10:50 | 10/05/2024

ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ບຸ່ຍແທງເຊີນ ມອບ​ຫຼຽນກາລະນຶກ ເພື່ອພາລະກິດທາງ​ການ​ທູດ​ ຫວຽດນາມ ​ໃຫ້​ແກ່​ທ່ານ​ເອກ​ອັກຄະ​ລັດຖະທູດ ຍີ່ປຸ່ນ Yamada Takio

ສື່​ມວນ​ຊົນ​ ກູ​ບາ ​ໄດ້​ສະ​ແດງ​ຄວາມຍ້ອງຍໍ​ຕໍ່​ທ່ານ​​ພົນ​ເອກ ຫວໍ​ງວຽນ​ຢາ​ບ ກັບບັ້ນຮົບ ​ດ້ຽນບຽນ​ຝູ ປະຫວັດສາດ. ສື່​ມວນ​ຊົນ​ ກູ​ບາ ​ໄດ້​ສະ​ແດງ​ຄວາມຍ້ອງຍໍ​ຕໍ່​ທ່ານ​​ພົນ​ເອກ ຫວໍ​ງວຽນ​ຢາ​ບ ກັບບັ້ນຮົບ ​ດ້ຽນບຽນ​ຝູ ປະຫວັດສາດ.
ຍີ່ປຸ່ນ ເຊີດຊູ ທ່ານ ຮວ່າງບິ່ງກວນ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພົວພັນມິດຕະພາບ ຫວຽດນາມ - ຍີ່ປຸ່ນ ຍີ່ປຸ່ນ ເຊີດຊູ ທ່ານ ຮວ່າງບິ່ງກວນ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພົວພັນມິດຕະພາບ ຫວຽດນາມ - ຍີ່ປຸ່ນ
ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ບຸ່ຍແທງເຊີນ ມອບ​ຫຼຽນກາລະນຶກ ເພື່ອພາລະກິດທາງ​ການ​ທູດ​ ຫວຽດນາມ ​ໃຫ້​ແກ່​ທ່ານ​ເອກ​ອັກຄະ​ລັດຖະທູດ ຍີ່ປຸ່ນ Yamada Takio

ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ບຸຍ​ແທງ​ເຊີນ ​ໄດ້​ມອບ​ຫຼຽນ​ກາ​ລະນຶກ ​ເພື່ອ​ພາລະກິດ​ການ​ທູດ​ ຫວຽດນາມ ໃຫ້​ແກ່​ທ່ານ​ເອກ​ອັກຄະ​ລັດຖະທູດ ຍີ່ປຸ່ນ Yamada Takio. (ພາບ: ຕວນແອງ)

​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ບຸ່ຍແທງເຊີນ ​ໄດ້​ມອບ​ຫຼຽນກາລະນຶກ "ເພື່ອພາລະກິດທາງ​ການ​ທູດ​ ຫວຽດນາມ" ​ໃຫ້​ທ່ານ​ເອກ​ອັກຄະ​ລັດຖະທູດ Yamada Takio ​ເພື່ອ​ຮັບ​ຮູ້​ບັນດາ​ການ​ປະກອບສ່ວນ​ຂອງທ່ານໃນ​ການ​ພົວພັນ​ທາງ​ການ​ທູດ ຫວຽດນາມ - ຍີ່ປຸ່ນ.

ທີ່​ການ​ຕ້ອນຮັບ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ບຸ່ຍແທງເຊີນ ໄດ້ຕີ​ລາຄາ​ວ່າ ​ໃນອາຍຸການ 4 ປີຜ່ານມາ​ຂອງ​ທ່ານ​ເອກ​ອັກຄະ​ລັດຖະທູດ Yamada Takio, ການ​ພົວພັນ ຫວຽດນາມ - ຍີ່ປຸ່ນ ກໍໄດ້ພັດທະນາ​ຢ່າງ​ດີງາມ​ໃນ​ທຸກ​ຂົງ​ເຂດ ດ້ວຍ 4 ຜົນງານ​ດີ​ເດັ່ນ.

ທີໜຶ່ງ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ​ ທີ່ໄດ້ຮັບການເພີ່ມ​ທະວີໂດຍການທີ່ສອງ​ປະ​ເທດ​ຍົກ​ລະດັບຂອບເຂດການ​ພົວພັນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ​ເພື່ອ​ສັນຕິພາບ ​ແລະ ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຢູ່​ ອາຊີ ​ແລະ ​ໃນ​ໂລກ ​ແລະ ການ​ພົບ​ປະ​ແລກປ່ຽນ​ຂັ້ນ​ສູງ ​ແລະ ທຸກຂັ້ນ ທີ່ດຳເນີນເປັນ​ປະຈຳ.

