00:00 | 24/08/2024

ເຕັມໄປດ້ວຍສາຍຈິດມິດໃຈແຫ່ງການແຮກສ່ຽວກຸ່ມບ້ານເຂດຊາຍແດນແທງຮວ໊າ-ຫົວພັນ

ກອງບັນການທະຫານຊາຍແດນແຂວງເຊີນລາ ແລະ ກອງຮ້ອຍທະຫານຊາຍແດນ 231, ປກຊ ແຂວງ ຫົວພັນ ຈັດກອງປະຊຸມສ່ອງແສງ ກອງບັນການທະຫານຊາຍແດນແຂວງເຊີນລາ ແລະ ກອງຮ້ອຍທະຫານຊາຍແດນ 231, ປກຊ ແຂວງ ຫົວພັນ ຈັດກອງປະຊຸມສ່ອງແສງ
ກອງບັນຊາການທະຫານແຂວງ ຫົວພັນ ໄປອວຍພອນປີໃຫ້ຫວຽດ ໃຫ້ແກ່ ກອງບັນຊາການທະຫານແທັງຫວ໋າ ກອງບັນຊາການທະຫານແຂວງ ຫົວພັນ ໄປອວຍພອນປີໃຫ້ຫວຽດ ໃຫ້ແກ່ ກອງບັນຊາການທະຫານແທັງຫວ໋າ

ພາຍຫຼັງ 10 ກວ່າປີທີ່ຜັນຂະຫຍາຍການປະຕິບັດຮູບແບບ “ແຮກສ່ຽວບ້ານ-ບ້ານ” ຢູ່ເຂດຊາຍແດນ ແທງຮວ໊າ - ຫົວພັນ, ໄດ້ຢືນຢັນລັກສະນະຖືກຕ້ອງໃນວຽກງານການທູດປະຊາຊົນ ສ້າງຂີດໝາຍພິເສດກ່ຽວກັບນ້ຳໃຈສາມັກຄີ, ມິດຕະພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ - ລາວ ທີ່ສະໜິດຕິດພັນຢູ່ເຂດຊາຍແດນປະເທດຊາດ.

ຄວາມສະໜິດຕິດພັນຢູ່ເຂດຊາຍແດນ

ນັບແຕ່ວັນ “ແຮກສ່ຽວ” ລະຫວ່າງບ້ານ ແກ້ວ, ຕາແສງ ບ້າດມອດ (ເທື່ອງຊວນ) ແລະບ້ານທ່າເລົ່າ, ກຸ່ມບ້ານໂພນໄຊ, ເມືອງຊຳໃຕ້, ແຂວງຫົວພັນ (ສປປ ລາວ), ປະຊາຊົນສອງບ້ານຢູ່ເຂດຊາຍແດນຍິ່ງມີຄວາມສະໜິດຕິດພັນບໍ່ພຽງແຕ່ສະແດງໃຫ້ເຫັນຜ່ານການກະທໍາ, ສຽງເວົ້າເທົ່ານັ້ນ ຫາກຍັງຜ່ານບັນດາວຽກງານລະອຽດ ແລະແທດຈິງ ຄື ຊ່ວຍເຫຼືອກັນໃນຍາມປະສົບກັບຄວາມຫຍຸ້ງຍາກ; ແບ່ງປັນບົດຮຽນປະສົບການໃນການພັດທະນາເສດຖະກິດ, ລົບລ້າງຄວາມອຶດຫິວ ແລະຫຼຸດຜ່ອນຄວາມທຸກຍາກ; ຮ່ວມແຮງຮ່ວມໃຈປົກປັກຮັກສາເສັ້ນຊາຍແດນ ແລະຫຼັກໝາຍຊາຍແດນ... ອີກດ້ວຍ.

ທ່ານ ອິນປານ ທິດເທົາປຸ້ງ, ຢູ່ບ້ານທ່າເລົ່າ, ກຸ່ມບ້ານໂພນໄຊ ຍັງຄົງຈື່ຈຳພິທີແຮກສ່ຽວລະຫວ່າງ 2 ບ້ານ ທ່າເລົ່າ-ແກ້ວ ທີ່ຈັດຂຶ້ນໃນວັນທີ 28 ພຶດສະພາ 2014. ໃນ 13 ເນື້ອໃນທີ່ໄດ້ລົງນາມນັ້ນ, ທ່ານ ອິນປານ ທິດເທົາປຸ້ງ ຍາມໃດກໍ່ຈື່ຈຳເຖິງຂໍ້ກຳນົດສ້າງເງື່ອນໄຂໃຫ້ປະຊາຊົນສອງປະເທດໄປມາຫາສູ່ກັນ, ຢ້ຽມຢາມຍາດຕິພີ່ນ້ອງ ແລະແລກປ່ຽນສິນຄ້າ; ຊ່ວຍເຫຼືອກັນລົບລ້າງຄວາມອຶດຫີວ, ຫຼຸດຜ່ອນຄວາມທຸກຍາກ, ພັດທະນາການຜະລິດສ້າງເສດຖະກິດຄອບຄົວ ຈາກນັ້ນຍົກສູງຊີວິດທາງດ້ານວັດຖຸ ແລະຈິດໃຈໃຫ້ປະຊາຊົນ.

