ພື້ນທີ່ ໄຊເບີ ແມ່ນພື້ນທີ່ໃຫມ່ເພື່ອເຮັດຂໍ້ມູນຂ່າວສານການຕ່າງປະເທດ
ສະຖານທູດ ຫວຽດນາມ ປະຈໍາ ໄທ ອວຍພອນບຸນປີໃໝ່ລາວ | |
ເພີ່ມທະວີການຮ່ວມມືໃນຂົງເຂດການຄຸ້ມຄອງທ້ອງຕະຫຼາດລະຫວ່າງ ຫວຽດນາມ ແລະ ລາວ |
ນີ້ແມ່ນໜຶ່ງໃນບັນດາໜ້າທີ່ທີ່ໄດ້ຍົກໃນມະຕິເລກທີ 47/NQ-CP ລົງວັນທີ 15 ເມສາ 2024 ກ່ຽວກັບໂຄງການດຳເນີນງານຂອງລັດຖະບານຮອດປີ 2030 ເພື່ອປະຕິບັດບົດສະຫຼຸບເລກທີ 57-KL/TW ລົງວັນທີ 15 ມິຖຸນາ 2023 ຂອງກົມການເມືອງກ່ຽວກັບການສືບຕໍ່ຍົກສູງຄຸນນະພາບ, ປະສິດທິຜົນຂອງວຽກງານຂໍ້ມູນຂ່າວສານການຕ່າງປະເທດໃນສະພາບການໃຫມ່.
![]() |
ຮູບປະກອບ. |
ມະຕິກ່າວຢ່າງຈະແຈ້ງວ່າ:
ມຸ່ງໄປສູ່ວິທີການເຮັດໃຫມ່, ສ້າງສັນ
ລາຍການ ໄດ້ຮຽກຮ້ອງໜ້າທີ່ ແລະ ວິທີແກ້ໄຂກ່ຽວກັບວຽກງານຂໍ້ມູນຂ່າວສານການຕ່າງປະເທດໃນໄລຍະໃໝ່ ເພື່ອຕ້ອງມຸ່ງໄປເຖິງວິທີການເຮັດໃໝ່, ສ້າງສັນ. ຖືພື້ນທີ່ ໄຊເບີ (Cyberspace) ເປັນພື້ນທີ່ໃຫມ່ເພື່ອເຮັດຂໍ້ມູນຂ່າວສານການຕ່າງປະເທດ, ໃນນັ້ນ ນໍາໃຊ້ວິທະຍາສາດເຕັກໂນໂລຢີ, ການຫັນເປັນດິຈິຕອນ ເພື່ອປ່ຽນແປງໃໝ່ວິທີເຮັດຂໍ້ມູນຂ່າວສານການຕ່າງປະເທດ, ສ້າງປະສິດທິຜົນທີ່ບຸກທະລຸ.
ການປະຕິບັດວຽກງານຂໍ້ມູນຂ່າວສານການຕ່າງປະເທດໃນໄລຍະຈະມາເຖິງ ຕ້ອງວັດແທກບັນດາໝາກຜົນຢ່າງຈະແຈ້ງກວ່າ, ຊຸກຍູ້ການເພີ່ມທະວີການຈັດອັນດັບປະເທດຢູ່ໃນບັນດາຕາຕະລາງຈັດອັນດັບທີ່ມີອິດທິພົນຊື່ສຽງໃນໂລກ, ເໝາະສົມກັບຜົນປະໂຫຍດຂອງ ຫວຽດນາມ ເພື່ອປັບປຸງ, ຍົກສູງອິດທິພົນ, ທີ່ຕັ້ງ, ພາບພົດຂອງ ຫວຽດນາມ ໃນໂລກ.
ເພີ່ມທະວີຄວາມເປັນເຈົ້າການ, ສົມທົບກັນໃນວຽກງານຂໍ້ມູນຂ່າວສານການຕ່າງປະເທດລະຫວ່າງບັນດາກະຊວງ, ຄະນະ, ຂະແໜງການ, ທ້ອງຖິ່ນ, ເສີມຂະຫຍາຍບົດບາດເປັນປະທານໃນການຄຸ້ມຄອງລັດ ກ່ຽວກັບຂໍ້ມູນຂ່າວສານການຕ່າງປະເທດ ເພື່ອເພີ່ມທະວີຜົນສັກສິດ, ປະສິດທິຜົນຂອງວຽກງານຂໍ້ມູນຂ່າວສານການຕ່າງປະເທດ; ຮັບປະກັນຄວາມຕິດພັນຢ່າງແໜ້ນແຟ້ນລະຫວ່າງຂໍ້ມູນພາຍໃນ ແລະ ຂໍ້ມູນຕ່າງປະເທດ; ລະຫວ່າງການພົວພັນຕ່າງປະເທດຂອງພັກ, ການທູດແຫ່ງລັດ ແລະ ການທູດປະຊາຊົນໃນການເຄື່ອນໄຫວຂໍ້ມູນຂ່າວສານການຕ່າງປະເທດ...
