06:52 | 15/05/2024

ຫາຍ​ຟ່ອງ​ ເປີດ​ກວ້າງ​ການ​ຮ່ວມ​ມື​ກັບບັນດາທ້ອງ​ຖິ່ນຂອງ ​ຈີນ

ສະໜັບສະໜູນ​ແຂວງ ບິ່ງ​ດິ້ງ ​ເປີດ​ກວ້າງການການ​ພົວພັນ​ຮ່ວມ​ມື​ມິດຕະພາບ​ກັບ​ບັນດາ​ທ້ອງ​ຖິ່ນ​ຂອງ ຍີ່ປຸ່ນ ສະໜັບສະໜູນ​ແຂວງ ບິ່ງ​ດິ້ງ ​ເປີດ​ກວ້າງການການ​ພົວພັນ​ຮ່ວມ​ມື​ມິດຕະພາບ​ກັບ​ບັນດາ​ທ້ອງ​ຖິ່ນ​ຂອງ ຍີ່ປຸ່ນ
ຊຸກຍູ້ການ​ເຊື່ອມ​ໂຍງ​ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ ນ້ອຍ​​ແຂວງ ຫາຍ​ຟ່ອງ ກັບ​ບັນດາ​ຄູ່​ຮ່ວມ​ມື​ ສິງກະ​ໂປ ຊຸກຍູ້ການ​ເຊື່ອມ​ໂຍງ​ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ ນ້ອຍ​​ແຂວງ ຫາຍ​ຟ່ອງ ກັບ​ບັນດາ​ຄູ່​ຮ່ວມ​ມື​ ສິງກະ​ໂປ

ພັດທະນາຖະໜົນວັດທະນະທໍາ - ອາຫານ ຕອນກາງຄືນ

ການຮ່ວມມືກໍ່ສ້າງເພື່ອພັດທະນາບັນດາສູນກາງການຄ້າ; ການຮ່ວມມືພັດທະນາການທ່ອງທ່ຽວ; ບັນດາຖະ​ໜົນ​ວັດ​ທະ​ນະ​ທຳ - ອາຫານ ຕອນກາງຄືນ... ແມ່ນ​ບັນດາຂໍ້​ສະ​ເໜີການ​ຮ່ວມ​ມື​ທີ່ໄດ້ຍົກອອກ​ໃນ​ກອງ​ປະ​ຊຸມ​ເຮັດ​ວຽກ​ໃນ​ວັນ​ທີ 13 ພຶດສະພາ ລະ​ຫວ່າງ​ຄະ​ນະ​ຜູ້​ແທນອຳນາດການປົກຄອງ​ເຂດ ຊິງຊິວ, ນະ​ຄອນ ໜານໜິງ, ແຂວງ ກວາງຊີ (ຈີນ) ກັບ​ການ​ນຳ​ເມືອງ ໂງກວ່ຽນ, ນະຄອນ ຫາຍ​ຟ່ອງ.

ຫາຍ​ຟ່ອງ​ ເປີດ​ກວ້າງ​ການ​ຮ່ວມ​ມື​ກັບບັນດາທ້ອງ​ຖິ່ນຂອງ ​ຈີນ

ທີ່ການ​ເຮັດ​ວຽກ​ລະຫວ່າງ​ຄະນະ​ຜູ້​ແທນອຳນາດການປົກຄອງ​ເຂດ ຊິງຊິວ, ນະ​ຄອນ ໜານໜິງ, ແຂວງ ກວາງຊີ (ຈີນ) ກັບ​ການ​ນຳ​ເມືອງ ໂງກວ່ຽນ, ນະຄອນ ຫາຍ​ຟ່ອງ. (ພາບ: ​ຄວາມ​ປອດ​ໄພ​ ຫາຍຟ່ອງ)

