18:10 | 30/07/2024

OS ສ້າງຮອຍຍິ້ມໃຫ້ແກ່ເດັກນ້ອຍຢູ່ບັນດາແຂວງພາກກາງ ໃນເດືອນສິງຫາ

ຫວຽດນາມ ແມ່ນຄູ່ຮ່ວມມືການຄ້າສຳຄັນຂອງກຸ່ມ Mercosur ຫວຽດນາມ ແມ່ນຄູ່ຮ່ວມມືການຄ້າສຳຄັນຂອງກຸ່ມ Mercosur
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໄປຢ້ຽມຢາມ ສະວິດ, ເລີ່ມຕົ້ົ້ນການໄປປະຕິບັດງານເຂົ້ົ້ົ້າຮ່ວມ WEF Davos 2024 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໄປຢ້ຽມຢາມ ສະວິດ, ເລີ່ມຕົ້ົ້ນການໄປປະຕິບັດງານເຂົ້ົ້ົ້າຮ່ວມ WEF Davos 2024

ຕາມ​ນັ້ນ​ແລ້ວ, ​ໄລຍະການ​ກວດ ​ແລະ ຜ່າຕັດໄສຍະກໍາ​ຈະໄດ້​ດຳ​ເນີນ​ແຕ່​ວັນ​ທີ 17 – 21 ສິງຫາ ຢູ່​ໂຮງໝໍທັນຕະກໍາ​ເຫວ້ (​ເລກ​ທີ 83 ຖະໜົນ ຫງວຽນ​ເຫວ້, ນະຄອນ​ເຫວ້, ​ແຂວງ​ເທື່ອ​ທຽນ​ເຫວ້).

Bác sĩ khám sàng lọc bệnh nhân phẫu thuật nụ cười tại Bệnh viện 108, tháng 10/2023. (Ảnh: Operation Smile Vietnam) ທ່ານໝໍກວດຄັດເລືອກຄົນເຈັບຜ່າຕັດໄສຍະກໍາຮອຍຍິ້ມຢູ່ໂຮງໝໍ 108, ຕຸລາ 2023. (ພາບ: Operation Smile Vietnam)

ທ່ານໝໍກວດຄົນເຈັບຜ່າຕັດໄສຍະກໍາຮອຍຍິ້ມຢູ່ໂຮງໝໍ 108, ເດືອນຕຸລາ 2023. ພາບ: Operation Smile Vietnam

ເປົ້າໝາຍມີ: ຄົນເຈັບທີ່ມີອາການປາກແວ່ງ (ແຕ່ອາຍຸ 6 ເດືອນ, ນ້ຳໜັກ 8 ກິໂລຂຶ້ນໄປ) - ເພດານໂວ່ (ແຕ່ອາຍຸ 18 ເດືອນ ແລະ ນ້ຳໜັກ 10 ກິໂລຂຶ້ນໄປ); ຄົນເຈັບທີ່ມີຄວາມຜິດປົກກະຕິແຕ່ກໍາເນີດຂອງປາກແວ່ງ - ແພດານໂວ່ ທຸກເພດທຸກໄວ (ຮອຍແປ້ວທີ່ປາກ, ຄວາມຜິດປົກກະຕິຂອງເພດານປາກ, ຄວາມບົກຜ່ອງຂອງດັງ); ຄົນເຈັບທີ່ມີນິ້ວເກີນ, ນິ້ວຕິດກັນ (ມື ແລະ ຕີນ) ມາແຕ່ກຳເນີດ; ຄົນເຈັບໜັງຕາຕົກແຕ່ກໍາເນີດ (ບໍ່ແມ່ນພະຍາດ ທາງສາຍຕາ) ອາຍຸ 5 ປີຂຶ້ນໄປ.

ການຜ່າຕັດໄສຍະກໍາແມ່ນແພດຊ່ຽວຊານອາສາສະຫມັກປະຕິບັດໂດຍບໍ່ໄດ້ເສຍຄ່າ. ນອກຈາກນັ້ນ, ຄົນເຈັບຈະໄດ້ຮັບການຫນູນຊ່ວຍຄ່າເດີນທາງໄປກັບ ແລະ ຄ່າອາຫານບາງສ່ວນໃນໄລຍະການຮັກສາຢູ່ໃນໂຮງຫມໍ.

ຄອບຄົວຄົນເຈັບ ກະລຸນາຕິດຕໍ່ Operation Smile Vietnam ໂດຍກົງເພື່ອລົງທະບຽນ ແລະ ຮັບຄຳແນະນຳຜ່ານເບີໂທລະສັບຕໍ່ໄປນີ້:

ສາຍດ່ວນ: 090 488 5555

ຫ້ອງການ: ຮ່າໂນ້ຍ 024.3936 5426; ນະຄອນ​ໂຮ່ຈິ​ມິນ 028.2222 1008 (​ໃນ​ໂມງລັດຖະການ)

ຫຼື ສົ່ງຂໍ້ຄວາມຜ່ານ Fanpage Operation Smile Vietnam.

ທອງມີ ສີຫາວົງ

Link: https://huunghivietlao.thoidai.com.vn/detail-article-19294.html

In bài biết