ເພື່ອບັນລຸໄດ້ບັນດາເປົ້າໝາຍດັ່ງກ່າວ, ລັດຖະບານຮຽກຮ້ອງໃຫ້ໃນໄລຍະຈະມາເຖິງ, ບັນດາກະຊວງ, ອົງການຂັ້ນກະຊວງ, ອົງການທີ່ຂຶ້ນກັບລັດຖະບານ, ຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນທີ່ຂຶ້ນກັບສູນກາງ ຕ້ອງຫັນເປັນລະອຽດແລະ ຈັດຕັ້ງປະຕິບັດ 5 ໜ້າທີ່ຄື:
1- ການປະຕິບັດວຽກງານເຊື່ອມຊຶມ, ໂຄສະນາ, ເຜີຍແຜ່ຂໍ້ມູນຂ່າວສານ ແລະ ຜັນຂະຫຍາຍການປະຕິບັດມະຕິ; 2- ເພີ່ມທະວີວຽກງານສົມທົບກັນລະຫວ່າງບັນດາອົງການ, ອົງການຈັດຕັ້ງໃນລະບົບການເມືອງ; ຍົກສູງຄວາມຮັບຜິດຊອບການຄຸ້ມຄອງລັດ; ສຳເລັດກົນໄກ, ນະໂຍບາຍກ່ຽວກັບຂໍ້ມູນຂ່າວສານການຕ່າງປະເທດ; 3- ປ່ຽວແປງໃໝ່ຈິນຕະນາການ, ເນື້ອໃນ, ແບບວິທີ, ວິທີເຮັດກ່ຽວກັບຂໍ້ມູນຂ່າວສານການຕ່າງປະເທດ; 4- ຍູ້ແຮງການຕໍ່ສູ້ປະຕິເສດຂໍ້ມູນທີ່ບໍ່ຖືກຕ້ອງ, ຫຍໍ້ທໍ້ທີ່ມີຜົນສະທ້ອນຕໍ່ພາບພົດຂອງຊາດ; 5- ເພີ່ມທະວີແຫຼ່ງກຳລັງ, ສົ່ງເສີມ, ລະດົມແຫຼ່ງກຳລັງສັງຄົມໃຫ້ແກ່ວຽກງານຂໍ້ມູນຂ່າວສານການຕ່າງປະເທດ.
ສ້າງການຫັນປ່ຽນຈິຕະນາການກ່ຽວກັບວຽກງານຂໍ້ມູນຂ່າວສານການຕ່າງປະເທດໂດຍພື້ນຖານ
ໃນນັ້ນ, ລັດຖະບານຮຽກຮ້ອງໃຫ້ບັນດາກະຊວງ, ອົງການຂັ້ນກະຊວງ, ອົງການທີ່ຂຶ້ນກັບລັດຖະບານ, ຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນຂຶ້ນກັບສູນກາງ ສ້າງ ແລະ ສຳເລັດບັນດາເອກະສານນິຕິກຳ, ສ້າງກອບນິຕິກຳ; ກວດກາຄືນ, ປັບປຸງ, ເພີ່ມເຕີມບັນດາລະບຽບການກ່ຽວກັບຂໍ້ມູນຂ່າວສານການຕ່າງປະເທດ, ລະບຽບຂໍ້ກຳນົດການປະສານງານ ເພື່ອຍົກສູງຜົນສັກສິດ, ປະສິດທິຜົນຂອງການຄຸ້ມຄອງລັດກ່ຽວກັບຂໍ້ມູນຂ່າວສານການຕ່າງປະເທດ, ຕອບສະໜອງໜ້າທີ່ຂໍ້ມູນຂ່າວສານການຕ່າງປະເທດໃນໄລຍະໃໝ່; ກໍ່ສ້າງ, ສຳເລັດແຜນການກ່ຽວກັບຂໍ້ມູນຂ່າວສານການຕ່າງປະເທດ; ຖືການພັດທະນາລະບົບສື່ມວນຊົນ, ພິມຈຳໜ່າຍການຕ່າງປະເທດທີ່ມີອິດທິພົນຜົນສະທ້ອນໃນໂລກເປັນສຳຄັນ.
ສ້າງການຫັນປ່ຽນຈິນຕະນາການກ່ຽວກັບວຽກງານຂໍ້ມູນຂ່າວສານການຕ່າງປະເທດໃນໄລຍະໃໝ່ໂດຍພື້ນຖານ; ຄວາມຮັບຮູ້ຢ່າງເລິກເຊິ່ງກ່ຽວກັບສາຍພົວພັນຢ່າງແໜ້ນແຟ້ນລະຫວ່າງຂໍ້ມູນພາຍໃນ ແລະ ຂໍ້ມູນຕ່າງປະເທດ; ການພົວພັນຕ່າງປະເທດຂອງພັກ, ການທູດແຫ່ງລັດ ແລະ ການທູດປະຊາຊົນ; ຕິດພັນຂໍ້ມູນຂ່າວສານການຕ່າງປະເທດກັບບັນດາໜ້າທີ່ການເມືອງ, ພັດທະນາເສດຖະກິດ-ສັງຄົມຂອງທ້ອງຖິ່ນ; ຖືພື້ນທີ່ ໄຊເບີ ເປັນພື້ນທີ່ໃຫມ່ເພື່ອເຮັດຂໍ້ມູນຂ່າວສານການຕ່າງປະເທດ.
ຍົກສູງຄວາມຮັບຮູ້ຂອງພະນັກງານທີ່ເຮັດວຽກງານຂໍ້ມູນຂ່າວສານການຕ່າງປະເທດໃນການຮັບຮູ້, ຕໍ່ສູ້, ປະຕິເສດຕໍ່ບັນດາກົນອຸບາຍຂອງບັນດາກຳລັງສັດຕູ, ເປົ້າໝາຍປະຕິການ, ໂອກາດທາງການເມືອງ; ສະກັດກັ້ນບໍ່ໃຫ້ມີຂໍ້ມູນທີ່ບໍ່ດີ, ບິດເບືອນ, ກະຕຸ້ນປຸກລຸກທີ່ບໍ່ຖືກກັບທັດສະນະ, ແນວທາງແຜນນະໂຍບາຍຂອງພັກ, ນະໂຍບາຍກົດໝາຍຂອງລັດ...
ມິງດຶກ