ທ່ານ ອິນປານ ທິດເທົາປຸ້ງ, ອາຍຸ 69 ປີ, ໃຫ້ຮູ້ວ່າ, ຫວຽດນາມ ຄືດັ່ງບ້ານເກີດເມືອງນອນແຫ່ງທີສອງຂອງຕົນ, ເພາະວ່າພໍ່ຂອງລາວໄດ້ເອົາເມຍ ແມ່ນຄົນຫວຽດນາມຢູ່ເທດສະບານເທື່ອງຊວນ. ສອງຄົນດໍາລົງຊີວິດຢູ່ນຳກັນມາໄດ້ສິບກວ່າປີ ແຕ່ບໍ່ມີລູກ, ຈາກນັ້ນພໍ່ຂອງລາວໄດ້ກັບເມືອທຳມາຫາກິນຢູ່ບ້ານເກີດ. ເຖິງແມ່ນວ່າທັງສອງບໍ່ໄດ້ຢູ່ຮ່ວມກັນອີກ, ແຕ່ ສອງຄອບຄົວຍັງໄປມາຫາສູ່ກັນເປັນປະຈໍາ, ສະນັ້ນຍິ່ງມີຄວາມສະໜິດຕິດພັນກວ່າ.

ທ່ານ ອິນປານ ທິດເທົາປຸ້ງ ມີລູກ 4 ຄົນ, ໃນນັ້ນ 2 ຄົນໄດ້ຮຽນຢູ່ຫວຽດນາມ ພາຍຫຼັງກັບເມືອປະເທດ, ໄດ້ມີວຽກເຮັດງານທຳເປັນປົກກະຕິຢູ່ນະຄອນຫຼວງວຽງຈັນ. ແຕ່ລະປີ, ລູກ 2 ຄົນເຄີຍຮ່ວມກັບຄະນະປະຕິບັດງານຂອງ ສປປ ລາວ ໄປຫວຽດນາມ ເຂົ້າຮ່ວມຊຸດຝຶກອົບຮົມ ເພື່ອຍົກສູງລະດັບວິຊາສະເພາະ.

ນັບດົນນານມາແລ້ວ, ທ່ານ ອິນປານ ທິດເທົາປຸ້ງ ໄດ້ສະໜິດຕິດພັນກັບເທື່ອງຊວນ, ເພາະວ່າລາວເປີດຮ້ານຂາຍເຄື່ອງຢູ່ທີ່ນີ້. ໃນສິບປີຜ່ານມາ, ເດືອນລະເທື່ອ, ລາວໄດ້ມາເທດສະບານ ເທື່ອງຊວນ ເພື່ອຊື້ເຄື່ອງຂອງມາຮັບໃຊ້ປະຊາຊົນໃນບໍລິເວນ. ລາວເວົ້າວ່າ, ຊາວໃນໝູ່ບ້ານຂອງລາວ ນິຍົມສິນຄ້າຂອງຫວຽດນາມ ຫຼາຍເພາະທັງມີຄຸນນະພາບດີທັງມີລາຄາຖືກ.

ເຕັມໄປດ້ວຍສາຍຈິດມິດໃຈແຫ່ງການແຮກສ່ຽວກຸ່ມບ້ານເຂດຊາຍແດນແທງຮວ໊າ-ຫົວພັນ
ຄ້າຍທະຫານຊາຍແດນບ້າດມອດ ຊ່ວຍເຫຼືອນ້ອງ ບູນຊູ ຢູ່ບ້ານທ່າເລົ່າ, ກຸ່ມບ້ານໂພນໄຊ, ເມືອງຊໍາໃຕ້. ພາບ: truyenhinhthanhhoa.vn

