13:54 | 26/11/2024

ທ່ານ ປະທານ​ກຸ່ມສະມາຊິກລັດຖະສະພາມິດຕະພາບ ຝຣັ່ງ - ຫວຽດນາມ ​ໄດ້​ສຳ​ຜັດຕົວຈິງ​ກັບເຕັກນິກ​ການ​ຍ້ອມ​ຜ້າ​ຂອງ​ຊາວ ຢ້າວ​ຕຽນ

ຂະຫຍາຍຂົວມິດຕະພາບ ດົ່ງນາຍ ແລະ ຝຣັ່ງ ຂະຫຍາຍຂົວມິດຕະພາບ ດົ່ງນາຍ ແລະ ຝຣັ່ງ
ຫວຽດນາມ ​ໄດ້​ຮັບບ້ວງຊຳລະ​ 51,5 ລ້ານ USD ຍ້ອນການຫຼຸດຜ່ອນ​ການ​ປ່ອຍ​ອາຍ​ພິດ ຫວຽດນາມ ​ໄດ້​ຮັບບ້ວງຊຳລະ​ 51,5 ລ້ານ USD ຍ້ອນການຫຼຸດຜ່ອນ​ການ​ປ່ອຍ​ອາຍ​ພິດ

ຢູ່​ເມືອງ ດ່າ​ບັກ (​ແຂວງ​ຮວ່າ​ບິ່ງ), ທ່ານ​ນາງ Anne Le Hénanff ​ໄດ້​ໂອ້​ລົມ​ກັບ​ທ່ານ​ນາງ ບານກິ່ມກູຍ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ເມືອງ ​ແລະ ທ່ານ​ນາງ ເຈີ່ນກ່ຽວແອວງ, ປະທານ​ສະຫະພັນ​ແມ່ຍິງ​ເມືອງ ກ່ຽວ​ກັບ​ບົດບາດ ​ແລະ ການ​ຮ່ວມ​ມື​ຂອງອຳນາດການປົກຄອງທ້ອງ​ຖິ່ນ, ອົງການ, ຄະນະ, ຂະແໜງການໃນການໜູມຊ່ວຍແມ່ຍິງຊົນເຜົ່າສ່ວນຫນ້ອຍໃນການພັດທະນາເສດຖະກິດ ແລະ ຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍ.

ຄະນະ​ ໄດ້​ໄປ​ຢ້ຽມຢາມ, ລົງຕົວຈິງບັນດາ​ການ​ເຄື່ອນ​ໄຫວ​ຢູ່​ໜ່ວຍຮ່ວມມືຫັດຖະກຳພື້ນເມືອງ ຢ້າວຕຽນ ຄຸ້ມຊືງ, ຕາ​ແສງ ກ່າວ​ເຊີນ, ​ເມືອງ ດ່າ​ບັກ ຂອງບັນດາແມ່ຍິງຊົນເຜົ່າ ຢ້າວຕຽນ ເປັນເຈົ້າຂອງ ​ໂດຍ​ອົງການ Aide et Action (AEA) ໜູນຊ່ວຍ. ພ້ອມ​ກັນ​ນັ້ນ, ກໍ​ໄດ້​ແລກປ່ຽນ, ຊອກຮູ້​ກ່ຽວ​ກັບ​ຂະ​ບວນການ​ສ້າງ​ຕັ້ງ, ດຳ​ເນີນ​ທຸລະ​ກິດໜ່ວຍຮ່ວມມື, ​ການ​ປ່ຽນ​ແປງ​ດ້ານ​ຄວາມ​ຮູ້-ທັກ​ສະ-​ແນວ​ຄິດ ​ແລະ ການ​ພັດທະນາຕົນເອງຂອງ​ແມ່ຍິງ ​ເມື່ອ​ເຂົ້າ​ຮ່ວມ​ໂຄງການ​ທີ່ AEA ໜູນຊ່ວຍ.

ທ່ານ ປະທານ​ກຸ່ມສະມາຊິກລັດຖະສະພາມິດຕະພາບ ຝຣັ່ງ - ຫວຽດນາມ ​ໄດ້​ສຳ​ຜັດຕົວຈິງ​ກັບເຕັກນິກ​ການ​ຍ້ອມ​ຜ້າ​ຂອງ​ຊາວ ຢ້າວ​ຕຽນ

ທ່ານນາງ Anne Le Hénanff (ທີ່ສອງຈາກຊ້າຍ) ​ລົງຕົວຈິງການ​ຍ້ອມ​ຜ້າດ້ວຍນ້ຳເຊື້ອໃບທຳມະຊາດ. (ພາບ: Aide et Action ຫວຽດນາມ)

ພິ​ເສດ, ທ່ານ​ນາງ Anne Le Hénanff ​ໄດ້​ລົງຕົວຈິງການ​ເຄື່ອນ​ໄຫວ​ຍ້ອມ​ຜ້າ​, ສ້າງ​ລວດລາຍດ້ວຍນ້ຳເຊື້ອໃບຄາມຕາມ​ວິ​ທີ​ພື້ນ​ເມືອງ​ຂອງ​ຊາວ​ເຜົ່າ ຢ້າວຕຽນ ຄຸ້ມຊືງ.

