00:00 | 23/08/2024

ເວເນຊູເອລາ ເຄົບລົບນັບຖືມໍລະດົກຂອງປະທານ ໂຮ່ຈີມິນ

ໂຄສະນາຄວາມງາມຂອງວັດທະນະທຳ, ປະຊາຊົນ ຫວຽດນາມ ຕໍ່ລຸ້ນໜຸ່ມ ເວເນຊູເອລາ ໂຄສະນາຄວາມງາມຂອງວັດທະນະທຳ, ປະຊາຊົນ ຫວຽດນາມ ຕໍ່ລຸ້ນໜຸ່ມ ເວເນຊູເອລາ
ປະທານປະເທດຫວຽດນາມ ຕ້ອນຮັບເອກອັກຄະລັດຖະທູດ ເວເນຊູເອລາ ແລະ ລາວ ເຂົ້າຍື່ນສານຕາຕັ້ງ ປະທານປະເທດຫວຽດນາມ ຕ້ອນຮັບເອກອັກຄະລັດຖະທູດ ເວເນຊູເອລາ ແລະ ລາວ ເຂົ້າຍື່ນສານຕາຕັ້ງ
ຫວ

ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ທຳ​ອິດ​ຂອງ​ທ່ານ ຮອງນາຍົກລັດຖະມົນຕີ ຫວຽດນາມ ເຈີ່ນລິວກວາງ ໃນ​ການໄປ​ຢ້ຽມ​ຢາມ​​ມິດຕະພາບຢ່າງ​ເປັນ​ທາງ​ການ ສາທາລະນະລັດ Bolivarian Venezuela ນັບແຕ່​ວັນ​ທີ 17-19 ເມສາ.

ພ້ອມກັນ​ເຂົ້າ​ຮ່ວມ​ພິທີໄປຖະຫວາຍດອກໄມ້ທູບທຽນ, ຝ່າຍ ຫວຽດນາມ ມີ​ທ່ານ​ ລັດຖະມົນຕີ ກະຊວງ​ກໍ່ສ້າງ ຫງວຽນ​ທ້ຽນ​ຫງີ້, ການ​ນຳ​ບັນດາ​ກະຊວງ: ການ​ຕ່າງປະ​ເທດ, ຕຳຫຼວດ, ກະສິກຳ ​ແລະ ພັດທະນາ​ຊົນນະບົດ, ແລະ ການ​ນຳ​ນະຄອນ ຫາຍ​ຟ່ອງ.

ສ່ວນຝ່າຍ ເວ​ເນ​ຊູ​ເອລາ, ມີ​ຮອງ​ປະທານ​ພັກ​ສັງຄົມ​ນິຍົມ​ເປັນເອກະພາບ (PSUV) ກຳອຳນາດ ທ່ານ Jesús Faría; ລັດຖະມົນຕີການ​ຕ່າງປະ​ເທດ​ຮັບຜິດຊອບ ອາ​ຊີ, ຕາ​ເວັນ​ອອກ​ກາງ ​ແລະ ໂອເຊຍເນຍ ທ່ານ Tatiana Pugh Moreno.

ເວເນຊູເອລາ ເຄົບລົບນັບຖືມໍລະດົກຂອງປະທານ ໂຮ່ຈີມິນ

​ທ່ານ ຮອງນາຍົກລັດຖະມົນຕີ ຫວຽດນາມ ເຈີ່ນລິວກວາງ ໄປຖະຫວາຍດອກໄມ້ທູບທຽນ ເພື່ອໄຫວ້ອາໄລຫາປະທານ ໂຮ່ຈີມິນ ທີ່ອະນຸສາວະລີ ໂຮ່ຈີມິນ ຢູ່ຖະໜົນຫຼວງ Simón Bolívar, ນະຄອນຫຼວງ Caracas. - ພາບ: VGP/ຫາຍມິງ

