ການນຳພັກ, ລັດ ຫວຽດນາມ ສົ່ງໂທລະເລກອວຍພອນສະເຫຼີມສະຫຼອງ 75 ປີແຫ່ງວັນຊາດຈີນ
![]() | ສະພາແຫ່ງຊາດ ຫວຽດນາມ-ລາວ ແບ່ງປັນບົດຮຽນປະສົບການໃນການສ້າງນະໂຍບາຍພັດທະນາເສດຖະກິດ-ສັງຄົມ |
![]() | ກອງປະຊຸມສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງສະຖານທູດ ກູບາ ປະຈຳ ໄຕນິງ |
ໃນໂທລະເລກອວຍພອນ, ການນຳພັກ, ລັດ ຫວຽດນາມ ໄດ້ສະແດງຄວາມຕີລາຄາສູງ ແລະ ຊົມເຊີຍບັນດາຜົນງານອັນສຳຄັນໃນການພັດທະນາເສດຖະກິດ - ສັງຄົມ, ປະຕິຮູບການເປີດປະຕູທີ່ພັກ, ລັດ ແລະ ປະຊາຊົນຈີນ ບັນລຸໄດ້ໃນ 75 ປີຜ່ານມາ; ເຊື່ອໝັ້ນວ່າ ພາຍໃຕ້ການນຳພາຂອງສູນກາງພັກກອມມູນິດຈີນ ໂດຍສະຫາຍເລຂາທິການໃຫຍ່, ປະທານປະເທດຈີນ ສີຈິ້ນຜິງ ເປັນແກນນຳ, ຈີນ ຈະປະຕິບັດສຳເລັດບັນດາເປົ້າໝາຍ, ໜ້າທີ່ພັດທະນາຍຸດທະສາດທີ່ກອງປະຊຸມໃຫຍ່ຄັ້ງທີ 20 ຂອງພັກກອມມູນິດຈີນ ໄດ້ວາງອອກຢ່າງມີໄຊ, ສ້າງສາປະເທດຈີນໃຫ້ກາຍເປັນປະເທດທີ່ທັນສະໄໝ, ຮັ່ງມີ, ເຂັ້ມແຂງ, ມີປະຊາທິປະໄຕ, ສີວິໄລ, ກົມກຽວກັນ ແລະ ສວຍງາມ ໂດຍໄວ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຢ່າງຈະເລີນຮຸ່ງເຮືອງ ຢູ່ພາກພື້ນ ແລະ ໃນໂລກ.
![]() |
ການນຳພັກ, ລັດ, ສະພາແຫ່ງຊາດຫວຽດນາມ ໄດ້ສົ່ງໂທລະເລກອວຍພອນເຖິງບັນດາການນຳຈີນ ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນຊາດຈີນ (ພາບປະກອບ). |
ໂດຍເນັ້ນໜັກວ່າ ພັກ, ລັດ ແລະ ປະຊາຊົນຫວຽດນາມ ຍາມໃດກໍ່ກຳນົດການເພີ່ມທະວີ ແລະ ພັດທະນາການພົວພັນທີ່ໝັ້ນຄົງ, ປອດໃສ, ມິດຕະພາບໃນການຮ່ວມມືກັບຈີນ ແມ່ນການຄັດເລືອກຍຸດທະສາດ, ບຸລິມະສິດອັນດັບໜຶ່ງໃນແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຝ່າຍ, ຫັນເປັນຫຼາຍຮູບຫຼາຍແບບການພົວພັນທາງການທູດຂອງ ຫວຽດນາມ, ບັນດາສະຫາຍການນຳພັກ, ລັດ ຫວຽດນາມ ຢືນຢັນຄວາມພ້ອມທີ່ຈະພ້ອມກັບການນຳຂັ້ນສູງຈີນ ຮັກສາການພົບປະແລກປ່ຽນຢ່າງເປັນປະຈຳ, ເພີ່ມທະວີການກຳນົດທິດຍຸດທະສາດໃຫ້ແກ່ການພົວພັນສອງຝ່າຍຕາມຄວາມຮັບຮູ້ລວມຂັ້ນສູງ; ເພີ່ມພູນຄູນສ້າງ, ປັບປຸງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງພັກ, ສອງລັດຢ່າງບໍ່ຢຸດຢັ້ງ, ຍົກສູງຄວາມເຂົ້າໃຈເຊິ່ງກັນ ແລະ ກັນລະຫວ່າງປະຊາຊົນສອງປະເທດ, ສືບຕໍ່ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ກໍ່ສ້າງປະຊາຄົມແບ່ງປັນອານາຄົດ ຫວຽດນາມ - ຈີນ ພັດທະນາກ້າວເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງ ແລະ ນັບມື້ນັບແທດຈິງ, ມີປະສິດທິຜົນ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາຂອງພາກພື້ນ ແລະ ໃນໂລກ.
ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ, ປະທານສະພາແຫ່ງຊາດຫວຽດນາມ ເຈີ່ນແທ່ງເໝິນ ກໍ່ໄດ້ສົ່ງໂທລະເລກອວຍພອນເຖິງທ່ານນາຍົກລັດຖະມົນຕີຈີນ ຫຼີສຽງ ແລະ ຫົວໜ້າກຳມະການ ຄະນະປະຈຳກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຈີນ ຊ່າວເລຈີ່.
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ບຸ່ຍແທງເຊີນ, ປະທານຄະນະກຳມະການຊີ້ນຳການຮ່ວມມືສອງຝ່າຍຫວຽດນາມ - ຈີນ ກໍ່ໄດ້ສົ່ງໂທລະເລກອວຍພອນເຖິງສະຫາຍ ຫວ່າງອີ, ຫົວໜ້າຫ້ອງວ່າການຄະນະກຳມະການວຽກງານພົວພັນຕ່າງປະເທດສູນກາງ, ລັດຖະມົນຕີກະຊວງການຕ່າງປະເທດຈີນ, ປະທານຄະນະກຳມະການຊີ້ນຳການຮ່ວມມືສອງຝ່າຍຈີນ-ຫວຽດນາມ.
![]() | ນັກສຶກສາລາວ ແລະ ກຳປູເຈຍສະເຫຼີມສະຫຼອງປີໃຫມ່ຫວຽດນາມ ຍສໝ - ຊົມຖະໜົນຫົນທາງທີ່ເຕັມໄປດ້ວຍສີສັນ, ມ່ວນຊື່ນກັບອາຫານພື້ນເມືອງໃນຍາມບຸນເຕັດ, ຮັບເງິນໂຊກ... ແມ່ນກິດຈະກຳທີ່ເຮັດໃຫ້ໄວໜຸ່ມລາວ ແລະ ກຳພູຊາ ມີຄວາມຕື່ນຕົວໃນບຸນເຕັດ ຫວຽດນາມ. |
ມີງດຶກ