ກ່າວ​ຄຳ​ປາໄສ​ທີ່​ການເຮັດວຽກ, ທ່ານ​ປະທານ​ຄະນະ​ກຳມະການ​ປະຊາຊົນເມືອງ ໂງກວ່ຽນ ກາບຈ້ອງຕ໋ວນ ໄດ້​ແນະນຳ​ບັນດາ​ຜົນງານທີ່​ພົ້ນ​ເດ່ັນ, ຄວາມ​ສາມາດ​ບົ່ມ​ຊ້ອນ, ທ່າ​ໄດ້​ປຽບຂອງ​ທ້ອງ​ຖິ່ນ. ພ້ອມກັນນັ້ນ ​ກໍໄດ້​ຕີ​ລາຄາ​ເຂດ​ ຊິງຊິວ ແມ່ນສູນກາງ​ການ​ເມືອງ, ວັດທະນະທຳສັງຄົມ​ຂອງ​ນະຄອນ ໜານໜິງ, ດ້ວຍ​ຫຼາຍ​ວິ​ສາ​ຫະກິດ​ເຄື່ອນ​ໄຫວ​ຢ່າງ​ເຂັ້ມແຂງ​ໃນ​ຂະແໜງການບໍລິການ, ງານຕະຫຼາດນັດວາງສະ​ແດງ​ສາກົນ, ການ​ຫັນ​ເປັນ​ດີ​ຈີ​ຕອນ, ພະລັງງານ... ທີ່ນີ້ ກໍມີ​ຫຼາຍ​ນະ​ໂຍບາຍທີ່​ດຶງ​ດູດຜູ້ເກັ່ງກ້າ, ເອື້ອອຳນວຍການລົງທຶນ, ນະໂຍບາຍການຄ້າ, ໂຄງການ, ວິທີແກ້ໄຂເພື່ອພັດທະນາເສດຖະກິດ-ສັງຄົມ, ການເຊື່ອມໂຍງສາກົນ...

ບົນພື້ນຖານບົດບັນທຶກການຮ່ວມມືທີ່ໄດ້ລົງນາມລະຫວ່າງສອງທ້ອງຖິ່ນໃນວັນທີ 18 ເມສາ 2024, ທ່ານ ກາບຈ້ອງຕ໋ວນ ສະເໜີໃຫ້ສອງຝ່າຍແບ່ງປັນບັນດາບົດຮຽນ, ຮຽນຮູ້ປະສົບການເຊິ່ງກັນ ແລະ ກັນ, ສ້າງກຳລັງຜັກດັນພັດທະນາເສດຖະກິດ-ສັງຄົມ; ຊອກຫາກາລະໂອກາດຮ່ວມມື; ​ແມ່ນ​ຂົວ​ເຊື່ອມ​ຕໍ່​ເພື່ອຕິດພັນ​ວິ​ສາ​ຫະກິດ​ຂອງ​ສອງ​ປະ​ເທດ.

ທ່ານ​ກໍຫວັງ​ວ່າ​ ການ​ນຳ​ເຂດ ​ຊີງຊິວ ພ້ອມກັນກັບບັນດາ​ວິ​ສາ​ຫະກິດ ​ຈະ​ມາ​ຢ້ຽມຢາມ​ນະຄອນ ຫາຍ​ຟ່ອງ ​ແລະ ​ເມືອງ ໂງກວ່ຽນ ໃນ​ໄລຍະ​ຈະ​ມາ​ເຖິງ ​ເພື່ອ​ແລກປ່ຽນ, ປຶກສາ​ຫາລື​ບັນດາ​ກາລະ​ໂອກາດ, ທິດ​ທາງ, ການ​ຮ່ວມ​ມື, ພ້ອມກັນພັດທະນາໃນ​ອະນາຄົດ.