ທີສອງ, ການຮ່ວມມືດ້ານເສດຖະກິດ, ການ​ຄ້າ, ການ​ລົງທຶນ, ແຮງ​ງານ​ ໄດ້​ຮັບ​ການ​ຟື້ນ​ຟູ​ຢ່າງ​ວ່ອງ​ໄວ ​ພາຍຫຼັງ​ໂລກລະບາດ​ໂຄ​ວິດ-19 ແລະ ສືບຕໍ່ກ້າວເຂົ້າສູ່ລວງເລິກ, ມີປະສິດທິຜົນ; ການ​ຮ່ວມ​ມື​ສອງ​ຝ່າຍ ​ໄດ້​ເປີດ​ກວ້າງ​​ໃນ​ຂົງ​ເຂດ​ໃໝ່​ເຊັ່ນ​ ການ​ຫັນ​ເປັນ​ສີຂຽວ, ການ​ຫັນ​ເປັນ​ດິ​ຈິ​ຕອນ...

ທີ​ສາມ, ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ, ການ​ຮ່ວມ​ມື​ຢູ່​ທ້ອງ​ຖິ່ນ​ນັບ​ມື້​ນັບສະໜິດສະໜົມ ແລະ ຕິດພັນກັນ.

ທີ​ສີ່, ສອງ​ປະ​ເທດ​ສືບ​ຕໍ່​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ​ແລະ ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ​ໃນ​ບັນດາ​ບັນຫາ​ພາກ​ພື້ນ ​ແລະ ສາກົນ.

ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ບຸ່ຍແທງເຊີນ ​ໄດ້​ຮັບ​ຮູ້ ​ແລະ ຕີ​ລາຄາ​ສູງ​ຄວາມ​ຮັກ​ແພງ ແລະ ຄວາມ​ມານະ​ພະຍາຍາມ, ການ​ປະກອບສ່ວນ​ຂອງ​ທ່ານ​ເອກ​ອັກຄະ​ລັດຖະທູດ Yamada Takio ​ເຂົ້າ​ໃນ​ການ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ມິດຕະພາບລະຫວ່າງ ຫວຽດນາມ - ຍີ່ປຸ່ນ.

ໂດຍສະແດງຄວາມຊົມເຊີຍຢ່າງສຸດອົກສຸດໃຈຕໍ່ເລື່ອງທ່ານເອກອັກຄະລັດຖະທູດ Yamada Takio ທີ່ໄດ້ຮັບຫຼຽນໄຊມິດຕະພາບ, ຫຼຽນກາລະນຶກ “ເພື່ອພາລະກິດການທູດ ຫວຽດນາມ” ພ້ອມກັນກັບຫຼາຍຮູບແບບຍ້ອງຍໍຈາກບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຂອງຫວຽດນາມ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ກ່າວວ່າ ນີ້ແມ່ນລາງວັນອັນລ້ຳຄ່າເພື່ອຮັບຮູ້ບັນດາການປະກອບສ່ວນຂອງທ່ານເອກອັກຄະລັດຖະທູດ Yamada Takio ຕໍ່​ການ​ພັດທະນາຂອງການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃນ​ໄລຍະ​ມໍ່ໆ​ມາ​ນີ້.

ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ບຸ່ຍແທງເຊີນ ກໍ່ສະເໜີໃຫ້ທ່ານເອກອັກຄະລັດຖະທູດ Yamada Takio ສືບຕໍ່ໝູນໃຊ້ປະສົບການ, ຄວາມເຂົ້າໃຈ ແລະ ຄວາມຮັກແພງຕໍ່ ຫວຽດນາມ ເພື່ອປະກອບສ່ວນເຂົ້າໃນການພົວພັນລະຫວ່າງ 2 ປະເທດໃນຫຼາຍຂົງເຂດຄື: ເສດຖະກິດ, ການລົງທຶນ, ແຮງງານ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ການພົບປະແລກປ່ຽນປະຊາຊົນ, ທ້ອງ​ຖິ່ນ, ພັດທະນາ​ການທ່ອງທ່ຽວ... ​ໃນ​ໄລຍະ​ຈະ​ມາ​ເຖິງ.