ກ່າວ​ຄຳ​ປາໄສ​ທີ່​ພິ​ທີ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ເຈີ່ນລິວກວາງ ເນັ້ນ​ໜັກ​ວ່າ ທ່ານ​ປະ​ທານ​ ໂຮ່​ຈິ​ມິນ ແມ່ນ​ວິ​ລະ​ຊົນ​ປົດ​ປ່ອຍ​ຊາດ ຫວຽດ​ນາມ ໃນ​ສັດ​ຕະ​ວັດ​ທີ XX, ແມ່ນຜູ້​ກໍ່​ຕັ້ງ​ພັກ​ກອມ​ມູ​ນິດ ​ຫວຽດ​ນາມ, ໃຫ້​ກຳ​ເນີດ​ປະ​ເທດ ຫວຽດນາມ ປະຊາທິປະໄຕສາທາລະນະລັດ, ເຊິ່ງແມ່ນລັດຖະມົນຕີ​ການ​ຕ່າງປະ​ເທດຂອງຫວຽດນາມ​ ຜູ້ທຳອິດ ທີ່ໄດ້​ຮັບ​ກຽດ​ຈາກ​ອົງການ​ສຶກສາ, ວິທະຍາສາດ ​ແລະ ວັດທະນະທຳ​ສະຫະ​ປະຊາ​ຊາດ (UNESCO) ​ເຊີດຊູເປັນນັກວັດທະນະທຳດີເດັ່ນ. ທ່ານ​ໄດ້​ປະ​​ມໍລະດົກ “​ຝ່າຍ​ການ​ທູດ ​ໂຮ່ຈິ​ມິນ” ໃນນັ້ນ ຖືການ​ພົວພັນ​ກັບ​ບັນດາ​ປະ​ເທດ​ອາ​ເມ​ລິ​ກາ​ລາ​ຕິນ ເປັນສຳຄັນ. ການສ້າງອະນຸສາວະລີ ໂຮ່ຈີມິນຢູ່ນະຄອນຫຼວງ Caracas ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງຄວາມໄວ້ວາງໃຈ, ມີຂອບຂະໜາດ ກໍຄືຄວາມ​ເຄົາລົບ​ນັບຖື, ຄວາມ​ຮັກ​ແພງ​ຂອງ​ຊາວ ເວເນຊູເອລາ ທີ່ມີຕໍ່ທ່ານ ປະທານ ໂຮ່ຈິ​ມິນ.

ທ່ານ ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ກ່າວວ່າ ການ​ໄປຢ້ຽມຢາມ ​ເວ​ເນ​ຊູ​ເອລາ ​ຄັ້ງ​ນີ້ຂອງ​ຄະນະຜູ້ແທນ ຫວຽດນາມ ແມ່ນເພື່ອ​ເປົ້າໝາຍ​ເຮັດໃຫ້ການ​ພົວພັນ​ມິດຕະພາບ ແລະ ການຮ່ວມມືກັບ​ສາທາລະນະ​ລັດ Bolivarian Venezuela ເລິກເຊິ່ງ​ກ່ວາອີກ, ປະກອບສ່ວນ​ເຂົ້າ​ໃນ​ສັນຕິພາບ, ການ​ຮ່ວມ​ມື, ພັດທະນາ ​ແລະ ຄວາມ​ກ້າວໜ້າ​ຂອງ​ປະຊາຊົນ​ສອງ​ປະ​ເທດ ແລະ ​ໃນ​ໂລກ. ນີ້​ກໍ່​ແມ່ນ​ຄວາມ​ຄິດ​ຂອງ​ປະທານ ​ໂຮ່ຈີ​ມິນ ​ເມື່ອ​ໄດ້​ຖະແຫຼງ “ຫວຽດນາມ ຢາກ​ເປັນ​ເພື່ອນ​ມິດກັບ​ທຸກປະ​ເທດ​ປະຊາທິປະ​ໄຕ ​ແລະ ບໍ່​ເປັນ​ສັດຕູ​ກັບ​ຜູ້​ໃດ” ​ໃນບົດຖະແຫຼງການເອກະລາດປີ 1945.

ທ່ານ ຮອງນາຍົກລັດຖະມົນຕີ ຫວຽດນາມ ເຈີ່ນລິວກວາງ ໄດ້ສະແດງຄວາມຂອບອົກຂອບໃຈ​ລັດ​ຖະ​ບານ ເວ​ເນ​ຊູ​ເອ​ລາ ແລະ ອຳນາດການປົກຄອງ​ນະ​ຄອນຫຼວງ Caracas, ພັກ PSUV, ກຳ​ລັງ​ການ​ເມືອງ​ສັງ​ຄົມ ແລະ ປະ​ຊາ​ຊົນ​ທີ່​ໄດ້​ໜູນ​ຊ່ວຍ​ການ​ກໍ່​ສ້າງ ແລະ ປົກ​ປັກ​ຮັກ​ສາ​ອະ​ນຸ​ສາ​ວະ​ລີ​ປະ​ທານ​ ໂຮ່​ຈິ​ມິນ ​ຢູ່​ທີ່ນີ້.

