ຍົກສູງປະສິດທິຜົນການປະສານສົມທົບການຜັນຂະຫຍາຍວຽກງານການຕ່າງປະເທດລະຫວ່າງ 4 ອົງການ
CARE ໜູນຊ່ວຍ ກ່າເມົາ ໃນການສື່ສານ ເພື່ອຍົກສູງຄວາມຮັບຮູ້ກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ | |
ເພີ່ມທະວີການຮ່ວມມືກັບຕ່າງປະເທດເພື່ອຍົກສູງບົດບາດຂອງອົງການກຳມະບານ |
ທ່ານ ເລຮວ່າຍຈູງ ເລຂາທິການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ; ທ່ານ ຫວູຮ໋າຍຮ່າ ກຳມະການສູນກາງພັກ, ຫົວໜ້າກຳມາທິການການຕ່າງປະເທດ; ທ່ານ ບຸ່ຍແທງເຊີນ ກຳມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ຟານແອັງເຊີນ ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ເປັນປະທານຮ່ວມກອງປະຊຸມ.
![]() |
ກອງປະຊຸມປະສານສົມທົບຜັນຂະຫຍາຍວຽກງານການຕ່າງປະເທດປີ 2024. (ພາບ: quochoi.vn) |
ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ຮັບຟັງ ທ່ານ ເລມິງຫວູ ຮອງລັດຖະມົນຕີຜູ້ປະຈໍາການກະຊວງການຕ່າງປະເທດ, ທ່ານ ຫງວຽນມິງເຕີມ ຮອງຫົວໜ້າຄະນະກໍາມະການພົວພັນຕ່າງປະເທດສູນກາງ, ທ່ານ ດົນຕັວນຟອງ ຮອງປະທານກຳມາທິການການຕ່າງປະເທດ ແລະ ທ່ານ ຫງວຽນຫງອກຮຸ່ງ ຮອງປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ ລາຍງານບາງຈຸດພົ້ນເດັ່ນໃນວຽກງານການພົວພັນຕ່າງປະເທດຂອງພັກ ແລະ ການທູດປະຊາຊົນ; ໝາກຜົນວຽກງານການປະສານສົມທົບ ລະຫວ່າງ 4 ອົງການໃນປີ 2023; ວຽກງານການຕ່າງປະເທດຂອງສະພາແຫ່ງຊາດໃນປີ 2023; ໝາກຜົນການຜັນຂະຫຍາຍວຽກງານການຕ່າງປະເທດ ນັບແຕ່ກອງປະຊຸມ 4 ອົງການໃນປີ 2023 ຮອດປະຈຸບັນ; ໝາກຜົນການຜັນຂະຫຍາຍວຽກງານການຕ່າງທູດປະຊາຊົນ ໃນປີ 2023 ກໍ່ຄືທິດທາງການປະສານສົມທົບຍົກສູງປະສິດທິຜົນວຽກງານການຕ່າງປະເທດໃນໄລຍະຈະມາເຖິງ.
ກອງປະຊຸມໄດ້ຕີລາຄາ ໄລຍະຜ່ານມາໃນສະພາບການຂອງໂລກ ແລະ ພາກພື້ນທີ່ພວມຜັນແປໄປຢ່າງວ່ອງໄວ, ຫຍຸ້ງຍາກກັບຫຼາຍປັດໄຈທີ່ບໍ່ສະຫງົບ, ຍາກທີ່ຈະຄາດຄະເນ, ວຽກງານການຕ່າງປະເທດສືບຕໍ່ຜັນຂະຫຍາຍຢ່າງເປັນເຈົ້າການ, ມີປະສິດທິຜົນ, ຄົບຊຸດ, ຮອບດ້ານ, ບັນລຸໝາກຜົນຫຼາຍຢ່າງ, ປະສົບຜົນສຳເລັດຢ່າງຕັ້ງໜ້າ, ໃນທຸກຂົງເຂດ ແລະ ເສົາຄ້ຳການຕ່າງປະເທດ, ປະກອບສ່ວນຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ; ປົກປັກຮັກສາເອກະລາດຢ່າງໝັ້ນຄົງ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ, ດຶງດູດບັນດາແຫຼ່ງກຳລັງອັນສຳຄັນ ເພື່ອຮັບໃຊ້ເປົ້າໝາຍພັດທະນາເສດຖະກິດ - ສັງຄົມ, ຍົກສູງບົດບາດ, ຄວາມໄວ້ວາງໃຈ ແລະ ຖານະບົດບາດຂອງປະເທດ.
