ຫວຽດນາມ ຖືເປັນສຳຄັນ, ປາດຖະໜາຢາກຍູ້ແຮງ ແລະ ເຮັດໃຫ້ການພົວພັນຮ່ວມມືຫຼາຍດ້ານກັບ ອາຟຣິກາ ເລິກເຊິ່ງກ່ວາອີກ
ເຂົ້າຮ່ວມພິທີສະເຫຼີມສະຫຼອງມີຜູ້ຕາງໜ້າສະຖານທູດບັນດາປະເທດ ອາຟຣິກາ ປະຈຳຫວຽດນາມ ຄື: ອີຢິບ, ອານເຊຣີ, ອັງໂກລາ, ລີບີ, ມາຣົກ, ໂມຊຳບິກ, ອາຟຣິກາ ໃຕ້, ນີເຊຣີ, ຄະນະນັກການທູດປະຈຳ ຮ່າໂນ້ຍ ແລະ ຜູ້ຕາງໜ້າຈາກຫຼາຍກະຊວງ, ຄະນະ, ຂະແໜງການຂອງ ຫວຽດນາມ.
ກ່າວຄຳປາໄສທີ່ພິທີສະເຫຼີມສະຫຼອງ, ທ່ານຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ ຫງວຽນມິງຫວູ ໄດ້ຍົກໃຫ້ເຫັນຄວາມໝາຍປະຫວັດສາດຂອງວັນ ອາຟຣິກາ, ແມ່ນເຫດການສຳຄັນເພື່ອເຊີດຊູຈິດໃຈຕໍ່ສູ້ຢ່າງກ້າແກ່ນ, ຍຶດໝັ້ນຂອງບັນດາປະເທດ ອາຟຣິກາ ໃນພາລະກິດປົດປ່ອຍປະເທດຊາດໃນໄລຍະຜ່ານມາ ແລະ ຄວາມກ້າວໜ້າ, ຜົນງານໃນພາລະກິດແຫ່ງການສ້າງສາ ແລະ ພັດທະນາ ອາຟຣິກາ ສັນຕິພາບ ແລະ ຈະເລີນຮຸ່ງເຮືອງໃນປະຈຸບັນ.
![]() |
ທ່ານຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ ຫງວຽນມິງຫວູ ກ່າວຄຳປາໄສທີ່ພິທີ. |
ທ່ານຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດຢືນຢັນວ່າ ຫວຽດນາມ ຕີລາຄາສູງທີ່ຕັ້ງ ແລະ ອິດທິພົນຂອງສະຫະພາບ ອາຟຣິກາ ໃນການດຳເນີນຊີວິດທາງດ້ານດານເມືອງ - ຄວາມໝັ້ນຄົງ, ສັງຄົມຂອງທະວີບ; ໄດ້ສະແດງຄວາມຊົມເຊີຍປະຊາຊົນ ອາຟຣິກາ ພາຍໃຕ້ການຊີ້ນໍາຂອງ AU ສາມາດບັນລຸໄດ້ຜົນສໍາເລັດການພັດທະນາອັນຍິ່ງໃຫຍ່ຫຼາຍຢ່າງ, ໄດ້ຮັບການຮັບຮູ້ຈາກສະຫະປະຊາຊາດ ແລະ ປະຊາຄົມສາກົນ, ເຊິ່ງສະແດງອອກໂດຍຜ່ານການທີ່ AU ໄດ້ກາຍເປັນສະມາຊິກຖາວອນຢ່າງເປັນທາງການຂອງ G20. ທ່ານຜູ້ຊ່ວຍວຽກລັດຖະມົນຕີ ໄດ້ສະແດງຄວາມເຊື່ອໝັ້ນກັບການທີ່ບັນດາປະເທດ ອາຟຣິກາ ຍູ້ແຮງການປະຕິບັດສັນຍາເຂດການຄ້າເສລີໃນທົ່ວອາຟຣິກາ (AfCFTA) ຢ່າງຕັ້ງໜ້າ, ອາຟຣິກາ ຈະກາຍເປັນສູນກາງພັດທະນາທີ່ຂະຫຍັນຂັນເຄື່ອນຂອງໂລກໃນໄລຍະຈະມາເຖິງ.
ໂດຍຊົມເຊີຍບັນດາຜົນງານອັນໃຫຍ່ຫຼວງເຊິ່ງບັນດາບັນດາປະເທດ ອາຟະລິກາ ບັນລຸໄດ້ນັ້ນ, ທ່ານຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ ຫງວຽນມິງຫວູ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສໍາຄັນ, ແລະ ເຮັດໃຫ້ການພົວພັນຮ່ວມມືຫຼາຍດ້ານກັບ ອາຟຣິກາ, ທັງລະດັບສອງຝ່າຍ ແລະ ຫຼາຍຝ່າຍເລິກເຊິ່ງກ່ວາອີກ.
