The DOVE Fund ອຸປະຖຳໂຄງການຫ້ອງນ້ຳ 27 ຫ້ອງໃຫ້ແກ່ຄອບຄົວຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ
![]() | ລາວຕັ້ງຈຸດໝາຍດຶງດູດນັກທ່ອງທ່ຽວ 2,7 ລ້ານເທື່ອຄົນໃນປີ 2024 |
![]() | ສປປ ລາວ ວາງຄາດໝາຍຈະດຶງດູດ ນັກທ່ອງທ່ຽວ 2,7 ລ້ານຄົນປີ 2024 |
ຕາມຂໍ້ຕົກລົງທີ່ໄດ້ຮັບອະນຸມັດແລ້ວ, ໂຄງການໄດ້ຮັບການອຸປະຖຳຈາກອົງການ The DOVE Fund ເພື່ອໜູນຊ່ວຍກໍ່ສ້າງຫ້ອງນ້ຳ 27 ຫ້ອງໃຫ້ 27 ຄອບຄົວທີ່ມີຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຢູ່ເຂດຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍຂອງເມືອງ ເຮື່ອງຮວ່າ (19 ຄອບຄົວ) ແລະ ດັກຣົງ (08 ຄົວເຮືອນ) ເພື່ອແນໃສ່ສ້າງເງື່ອນໄຂປັບປຸງຄຸນນະພາບຊີວິດ ແລະ ປະກອບສ່ວນຮັບປະກັນສຸຂະອະນາໄມສິ່ງແວດລ້ອມໃນຊຸມຊົນ.
![]() |
ໂຄງການດັ່ງກ່າວຈະໜູນຊ່ວຍກໍ່ສ້າງຫ້ອງນ້ຳ 27 ຫ້ອງໃຫ້ 27 ຄອບຄົວທີ່ມີຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຢູ່ເຂດຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍຂອງເມືອງ ເຮື່ອງຮວ່າ ແລະ ດັກຣົງ. |
ໂຄງການດັ່ງກ່າວມີໄລຍະປະຕິບັດຮອດທ້າຍເດືອນ ມີນາ ປີ 2025 ດ້ວຍຍອດຈຳນວນທຶນ 30.190 USD, ເທົ່າກັບປະມານ 733 ລ້ານດົ່ງ, ໃນນັ້ນ ທຶນຊ່ວຍເຫຼືອລ້າແມ່ນ 30.190 USD. ບັນດາຄົວເຮືອນທີ່ໄດ້ຮັບຜົນປະໂຫຍດ ແລະ ຊຸມຊົນໃນບ້ານໄດ້ປະກອບສ່ວນດ້ວຍວັດຖຸສິ່ງຂອງ ແລະ ແຮງງານ.
ຫ້ອງນ້ຳ 27 ຫ້ອງໃຫ້ແກ່ 27 ຄອບຄົວໄດ້ກໍ່ສ້າງດ້ວຍຂອບຂະໜາດ: 01 ຫ້ອງນ້ຳ ຫ້ອງອາບ ມີເນື້ອທີ່ 2,63m2; 01 ຂຸມວິດມີບໍລິມາດ 1.54m3.
ຄຽງຂ້າງນັ້ນ, ແຕ່ລະຫ້ອງນ້ຳຍັງໄດ້ອອກແບບຫ້ອງອາບນໍ້າຕື່ມອີກ 01 ຫ້ອງ ກັບຫ້ອງນໍ້າທີ່ຕິດຕັ້ງກອັກນ້ຳ ເຊິ່ງໄດ້ເຊື່ອມຕໍ່ກັບລະບົບນໍ້າແບບໂອໂຕເຂົ້າຄົວເຮືອນ ແລະ ອຸປະກອນທີ່ນໍາມາໃຫ້ປະກອບມີ: ຖັງນໍ້າ 02 ຖັງ, ຕຸກນໍ້າ ແລະ ບ່ອນແຂວນເຄື່ອງນຸ່ງ.
ການອຸປະຖຳຫ້ອງນ້ຳ 27 ຫ້ອງໃຫ້ບັນດາຄອບຄົວຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຢູ່ເຂດຊົນເຜົ່າສ່ວນໜ້ອຍ ແລະ ເຂດພຸດອຍ ແມ່ນໜຶ່ງໃນບັນດາກິດຈະກຳທີ່ມີຄວາມໝາຍ ແລະ ແທດຈິງຂອງອົງການ The DOVE Fund. ໂດຍຜ່ານນັ້ນ, ກໍ່ຍົກສູງຄຸນນະພາບຊີວິດການເປັນຢູ່ຂອງຊຸມຊົນ, ປ່ຽນແປງໃໝ່ແນວຄິດ ແລະ ແບບແຜນຊີວິດການເປັນຢູ່ຂອງປະຊາຊົນ, ປະກອບສ່ວນປະຕິບັດຄາດໝາຍເລກທີ 17 ໃຫ້ດີ ໃນໂຄງການກໍ່ສ້າງຊົນນະບົດໃໝ່ ແລະ ຮັກສາອະນາໄມສິ່ງແວດລ້ອມ.
![]() | ການພົບປະສ້າງສັນສະເຫຼີມສະຫຼອງ 27 ປີແຫ່ງວັນ ຫວຽດນາມ ເຂົ້າເປັນສະມາຊິກ ອາຊຽນ ນັບແຕ່ເວລາ ຫວຽດນາມ ເຂົ້າເປັນສະມາຊິກ ອາຊຽນ ກ່ອນນີ້ 27 ປີ, ນີ້ແມ່ນໄລຍະເວລາທີ່ມີຄວາມໝາຍທີ່ສຸດສຳລັບ ຫວຽດນາມ ແລະ ອາຊຽນ ໃນໄລຍະທາງແຫ່ງການສ້າງປະຊາຄົມ ອາຊຽນ ວິໄສທັດຮອດປີ 2025. |
![]() | ຄູອາຈານຫວຽດນາມ 27 ຄົນ ຮັບໜ້າທີ່ໄປສອນພາສາຫວຽດນາມຢູ່ປະເທດລາວ ຕອນເຊົ້າວັນທີ 16 ພະຈິກ ແມ່ນວັນເຮັດວຽກທໍາອິດຂອງຄູອາຈານຫວຽດນາມ ທີ່ໄປສອນພາສາຫວຽດນາມ ຢູ່ ສປປ ລາວ ໄລຍະ 2021-2023. |
ມິງດຶກ