ສາຍຈິດມິດໃຈຢູ່ເຂດຊາຍແດນກໍ່ໄດ້ສະແດງໃຫ້ເຫັນຜ່ານການຊ່ວຍເຫຼືອນ້ອງ ບູນຊູ ເລື່ອງບູນມາ, ອາຍຸ 11 ປີຢູ່ບ້ານທ່າເລົ່າ, ກຸ່ມບ້ານໂພນໄຊ, ເມືອງຊໍາໃຕ້. ຄອບຄົວຂອງນ້ອງມີປະສົບກັບຫຍຸ້ງຍາກເປັນພິເສດ, ທັງພໍ່ແມ່ເປັນຄົນພິການປາກກືກ ຫູໜວກ ມາແຕ່ກຳເນີດ, ແລະເຈັບປ່ວຍເປັນປະຈຳ, ບໍ່ສາມາດອອກແຮງງານໄດ້... ຄອບຄົວຂາດເຂີນທຸກຢ່າງ, ສະນັ້ນ ບູນຊູ ຢືນຕໍ່ໜ້າຄວາມສ່ຽງຈະຕ້ອງປະຮຽນ. ເຖິງຢ່າງໃດກໍ່ຕາມ, ດ້ວຍການແບ່ງປັນຂອງສາຂາສະມາຄົມແມ່ຍິງ ແຮກສ່ຽວບ້ານແກ້ວ ໄດ້ມອບປື້ມ ແລະອຸປະກອນການຮຽນໃຫ້ນ້ອງ; ເດືອນ ມັງກອນ 2023, ຄ້າຍທະຫານຊາຍແດນບ້າດມອດ ໄດ້ຊ່ວຍເຫຼືອນ້ອງ ບູນຊູ ເງິນ 500.000 ດົ່ງ/ເດືອນ ຈົນຮອດ ມ7 ຕາມໂຄງການ “ຊ່ວຍນ້ອງໄປໂຮງຮຽນ” ສິ່ງດັ່ງກ່າວໄດ້ສ້າງຄວາມໄວ້ເນື້ອເຊື່ອໃຈ ແລະຄວາມມຸ່ງຫວັງ ເພື່ອໃຫ້ນ້ອງປະຕິບັດຄວາມໃຝ່ຝັງຂອງຕົນ.

ທ່ານ ຮຸ່ງນາຄອນ ສີຄຳ, ນາຍບ້ານທ່າເລົ່າ, ກຸ່ມບ້ານໂພນໄຊ, ເມືອງຊຳໃຕ້, ໃຫ້ຮູ້ວ່າ: ທ່າເລົ່າກັບບ້ານແກ້ວ ມີສາຍພົວພັນສະໜິດຕິດພັນມາແຕ່ດົນນານ. ສະນັ້ນ, ພໍ່ແມ່ປະຊາຊົນເຄີຍພົບປະແລກປ່ຽນ, ຢ້ຽມຢາມຍາດຕິພີ່ນ້ອງ, ແລະໜູນຊ່ວຍແນະນຳວິທີທໍາມາຫາກິນ, ພ້ອມກັນຮັກສາຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນເປັນປະຈໍາ. ຍາມໃດຊາວບ້ານທ່າເລົ່າຕ້ອງການຄວາມຊ່ວຍເຫຼືອອັນໃດເພື່ອນມິດຫວຽດນາມ ກໍ່ໃຫ້ການຊ່ວຍເຫຼືອຢ່າງສຸດຈິດສຸດໃຈ. ສິ່ງດັ່ງກ່າວຍິ່ງເຮັດໃຫ້ປະຊາຊົນສອງບ້ານມີຄວາມສະໜິດຕິດພັນກວ່າອີກ.

ທ່ານ ວີວັນຊ໊າງ, ເລຂາໜ່ວຍພັກ, ນາຍບ້ານແກ້ວ, ຕາແສງ ບ້າດມອດ ກໍ່ຢືນຢັນວ່າ: ພາຍຫຼັງ 10 ປີແຫ່ງການແຮກສ່ຽວ, ຄູ່ບ້ານແກ້ວ-ທ່າເລົ່າ ຍັງຄົງຮັກສາສາຍພົວພັນທີ່ດີ; 2 ຝ່າຍຈັດຕັ້ງການປະຊຸມແລກປ່ຽນວຽກງານປະຈໍາໄລຍະ; ...

ສ້າງພື້ນຖານໃນຈິດໃຈປະຊາຊົນ

ໂດຍແມ່ນກົມກອງທີ່ຕັ້ງທັບຢູ່ຕາແສງບ້າດມອດ, ຄ້າຍທະຫານຊາຍແດນບ້າດມອດ ໄດ້ຮັບໜ້າທີ່ຄຸ້ມຄອງ ແລະປົກປັກຮັກສາເສັ້ນຊາຍແດນຍາວ 17.492 ກິໂລແມັດ ດ້ວຍ 7 ຫຼັກໝາຍຊາຍແດນ ແລະ 2 ຫຼັກໝາຍຊາຍແດນຕິດຈອດກັນ; ໃນບໍລິເວນຕາແສງມີ 4 ບ້ານຊາຍແດນຕິດກັບ 5 ບ້ານຂອງກຸ່ມບ້ານໂພນໄຊ, ເມືອງຊຳໃຕ້, ແຂວງຫົວພັນ.