ປະກອບສ່ວນເຂົ້າໃນຜົນສຳເລັດລວມຂອງວຽກງານການຕ່າງປະເທດ ມີການປະສານສົມທົບກັນຢ່າງແໜ້ນແຟ້ນ, ເປັນຈັງຫວະ ແລະ ມີປະສິດທິຜົນ ລະຫວ່າງ ກະຊວງການຕ່າງປະເທດ, ຄະນະພົວພັນຕ່າງປະເທດສູນກາງ, ກຳມາທິການການຕ່າງປະເທດສະພາແຫ່ງຊາດ ແລະ ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ, ໂດຍສະເພາະແມ່ນໃນຂົງເຂດຄົ້ນຄວ້າ, ເສນາທິການຍຸດທະສາດ, ກໍ່ສ້າງ, ຜັນຂະຫຍາຍບັນດາມະຕິ, ຄໍາສັ່ງ, ບົດສະຫຼຸບ, ແຜນສະເໜີກ່ຽວກັບວຽກງານການຕ່າງປະເທດ, ຜັນຂະຫຍາຍບັນດາກິດຈະກໍາການຕ່າງປະເທດຂັ້ນສູງ ແລະ ທຸກຂັ້ນ, ກຽມພ້ອມຮັບມື, ແກ້ໄຂກັບບັນຫາການຕ່າງປະເທດທີ່ເກີດຂຶ້ນຕ່າງໆ.
ກອງປະຊຸມໄດ້ປຶກສາຫາລືຫຼາຍທິດທາງໃນການປະສານສົມທົບ ແລະ ມາດຕະການຍົກສູງປະສິດທິຜົນວຽກງານການປະສານສົມທົບ ລະຫວ່າງ 4 ອົງການການຕ່າງປະເທດ ໃນໄລຍະຈະມາເຖິງ. ຕາມທີ່ກອງປະຊຸມໄດ້ເຫັນດີເປັນເອກະພາບໃຫ້ 4 ອົງການການຕ່າງປະເທດສືບຕໍ່ປະສານສົມທົບກັນຢ່າງແໜ້ນແຟ້ນເພື່ອຜັນຂະຫຍາຍປະສິດທິຜົນບັນດາໜ້າທີ່ການຕ່າງປະເທດໃນປີ 2024, ປະຕິບັດແນວທາງການຕ່າງປະເທດຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກໍ່ຄືບັນດາມະຕິ, ຄໍາສັ່ງ, ບົດສະຫຼຸບຂອງກົມການເມືອງ, ຄະນະເລຂາທິການ; ຊຸກຍູ້ວຽກງານເສນາທິການ, ການຄົ້ນຄ້ວາ ແລະ ການຄາດຄະເນເພື່ອຮັບໃຊ້ຂະບວນການສ້າງເອກະສານຂອງກອງປະຊຸມໃຫຍ່ຄັ້ງທີ XIV.
ບັນດາອົງການກໍ່ເຫັນດີເປັນເອກະພາບປະສານສົມທົບໃນການຝຶກອົບຮົມ, ບຳລຸງສ້າງ ແລະ ຍົກສູງຄຸນນະພາບຖັນແຖວພະນັກງານການຕ່າງປະເທດ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໜ້າທີ່ການຕ່າງປະເທດໃນສະພາບການໃໝ່ ແລະ ລະດົມ, ປັບປຸງ, ພັດທະນາແຫຼ່ງກຳລັງໃຫ້ແກ່ບັນດາກໍາລັງເຮັດວຽກງານການຕ່າງປະເທດ.
ທອງມີ ສີຫາວົງ