ທ່ານ​ນາງ ໄດ້ສະແດງຄວາມປະທັບໃຈເມື່ອບັນດາສະມາຊິກຂອງ​ໜ່ວຍຮ່ວມມືຫັດຖະກຳພື້ນເມືອງ ຢ້າວຕຽນ ຄຸ້ມຊືງ ໄດ້ສະແດງໃຫ້ເຫັນຄວາມຄ່ອງແຄ້ວໃນເຕັກນິກການຕ່ຳແຜ່ນແພພື້ນເມືອງ, ສ້າງ​ຮູບ​ແຕ້ມ​ພູດ​ອຍ ​ແລະ ປ່າ​ໄມ້​ດ້ວຍ​ຂີ້​ເຜິ້ງ, ສ້າງ​ລວດລາຍດ້ວຍ​ວິທີ​ຍ້ອມໃບຄາມດ້ວຍ​ມື, ກໍຄື​ແບ່ງປັນ​ບັນດາເລື່ອງກ່ຽວ​ກັບ​ຄວາມ​ໝາຍ, ວັດທະນະທຳ​ຂອງ​ບັນດາ​ລວດລາຍ​ທີ່​ເປັນ​ເອກະລັກ​ສະ​ເພາະ ​ບົນເສື້ອຜ້າອາພອນ​ຂອງ​ຊາວ ຢ້າວຕຽນ.

ໃນໂອກາດນີ້, ຄະນະຜູ້ແທນ ໄດ້ເຂົ້າຮ່ວມ ແລະ ຕິດຕາມຊຸດຝຶກອົບຮົມເພື່ອພັດທະນາຄວາມສາມາດໃນການວິເຄາະບົດບາດຍິງ-ຊາຍ, ທັກສະການປະສົມປະສານບົດບາດຍິງ-ຊາຍ ໃຫ້ແກ່ພະນັກງານຂອງທ້ອງຖີ່ນ ເປັນຜູ້ຕາງໜ້າຄະນະຊາວໜຸ່ມ, ສະມາຄົມແມ່ຍິງຂັ້ນຕາແສງ, ບ້ານ ແລະ ການນຳບ້ານ. ການເຄື່ອນໄຫວນີ້ ກໍເພື່ອຍົກສູງຄວາມເຂົ້າໃຈກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ, ຜົນປະໂຫຍດ, ຄວາມສຳຄັນຂອງການປະສົມປະສານລະຫວ່າງຍິງ-ຊາຍ ໃນບັນດາການເຄື່ອນໄຫວໜູນຊ່ວຍການພັດທະນາເສດຖະກິດສັງຄົມ ໃຫ້ແກ່ປະຊາຊົນຢູ່ທ້ອງຖິ່ນ. ໂດຍຜ່ານຊຸດຝຶກອົບຮົມ, ສຳມະນາກອນ ມີຄວາມຮູ້ ແລະ ທັກສະໃນການກຳນົດ ແລະ ແກ້ໄຂບັນດາບັນຫາຄວາມບໍ່ສະເໝີພາບລະຫວ່າງຍິງ-ຊາຍທີ່ຮີບຮ້ອນ ຂອງແມ່ຍິງ, ເດັກນ້ອຍຢູ່ທ້ອງຖິ່ນ, ປະສານບົດບາດຍິງ-ຊາຍໃນບັນດາການເຄື່ອນໄຫວໂຄງການ, ບົດບາດ - ໜ້າທີ່ຂອງພະນັກງານທ້ອງຖິ່ນ ແລະ ປະຕິບັດບັນດາການເຄື່ອນໄຫວສື່ສານ ທີ່ມີຄວາມຮັບຜິດຊອບຕໍ່ບົດບາດຍິງ-ຊາຍ, ປະກອບສ່ວນຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍຢ່າງມີປະສິດທິຜົນ.

ມິງດຶກ

Link: https://huunghivietlao.thoidai.com.vn/detail-article-18705.html

In bài biết