ໃນຫຼາຍປີຜ່ານມາ, ຄ້າຍທະຫານຊາຍແດນບ້າດມອດ ໄດ້ປຸກລະດົມການຊ່ວຍເຫຼືອກໍ່ສ້າງເຮືອນແຫ່ງສາຍຈິດມິດໃຈໃຫ້ບັນດາຄອບຄົວປະສົບກັບຄວາມຫຍຸ້ງຍາກຢູ່ບ້ານທ່າເລົ່າ; ຮັບອຸປະກາລະນັກຮຽນລາວ; ໜູນຊ່ວຍຊີມັງ, ອຸປະກອນການແພດ... ກົມກອງກໍ່ໄດ້ສົມທົບກັບບ້ານບ້າດມອດ ເພື່ອໜູນຊ່ວຍ, ຊ່ວຍເຫຼືອປະຊາຊົນ 2 ບ້ານ ພັດທະນາ ເສດຖະກິດ, ລົບລ້າງຄວາມອຶດຫິວ ແລະຫຼຸດຜ່ອນຄວາມທຸກຍາກ; ຊ່ວຍເຫຼືອປະຊາຊົນຜ່ານຜ່າຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ;...

ກົມກອງກໍ່ໄດ້ປະຕິບັດທິດນໍາ “3 ຕິດແທດ, 4 ພ້ອມ” ກັບປະຊາຊົນເປັນຢ່າງດີ, ຊ່ວຍເຫຼືອປະຊາຊົນສອງຟາກຊາຍແດນສ້າງຮູບແບບຫາເງິນລ້ຽງຊີບແບບຍືນຍົງ; ພ້ອມທັງ, ປຸກລະດົມບັນດາການຂະບວນການ “ທົ່ວປວງຊົນເຂົ້າຮ່ວມການປົກປັກຮັກສາຄວາມໝັ້ນຄົງປະເທດຊາດ”, ປົກປັກຮັກສາຊາຍແດນແຫ່ງຊາດ, ກໍ່ສ້າງຮາກຖານໃຫ້ໝັ້ນຄົງເຂັ້ມແຂງໃນຈິດໃຈປະຊາຊົນ...

ທ່ານພັນຕີ ເຈິ່ນວັນສີ໊, ຮອງຫົວໜ້າການເມືອງຄ້າຍທະຫານຊາຍແດນບ້າດມອດ ໃຫ້ຮູ້ວ່າ: ເລື່ອງແຮກສ່ຽວບ້ານ-ບ້ານ 2 ຟາກຊາຍແດນແມ່ນ ແຜນນະໂຍບາຍທີ່ຖືກຕ້ອງ, ຢັ້ງຢືນຖານະ, ບົດບາດອັນໃຫຍ່ຫຼວງຂອງມະຫາຊົນໃນພາລະກິດສ້າງສາ ແລະປົກປັກຮັກສາອະທິປະໄຕຄວາມໝັ້ນຄົງຢູ່ເຂດຊາຍແດນແຫ່ງຊາດ. ຮູບແບບແຮກສ່ຽວໄດ້ກາຍເປັນແບບຢ່າງທີ່ພົ້ນເດັ່ນ, ປະກອບສ່ວນເພີ່ມພູນຄູນສ້າງຄວາມສາມັກຄີ, ມິດຕະພາບແທງຮວ໊າ - ຫົວພັນ ໃນໄລຍະພັດທະນາໃໝ່.

ອາດຢັ້ງຢືນໄດ້ວ່າ ຮູບແບບແຮກສ່ຽວນີ້ໄດ້ ແລະພວມສ້າງຄວາມສະໜິດຕິດພັນ, ນຳມາເຊິ່ງຄວາມອີ່ມໜໍາສໍາລານ, ຄວາມສຸກໃຫ້ແກ່ປະຊາຊົນຢູ່ເຂດຊາຍແດນ. ນັ້ນກໍ່ແມ່ນພະຍານຫຼັກຖານທີ່ມີຊີວິດຊີວາໃຫ້ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ, ສັດຊື່ບໍລິສຸດລະຫວ່າງປະຊາຊົນສອງປະເທດ ຫວຽດນາມ - ລາວ.

ແສງເດືອນ

Link: https://huunghivietlao.thoidai.com.vn/detail-article-19447.html

In bài biết