ລະອຽດ, ທ່ານ ກາບຈ້ອງຕ໋ວນ ສະເໜີໃຫ້ເຂດ ຊີງຊິວ ເອົາໃຈໃສ່ໃນບາງຂົງເຂດຄື: ການຮ່ວມມືກໍ່ສ້າງບັນດາສູນກາງການຄ້າ (ປະຈຸບັນ, ເມືອງ ໂງກວ່ຽນ ມີທີ່ດິນກວ່າ 90 ເຮັກຕາ ຢູ່ບັນດາຖະໜົນ ເລກວາງດ້າວ, ເລຮົ່ງຟອງ; ແລັກໄຈ; ເຂດຕົວເມືອງ, ການ​ຄ້າ, ການບໍລິການ​ລຽບ​ຕາມ​ແມ່​ນ້ຳ ເກີ່ມ...); ການຮ່ວມມືພັດທະນາການທ່ອງທ່ຽວ; ຖະໜົນວັດທະນະທຳ - ອາຫານ ຕອນກາງຄືນຢູ່ຖະໜົນ ຟຸ່ງຈີ໋ກຽນ; ຖະໜົນລຽບຕາມໜອງ ອານບຽນ.

ທ່ານ ຢ່າງຢ່ຽນວິງ, ຮອງ​ປະທານອຳນາດການປົກຄອງ​ເຂດ ຊີງຊິວ ໃຫ້​ຮູ້​ວ່າ ເຂດ ຊີງຊິວ ໄດ້ຮັບການຕີລາຄາຈັດເປັນ​ອັນ​ດັບ​ໜຶ່ງ​ຂອງ​ແຂວງ ກວາງຊີ (ຈີນ) ດ້ວຍຄວາມສາມາດບົ່ມຊ້ອນ​ພັດທະນາ​ຫຼາຍ​ຢ່າງ. ທ່ານກໍ​ປະ​ທັບ​ໃຈ​ຕໍ່​ບັນດາ​ໝາກຜົນ​ອັນ​ພົ້ນ​ເດັ່ນ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ນະຄອນ ຫາຍຟ່ອງ ເວົ້າລວມ ​ແລະ ​ເມືອງ ໂງກວ່ຽນ ​ເວົ້າ​ສະ​ເພາະ.

ເຫັນ​ດີເປັນເອກະພາບ​ກັບບັນດາຂໍ້​ສະ​ເໜີ​ຂອງ​ທ່ານ​ປະທານ​ຄະນະ​ກຳມະການ​ປະຊາຊົນ​​ເມືອງ ໂງກວ່ຽນ, ທ່ານ ຢ່າງຢ່ຽນວິງ ປາດ​ຖະໜາ​ວ່າ ໃນ​ໄລຍະ​ຈະ​ມາ​ເຖິງ, 2 ຝ່າຍ ຈະ​ສືບ​ຕໍ່​ສຸມ​ໃສ່ຊອກຫາ, ​ເພີ່ມ​ທະວີ​ການ​ລົງທຶນເຂົ້າໃນນະຄອນ ດ້ວຍ​ບັນດາ​ຂະ​ແໜງ​ວິຊາອາຊີບ, ຂົງ​ເຂດ​ທີ່​ສອງ​ຝ່າຍໄດ້ມີຄວາມສົນໃຈໃນການລົງນາມ.

ເພີ່ມທະວີການສົ່ງເສີມການຄ້າ, ວັດທະນະທຳ

ກໍໃນວັນ​ທີ 13 ພຶດສະພາ​, ຄະນະ​ຄຸ້ມຄອງ​ເຂດ​ເສດຖະກິດ​ ຫາຍ​ຟ່ອງ​ ໄດ້​ມີ​ກອງ​ປະຊຸມເຮັດວຽກ ​ແລະ ​ລົງ​ນາມ​ໃນຈົດໝາຍ​ເຈດຈຳນົງຮ່ວມ​ມື​ກັບ​ເມືອງ ເຊົາຊິງ, ນະຄອນ ຫາງໂຈ, ​ແຂວງ ເຈີຈ້ຽງ, ຈີນ.