ສ່ວນ​ທ່ານ​ນາງ Tatiana Pugh Moreno ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ເວ​ເນ​ຊູ​ເອ​ລາ ຢືນຢັນ​ວ່າ ເວ​ເນ​ຊູ​ເອ​ລາ ນັບຖືຮູບພາບ, ພາລະກິດ ແລະ ມໍລະດົກ​ຂອງ​ປະທານ ​ໂຮ່ຈີ​ມິນ ເປັນທີ່ສຸດ. ຮູບ​ພາບ ​ລຸງ​ໂຮ່​ ແມ່ນ​ສັນ​ຍາ​ລັກ​ອັນ​ຍິ່ງ​ໃຫຍ່​ທີ່​ລະ​ນຶກ​ເຖິງຊາດ ຫວຽດນາມ ວິລະຊົນ, ອົງອາດກ້າຫານ.

ທ່ານ​ຮອງ​ລັດຖະມົນຕີ Tatiana Pugh Moreno, ຜູ້ທີ່​ເຄີຍ​ເປັນ​ເອກອັກຄະລັດຖະທູດ ເວ​ເນ​ຊູ​ເອລາ ປະຈຳ ຫວຽດນາມ, ​ໄດ້​ສະ​ແດງ​ຄວາມເຄົາລົບຕໍ່​ຂະບວນການພັດທະນາ​ຂອງ​ ຫວຽດນາມ, ກ້າວ​ໄປ​ໜ້າ​ຢ່າງ​ໝັ້ນ​ຄົງ ແລະ ໝັ້ນ​ຄົງ​ຕາມ​ຫຼັກ​ການ​ທີ່​ປະ​ທານ ​ໂຮ່​ຈິ​ມິນ ​ປະ​ໄວ້ໃຫ້.ທ່ານ​ນາງ ​ແບ່ງປັນ​ວ່າ ດ້ວຍ​ບັນດາ​ຈຸດ​ຄ້າຍຄື​ກັນ​ທາງ​ປະຫວັດສາດ, ບັນດາ​ເພື່ອນ​ມິດ​ ຫວຽດນາມ ລ້ວນ​ແຕ່​ມີ​ຄວາມ​ເຂົ້າໃຈກ່ຽວ​ກັບ​ສະພາບ​ການ​ຢູ່ ເວ​ເນ​ຊູ​ເອລາ, ທັງສອງປະ​ເທດ​ສືບ​ຕໍ່​ພັດທະນາ, ​ແລະ ສຳຄັນ​ກວ່າ​ນັ້ນ ແມ່ນ ເວ​ເນ​ຊູ​ເອລາ ແລະ ຫວຽດນາມ ບໍ່​ຍອມ​ຈຳນົນ​ຕໍ່​ການ​ຕໍ່ສູ້​ປົກ​ປັກ​ຮັກສາ​ເອກະລາດ ​ແລະ ອະທິປະ​ໄຕຂອງຕົນ.

ທ່ານ​ ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ເວ​ເນ​ຊູ​ເອລາ ຢືນຢັນ​ຄືນ​ໃໝ່​ຄວາມ​ຮັກແພງ, ຈິດໃຈສາມັກຄີ ​ແລະ ຄວາມ​ເຂົ້າ​ໃຈ​ຂອງ​ປະຊາຊົນ ເວ​ເນ​ຊູ​ເອລາ ​ທີ່ມີຕໍ່ ຫວຽດນາມ; ສະແດງຄວາມປາດ​ຖະໜາຢາກໃຫ້ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ສືບ​ຕໍ່​ພັດທະນາ​ຢ່າງ​ຂຽວ​ສົດ​ງົດ​ງາມ, ໝັ້ນຄົງ​ໃນ​ອະນາຄົດ.

