຽມຢາມອົງການ RENEW ເພື່ອຫາລືກ່ຽວກັບຂໍ້ສະເຫນີໃນການສ້າງກຸ່ມ “ເພື່ອນຫວຽດນາມ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ” (FAOV), ເພື່ອຍົກສູງຄວາມຮັບຮູ້ຂອງຊຸມຊົນ ແລະ ສົ່ງເສີມການລະດົມທຶນສຳລັບຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ. (ຮູບ: RENEW) |
ທ່ານ Dick Hughes ກ່າວວ່າ ພາຍຫຼັງກັບຄືນເມືອອາເມລິກາແລ້ວ, ທ່ານຈະສືບຕໍ່ດຸ່ນດ່ຽງວຽກງານການສະແດງ ແລະ ການລະດົມທຶນ. ທ່ານກ່າວວ່າ: “ກຳລັງຜັກດັນຂອງຂ້າພະເຈົ້າແມ່ນການແລກປ່ຽນຄຸນຄ່າວັດທະນະທຳມະນຸດລະຫວ່າງ ຫວຽດນາມ ແລະ ອາເມລິກາ ແລະ ປະກອບສ່ວນກໍ່ສ້າງຄືນໃໝ່ທັງດ້ານວັດຖຸ ທັງຈິດໃຈຢູ່ ຫວຽດນາມ ພາຍຫຼັງສົງຄາມ”.
![]() | ລັດຖະບານ ຫວຽດນາມ ວາງເປົ້າໝາຍບັນລຸລະດັບການເຕີບໂຕ 6 – 6.5% ໃນປີ 2022 ຍສໝ - ລັດຖະບານຫາກໍ່ໄດ້ປະກາດໃຊ້ມະຕິ 01 ກ່ຽວກັບໜ້າທີ່, ມາດຕະການຫຼັກແຫຼ່ງເພື່ອປະຕິບັດ ແຜນການພັດທະນາເສດຖະກິດ - ສັງຄົມ ແລະ ແຜນງົບປະມານແຫ່ງລັດປີ 2022, ມານະພະຍາຍາມບັນລຸລະດັບການເຕີບໂຕ 6 – 6.5%, GDP ສະເລຍຕໍ່ຫົວຄົນບັນລຸ 3900 USD. |
![]() | ການພົບປະແລກປ່ຽນມິດຕະພາບປ້ອງກັນຊາດຊາຍແດນ ຫວຽດນາມ - ຈີນ ຄັ້ງທີ 6 ຫວຽດນາມ ແລະຈີນ ຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອສືບຕໍ່ຮັກສາ, ເພີ່ມພູນຄູນສ້າງໃຫ້ສາຍພົວພັນການຮ່ວມມື ມິດຕະພາບ ລະຫວ່າງປະຊາຊົນ ແລະ ບັນດາກຳລັງປົກປັກຮັກສາຊາຍແດນສອງປະເທດ. |
ແທັງຮັ່ງ