ທ່ານ​ເອກ​ອັກຄະ​ລັດຖະທູດ Yamada Takio ​ໄດ້​ສະ​ແດງ​ຄວາມ​ຮູ້ສຶກ ​ແລະ ຂອບ​ໃຈ​ຕໍ່​ຄວາມ​ຮັກ​ແພງ ກໍຄືຄວາມ​ຮັບ​ຮູ້​ຂອງ​ທ່ານ​ລັດຖະມົນຕີການ​ຕ່າງປະ​ເທດ ຫວຽດນາມ ບຸ່ຍແທງເຊີນ ຕໍ່ບັນດາການ​ປະກອບສ່ວນ​ໃນອາຍຸການ 4 ປີ​ທີ່ວຽກງານ​ຢູ່​ ຫວຽດນາມ; ກໍໄດ້ສະແດງຄວາມຂອບ​ອົກ​ຂອບ​ໃຈ​ການ​ໜູນ​ຊ່ວຍ, ການ​ສົມທົບ​ຢ່າງ​ແໜ້ນ​ແຟ້ນຂອງ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ໃນ 4 ປີຜ່ານມາ ​ໃນ​ສະພາບ​ການຂອງ​ໂລກ ​ແລະ ພາກ​ພື້ນ​ມີ​ການ​ຜັນ​ແປ​ໃໝ່​ຢ່າງ​ສັບສົນ, ພິ​ເສດ​ແມ່ນ​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19.

ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ບຸ່ຍແທງເຊີນ ມອບ​ຫຼຽນກາລະນຶກ ເພື່ອພາລະກິດທາງ​ການ​ທູດ​ ຫວຽດນາມ ​ໃຫ້​ແກ່​ທ່ານ​ເອກ​ອັກຄະ​ລັດຖະທູດ ຍີ່ປຸ່ນ Yamada Takio

ທ່ານ​ເອກ​ອັກຄະ​ລັດຖະທູດ ຍີ່ປຸ່ນ Yamada Takio ​ໄດ້ສະແດງຄວາມຂອບ​ໃຈ​ການ​ໜຸນຊ່ວຍ, ສົມທົບ​ກັນຢ່າງ​ແໜ້ນ​ແຟ້ນຂອງ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ໃນ 4 ປີຜ່ານມາ. (ພາບ: ຕວນແອງ)

ທ່ານ​ເອກ​ອັກຄະ​ລັດຖະທູດ Yamada ​ໄດ້​ແບ່ງປັນ​ຄວາມ​ພາກພູມ​ໃຈ ​ເມື່ອໄດ້ປະກອບສ່ວນ​ເຫື່ອແຮງເຂົ້າໃນການຍົກການ​ພົວພັນສອງຝ່າຍ​ພັດທະນາ​ຢ່າງເຂັ້ມແຂງ ແລະ ບັນລຸ​ໄດ້​ບັນດາ​ຜົນງານ​ທີ່​ພົ້ນ​ເດັ່ນ; ​ສົມທົບ​ກັນ​ຢ່າງ​ສຳ​ເລັດ​ຜົນຫຼາຍການຢ້ຽມຢາມ​ທີ່ເປັນຂີດໝາຍ​ຂອງ​ລາຊະວົງ ຍີ່ປຸ່ນ, ການ​ນຳ​ຂັ້ນ​ສູງ​ຂອງ​ສອງ​ປະ​ເທດ ພ້ອມ​ທັງ​ການຍົກ​ລະດັບ​ການ​ພົວພັນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ​ແລະ ການຈັດ​ຕັ້ງ​ການເຄື່ອນໄຫວ 500 ກ່ວາຄັ້ງ​ເພື່ອ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ໃນ​ປີ 2023.