ທີ່​ການ​ພົບ​ປະເຮັດວຽກ, ທ່ານ ​ເລ​ຈຸ່ງກຽນ, ຫົວໜ້າ​ຄະນະ​ຄຸ້ມ​ຄອງ​ເຂດ​ເສດຖະກິດ ຫາຍ​ຟ່ອງ ​ແລະ ທ່ານ Jin Jinfu, ເຈົ້າເມືອງເມືອງ ເຊົາຊິງ ໄດ້​ແບ່ງປັນບັນດາ​ຂໍ້​ມູນ​ກ່ຽວ​ກັບ​ສອງ​ທ້ອງ​ຖິ່ນ. ຜູ້ຕາງໜ້າ​ຂອງ​ສອງ​ທ້ອງ​ຖິ່ນ ໄດ້​ລົງ​ນາມ​ໃນ​ຈົດໝາຍເຈດຈຳນົງ ເພື່ອກຳນົດຈະ​ສ້າງ​ຕັ້ງການ​ພົວພັນຢ່າງແໜ້ນແຟ້ນ, ປະກອບສ່ວນ​ເພີ່ມ​ທະວີສົ່ງເສີມ​ດ້ານ​ການ​ຄ້າ, ວັດທະນະທຳ​ລະຫວ່າງ​ສອງ​ຝ່າຍ.

ລະອຽດ, 2 ຝ່າຍຫວັງຢາກເພີ່ມ​ທະວີ​ການ​ສົມທົບ​ກັນໃນວຽກງານສົ່ງເສີມການ​ລົງທຶນ, ດຶງ​ດູດ​ບັນດານັກ​ລົງທຶນ​ຂອງ 2 ທ້ອງ​ຖິ່ນ; ​ໃຫ້​ຄຳ​ໝັ້ນ​ສັນຍາ​ຊຸກຍູ້ ​ແລະ ໜູນ​ຊ່ວຍ​ບັນດາ​ວິ​ສາ​ຫະກິດໃນການ​ຊອກ​ຫາ​ກາລະ​ໂອກາດການ​ລົງທຶນ ແລະ ການຮ່ວມ​ມືດຳ​ເນີນ​ທຸລະ​ກິດ, ສ້າງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ​ທີ່​ສະດວກ, ປົກ​ປັກ​ຮັກສາ​ຜົນ​ປະ​ໂຫຍ​ດຂອງ​ວິ​ສາ​ຫະກິດ; ແລກປ່ຽນປະສົບການການຄຸ້ມຄອງ, ນະໂຍບາຍການລົງທຶນເປັນປະຈຳ ເພື່ອແກ້ໄຂຄວາມຫຍຸ້ງຍາກ, ໜູນຊ່ວຍວິສາຫະກິດໃນຂະບວນການລົງທຶນ, ການຜະລິດ ຢ່າງທັນການ.

ທ່ານ ເລ​ຈຸ່ງກຽນ ​ແບ່ງປັນ​ວ່າ ຫາຍ​ຟ່ອງ ຫວັງ​ວ່າ​ ຈະ​ມີ 2 ຫົວໜ່ວຍ​ຂັ້ນ​ເມືອງ​ຈາກ​ທັງ​ສອງ​ຝ່າຍ​ສາມາດ​ແຮກສ່ຽວເພື່ອ​ເພີ່ມ​ທະວີ​ຄວາມ​ສາມັກຄີ.

ທ່ານ Jin Jinfu, ເຈົ້າເມືອງ ເຊົາຊິງ ກໍແບ່ງປັນວ່າ ທ້ອງ​ຖິ່ນ​ນີ້ ມີ​ວິ​ສາ​ຫະກິດ​ທີ່ມີທ່າແຮງດ້ານ​ການ​ຜະລິດ​ເຕັກ​ໂນ​ໂລຢີ​ສູງ. ໂດຍໄດ້ຮູ້ວ່າ, ນີ້​ແມ່ນ​ພາກສ່ວນ​ທີ່​ນະຄອນ ຫາຍ​ຟ່ອງ ພວມປາດ​ຖະໜາ​ຢາກ​ດຶງ​ດູດ, ​ເມືອງ ເຊົາຊິງ ​​ສະ​ເໜີ​ໃຫ້ໄດ້ມີການເຊື່ອມຕໍ່, ສົ່ງເສີມຊຸກຍູ້​ການ​ລົງທຶນ​ລະຫວ່າງ 2 ທ້ອງ​ຖິ່ນ.

ມິງດຶກ

Link: https://huunghivietlao.thoidai.com.vn/detail-article-18795.html

In bài biết