ຕອນ​ບ່າຍ​ວັນ​ດຽວ​ກັນ, ທ່ານ ຮອງນາຍົກລັດຖະມົນຕີ ຫວຽດນາມ ເຈີ່ນລິວກວາງ ໄດ້​ລົງ​ຢ້ຽມ​ຢາມ, ໂອ້​ລົມ​ຢ່າງ​ສະ​ໜິດ​ສະ​ໜົມ​ກັບ​ບັນ​ດາ​ພະ​ນັກ​ງານ, ລັດຖະກອນສະ​ຖານ​ທູດ​ ຫວຽດ​ນາມ ປະ​ຈຳ ເວ​ເນ​ຊູ​ເອ​ລາ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຮຽກຮ້ອງ​ໃຫ້​ສະຖານທູດ​ເສີມຂະຫຍາຍວຽກງານ​ຄົ້ນຄວ້າເປັນເສນາທິການການ​ຕ່າງປະ​ເທດ, ພ້ອມ​ກັນ​ນັ້ນ ກໍ່​ເອົາ​ໃຈ​ໃສ່ວຽກ​ງານ​ກໍ່ສ້າງ​ພັກ, ປົກ​ປັກ​ຮັກສາ, ປັບປຸງກຸ່ມສາມັກຄີ, ກໍ່ສ້າງ​ໜ່ວຍ​ງານ ເພື່ອ​ສະຖານທູດ​ໄດ້​ຮັບ​ຜົນສຳ​ເລັດໃນການເຮັດການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ກັບ​ເວ​ເນ​ຊູ​ເອລາ ຢ່າງເລິກເຊິ່ງ​ກ່ວາອີກ, ໂດຍ​ຜ່ານ​ການ​ເພີ່ມ​ທະວີບັນດາການເຄື່ອນໄຫວການ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​, ລະຫວ່າງ​ບັນດາ​ກະຊວງ, ຂະແໜງການ ​ແລະ ທ້ອງ​ຖິ່ນ​ຂອງ​ສອງ​ປະ​ເທດ.

​ທ່ານ ຮອງນາຍົກລັດຖະມົນຕີ ຫວຽດນາມ ເຈີ່ນລິວກວາງ ມອບ​ໝາຍ​ໃຫ້​ກະ​ຊວງ​ການ​ຕ່າງ​ປະ​ເທດ ກໍ່ສ້າງແຜນ​ການ​ຍົກ​ລະ​ດັບ​ສຳ​ນັກ​ງານ​ບັນດາອົງການຜູ້ຕາງໜ້າຂອງ ຫວຽດ​ນາມ ຢູ່​ຕ່າງ​ປະ​ເທດ​ໄລ​ຍະ 2026 – 2030 ຢ່າງວ່ອງໄວເພື່ອ​ຮັບ​ປະ​ກັນ​ເງື່ອນ​ໄຂ​ເຮັດ​ວຽກ​ໃຫ້​ບັນ​ດາ​ອົງ​ການ​ຜູ້ຕາງໜ້າ.

​​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ ຮອງນາຍົກລັດຖະມົນຕີ ຫວຽດນາມ ເຈີ່ນລິວກວາງ ​ໄດ້​ລົງ​ຢ້ຽມຢາມ ​ແລະ ໄປຖະຫວາຍດອກໄມ້ທູບທຽນຢູ່​ເຂດ​ອະນຸສອນ​ສະຖານ Cuartel de la Montaña₭, ອານຸສາວະລີ ທ່ານອະດີດ​ປະທານາທິບໍດີ Hugo Chavez Frías. ການນຳ ເວເນຊູເອລາ ​ໄດ້​ຄົ້ນຄວ້າລັດທິ ​ມາກເລ​ນິນ ຢ່າງ​ລະອຽດລະອໍ​ ​ແລະ​ ​ອ່ານ​ຫຼາຍບົດນິພົນ​ຂອງ​ປະທານ ​ໂຮ່ຈິ​ມິນ. ເມື່ອຍັງມີຊີວິດຢູ່, ທ່ານປະທານາທິບໍດີ Hugo Chavez - ສັນຍາລັກຂອງ ອາເມລິກາລາຕິນ ທີ່ສຸມກຳລັງການປະຕິວັດຕໍ່ຕ້ານຈັກກະພັດ, ຢຶດໝັ້ນເອກະລາດແຫ່ງຊາດ ແລະ ກະຕືລືລົ້ນໃນການສ້າງສັງຄົມນິຍົມຂອງສະຕະວັດທີ XXI - ເຄີຍແບ່ງປັນວ່າ ລາວໄດ້ເຄົາລົບນັບຖືສາມບູລຸດ, ນັ້ນແມ່ນຜູ້ບັນຊາການສູງສຸດຂອງການປະຕິວັດ ກູບາ ທ່ານ Fidel Castro, ປະທານ​ ໂຮ່ຈິ​ມິນ ​ແລະ ພົນເອກ ທ່ານ ຫວໍ​ງວຽນ​ຢ໋າ​ບ.

ມິງດຶກ

Link: https://huunghivietlao.thoidai.com.vn/detail-article-18712.html

In bài biết