ໂດຍການຕີ​ລາຄາປະຫວັດສາດ​ອັນ​ຍາວ​ນານ​ຂອງ​ການ​ແລກປ່ຽນ ​ແລະ ຄວາມ​ຄ້າຍຄື​ກັນ​ລະຫວ່າງ​ວັດທະນະທຳ 2 ປະ​ເທດ ​ເປັນ​ພື້ນຖານ ເພື່ອການພົວພັນ​ພັດທະນາ​ແບບ​ຍືນ​ຍົງ​ຂອງ 2 ປະ​ເທດ​ໃນອະນາຄົດ, ທ່ານ​ເອກ​ອັກຄະ​ລັດຖະທູດ Yamada Takio ຢືນຢັນ​ວ່າ ຫວຽດນາມ ​ໄດ້​ກາຍ​ເປັນ​ຄູ່​ຮ່ວມ​ມື​ທີ່​ສຳຄັນ ​ແລະ ມີຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ແຖວ​ໜ້າ​ຂອງ ຍີ່ປຸ່ນ ​ໃນ​ພາກ​ພື້ນ ພ້ອມທັງດ້ານການ​ເມືອງ, ຄວາມ​ໝັ້ນຄົງ, ​ເສດຖະກິດ, ການ​ຮ່ວມ​ມື​ດ້ານ​ແຫຼ່ງຊັບພະຍາກອນ​ມະນຸດ...,

ທ່ານ​ເອກ​ອັກຄະ​ລັດຖະທູດ​ກ່າວ​ວ່າ ເຖິງວ່າບົນຖານະຕຳແໜ່ງໃດກໍຕາມ ກໍຈະ​ສືບ​ຕໍ່​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ພັດທະນາ​ການ​ພົວພັນ​ມິດຕະພາບ​ອັນ​ດີງາມ​ລະຫວ່າງ​ຫວຽດນາມ - ຍີ່ປຸ່ນ.

ຮູບພາບທີ່ພິທີຈຳນວນໜຶ່ງ:

ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ບຸ່ຍແທງເຊີນ ມອບ​ຫຼຽນກາລະນຶກ ເພື່ອພາລະກິດທາງ​ການ​ທູດ​ ຫວຽດນາມ ​ໃຫ້​ແກ່​ທ່ານ​ເອກ​ອັກຄະ​ລັດຖະທູດ ຍີ່ປຸ່ນ Yamada Takio

ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ບຸ່ຍແທງເຊີນ ​ໄດ້​ມອບ​ດອກໄມ້​ສະແດງຄວາມຊົມເຊີຍ​ທ່ານ​ເອກ​ອັກຄະ​ລັດຖະທູດ ຍີ່ປຸ່ນ Yamada Takio.

ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ບຸ່ຍແທງເຊີນ ມອບ​ຫຼຽນກາລະນຶກ ເພື່ອພາລະກິດທາງ​ການ​ທູດ​ ຫວຽດນາມ ​ໃຫ້​ແກ່​ທ່ານ​ເອກ​ອັກຄະ​ລັດຖະທູດ ຍີ່ປຸ່ນ Yamada Takio
ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ບຸ່ຍແທງເຊີນ ມອບ​ຫຼຽນກາລະນຶກ ເພື່ອພາລະກິດທາງ​ການ​ທູດ​ ຫວຽດນາມ ​ໃຫ້​ແກ່​ທ່ານ​ເອກ​ອັກຄະ​ລັດຖະທູດ ຍີ່ປຸ່ນ Yamada Takio

ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ບຸ່ຍ​ແທງ​ເຊີນ ຕີ​ລາຄາ​ວ່າ ໃນ​ອາຍຸການ 4 ປີ​ຜ່ານ​ມາ​ຂອງ​ທ່ານ​ເອກ​ອັກຄະ​ລັດຖະທູດ Yamada Takio, ການ​ພົວພັນ ຫວຽດນາມ - ຍີ່ປຸ່ນ ໄດ້ພັດທະນາ​ຢ່າງ​ດີງາມ​ໃນ​ທຸກ​ຂົງ​ເຂດ ດ້ວຍ 4 ຜົນງານ​ດີ​ເດັ່ນ.

ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ບຸ່ຍແທງເຊີນ ມອບ​ຫຼຽນກາລະນຶກ ເພື່ອພາລະກິດທາງ​ການ​ທູດ​ ຫວຽດນາມ ​ໃຫ້​ແກ່​ທ່ານ​ເອກ​ອັກຄະ​ລັດຖະທູດ ຍີ່ປຸ່ນ Yamada Takio
.ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍ​ແທງ​ເຊີນ, ທ່ານເອກອັກຄະລັດຖະທູດ Yamada Takio ແລະ ບັນດາຜູ້ແທນໄດ້ຖ່າຍຮູບທີ່ລະນຶກພາຍຫຼັງພິທີມອບຫຼຽນກາລະນຶກ.

ມິງດຶກ

Link: https://huunghivietlao.thoidai.com.vn/detail-article-18770.html

In bài biết