ຫວຽດນາມ ໄດ້ກາຍເປັນຜູ້ສັງເກດການ AU ຢ່າງເປັນທາງການ (ນັບແຕ່ເດືອນທັນວາ 2023) ແລະ ໄລຍະທີ່ຜ່ານມາ, ໄດ້ມີຫຼາຍການປະກອບສ່ວນຢ່າງແທດຈິງເຂົ້າໃນບັນດາຜົນງານໃນເບື້ອງຕົ້ນຂອງໂຄງການດຳເນີນງານ 2063 ຂອງ AU ດ້ວຍວິໄສທັດ “ໜຶ່ງ ອາຟຣິກາ ທີ່ເຊື່ອມໂຍງ, ຈະເລີນຮຸ່ງເຮືອງ ແລະ ສັນຕິພາບ, ເຮັດວຽກເພື່ອປະຊາຊົນ ອາຟຣິກາ ຕາງໜ້າໃຫ້ກຳລັງແຮງທີ່ຂະຫຍັນຂັນເຄື່ອນໃນເວທີສາກົນ", ພິເສດແມ່ນໃນ 4 ຂົງເຂດຮັກສາສັນຕິພາບ; ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ; ພັດທະນາພື້ນຖານໂຄງລ່າງດ້ານດິຈິຕອນ ແລະ ຍົກສູງຄຸນນະພາບຂອງແຫຼ່ງຊັບພະຍາກອນມະນຸດ. ວົງເງິນການຄ້າສອງສົ້ນ ໄດ້ຮັບການເຕີບໂຕທີ່ໜ້າປະທັບໃຈໃນສະພາບການການຄ້າ ຫວຽດນາມ ກັບໂລກປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງໃນປີ 2023, ບັນລຸ 8,92 ຕື້ USD, ເພີ່ມຂຶ້ນ 8,9% ເມື່ອທຽບໃສ່ປີ 2022.
![]() |
ທ່ານເອກອັກຄະລັດຖະທູດ ມາຣົກ Jamale Chouaibi, ຫົວໜ້າກຸ່ມເອກອັກຄະລັດຖະທູດບັນດາປະເທດ ອາຟຣິກາ ປະຈຳ ຮ່າໂນ້ຍ ກ່າວຄຳປາໄສທີ່ພິທີ. |
ກ່າວຄຳປາໄສທີ່ພິທີ, ທ່ານເອກອັກຄະລັດຖະທູດ ມາຣົກ Jamale Chouaibi, ຫົວໜ້າກຸ່ມເອກອັກຄະລັດຖະທູດບັນດາປະເທດ ອາຟຣິກາ ປະຈຳ ຮ່າໂນ້ຍ ໃຫ້ຮູ້ວ່າ ອາຟຣິກາ ພວມຟື້ນຕົວຂຶ້ນ ແລະ ພວມຜ່ານວິວັດການຫັນເປັນລະບົບເສດຖະກິດ ດ້ວຍເປົ້າໝາຍສຸດທ້າຍ ແມ່ນຮັບປະກັນອະນາຄົດທີ່ສະເໝີພາບ, ຍືນຍົງ; ເນັ້ນໜັກດ້ວຍບົດບາດແມ່ນກຳລັງຜັກດັນເຕີບໂຕຂອງໂລກ ແລະ ແມ່ນ “ແຜ່ນດິນແຫ່ງໂອກາດ”. ອາຟຣິກາ ພວມຮ່ວມມືກັບບັນດາຄູ່ຮ່ວມມືພັດທະນາເສດຖະກິດແບບຍືນຍົງຢ່າງຕັ້ງໜ້າ, ໂດຍບໍ່ຫົວຊາຕໍ່ຄວາມຫຍຸ້ງຍາກໃຫຍ່ກ່ຽວກັບຄວາມບໍ່ໝັ້ນຄົງທາງດ້ານການເມືອງ, ການປ່ຽນແປງຂອງດິນຟ້າອາກາດ, ຜົນຕາມມາຂອງພະຍາດໂຄວິດ-19... ເຊິ່ງໂລກພວມປະເຊີນ.
ທ່ານເອກອັກຄະລັດຖະທູດ Jamale Chouaibi ຢືນຢັນວ່າ ດ້ວຍທ່າແຮງ, ປະສົບການຂອງ ຫວຽດນາມ ແລະ ຄວາມຕ້ອງການ, ທ່າໄດ້ປຽບທາງທຳມະຊາດອັນໃຫຍ່ຫຼວງຂອງ ອາຟຣິກາ, 2 ຝ່າຍມີຄວາມສາມາດບົ່ມຊ້ອນຫຼາຍຢ່າງໃນການຮ່ວມມື, ພິເສດແມ່ນໃນຂົງເຂດຄວາມປອດໄພດ້ານສະບຽງອາຫານ, ສາທາລະນະສຸກ ແລະ ພະລັງງານ, ມຸ່ງໄປເຖິງເປົ້າໝາຍກໍ່ສ້າງໂລກທີ່ຈະເລີນຮຸ່ງເຮືອງ, ເຊື່ອມໂຍງ.
ມິງດຶກ