15:16 | 08/05/2024

ກະຊວງປ້ອງກັນປະເທດ ລາວ ຈັດການໂອ້ລົມຫົວເລື່ອງສະເພາະກ່ຽວກັບໄຊຊະນະ ດ້ຽນບຽນຝູ

ໄຊຊະນະດ້ຽນບຽນຝູ ມີຄວາມໝາຍສຳຄັນຕໍ່ປະຫວັດສາດການປະຕິວັດລາວ ໄຊຊະນະດ້ຽນບຽນຝູ ມີຄວາມໝາຍສຳຄັນຕໍ່ປະຫວັດສາດການປະຕິວັດລາວ
ການນຳ​ລາວ ​ຕີ​ລາຄາ​ຄວາມໝາຍຂອງ​ໄຊຊະນະດ້ຽນບຽນ​ຝູ ຕໍ່ການ​ປະຕິວັດ​ຫວຽດນາມ - ລາວ ການນຳ​ລາວ ​ຕີ​ລາຄາ​ຄວາມໝາຍຂອງ​ໄຊຊະນະດ້ຽນບຽນ​ຝູ ຕໍ່ການ​ປະຕິວັດ​ຫວຽດນາມ - ລາວ

ວັນທີ 9 ພຶດສະພາ, ຢູ່ນະຄອນຫຼວງ ວຽງຈັນ, ກະຊວງປ້ອງກັນປະເທດ ລາວ ໄດ້ຈັດການໂອ້ລົມຫົວເລື່ອງສະເພາະ: “ຄວາມໝາຍສຳຄັນຂອງໄຊຊະນະ ດ້ຽນບຽນຝູ (1954) ຕໍ່ກັບນ້ຳໃຈສາມັກຄີຮ່ວມສຳພັນສູ້ຮົບພິເສດ ຫວຽດນາມ - ລາວ”.

ທີ່ການໂອ້ລົມ, ມີພະນັກງານ, ນັກຮົບ, ນັກຮົບເກົ່າ ລາວ ເກືອບ 400 ຄົນໄດ້ຮັບຟັງທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນບາຮຸ່ງ ແຈ້ງຂໍ້ມູນໂດຍຫຍໍ້ກ່ຽວກັບການບຸກໂຈມຕີຈຳນວນໜຶ່ງຂອງສຳພັນທະມິດ ຫວຽດນາມ - ລາວ ໃນບັ້ນຮົບ ດ້ຽນບຽນຝູ, ພ້ອມທັງຍົກອອກຂອບຂະໜາດ, ຄຸນຄ່າປະຫວັດສາດທີ່ໃຫຍ່ຫຼວງຂອງໄຊຊະນະ ດ້ຽນບຽນຝູ ໃນການຍາດເອົາເອກະລາດໃຫ້ແກ່ຊົນຊາດ ຫວຽດນາມ.

ກະຊວງປ້ອງກັນປະເທດ ລາວ ຈັດການໂອ້ລົມຫົວເລື່ອງສະເພາະກ່ຽວກັບໄຊຊະນະ ດ້ຽນບຽນຝູ

ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນບາຮຸ່ງ

ຢືນຢັນວ່າ ດ້ຽນບຽນຝູ ບໍ່ພຽງແຕ່ແມ່ນໄຊຊະນະອັນໃຫຍ່ຫຼວງຂອງປະຊາຊົນ ຫວຽດນາມ ເທົ່ານັ້ນ ຫາກຍັງແມ່ນໄຊຊະນະລວມຂອງ 3 ປະເທດອິນດູຈີນ, ພິເສດແມ່ນໄຊຊະນະແຫ່ງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ລາວ-ຫວຽດນາມ, ທ່ານເອກອັກຄະລັດຖະທູດ ຫງວຽນບ໋າຮຸ່ງ ເນັ້ນໜັກວ່າ: ຄວາມໝາຍ, ຄວາມສຳຄັນ ແລະ ຜົນກະທົບອັນໃຫຍ່ຫຼວງຂອງໄຊຊະນະ ດ້ຽນບຽນຝູ ທີ່ມີຕໍ່ລາວ ແລະ “ຄວາມສາມັກຄີ ແລະ ພັນທະມິດສູ້ຮົບພິເສດ ຫວຽດນາມ - ລາວ” ແມ່ນໄຊຊະນະທີ່ຕັດສິນ ແລະ ສຳຄັນທີ່ສຸດຂອງຂະບວນການທະຫານອັນໃຫຍ່ຫຼວງ ແລະ ຍາວນານຂອງກອງທັບປະຊາຊົນລາວ. ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ບ໋າ​ຮຸ່ງ ​ໄດ້​ຕີ​ລາຄາ​ສູງ​ການ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນລະຫວ່າງ​ທະຫານ​ອາສາ​ສະໝັກ ຫວຽດນາມ ​ແລະ ກອງທັບ​ປະຊາຊົນ​ບັນດາ​ເຜົ່າ​ລາວ ​ໃນ​ບັນດາ​ຂະ​ບວນການ​ທະຫານ​ຂັ້ນ​ເທິງ, ກາງ ​ແລະ ພາກ​ລຸ່ມຂອງລາວ.

ທ່ານ ຫງວຽນບາຮຸ່ງ ກໍ່ເນັ້ນໜັກເຖິງຄວາມໝາຍ ແລະ ຄວາມສຳຄັນຂອງໄຊຊະນະ ດ້ຽນບຽນຝູ ທີ່ມີຕໍ່ການປະຕິວັດຂອງ ລາວ ແລະ ສາຍພົວພັນ ລາວ - ຫວຽດນາມ. ທ່ານຢືນຢັນວ່າ, ໄຊຊະນະ ດ້ຽນບຽນຝູ ແມ່ນສິ່ງພິສູດໃຫ້ເຫັນຄຸນຄ່າອັນໃຫຍ່ຫຼວງຂອງສາຍພົວພັນ ແລະ ນ້ຳໃຈສາມັກຄີແບບພິເສດ ຫວຽດນາມ - ລາວ.

ຄຳຮຸ່ງ

Link: https://huunghivietlao.thoidai.com.vn/detail-article-18803.html

In bài biết